何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສາ​ກົນ “ເຂົ້າ​ໃຈ​​ປະ​ເທດຈີນ”ປະ​ຈຳ​ປີ 2021 ຜ່ານ​ທາງວີ​ດີ​ໂອ

2021-12-03 11:01:36 CRI

 

ທ່ານ​ສີ​ຈິ້ນ​ຜິງກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສາ​ກົນ “ເຂົ້າ​ໃຈ​​ປະ​ເທດຈີນ”ປະ​ຈຳ​ປີ 2021 ຜ່ານ​ທາງວີ​ດີ​ໂອ_fororder_1128124426_16384419652231n.JPG

ວັນ​ທີ 2 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສາ​ກົນ “ເຂົ້າ​ໃຈ​ປະ​ເທດຈີນ”(ກວາງ​ໂຈ່)ປະ​ຈຳ​ປີ 2021 ຜ່ານ​ທາງວີ​ດີ​ໂອ​ຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວວ່າ, ໃນ​ປະ​ຈຸ​ບັນ, ​ໂລກ​ພວມ​ປະ​ເຊີນ​ກັບການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ຮອບ​ຮ້ອຍ​ປີ​  ແລະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ທົ່ວ​ໂລກ​ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ສະຫຼັບ​ສັບ​ຊ້ອນ​, ໂລກ​ໄດ້​​ກ້າວເຂົ້າ​ສູ່​ໄລ​ຍະ​ທີ່ມີ​ຄວາມ​ວຸ້ນ​ວາຍ ແລະ ມີ​ກາ​ນ​ປ່ຽນ​ແປງ​ໃໝ່. ໃນ​​ສະ​ພາບ​ການ​ແບບ​ນີ້, ພວກ​ເຮົາ​ຍິ່ງ​ມີ​ຄວາມ​ຈຳ​ເປັນ​​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ, ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັນ, ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ໂລກ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ : “ຖ້າ​ຢາກ​ເຂົ້າ​ໃຈ​ປະ​ເທດ​ຈີນ​ໃນ​ປະ​ຈຸ​ບັນ​ນີ້, ຈຳ​ເປັນ​ຕ້ອງ​ເຂົ້າ​ໃຈ​ພັກ​ກອມ​ມູ​ນິດ​ຈີນ”. ປີ​ນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ. ຕະຫຼອດ​ໄລ​ຍະ 100 ປີ​ທີ່​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີນ​ບຸກ​ບືນ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ, ໄດ້​ປ່ຽນ​ແປງ​ອະ​ນາ​ຄົດ ແລະ ຊາ​ຕາ​ກຳ ຂອງ​ປະ​ຊາ​ຊົນ​ຈີນ​ຢ່າງ​ເຖິງ​ຖອງ, ​ທັງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຕໍ່​​ວິ​ວັດ​ທະ​ນາ​ການ​ປະ​ຫວັດ​ສາດ​ຂອງ​ໂລກ. ພັກ​ກອມ​ມູ​ນິດ​ຈີນ​ຈະ​ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນ​ໄວ້​ຢູ່​ຖາ​ນະ​ສູງ​ສຸດ, ຍຶດ​ໝັ້ນ​ຈຸດ​ປະ​ສົງ​ພື້ນ​ຖານ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ປະ​ຕິ​ບັດ​ຕາມ​ແນວ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ​ສົ່ງ​ເສີມ​ການ​ພັດ​ທະ​ນາປະ​ຊາ​ຊົນ​​ຢ່າງ​ຮອບ​ດ້ານ ແລະ ​ສ້າງຄວາມ​ຮັ່ງ​ມີ​ຮ່ວມ​ກັນ​​ໃຫ້​ກັບ​ປະ​ຊາ​ຊົນ​ທັງ​ປວງຢ່າງ​ບໍ່​ຢຸດ​ຢັ້ງ, ຕອບ​ສະ​ໜອງ​ກັບ​ຄວາມ​​ມຸ່ງ​ມາດປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ທີ່​ຢາກ​ມີຊີ​ວິດ​ການ​ເປັນ​ຢູ່​ອັນ​ດີ​ງາມ​ໃຫ້​ໄດ້​ດີກວ່າ​ເກົ່າ. ພັກ​ກອມ​ມູ​ນິດ​ຈີນ​ຈະ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຍຶດ​ໝັ້ນ​​ການເປີດ​ປະ​ຕູ​ສູ່​ພາຍນອກ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ເຊີດ​ຊູ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ ຄື: ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ​ຄວາມຍຸດ​ຕິ​ທຳ, ​ຄວາມເປັນ​ທຳ​, ປະ​ຊາ​ທິ​ປະ​ໄຕ, ແລະ​ເສ​ລີ​ພາບ, ເປັນ​ຜູ້​ສ້າງ​​ສັນ​ຕິ​ພາບ​ຂອງ​ໂລກ, ຜູ້​ປະ​ກອບ​ສ່ວນ​ໃນ​ການ​ພັດ​ທະ​ນາ​ໂລກ, ແລະ​ຜູ້​ປົກ​ປັກ​ຮັກ​ສາ​ລະ​ບຽບ​ການ​ສາ​ກົນ​ຢ່າ​ງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ເພື່ອ​ຄວາມ​ກ້າວ​ໜ້າ​​ດ້ານ​ຄວາມ​ສິ​ວິ​ໄລ​ຂອງມວນ​ມະ​ນຸດ, ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ.

ຄຳ​ເຫັນ

0