吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການຄ້າ​ການ​ລົງ​ທຶນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ປີ 2021 ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ ສ​ປ ຈີນ

2021-12-03 17:53:31 cri

 图片默认标题_fororder_微信图片_20211203174630

图片默认标题_fororder_微信图片_20211203174636

    ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄ້າ​ການ​ລົງ​ທຶນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ປີ 2021​  ໄດ້ຈັດ​ຂຶ້ນໃນ​ວັນ​ທີ 2 ທັນ​ວາ​ນີ້​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ ສ​ປ ຈີນ, ໂດຍ​ມີ​ຫົວ​ຂໍ້ “ຮ່ວມ​ກັນ​ຊຸກ​ຍູ້, ເປີດກວ້າງ​ການ​ຮ່ວມ​ມື, ​ຮ່ວມ​ກັນ​ຊີ້​ນຳນຳ​ພາ,  ຟື້​ນ​ຟູ​ເສດ​ຖະ​ກິດ”, ເຈົ້າ​ໜ້າ​ທີ່ພາກ​ລັດ, ຜູ້​ຕາງ​ໜ້າ​ສະ​ພາ​ການ​ຄ້າ, ນັກ​ລົງ​ທຶນ​ທີ່​ມີ​ຊື່​ສຽງ ແລະ​ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທັງ​ໝົດ 600 ກວ່າ​ທ່ານ​ທີ່​ມາ​ຈາກ 77   ປະ​ເທດ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ຜ່ານ​ທາງ​ອອນ​ລາຍ ແລະ​ອອ​ຟ​ລາຍ. ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ກ​ຊັງ​ຕີນ​ປະ​ຈຳ​ຈີນ​ກ່າວ​ວ່າ:    ອາ​ກຊັງ​ຕີນ​​ປາ​ຖະ​ໜາຈະ​ເຂົ້າ​ຮ່ວມຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ເປັນ​ທາ​ງ​ການ​ໃນ​ປີ​ໜ້າ. ບຸກ​ຄົນ​ແລະ​ນັກ​ວິ​ຊາ​ການໃນ​ວົງ​ການ​ການ​ເມືອງ ແລະ​ການ​ຄ້າ​​ກໍ​ໄດ້​ກ່າວ​ວ່າ: ຫວັງ​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”    ເສີມ​ຂະ​ຫຍາຍ​ບົດ​ບາດ​ຫລ​າຍກວ່າ​ເກົ່າ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ​ສຸ​ຂະ​ພາບ​ເປັນ​ຕົ້ນ.

    ທ່ານ​ປີ​ເຕີ ມີ​ໂຮກ ປະ​ທານ​ກິດ​ຕິ​ມະ​ສັກ​ຂອງສະ​ຖາ​ບັນ​ຮ່ວມ​ສະ​ພາ​ການ​ຄ້າ​ໂລກ ແລະ​ສະ​ພາ​ການ​ຄ້າ​ສ​າ​ກົນ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫລວງ​ຂອງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ທັງ​ໄດ້​ກ່າວ​ວ່າ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້​ເຂົ້າ​​ສູ່​ລວງ​ເລິກ.

    ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19ຍັງ​ສືບ​ຕໍ່​ແຜ່​ລະ​ບາ​ດ​ຢູ່. ໃນ​ເວ​ລາ​ແລກ​ປ່ຽນ​ຄວາມ​ເຫັນ​​ໃນ​ກອງ​ປະ​ຊຸມຜ່ານ​ວິ​ດີ​ໂອ, ທ່ານ​ຫລີ​ຕ້າວ​ຄູຍ  ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ແນວ​ຄິດ ແລະ​ພຶດ​ຕິ​ກຳ​ດ້ານ​ເສດ​ຖະ​ກິດ​ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊີ່ນ​ຮ​ວາ ສ​ປ ຈີນກ່າວ​ວ່າ: ການ​ຮ່ວມ​ກັນ​ສ້າງ  “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”   ສາ​ມາ​ດ​ຊ່ວຍ​ທົ່ວ​ໂລກ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19​ໄດ້ຢ່າງ​ບັງ​ເກີດ​ຜົນ, ບັນ​ດາ​ປະ​ເທດ​ຄວ​ນ​ຍຶດ​ໝັ້ນ​ໂລ​ກາ​ພິ​ວັດ,  ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ,  ຮ່ວມ​ກັນ​ຮັບ​ມື​ກັບ​ບັນ​ຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ໄລ​ຍະ​ພະ​ຍາດ​ໂຄວິດ-19ແຜ່​ລະ​ບາດ, ເຊັ່ນ: ໜີ້​ສິນ​ເພີ່ມ​ຂຶ້ນ, ​ການ​ປັບ​ປຸງຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ທົ່ວ​ໂລກ,  ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ ແລະ​ກາກບອນ​ຕ່ຳ ແລະ​ອື່ນໆ. ສາ​ມັກ​ຄີ​ກັນ​ຊຸກ​ຍູ້​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ໂລກ​ພາຍ​ຫລັງ​ພະ​ຍາດ​ໂຄ​ວິດ-19ສິ້ນ​ສຸດ​ລົງ.

ຄຳ​ເຫັນ

0