黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຈັນ​ສະ​ໝອນ ຈັນ​ຍາ​ລາດ​ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ຂອງກອງ​ປ​ະ​ຊຸມ​ສຸດຍອດ​ເພຶ່ອ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາຊຽນ​ຄົບ​ຮອບ 30 ປີ

2021-11-24 16:54:23 cri

ທ່ານ​ຈັນ​ສະ​ໝອນ ຈັນ​ຍາ​ລາດ​ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ຂອງກອງ​ປ​ະ​ຊຸມ​ສຸດຍອດ​ເພຶ່ອ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາຊຽນ​ຄົບ​ຮອບ 30 ປີ_fororder_2021-11-24_150917

ວັນ​ທີ 23 ພະ​ຈິກ​ນີ້, ເຄື່ອງ​ອຸ​ປະ​ກອນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່ກອ​ງ​ທັບ​ຈີນ​ຊ່ວຍ​ເຫຼືອ​​ກອງ​ທັບ​ລາວ​ໄດ້​ສົ່ງ​ໄປ​ເຖິງ​ສະ​ໜາມ​ບິນວັດ​ໄຕ​ນະ​ຄອນ​ຫຼວງ​ວຽງ​ຈັນ​ແລ້ວ. ທ່ານ​​ພົນ​​ເອກ ຈັນ​ສະ​ໝອນ ຈັນ​ຍາ​ລາດ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ ສ​ປ​ປ.​ລາວ ​ແລະ​ທ່ານ​ຈ່າງ​ຈ້າຍ​ຕຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ.​ຈີນ​ປະ​ຈຳ ສ​ປ​ປ.​ລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ-ຮັບ.

ທ່ານ​ຈັນ​ສະ​ໝອນ ຈັນຍາ​ລາດ​ກ່າວ​ວ່າ: ປີ​ນີ້, ກອງ​​ທັບປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ໄດ້​ໃຫ້​ກາຍ​ຊ່ວຍ​ເຫຼືອລ້າ​ເຄື່ອງ​ອຸ​ປະ​ກອນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່ກອງ​ທັບ​​ປະ​ຊາ​ຊົນລາວ​ 3 ເທື່ອແລ້ວ, ແລະ​ໄດ້​ສົ່ງ​ໜ່ວຍ​ຜູ້​ຊ່ຽວ​ຊານ​ມາ​ຊ່ວຍ​ເຫຼືອ​​ນຳອີກ, ພວກ​ເຮົາ​​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​. ໃນ​ກອງ​ປະ​ຊຸມ​ສຸດຍອດ​ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຈີນ-ອາຊຽນ​ຄົບ​ຮອບ 30 ປີ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ່​ເລີ່ມ​ສຳ​ຄັນ​ກ່ຽວ​ກັບ​ການ​ວາງ​ແຜນ​ການ​ຂະ​ຫຍາຍ​​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແລະ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ, ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​, ການ​ສະ​ໜັບ​ສະ​ໜູນ​​ການ​ພັດ​ທະ​ນາ​ປະ​ເທດ​ອາ​ຊຽນ​ແລະໃຫ້​ຄວາມ​​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຜາ​ສຸກ​ຂອງປະ​ຊາ​ຊົນ​ປະ​ເທດ​ອາ​ຊຽນ. ທ່ານ​ທອງ​ລຸນ ສີ​ສຸ​ລິດ ປະ​ທານ​ປະ​ເທດ​ລາວ​ພ້ອມ​ດ້ວຍ​ວົງ​ການ​ຕ່າງໆ​ຂອງ​ປະ​ເທດ​ລາວ​ໄດ້​ຕີ​ລາ​ຄາ​​ສູງ​ຕໍ່​ເລື່ອງ​ນີ້​ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ, ເຊື່ອ​ວ່າ​ຂໍ້​ລິ​ເລີ່ມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ຈະເປັນ​ການ​ຊ່ວຍ​ເຫຼືອ​ຢ່າງ​ແຂງ​ແຮງ​ຕໍ່​ບັນ​ດາ​ປະ​ເທດ​ອາ​ຊຽນ​ລວມ​ທັງ​ປະ​ເທດ​ລາວ​​ໃນ​ການເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້, ​ທັງ​ຊ່ວຍຟື້ນ​ຟູ​ເສດ​ຖະ​ກິດ​ຄືນ​ໃໝ່​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ​ປະ​ເທດລາວ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ອື່ນໆ, ປະ​ຕິ​ບັດ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​​ສຸດຍອດດັ່ງ​ກ່າວ​ໃຫ້​ໄດ້ດີ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ຂະ​ຫຍາຍ​ຕົວ​ຫຼາຍກວ່​າ​ເກົ່າ​ໃນ​ຍຸກ​ໃໝ່.

ຄຳ​ເຫັນ

0