何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ອວຍ​ພອນ​ປີ​ໃໝ່ 2022​ຂອງ​ທ່ານ​ສີ​ຈິ້ນ​ຜິງ

2021-12-31 19:41:41 CRI

ບົດ​ອວຍ​ພອນ​ປີ​ໃໝ່ 2022

ໂດຍ: ທ່ານ ສີ​ຈິ້ນ​ຜິງ

ວັນ​ທີ 31 ທັນ​ວາ 2021

ບົດ​ອວຍ​ພອນ​ປີ​ໃໝ່ 2022​ຂອງ​ທ່ານ​ສີ​ຈິ້ນ​ຜິງ_fororder_微信图片_20211231205150

ບັນ​ດາ​ສະ​ຫາຍ ເພື່ອນ​ມິດທີ່​ເຄົ​າລົບ, ທ່ານ​ຍິງ​ແລະ​ທ່ານ​ຊາຍທີ່​ຮັກ​ແພງ

​ສະ​ບາຍ​ດີ ທຸກ​ທ່ານ. ປີ 2022 ໃກ້​ຈະໝູນ​ວຽນ​ມາ​ເຖິງ​ນີ້. ຂ້າ​ພະ​ເຈົ້າ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ​ຂໍ​ສົ່ງ​ພອນ​​ໄຊອັນ​ປະ​ເສີດ​ໃນ​ຍາມ​ປີ​ໃໝ່​ມາ​ຍັງ​ບັນ​ດາ​ທ່ານ.

ເມື່ອ​ຫວນ​ຄືນປີທີ່​ຜ່ານ​ມາ ຖືວ່າ​ເປັນ​ປີ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​​ບໍ່​ທຳ​ມະ​ດາ. ພວກ​ເຮົາ​ໄດ້​​ເປັນ​ສັກ​ຂີ​ພິ​ຍານ​ໃຫ້ກັບຫຼາຍ​ເຫດ​ການ​ເດັ່ນໆ​ ​ທີ່​ມີ​​ຄ​ວາມ​ໝາຍ​ເປັນ​ຫຼັກ​ໝາຍ​ໃນ​ປະ​ຫວັດ​ສາດ​ຂອງ​ພັກ​ ແລະ​ ປະ​ເທດ​ຊາດ. ພວກ​ເຮົາ​ໄດ້​ເຮັດ​ສຳ​ເລັດ​ເປົ້າໝາຍ​​ສູ້​ຊົນ​ຄົບ​ຮອບ 100 ​ປີ ເຫດ​ການ​ທີ​ໜຶ່ງ ແລະ ພວມ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ປີ​ເຫດ​ການ​ທີ 2, ພວກ​ເຮົາ​ໄດ້​​ເລີ່ມ​​ການເດີນ​ທາງ​ຄັ້ງ​ໃ​ໝ່​ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ແລະ​ພວມ​ກ້າວ​ເດີນ​ໄປ​​​ຂ້າງໜ້າ​ບົນ​ເສັ້ນ​ທາງ​​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ​ຢ່າງ​ຂະ​ຫ​ຍັນ​ຫ້າວ​ຫັນ​.

ນັບຈາກ​ຕົ້ນ​ປີ​ມາ​ຮອດ​ທ້າຍ​ປີນີ້, ປະ​ຊາ​ຊົນ​ຈີນ​ທັງ​ຫຼາຍ​ໄດ້​ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ຢູ່​ຕາມ​ໜ້າ​ທີ່​ຕຳ​ແໜ່ງ​ຂອງ​ຕົນ​ຄື: ຢູ່​ຕາມ​ນາ​ສວນ, ຢູ່​ໃນ​​ວິ​ສາ​ຫະ​ກິດ, ຢູ່​ເຂດ​ຊຸມ​ຊົນ, ຢູ່​ໂຮງ​ຮຽນ, ໂຮງ​ໝໍ, ຄ້າຍ​ທະ​ຫານ, ​ສະ​ຖາ​ບັນ​ຄົ້ນ​ຄວ້​າວິ​ທະ​ຍາ​ສາດ​ ແລະ​ອື່ນໆ…ທຸກ​ຄົນ​ໄດ້​ທຸ້ມ​ເຫື່ອ​ເທ​ແຮງ ມີ​ການ​ປະ​ກອບສ່​ວນ ແລະ​​ກໍ​ໄດ້​ຮັບ​ຜົນງານ​ເຊັ່ນ​ກັນ. ໃນ​ການ​ເວ​ລາ​ທີ່​ຜ່ານ​ພົ້ນ​ໄປ​ຢ່າງວ່ອງ​ໄວ, ພວກ​ເຮົາ​ໄດ້​ເຫັນ ແລະ​ໄດ້​​ສຳ​ຜັດເຖິງປະ​ເທດ​ຈີນ ທີ່​​ມີ​ຄວາມ​ມານ​ະ​ອົດ​ທົນ ແລະ​ມີ​ຄວາມ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ. ເຊິ່ງ​ຢູ່​ໃນ​ປະ​ເທດ​ຈີນນີ້ ມີ​ປະ​ຊາ​ຊົນ​ທີ່​ໜ້າ​ເຄົາ​ລົບ​ຮັກ, ມີ​ການ​ພັດ​ທ​ະ​ນາ​​ທີ່​​ວ່ອງ​ໄວ ​ແລະ​ມີ​ພາ​ລະ​ກິດ​ທີ່​ສືບ​ທອດ​ມາ​ແຕ່​ປະ​ຫວັດ​ສາດ.

ວັນ​ທີ 1 ກໍ​ລະ​ກົດ​ ພວກ​ເຮົາ​ໄດ້​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ. ເມື່ອຢືນ​ຢູ່​ເທິງ​ຫໍ​​ໄຊທຽນ​ອ່ານ​​ເມີນ ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງວ່າ, ປະ​ຫວັດ​ສາດ​ທີ່​ຜ່ານ​ມາ​ ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ລະ​ອິດ​ລະ​ອ້ຽວ, ແຕ່​​ພັກ​ກອ​ມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ນັບ​ເປັນ​ຫຼາຍ​ຮ້ອຍ​ລ້ານ​ຄົນ ​ຜ່ານ​ຜ່າ​ຄວາມ​ທຸກຍາ​ກຕ່າງໆນາ​ນາ, ​ເຖິງ​ຈະ​ພົບ​ອຸ​ປະ​ສັກຫຼາຍ​ຢ່າງ​ກໍ​ບໍ່​ທໍ້​ຖອຍ, ເຖິງ​ຈະ​ພົບ​ຄວາມ​ອັນ​ຕະ​ລາຍ​ນັບ​ເປັນ​ໝື່ນ​ຢ່າງ​ກໍ​ບໍ່​ປ່ຽນ​ອຸ​ດົມ​ການ​ແຕ່​ຫົວ​ທີ, ແລ້ວຈຶ່ງ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້ໃນ​ການ​ສ້າງ​ພັກ​ໃຫຍ່​ທີ່​ສະ​ຫງ່າ​ຜ່າ​ເຜີຍ. ເມື່ອບໍ່​ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ, ຈິ່ງ​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ໃນ​ທີ່​ສຸ​ດ. ພ​ວກ​ເຮົາ​ມີ​ແຕ່​ບຸກ​ບືນ​ສູ້​ຊົນຢ່າງ​ຫ້າວ​ຫັນ, ມີ​ແຕ່​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ​ເທົ່າ​ນັ້ນ, ຈິ່ງ​ສາ​ມາດບໍ່​ໃຫ້​ປະ​ຫວັດ​ສາດ​ຜິດ​ຫວັງ, ບໍ່​ໃຫ້​ຍຸກ​ສະ​ໄໝ​ຜິດ​ຫວັງ ແລະ​ບໍ່​ໃຫ້​ປະ​ຊາ​ຊົນ​ຜິດ​ຫວັງ.

ກອງ​ປະ​ຊຸ​ມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ຮັບ​ຮອງ​ເອົາມະ​ຕິ​ຄັ້ງ​ປະ​ຫວັດ​ສາດ​​ຂອງ​ພັກສະ​ບັບທີ​ສາມ​. ຜົນ​ງານ​ທີ່​ໄດ້​ຮັບ​ໃນ​ຮອບ​ຮ້ອຍ​ປີ​​ຜ່ານມາ ເຮັດ​ໃຫ້​ພວກ​ເຮົາ​ຮູ້​ສຶກ​ກະ​ຕຸ້ນ​ໃຈ, ບົດ​ຮຽນ​ທີ່​ໄດ້​ຮັບ​ໃນ​ຮອບ​ຮ້ອຍ​ປີ​ນັ້ນ​​ໄດ້​ກາຍເປັນ​ແຮງ​ບັນ​ດານ​ໃຈ​​ໃຫ້ແກ່​ຄົນ​ທັງ​ຫຼາຍ. ຂ້າ​ພະ​ເຈົ້າ​ເຄີຍ​ກ່າວ​ເຖິງກ​ານ​ໂອ້​ລົມ​ກັນ​ລະ​ຫວ່າງ ປະ​ທານ ​ເໝົາ​ເຈີ​ຕຸ່ງ ​ກັບ ທ່ານ ຮວງ​ຢຽນ​ເພີຍ​ຢູ່​ໃນ​ເຮືອນ​ແບບ​ຖ້ຳ​​ຂອງພູ​ພຽງ​ດິນ​ເຫຼືອງໃນ​ສະ​ໄໝ​ກ່ອນ ໂດຍ​​ກ່າວ​ວ່າ ພວກ​ເຮົາ​ມີ​ແຕ່​ກ້າ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ເທົ່າ​ນັ້ນ ຈຶ່ງ​ຈະ​ສາ​ມາດ​ກຳ​ໄດ້ຄວາມ​ເປັນ​ເຈົ້າ​ການ​ຄັ້ງ​ປະ​ຫວັດ​ສາດ. ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​​ຈີນ​ ບໍ່​ແມ່ນ​ເລື່ອ​ງ​ທີ່​ສາ​ມາດ​​ປາ​ກົດ​ຜົນ​ເປັນ​ຈິງ​ໄດ້​ຢ່າງງ່າຍດາຍ, ແລະ​ກໍ​ບໍ່​ສາ​ມາດ​​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ໃນ​ມື້​ໜຶ່ງ​ຍາມ​ດຽວ. ພວກ​ເຮົາ​ຕ້ອງ​ຄິດ​ເຖິງ​ໄລ​ຍະ​ເວ​ລາ​ອັນ​ຍາວ​ໄກ, ​ມີ​ຄວາມ​ຫ່ວງ​ໃຍ​ເຖິງ​ຄວາມ​ສ່​ຽງ​​ທີ່​ແຝງ​ຊ້ອນ​ຢູ່ໃນ​​ຍາມ​ທີ່​ພວກ​ເຮົາ​ພວມຢູ່​ເຢັນ​ເປັນ​ສຸກ, ​ຕ້ອງຮັກ​ສາ​ຄວາມ​ໝັ້ນ​ໜຽວ​ທາງ​ຍຸດ​ທະ​ສາດ​ ແລະ ​ຄວາມ​ມາ​ນະ​ອົດ​ທົນ​ຕັ້ງ​ເປົ້າ​ໝາຍ​ທີ່​ຍິ່ງ​ໃຫຍ່ ແຕ່​ກໍ​ຄວນ​ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ທີ່​ລະ​ອຽດ.

​ໃນ​ເມື່ອ​ເປັນ​ປະ​ເທດ​ໃຫຍ່ນັ້ນ ກໍ່​​ຕ້ອງ​ມີບັນ​ຫາ​ທີ່​ສຳ​ຄັ​ນ​ຂອງ​​ຕົນ. ຄວາ​ມ​ຫຍຸ້ງ​ຍາກ​ຕ່າງໆ​ທີ່​ສະ​ຫຼັບ​ຊັບ​ຊ້ອນ ເວົ້າ​ເຖິງ​ກົກ​ເຖິງ​ຮາກ​ແລ້ວ ກໍ່​ແມ່ນ​​ຄວາມ​ຫຍຸ້ງ​ຍາກຂອງ​ປະ​ຊາ​ຊົນ​​ທຸກ​ຄົນ. ​ຂ້າ​ພະ​ເຈົ້າ​ໄດ້​ໄປສຳ​ຫຼວດ​​ຢູ່ຫຼາຍ​ບ່ອນ, ໄດ້​ເຫັນ​ ແລະ ໄດ້​ຍິນ​ສະ​ພາບ​ການ​ບໍ່​ໜ້ອຍ, ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຮູ້​ເຖິງ​ຫຼາຍ​ສິ່ງ​ຢ່າງ​ຫຼາຍ. ​ທຸກ​ເທື່ອ​ທີ່ໄປ​ຢາມ​​​ປະ​ຊາ​ຊົນຢູ່​ເຮືອນ, ຂ້າ​ພະ​ເຈົ້າ​ມັກ​ຈະ​ຖາມ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ຂອງ​ເຂົາ​ເຈົ້າ, ຄຳ​ຕອບຂອງ​ພໍ່​ແມ່​​ປະ​ຊາ​ຊົນ ຂ້າ​ພະ​ເຈົ້າ​ໄດ້​ຈື່​ໄວ້​ໃນ​ໃຈ​.

ເລື່ອງ​ທີ່​ປະ​ຊາ​ຊົນ​ຫ່ວງ​ໃຍ​ນັ້ນ ຂ້າ​ພະ​ເຈົ້າ​ຕ້ອງ​ຫ່ວງ​ໃຍ​ເຊັ່ນ​ກັນ; ເລື່ອງ​ທີ່​ປະ​ຊາ​ຊົນ​ມຸ້ງ​ຫວັງ​ນັ້ນ ຂ້າ​ພະ​ເຈົ້າ​ກໍ່​ຕ້ອງ​​ມີ​ການ​ກະ​ທຳ. ຂ້າ​ພະ​ເຈົ້າ​ມາ​ຈາກ​ຊົນ​ນະ​ບົດ​ເຊັ່ນ​ກັນ, ມີ​​ຄວາມ​ຮູ້​ສຶກ​ອັນ​ເລິກ​ເຊິ່ງ​​ເຖິງຄວາມ​ທຸກ​ຍາກ. ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຂອງ​ຫຼາຍ​ເຊັ່ນ​ຄົນ​ຢ່າງ​ຕໍ່​ເນື່ອງ, ​ປະ​ຊາ​ຊົນຜູູ້​ທຸກ​ຍາກ​ໃນ​ເມື່ອ​ກ່ອນ ດຽວນີ້​ໄດ້​ກິນ​ອີ່ມ​ນຸ່ງ​ອຸ່ນ​ແລ້ວ, ​ເຂົາ​ເຈົ້າ​ໄດ້ເຂົ້າ​ໂຮງ​ຮຽນ, ມີ​ເຮືອນ​ຢູ່, ​​ພ້ອມທັງມີ​ປະ​ກັນ​ໄພ​ດ້ານການ​ປິ່ນ​ປົວ​ພະ​ຍາດ. ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານໃຫ້​ສຳ​ເລັດ ແລະ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ ແມ່ນ​ຄຳ​ຕອບ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ປະ​ຊາ​ຊົນ ແລະ​ກໍ່​ເປັນ​ການ​ປະ​ກອບ​ສ່ວນ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ໂລກ. ໃນດ້ານການເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ​ຂຶ້ນກວ່າເກົ່າ, ພວກເຮົາບໍ່ຄວນເພິ່ງພໍໃຈຕໍ່ຜົນງານທີ່ໄດ້ຮັບໃນປັດຈຸບັນ, ພວກເຮົາຍັງຕ້ອງເດີນທາງອີກຍາວໄກ.

ຄວາມໃສສະອາດຂອງແມ່ນ້ຳເຫຼືອງ ເປັນຄວາມປາດຖະໜາຂອງລູກຫຼານປະຊາຊາດຈີນ​ໃນຫຼາຍພັນປີຜ່ານ​ມາ. ໃນຊຸມປີມໍ່ໆມານີ້, ຂ້າພະເຈົ້າໄດ້ເດີນທາງໄປທັງໝົດ 9 ແຂວງ ແລະ ເຂດປົກຄອງຕົນເອງທີ່ຢູ່ຍ່ານເໜືອ, ຍ່ານກາງ ແລະ ຍ່າງໃຕ້ຂອງແມ່ນ້ຳເຫຼືອງ. ບໍ່ວ່າຈະເປັນແມ່ນ້ຳເຫຼືອງ ແລະ ແມ່ນ້ຳຢາງຊີກຽງ ທີ່ຖືວ່າເປັນແມ່ນ້ຳທີ່ຫຼໍ່ລ້ຽງປະຊາຊາດຈີນກໍຕາມ, ຫຼືວ່າ ໜອງຊິ່ງໄຫທີ່ໃສສະອາດ, ແມ່ນ້ຳ​ຢາລູຈັງໂປທີ່ສະຫງ່າງາມ; ບໍ່ວ່າຈະເປັນໂຄງການສົ່ງນ້ຳຈາກພາກໃຕ້ໄປສູ່ພາກເໜືອ ທີ່ ຖືວ່າເປັນໂຄງການທີ່ມີຄວາມ​ໝາຍໃນສະຕະວັດ, ຫຼືວ່າຈະເປັນ “ແຜນທີ່ສີຂຽວ” ຂອງນິຄົມປ່າໄມ້ໄຊຫັນປາ; ບໍ່ວ່າຈະເປັນເຫດການທີ່ຝູງຊ້າງຂອງແຂວງຢູນນານເຄື່ອນ​ຍ້າຍໄປພາກເໜືອ ແລ້ວກັບຄືນສູ່ພາກໃຕ້,ຫຼືວ່າຈະເປັນເຫດການທີ່ເຍືອງຕິເບດເຄື່ອນຍ້າຍໄປບ່ອນ ອື່ນເພື່ອແຜ່ພັນ...ທັງໝົດເຫຼົ່ານີ້ ລ້ວນແຕ່ສະທ້ອນໃຫ້້ເຫັນວ່າ, ຖ້າມະນຸດເຮົາບໍ່ທຳລາຍພູຂຽວ, ພູຂຽວຍ່ອມຈະນຳເອົາຜົນ​ປະ​ໂຫຍດມາສູ່ຄົນເຮົາຢ່າງແນ່ນອນ.

ໃນປີທີ່ຜ່ານມາ, ຍັງມີສຽງຂອງຈີນ, ເຫດການໃນພິບຕາດຽວຂອງຈີນ ແລະ ເລື່ອງລາວຂອງຈີນທີ່ເຮັດໃຫ້ຄົນລືມຍາກຢ່າງຫຼວງຫຼາຍ. ຄຳປະຕິຍານຕົວຂອງຊາວໜຸ່ມທີ່ວ່າ “ຂໍໃຫ້ພັກໄວ້ວາງໃຈ, ໃນຂະບວນການສ້າງຊາດໃຫ້ເຂັ້ມແຂງນັ້ນຈະມີຂ້ອຍ”, ການບອກເລົ່າດ້ວຍຄວາມດູດດື່ມທີ່ວ່າ “ຄວາມຮັກທີ່ໂປ່ງໃສ ເພື່ອປະເທດຈີນເທົ່ານັ້ນ”; ຍານອະວະກາດ “ຈູ້ຢົງ” ໄປສຳຫຼວດດາວອັງຄານ, ຍານດາວ​ທຽມ “ຊີ່ເຮີ” ໄປສຳຫຼວດດວງອາທິດ ແລະ ສະຖານີອະວະກາດ “ທ່ຽນເຮີ”; ນັກກິລາທັງຫຼາຍບຸກບືນສູ້ຊົນຢ່າງຫ້າວຫັນ;ນັບແຕ່ຂັ້ນເທິງຮອດຂັ້ນລຸ່ມໃນທົ່ວປະ ເທດໄດ້ດຳ​ເນີນ​ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ 19 ຢ່າງເດັດດ່ຽວ ແລະ ແຂງແຮງ; ປະຊາຊົນຜູ້ປະສົບໄພທຳມະຊາດ ໄດ້ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ​ໄດ້ສ້າງບ້ານແປງເມືອງຄືນໃໝ່; ນາຍ ແລະ ພົນທະຫານຂອງກອງທັບປົດປ່ອຍປະຊາຊົນ ແລະ ກອງຕຳຫຼວດປະກອບອາວຸດ ໄດ້ຝຶກຊ້ອມຢ່າງທໍລະຫົດອົດທົນເພື່ອສ້າງກອງທັບ ແລະ ກອງຕຳຫຼວດໃຫ້ເຂັ້ມແຂງແລະປ້ອງກັນປະເທດຊາດ.....ວິລະຊົນທຳມະດານັບບໍ່ ຖ້ວນໄດ້ບຸກບືນສູ້ຊົນ ເຊິ່ງໄດ້ເຕົ້າໂຮມກັນກາຍເປັນພະລັງແຮງຫຼັກແຫຼ່ງແຫ່ງການກ້າວ​ເດີນໄປ​ຂ້າງໜ້າຢ່າງອົງອາດກ້າຫານຂອງຈີນໃນຍຸກໃໝ່.

ຍາມໃດ, ແຜ່ນດິນໃຫຍ່ປະເທດຊາດ ກໍໄດ້ເອົາໃຈໃສ່ຄວາມຈະເລີນຮຸ່ງເຮືອງ ແລະ ສະ​ຖຽນລະພາບຂອງຮົງກົງ ແລະ ມາເກົ໊າ ຕະຫຼອດມາ. ມີພຽງແຕ່ຮ່ວມມື ແລະ ພະຍາຍາມຮ່ວມກັນເທົ່ານັ້ນ, ທິດທາງ “ປະເທດດຽວສອງລະບອບ” ຈຶ່ງ​ຈະໄດ້ຮັບການປະຕິບັດຢ່າງໝັ້ນທ່ຽງ ແລະ ຍາວ​ນານ. ການບັນລຸການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນຢ່າງສົມບູນ ແມ່ນຄວາມປາ​ດຖະໜາຮ່ວມກັນຂອງພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບ. ມີຄວາມປາດຖະໜາຢ່າງຈິງໃຈໃຫ້ລູກຫຼານປະຊາຊາດຈີນທຸກຖ້ວນໜ້າຈົ່ງເກາະ ແຂນກັນກ້າວໄປໜ້າ, ຮ່ວມກັນສ້າງອະນາຄົດອັນສົດໃສສວຍງາມຂອງປະຊາຊາດຈີນ.

ໃນເວລາຂ້າພະເຈົ້າພົບປະກັບຜູ້ນຳຕ່າງປະເທດ ແລະ ຜູ້ຮັບຜິດຊອບຂອງອົງການຈັດຕັ້ງສາກົນຜ່ານທາງໂທລະສັບ ຫຼື ວິດີໂອ, ພວກເພິ່ນໄດ້ຍ້ອງຍໍສັນລະເສີນຫຼາຍເທື່ອຕໍ່ປະເທດຈີນ ທີ່ໄດ້ປະກອບສ່ວນເພື່ອ ຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ເພື່ອການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວໃນທົ່ວໂລກ. ມາຮອດປັດຈຸບັນ, ລວມທັງໝົດແລ້ວ ຈີນໄດ້ສະໜອງວັກຊີນຕ້ານໂຄວິດ 19 ໃນຈຳນວນ 2 ຕື້ຫຼອດໃຫ້ແກ່ 120 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ. ມີແຕ່ບັນດາປະເທດໃນໂລກຮ່ວມກັນຜ່ານຜ່າຟ້າຝົນລົມແດງ, ສາມັກຄີຮ່ວມມືກັນເທົ່ານັ້ນ ຈຶ່ງຈະສາມາດຂຽນໜ້າ​ປະ​ຫວັດ​ສາດໃໝ່ຂອງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໄດ້.

ຍັງອີກໜຶ່ງເດືອນປາຍ​ເທົ່າ​ນັ້ນ, ງານມະຫາກຳກິລາໂອລິມປິກລະດູໜາວ ແລະ ງານມະຫາກຳກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ກໍຈະໄຂຂຶ້ນ. ການທີ່ເຮັດໃຫ້ຄົນຫຼາຍກວ່າເກົ່າເຂົ້າຮ່ວມກິລານ້ຳກ້າມແລະຫິມະ ແມ່ນຄວາມໝາຍຂອງກິລາໂອລິມປິກ. ພວກເຮົາຈະທຳຄວາມພະຍາມ​ຢ່າງສຸດຂີດເພື່ອຈັດງານກິລາໂອລິມປິກທີ່​ໜ້າ​ຊົມຄັ້ງໜຶ່ງ. ໂລກມີຄວາມຫວັງຕໍ່ປະເທດຈີນ, ປະເທດຈີນໄດ້ກຽມພ້ອມແລ້ວ.

ສຽງລະຄັງປີໃໝ່ໃກ້ຈະດັງຂຶ້ນ. ນັກບິນອະວະກາດຂອງປະເທດພວກເຮົາພວມເຮັດວຽກຢູ່​ເທິງອະວະກາດ, ພີ່ນ້ອງຮ່ວມຊາດທີ່ຢູ່ພົ້ນທະເລ ຍັງພວມເຮັດວຽກຢ່າງຫ້າວຫັນຢູ່, ພະນັກງານຂອງສະຖານທູດ, ສະຖານກົງສຸນ ແລະ ວິສາຫະກິດຂອງຈີນປະຈຳຕ່າງປະເທດ ແລະ ນັກສຶກສາຈີນ​ຈຳ​ນວນ​ມະ​ຫາ​ສານທີ່ີຮຽນຢູ່ຕ່າງປະເທດຍັງພວມຍຶດໝັ້ນຢ່າງກ້າຫານຢູ່, ຜູ້ໄລ່​ຕາມ​ຄວາມຝັນນັບບໍ່ຖ້ວນຍັງພວມບຸກບືນສູ້ຊົນຢູ່. ຂ້າພະເຈົ້າຂໍສະແດງຄວາມອວຍພອນປີໃໝ່ດ້ວຍຄວາມຈິງໃຈມາຍັງບັນດາທ່ານ.

ພວກເຮົາຈົ່ງຮ່ວມກັນ​ກ້າວ​ໄປສູ່ອະນາຄົດ! ຂໍອວຍພອນໃຫ້ປະເທດ​ຊາດຈົ່ງມີຄວາມສະຫງົບ ປະຊາຊົນຢູ່ເຢັນເປັນສຸກ!

 

ຄຳ​ເຫັນ

0