蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ຫວາງຢີ້​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂອ​ມານ

2022-01-15 12:59:02 CRI

​ທ່ານ​ຫວາງຢີ້​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂອ​ມານ_fororder_wangyi

     ວັນ​ທີ 14 ມັງ​ກອນນີ້, ທ່ານ​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໄຊ​ອິດ ບາ​ເດີ ຮາ​ມັດ ອານ ບູ​ໄຊ​ດີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂອ​ມານ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ເມືອງ​ອູ​ຊີ່ ແຂວງ​ຈ່ຽງ​ຊູ່​ຈີນ.

​ທ່ານ​ຫວາງຢີ້​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂອ​ມານ_fororder_wangyi2

     ທ່ານ​ຫວາງຢີ້​ກ່າວ​ວ່າ: ຈີນ​ແລະ​ໂອ​ມານ​ລ້ວນ​ແຕ່​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ແລະ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ເປັນ​ຕະ​ຫຼາດຈະ​ເລີນ​ໃໝ່, ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຄ້າຍ​ກັນ, ສອງ​ຝ່າຍ​ຄວນ​ລົງ​ເລິ​ກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ໂອ​ມານ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ. ຈີນ​ສະ​ໜັບ​ສະ​ໜູນ​ໂອ​ມານ​ປະ​ຕິ​ບັດ“​ວິ​ໄສ​ທັດ 2040” ແລະ​ເລັ່ງ​ລັດ​ການ​ຫັນ​ເສດ​ຖະ​ກິດ​ໃຫ້​ເປັນແບບ​ຫຼາຍ​ເຄົ້າ, ຈີນ​ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ໂຄງ​ການກໍ່​ສ້າງ​ທີ່​ສຳ​ຄັນ​ຂອງ​ໂອ​ມານ.

​ທ່ານ​ຫວາງຢີ້​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂອ​ມານ_fororder_wangyi3

     ທ່ານ​ໄຊ​ອິດ ບາ​ເດີ​ກ່າວ​ວ່າ: ໂອ​ມານ​ເດັດ​ດ່ຽວ​ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ຈີນ​ດຽວ, ສະ​ໜັບ​ສະ​ໜູນ​ປະ​ເທດ​ຈີນ​ປົກ​ປັກ​ຮັກ​ສາ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຕົນ. ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ຄັດ​ຄ້ານ​ການ​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ, ສະ​ໜັບ​ສະ​ໜູນ​ປະ​ເທດ​ຈີນເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ.

​ທ່ານ​ຫວາງຢີ້​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ໂອ​ມານ_fororder_wangyi4

ຄຳ​ເຫັນ

0