刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ການ​ກະ​ທຳ​ຂອງບາງ​ປະ​ເທດ​ທີ່​ສະ​ສົມ​ແລະເຮັດ​ໃຫ້​ວັກ​ຊິນ​ເສຍ​ຄຸນ ຄວນ​ຖືກ​ກ່າວ​ປະ​ນາມ​​ວ່າໄຮ້​ຄຸນ​ນະ​ທຳ

2022-01-14 15:01:09 cri

图片默认标题_fororder_微信图片_20220114145802

ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ພາຍ​ໃຕ້​ສະ​ພາບ​ທີ່​ສະ​ພາບ​ພະ​ຍາດ​ໂຄ​ວິດ-19 ແຜ່​ລະ​ບາດ​ຢ່າງ​ຕໍ່​ເນື່ອງ ແລະ​ເຊື້ອ​ພະ​ຍາດ​ກາຍ​ພັນ​ປາກົດ​ອອກ​ມາ​ເລື້ອຍໆ, ການ​ກະ​ທຳ​ຂອງ​ບາງ​ປະ​ເທດ​ທີ່​ສະ​ສົມ​ແລະ​ເຮັດ​ໃຫ້​ວັກ​ຊິນ​ເສຍ​ຄຸນ ຄວນ​ຖືກ​ກ່າວ​ປະ​ນາມ​ວ່າ​ໄຮ້​ຄຸນ​ນະ​ທຳ.

ຂ່າວ​ແຈ້ງວ່າ: ທ່ານ​ເຕ​ໂດຼ​ສ ກ​ຣີ​ປ​ຣິ​ເຢ​ຊຸດ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລ​ກກ່າວ​ໃນ​ຫວ່າງມໍ່ໆ​ນີ້​ວ່າ: ມີຫຼາຍກວ່າ 90 ປະ​ເທດ​ຍັງ​ບໍ່​ທັນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ສັກ​ວັກ​ຊິນ​ໃຫ້​ແກ່​ປະ​ຊາ​ກອນ​ໃຫ້​ໄດ້ 40%. ທ່ານ​ແຈມ​ສ ໂກດອນ ບ​​ຣາວ ທູດ​ລະ​ດົມ​ທຶນ​ເພື່ອ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ​ປະ​ເທດ​ຕາ​ເວັນ​ຕົກ​ມີ​ວັກ​ຊິນ​ທີ່​ເຫຼືອ​​ເຟື່ອ ແຕ່​ສະ​ສົມ​ໄວ້ໃນ​ປະ​ເທດ​ຕົນ, ແຕ່​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ຂາດ​ແຄນ​ວັກ​ຊິນຫຼາຍ, ການ​ສະ​ສົມ​ວັກ​ຊິນ​ຄວນ​ຖືກ​ກ່າວ​ປະ​ນາມ​​ວ່າ​​ໄຮ້ຄຸນ​ນະ​ທຳ.

ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງວ່າ: ຈີນ​ມີ​ຄວາມ​ເຫັນ​ມາ​ໂດຍ​ຕະຫຼອດ​ວ່າ: ການ​ຕ້ານ​ພະ​ຍາດ​ໂຄວິດ-19 ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ຂອງ​ປະ​ເທດ​ຕ່າງໆ, ທຸກ​ຄົນ​ກໍ​ມີ​​ສິດ​ທີ່​ຈະ​ມີ​ຊີ​ວິດ​ຢູ່​ແລະ​ມີ​ສິດ​ດ້ານ​ສຸ​ຂະ​ພາບ, ການ​ຊ່ວຍ​ເຫຼືອ​ວັກ​ຊິນ​ໃຫ້​ກັບ​ໂລກ ໂດຍ​ສະ​ເພາະ​ປະ​ເທດ​ພວມ​ພັດ​ທະ​ນາ ແລະຕັ້ງ​ໜ້າ​ຊຸກ​ຍູ້​​ການ​ສະ​ໜອງ​ວັກ​ຊິນ​ໃຫ້​ກັບ​ທົ່ວ​ໂລກ​ຢ່າງ​ຍຸ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ ບໍ່​ແມ່ນການຊ່ວຍ​ເຫຼືອ​ແບບ​ໃຫ້​ຄົນ​ຂໍ​ທານ, ແຕ່​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໜຶ່ງ​ຂອງ​ພວກ​ເຮົາ.

ຄຳ​ເຫັນ

0