吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່​ງ​ສານອ​ວຍ​ພອນ​ເຖິງວັນ​ສ້າງ​ຕັ້ງ​ພາ​ລະ​ກິດກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ຄົ​ບ​ຮອບ 80 ປີ

2021-12-03 19:41:15 cri

    ທ່ານ​ສີ​ຈິ້ນ​ຜິງ​ສົ່​ງ​ສານອ​ວຍ​ພອນ​ເຖິງວັນ​ສ້າງ​ຕັ້ງ​ພາ​ລະ​ກິດກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ຄົ​ບ​ຮອບ 80 ປີ_fororder_微信图片_20211203193950

    ເນື່ອງ​ໃນ​ໂອ​ກາດ​ວັນ​​ສ້າງ​ຕັ້ງ​ພາ​ລະ​ກິດກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນຄົບ​ຮອບ 80 ປີ,  ທ່ານ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ   ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ສານອວຍ​ພອນ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​​ບັນ​ດາສະ​ຫາຍ​​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ທັງ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈເຖິງເພື່ອນ​ມິດ​ສາ​ກົນ​  ທີ່​ໄດ້​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ.

​    ໃນ​ສານອວຍ​ພອນ​ຂອງທ່ານ​ສີ​ຈິ້ນ​ຜິງ​ໄດ້​ລະ​ບຸ​ວ່າ: ຕະ​ຫລອດ​ໄລ​ຍະ​ 80 ປີ​ມາ​ນີ້, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​,  ພາ​ລະ​ກິດ​ກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ໄດ້​ຜັນ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ, ບໍ່​ລືມ​ອຸ​ດົມ​ການ ແລະ​ພາ​ລະ​ໜ້າ​ທີ່​ແຕ່​ຫົວ​ທີ, ​ ເຜີຍ​ແຜ່​ຈຸດ​ຢື​ນ​ຂອງ​ພັກ, ໂຄ​ສະ​ນາ​ການ​ພັດ​ທະ​ນາ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ,   ຕັ້ງ​ໜ້າ​ເລົ່າ​ເລື່ອງ​ລາວ​ກ່ຽວ​ກັບ​ຈີນ​​ໄດ້​ດີ, ເຜີຍ​ແຜ່​ສຽງ​ຂອ​ງ​ຈີນ​​ໄດ້​ດີ.

    ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ເນັ້ນ​ວ່າ: ຫວັງ​ວ່າ​ພວກ​ທ່ານຈະສືບ​ຕໍ່​ບຸກ​ເບີກ ແລະ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ,  ເພີ່​ມ​ທະ​ວີ​ການ​ສ້າງ​ຄວາມ​ສາ​ມາດ​ດ້ານ​ການ​ເຜີຍ​ແຜ່​​ຂ່າວ​ສານ​ສູ່ສາ​ກົນ,  ສ້າ​ຕົນ​ເອງ​ໃຫ້​ເປັນ​ສື່ມວນ​ຊົນ​​ຫລັກແຖ້ວ​ໜ້າແບບ​ໃໝ່ຂ​ອງ​ສາ​ກົນ​​ທີ່​ມີ​ຄວາມ​ສາ​ມາດ​ນຳພາ,   ​ມີຄວາມ​ສາ​ມາດ​ເພື່ອ​ໂຄ​ສະ​ນາ​ເຜີຍ​ແຜ່ ແລະ​​ບົດ​ບາດອິດ​ທິ​ພົນ​ຂອງ​ຈີນ​ຢ່າງ​ເຂັ້ມ​ແຂງ,  ປະ​ກອບ​ສ່ວນ​ອັນ​ໃໝ່​ຫລາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຈີນ​ທີ່​ຈະ​ຟື້ນ​ຟູ​​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ ແລະ​ຊຸກ​ຍູ້​ການ​ສ້າ​ງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0