ໜັງສືພິມເດີ ກາດຽນຂອງອັງກິດງລາຍງານວ່າ,ຈຳນວນຜູ້ເສຍຊີວິດຕົວຈິງ ຍ້ອນພະຍາດໂຄວິດ-19ຢູ່ອາເມຮິກາອາດຖືກປະເມີນຕ່ຳ.ທ່ານສະກອດ ເດວິ ເຊີນ ຫົວໜ້າເຈົ້າໜ້າທີ່ບໍລິຫານຂອງບໍລິສັດປະກັນໄພອາເມຮິກາຊີ້ອອກວ່າ, ຜູ້ເສຍຊີວິດຈຳນວນຫຼວງຫຼາຍຢູ່ອາເມຮິກາບໍ່ໄດ້ນັບເຂົ້າໃນຕົວເລກສະຖິຕິສະພາບການແຜ່ລະບາດຂອງພະຍາດໂຄວິດ-19,ເພາະວ່າຜູ້ຕິດເຊື້ອຈຳນວນຫຼວງຫຼາຍ ແມ່ນເສຍຊີວິດພາຍຫຼັງຕິດເຊື້ິອພະຍາດໂຄວິດ-19ຫຼາຍເດືອນ. “ຈຳນວນຜູ້ ເສຍຊີວິດຍ້ອນພະຍາດໂຄວິດ-19ຖືກປະເມີນຕ່ຳຢ່າງຫຼວງຫຼາຍ,ຈຳນວນຜູ້ເສຍຊີວິດຕົວຈິງຍ້ອນພະຍາດໂຄວິດ-19ໄດ້ເຮັດໃຫ້ອາເມຮິກາເສຍຫາຍປະຊາກອນທີ່ຢູ່ໃນເກນອາຍຸເຮັດວຽກນັ້ນເປັນຈຳນວນຫຼວງຫຼາຍ.”
ອີງຕາມຕົວເລກຈາກສູນຄວບຄຸມພະຍາດຂອງອາເມຮິກາ,ນັບແຕ່ເດືອນກຸມພາ ປີ 2020 ເປັນຕົ້ນມາ,ຈຳນວນຜູ້ເສຍຊີວິດເກີນອັດຕາສ່ວນແມ່ນ942.431ຄົນ. ຜົນການຄົ້ນຄວ້າສະແດງໃຫ້ເຫັນວ່າ,ປະຊາກອນເຊື້ອສາຍແອັສປາຍ ເຊື້ອສາຍ ອາຟຣິກາແລະປະຊາກອນດັ້ງເດີມໄດ້ຮັບຜົນກະທົບຈາກອັດຕາການເສຍຊີວິດສູງທີ່ໜັກໜ່ວງກວ່າໝູ່.
ຄຳເຫັນ
0