何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າ​ນ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ 2022 ຜ່ານ​ທາງວີ​ດີ​ໂອພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ

2022-01-17 20:20:33 CRI

ທ່າ​ນ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ 2022ຜ່ານ​ທາງວີ​ອີ​ໂອ​ທັງ​ກ່າວ​ຄຳ​ປາ​ໄສ_fororder_1128271629_16424164945131n

 

 

ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເວ​ທີ​ປຶ​ກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ປີ 2022 ຜ່ານ​ທາງວີດີ​ໂອຢູ່​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ຮັກ​ສາ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ຢ່າງ​ກ້າ​ຫານ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ດີ​ງາມໃນ​ຍຸກຫຼັງ​​ຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປະ​ຈຸ​ບັນ​ນີ້ ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປງ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ. ການ​ປ່ຽນ​ແປງ​ຮອບ​ນີ້​ບໍ່​ໄດ້​ຈຳ​ກັດ​ຢູ່​ໃນ​ໄລ​ຍະ​ໜຶ່ງ ຫຼື ເຫດ​ການ​ໜຶ່ງ, ປະ​ເທດ​ໜຶ່ງ ຫຼື ເຂດ​ແຄວ້ນ​ໜຶ່ງ​ເທົ່າ​ນັ້ນ, ແຕ່​ແມ່ນ​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ​ທີ່​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ. ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ ແລະ ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ​ໄດ້​ສະຫຼັບ​ສັບ​ຊ້ອນ​ກັນ, ໂລກ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ເກີດ​ມີ​ການ​ປ່ຽນ​ແປງ ແລະ ຄວາມ​ວຸ້ນ​ວາຍ​ຮອບ​ໃໝ່. ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໄດ້? ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດສ້າງ​ໂລກ​ພາຍຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໃຫ້​ໄດ້? ນີ້​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ​ສົນ​ໃຈ​ຮ່ວມ​ກັນ, ກໍ​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ທີ່​ພວກ​ເຮົາ​ຕ້ອງ​ຄົ້ນ​ຄວ້າ​ແລະ​ແກ້​ໄຂ​ໃຫ້​ໄດ້​ໂດຍ​ດ່ວນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ເມື່ອ​ສັງ​ເກດ​ເບິ່ງ​ປະ​ຫວັດ​ສາດ​ແລ້ວ​ເຫັນ​ວ່າ, ມະ​ນຸດ​ໄດ້​ພັດ​ທະ​ນາ​ເຕີບ​ໃຫຍ່​ຂຶ້ນ​ພາຍຫຼັງ​ເອົາ​ຊະ​ນະ​ການກວດ​ສອບ​ທຸກ​ຄັ້ງ ແລະ ຜ່າ​ນ​ຜ່າ​ວິ​ກິດ​ການ​ທຸກ​ຄັ້ງ. ພວກ​ເຮົາ​ຕ້ອງ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ​ທ່າມ​ກາງ​ຂະ​ບວນ​ວິ​ວັດ​ຂອງ​ປະ​ຫວັດ​ສາດ, ແລະ​ພັດ​ທະ​ນາ​ຢູ່​ທ່າມ​ກາງ​ກະ​ແສ​ຟອງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ. ຕ້ອງ​​ຮູ້​ວິ​ທີ​ຄົ້ນ​ຄິດ​ໃນ​ການ​ສົມ​ທຽບ​ແລະ​ວິ​ເຄາະ​ປະ​ຫວັ​ດ​ສາດ​ຮອບ​ວຽນ​ໄລ​ຍະ​ຍາວ, ທັງ​​ຮູ້​ວິ​ທີ​ສັງ​ເກດ​ແລະ​ຮັບ​ຮູ້​ການ​ປ່ຽນ​ແປງ​ຂອງ​ໂລກ​ຈາກ​ລາຍ​ລະ​ອຽດ, ບົ່ມ​ເພາະ​ໂອ​ກາດ​ອັນ​ໃໝ່​ໃນ​ວິ​ກິດ​ການ ແລະ ເປີດ​ສະ​ພາບ​ການ​ໃໝ່​ໃນ​ການ​ປ່ຽນ​ແປງ, ເຕົ້າ​ໂຮມກຳ​ລັງ​ແຮງ​ສັງ​ລວມ​ທີ່​ເຂັ້ມ​ແຂງ​ເພື່ອ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້​າ​ທາຍ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ວາງ​ຂໍ້​ສະ​ເໜີ 4 ຂໍ້, ຄື:

ໜຶ່ງ, ຮ່ວມ​ມືກັນ ເຕົ້າ​ໂຮມກຳ​ລັງ​ແຮງ​ສັງ​ລວມ​ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ສອງ, ແກ້​ໄຂ​ຄວາມ​ສ່ຽງ​ຊະ​ນິດ​ຕ່າງໆ, ຊຸ​ກ​ຍູ້​ເສດ​ຖະ​ກິດ​ໂລກ​ໃຫ້​ຟື້ນ​ຄືນ​ຢ່າງ​ໝັ້ນ​ທ່ຽງ. ສາມ, ແກ້​ໄຂ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ພັດ​ທະ​ນາ, ຟື້ນ​ຟູ​ພາ​ລະ​ກິດ​ການ​ພັດ​ທະ​ນາ​ຂອງ​ໂລກ​ຄືນ​ໃໝ່. ສີ່, ປະ​ຖິ້ມ​ແນວ​ຄິດ​ສົງ​ຄາມ​ເຢັນ, ບັນ​ລຸ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

 

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ເນັ້ນ​ຕື່ມ​ວ່າ, ປີ 2021 ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ. ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ຈີ​ນ​ບຸກ​ບືນ​ສູ້​ຊົນ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ​ເປັນ​ໄລ​ຍະ​ຍາວ​ນານ, ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ສ້າງ​ສັງ​ຄົມ​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ຕາມ​ເວ​ລາ​ກຳ​ນົດ, ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ, ສາ​ມາດ​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ເດັດ​ຖານ​ຄັ້ງ​ປະ​ຫວັດ​ສາດ, ​ປັດ​ຈຸ​ບັນ​ໄດ້​ກ້າວ​ເຂົ້າ​ສູ່​ຂະ​ບວນ​ການ​ໃໝ່​​ແຫ່ງ​ການສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ. ຈີນ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ດ້ວຍ​ຄຸນ​ນະ​ພາບ​ສູງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ແລະ​ຊຸກ​ຍູ້​ການ​ສ້າງ​ສາ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ຄຳ​ເຫັນ

0