覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ຈຸດ​ຢືນ 4 ຂໍ້​ກ່ຽວ​ກັບ​ກາ​ນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ຈີນ-ອາ​ຟ​ຣິກ​ກາ​ໃນ​ຍຸກ​ໃໝ່

2021-11-30 11:36:40 cri

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ​ຈຸດ​ຢືນ 4 ຂໍ້​ກ່ຽວ​ກັບ​ກາ​ນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ຈີນ-ອາ​ຟ​ຣິກ​ກາ​ໃນ​ຍຸກ​ໃໝ່_fororder_微信图片_20211130113613
 

   ຕອນ​ຄ່ຳ​ວັນ​ທີ 29 ພະ​ຈິກ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິກ​ກາ​ຜ່ານ​ທາງວີ​ດີ​ໂອ ໂດຍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ຫົວ​ຂໍ້​: “ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສືບ​ທອດ​ພາ​ລະ​ກິດ​ຂອງຄົນ​ລຸ້ນ​ກ່ອນ, ​ບຸກ​ເບີກເສັ້ນ​ທາງໃໝ່,​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິກ​ກາ​ໃນ​ຍຸກ​ໃໝ່ ”.
 

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຈຸດ​ຢືນ4ຂໍ້​ກ່ຽວ​ກັບ​ການ​ສ້າງປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ຈີນ-ອາ​ຟ​ຣິກ​ກາ​ໃນ​ຍຸກ​ໃໝ່​ຄື: ໜຶ່ງ, ຍຶດ​ໝັ້ນ​ຄວາມສາ​ມັກ​ຄີ​ຕ້ານ​ພະ​ຍາດ, ສອງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ, ສາ​ມ, ຊຸກ​ຍູ້​ການ​ພັດ​ທະ​ນາ​​ຕາມ​ທິດສີ​ຂຽວ, ສີ່, ປົກ​ປັກ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ.
 

ທ່​ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: “ໂລກ​ຕ້ອງ​ການ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ. ສັນ​ຕິ​ພາບ,ການ​ພັດ​ທະ​ນາ, ຄວາມຍຸ​ຕິ​ທຳ,ຄວາມ​ເປັນ​ທຳ, ປະ​ຊາ​ທິ​ປະ​ໄຕ, ເສ​ລີ​ພາບ​ແມ່ນ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ, ​ທັງເປັນ​ເປົ້າ​ໝາຍ​ຮ່ວມ​ທີ່​ສອງ​ຝ່າຍ​ຈີນ-ອາ​ຟ​ຣິກ​ກາ​ພະ​ຍາ​ຍາມ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ. ພວກ​ເຮົາ​ລ້ວນ​ແຕ່​ມີ​ຈຸດ​ຢືນ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ, ລ້ວນ​ແຕ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປົກ​ປັກ​ປັກ​ຮັກ​ສາ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ, ລ້ວນ​ແຕ່​ຄັດ​ຄ້ານ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນຂອງ​ປະ​ເທດ​ອື່ນ, ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ແລະ​ການ​ຂວ້ຳ​ບາດ​ແຕ່​ຝ່າຍ​ດຽວ. ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ​ໃນ​ຈຸດ​ຢືນ​ຮັກ​ສາ​ຄວາມ​ເປັນ​ທຳ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​​ໝັ້ນ​ໃຈ​ແລະເດັດ​ດ່ຽວ, ຫັນ​​ປ່ຽນຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຮ່ວມ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ພວກ​ເຮົາ​ໃຫ້​ເປັນ​ການ​ເຄື່ອນ​ໄຫວ​ຮ່ວມ​ກັນ.”
 

ຜູ້​ນຳ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ຢື​ນ​ຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ໝາກ​ຜົນ​ທີ່​ສອງ​ຝ່າຍ​ຈີນ-ອາ​ຟ​ຣິກ​ກາ​ໄດ້​ຮັບ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ນັບ​ແຕ່ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຈີນ-ອາ​ຟ​ຣິກ​ກາ​ທີ່​ປັກ​ກິ່ງ​ເປັນ​ຕົ້ນ​ມາ, ​ປະ​ເທດ​ອາ​ຟ​ຣິກ​ກາຍ້ອງ​ຍໍ​ຊົມ​ເຊີຍ​ຝ່າຍ​ຈີນ​ຢ່າງ​ສູງ ​ທີ່​ໄດ້​ໃຫ້​ກາ​ນ​ຊ່ວຍ​ເຫຼືອ​ອັນ​ປະ​ເສີດ​ໃນ​ການ​ສະ​ໜອງວັກ​ຊີນ​ໃຫ້​ແກ່​ປະ​ເທດ​ອາ​ຟ​ຣິກ​ກາ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ. ທ່ານ​ປະ​ທານ​ສີ​ຈິິ້ນ​ຜິງ​ໄດ້​ສະ​ເໜີ​ຈຸດ​ຢືນ 4 ຂໍ້​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ອາ​ຟ​ຣິ​ກ​ກາ​ແລະ​​ໃຫ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ 9 ໂຄງ​ການ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ຈີນ-ອ​າ​ຟ​ຣິກ​ກາ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ຄັ້ງ​ໃໝ່​ວ່າ ຈີນ​ມີ​​ຄວາມ​ປາ​ຖະ​ໜາ​​ທີ່ຈິງ​ໃຈ​ແລະ​ເດັດ​ດ່ຽວ​ເພື່ອ​ສະ​ໜັບ​ສະ​ໜູນ​ແລະຊ່ວຍ​ອາ​ຟ​ຣິກ​ກາ​ຕ້ານກັບ​ພະ​ຍາດ​ໂຄວິດ-19 ແລ​ະ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຕາມ​ທິດສີ​ຂຽວ. ອາ​ຟ​ຣິກ​ກາ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ແລະ​ມິດ​ຕະ​ພາບ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຕັ້ງ​ໜ້າ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເປີດ​ຍຸກ​ໃໝ່​ແຫ່ງ​ການ​ພົວ​ພັນ​ຈີນ-ອ​າ​ຟ​ຣິກ​ກາ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຟ​ຣິກ​ກາ​ໃນ​ຍຸກ​ໃໝ່.

ຄຳ​ເຫັນ

0