ວັນທີ 8 ມັງກອນນີ້, ແຂວງໂອະກິນະວະປະເທດຍີ່ປຸ່ນທີ່ມີຖານທັບອາເມຣິກາຫຼາຍແຫ່ງໄດ້ລາຍງານວ່າມີຜູ້ຕິດເຊື້ອພະຍາດໂຄວິດ-19ທີ່ເພີ່ມໃໝ່ 1759 ກໍລະນີ, ເຊິ່ງໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ເປັນມື້ທີ 3 ລຽນຕິດນັບແຕ່ການເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. ມື້ດຽວກັນ, ຖານທັບອາເມຣິກາປະຈຳແຂວງໂອະກິນະວະໄດ້ລາຍງານມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເພີ່ມໃໝ່ 302 ກໍລະນີ, ໄດ້ສ້າງສະຖິຕິສູງສຸດເຊັ່ນກັນ.
ສື່ມວນຊົນຍີ່ປຸ່ນລາຍງານວ່າ, ຖານທັບອາເມຣິກາເປັນແຫຼ່ງກຳເນີດທີ່ເຮັດໃຫ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ແຂວງໂອະກິນະວະ, ອັດຕາຜູ້ຕິດເຊື້ອພະພະຍາດໂຄວິດ-19 ຢູ່ ຖານທັບອາເມຣິກາປະຈຳແຂວງໂອະກິນະວະຢູ່ໃນລະດັບສູງສຸດຂອງໂລກ.
ວັນທີ 8 ມັງກອນນີ້, ໜັງສືພິມ ເດີຣິວກິວ ຊິມໂປ ແຂວງໂອະກິນະວະປະເທດຍີ່ປຸ່ນລາຍງານຂ່າວວ່າ, ເມື່ອຄິດໄລ່ຕາມຈຳນວນຄົນຢູ່ ຖານທັບອາເມຣິກາປະຈຳແຂວງໂອະກິນະວະ ແລະ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ແລ້ວ, ອັດຕາຜູ້ຕິດເຊື້ອພະຍາໂຄວິດ-19 ຢູ່ໃນອັນດັບສູງສຸດຂອງໂລກ, ເທົ່າກັບວ່າ ໃນອາທິດໜຶ່ງທີ່ຜ່ານມາ, ສະເລ່ຍແລ້ວໃນແຕ່ລະ 1 ແສນຄົນກໍມີ ຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເພີ່ມໃໝ່ 1905,3 ຄົນ.
ຄຳເຫັນ
0