秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຊື້ອກາຍພັນໂອມິຄຣອນບໍ່ແມ່ນ “ເຊື້ອພະຍາດໂຄວິດ-19 ສຸດທ້າຍ”

2022-01-20 15:57:00 cri

ພາ​ຍຫຼັງເຊື້ອພະ​ຍາ​ໂຄວິດ-19 ​ກາຍ​ພັນ​ໂອ​ມິ​ຄ​ຣອນ​ໄດ້​ແຜ່​ລະ​ບາດ​ຢ່າງກວ້າງ​ຂວາງ​ຢູ່​ທົ່ວ​ໂລກ​ແລ້ວ, ການ​ຕັດ​ສິນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ເຊື້ອ​​ພະ​ຍາດ​ສາຍ​ພັນ​ນີ້ ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ. ບົດ​ລາຍ​ງານ​ຂອງ​ອາ​ເມ​ຣິ​ກາ​ໄດ້​ພັນ​ລະ​ນາ​ວ່າ​ມັນ​ເປັນ​ເຊື້ອ​ພະ​ຍາດ​ທີ່ “ບໍ່​ສະ​ແດງ​ອາ​ການ” ຫຼື “ມີ​ອາ​ການ​ເບົາ”. ວັນ​ທີ 11 ມັງ​ກອນ​ນີ້, ເວັ​ບ​ໄຊ MedRxiv ທີ່​ເປັນ​ເວັບ​ໄຊ​ເຜີຍ​ແຜ່​ບົດວິ​ທະ​ຍາ​ນິ​ພົນດ້ານ​ແພດ​ສາດ​ຂອງ​ອາ​ເ​ມ​ຣິ​ກາ ໄດ້​ລົງ​ບົດ​ຄວາມ ໂດຍ​​ລະ​ບຸ​ວ່າ: ອັດ​ຕາ​ອາ​ການ​ໜັກ​ຂອງ​ຜູ້​ຕິດ​ເຊື້ອ​ກາຍ​ພັນ​ໂອ​ມິ​ຄ​ຣອນ​ເທົ່າ​ກັບ ​ 1/4 ຂອງ​ອາ​ການ​​​ຜູ້​ຕິດ​ເຊື້ອ​ກາຍ​ພັນເດວ​ຕາ​ເທົ່າ​ນັ້ນ ແລະ​ອັດ​ຕາ​ເສຍ​ຊີ​ວິດ​​ກໍປະ​ມານ 1/10 ຂອງອັດ​ຕາ​ຜູ້​ເສ​ຍ​ຊີ​ວິດ​ຂອງ​ເຊື້ອ​ກາຍ​ພັນ​ເດວ​ຕາ​ເທົ່າ​ນັ້ນ. ວັນ​ທີ 13 ມັງ​ກອນ​ນີ້, ທ່ານ​ນາງງ​ໂຣ​ເຊນ ວ​າ​ເລັນ​ສະ​ກີ, ຫົວ​ໜ້າ​ສູນ​ປ້ອງ​ກັນ ແລະ​ຄວບ​ຄຸມ​ພະ​ຍາດ​ອາ​ເມ​ຣິ​ກາ ​ໄດ້​ເປີດ​ເຜີຍ​ຜົນການ​ຄົ້ນ​ຄວ້າ​ສະ​ບັບຫຼ້າ​ສຸດ ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ເມື່ອ​ທຽບ​ກັບ​ຜູ້​ຕິດ​ເຊື້ອ​ກາຍ​ພັນ​ເດວ​ຕາ, ຄວາມ​ສ່ຽງ​ເສຍ​ຊີ​ວິດ​ຂອງ​ຜູ້​ຕິດ​ເຊື້ອ​ກາຍ​ພັນ​ໂອ​ມິ​ຄ​ຣອນ​ໄດ້ຫຼຸດ​ລົງ 91%.

ຍ້ອນ​ສາ​ເຫດ​ດັ່ງ​ກ່າວ, ຜູ້​ຊ່ຽວ​ຊານ​ດ້ານ​ກ​ານ​ແພດ​ຈຳ​ນວນ​ໜຶ່ງ​ຂອງ​ເອີ​ຣົບ ແລະ​ອາ​ເມ​ຣິ​ກາ ​ຈຶ່ງ​ເກີດ​ມີ​ຄວາມ​ຫວັງ ​ຄື: ເຊື້ອ​ກາຍ​ພັນ​ໂອ​ມິ​ຄ​ຣອນອາດ​ຈະ​ເປັນ“​ເຊື້ອພະ​ຍາດ​ໂຄວິດ-19​ ສຸດ​ທ້າຍ” ເຊິ່ງ​ຈະ​ເຮັດ​ໃຫ້​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ເປັນ​ເຊື້ອ​ທີ່​ເກືອບ​ບໍ່​ມີ​ຜົນ​ຮ້າຍ​ຫຍັງ​ເລີຍ ພ້ອມທັງ​ກ່າວ​ວ່າ: “ໃນ​ປີ 2022, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ສິ້ນ​ສຸ​ດ​ລົງ”. ຍິ່ງ​ໄປ​ກວ່າ​ນັ້ນ, ອາ​ເມ​ຣິ​ກາຍັງ​​ຕັດ​ສິນ​ໃຈ​ຈະ​ຢຸ​ດ​ຕິ​ການ​ເກັບ​ກຳ​ສະ​ຖິ​ຕິ​ຈຳ​ນວ​ນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ແລະ​ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ​ໃນ​ທົ່ວ​ປະ​ເທດອ​າ​ເມ​ຣິ​ກາ ນັບ​ແຕ່​ວັນ​ທີ 2 ກຸມ​ພາ​ປີ​ນີ້​ເປັນ​ຕົ້ນ​ໄປ​.  

ຄວາມ​ຈິງແລ້ວ, ເຊື້ອ​ກາຍ​ພັນ​ໂອ​ມິ​ຄ​ຣອນ​ຈະ​ເປັນ“​ເຊື້ອພະ​ຍາດ​ໂຄວິດ-19​ ສຸດ​ທ້າຍ” ​ແທ້​ບໍ? ຈົນ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຄວາມ​ຈິງ​ດ້ານ​ວິ​ທະ​ຍາ​ສາດ​ທີ່​ໜ້າ​ເຊື່ອ​ຖື​ໄດ້ ​ທີ່ສາ​ມາດ​ເອົາ​ມາ​ເປັນ​ຂໍ້​ຢັ້ງ​ຢືນ​ເພື່ອ​ສະ​ໜັ​ບ​ສະ​ໜູນ​ຄວາມ​ເຫັນ​ແບບ​ນີ້ ກໍ​ເພາະ​ວ່າ:

ກ່ອນ​ອື່ນ, ຜູ້​ຕິດ​ເຊື້ອ​ໂອ​ມີ​ຄ​ຣອນ​ໄດ້​ເກີດ​ມີ​ອາ​ການ​ດັງ​ບໍ່​ຮູ້​ກິ່ນ ແລະ​ປອດ​ມີ​ຈຸດ​ດ່າງ​ດຳ ເຊິ່ງ​ເປັນ​ການ​ຢຶ​ນ​ຢັນ​ແລ້ວ​ວ່າ: ຜົນ​ກະ​ທົບ​ຂອງ​ເຊື້ອ​ໂອ​ມິ​ຄ​ຣອນ​ບໍ່​ໄດ້ຫຼຸດ​ລົງໃຫ້​ຢູ່​ໃນ​ລະ​ດັບ​ທີ່​ສາ​ມາດ​ຖື​ເບົາໄດ້​ ດັ່ງ​ທີ່​ອາ​ເມ​ຣິ​ກາ​ກ່າວ​ອ້າງ.

ສອງ, ​ຕາມ​ຜົນ​ການ​ຄົ້ນ​ຄວ້າ​ຂອງ​ອາ​ເມ​ຣິ​ກາ, ອັດ​ຕາ​ເສຍ​ຊີ​ວິດ​ຂອງ​ຜູ້​ຕິດ​ເຊື້ອ​ໂອ​ມິ​ຄ​ຣອນ​ແມ່ນ​ຕ່ຳ​ກວ່າ​ຜູ້​ຕິດ​ເຊື້ອ​ເດວ​ຕາ, ແຕ່​ນັກ​ຄົ້ນ​ຄວ້າ​ບໍ່​ໄດ້​ພິ​ຈາ​ລະ​ນາ​ເຖິງປັດ​ໄຈ​ການ​ສັກ​ວັກ​ຊີ​ນ​ຂອງ​ຜູ້​ຕິດ​ເຊື້ອ​ໂອ​ມິ​ຄ​ຣອນ. ເຖິ​ງວ່າ​ການ​ສັກ​ວັກ​ຊີນ​ບາງ​ເທື່ອ​ບໍ່​ສາ​ມາດ​ປ້ອງ​ກັນ​ໃຫ້​ຄົນ​ຕິດ​​ເຊື້ອພະ​ຍາດໄດ້​ກໍ​ຕາມ, ແຕ່​​ມັນ​ກໍສາ​ມາດ​ເຮັດ​ໃຫ້​ອັດ​ຕາ​ອາ​ການ​ໜັກ ແລະ​ອັດ​ຕາ​ເສຍ​ຊີ​ວິດຫຼຸດ​ລົງ​ຢ່າງຫຼວງຫຼາຍ. ນອກ​ຈາກ​ນີ້, ເມື່ອ​ທຽບ​ກັບ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ໂຄວິດ-19 ແລ້ວ, ປັດ​ຈຸ​ບັນ​ນີ້, ວົງ​ການ​ການ​ແພດ​ໄດ້​ສະ​ສົມ​ປະ​ສົບ​ການ​ປິ່ນ​ປົວ​ຢ່າງ​ພຽງ​ພໍ ເຊິ່ງ​ສາ​ມາດ​ບົ່ງ​ມະ​ຕິ ແລະ​ປິ່​ນ​ປົວ​​ພະ​ຍາດ​ໄດ້ຢ່າງວ່ອງ​ໄວ, ນີ້​ກໍ​ຄື​ສາ​ເຫດ​ທີ່​ສຳ​ຄັນ​ທີ່​ເຮັດ​ໃຫ້​ຜູ້​ເປັນ​ອາ​ການ​ໜັກ ແລະ​ຜູ້​ເສຍ​ຊີ​ວິດຫຼຸດ​ລົງ.

ສາມ, ການ​ປ່ອຍ​ປະ​ລະ​​ເລີຍໃຫ້​ເຊື້ອ​ໂອ​ມິ​ຄ​ຣອນ​ແຜ່​ລະ​ບາດ ແລະ​ບໍ່​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ ແລະ​ຄວບ​ຄຸມ​ຫຍັງ​ເລີຍ ​ກໍອາດ​ຈະ​ເຮັດ​ໃຫ້​ເກີດ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ກາຍ​ພັນ​ຊະ​ນິດ​ໃໝ່ ​ທີ່ທັງ​ມີ​ຄວາມ​ສາ​ມາດ​ແຜ່​ລະ​ບາ​ດ​ໄດ້​ຢ່າງວ່ອງ​ໄວ​ຄື​ເຊື້ອ​ໂອ​ມິຄ​ຣອນ ທັງ​ມີ​ພິ​ດ​ຮ້າຍ​ແຮງ​ຄື​ເຊື້ອ​ເດວ​ຕາ ກໍ​​ອາດ​ເປັນ​ໄປ​ໄດ້.

ຕາມ​ສະ​ຖິ​ຕິຫຼ້າ​ສຸດ, ອັດ​ຕາ​ເສ​ຍ​ຊີ​ວິດ​ຂອງ​ຜູ້​ຕິດ​ເຊື້​ອ​ພະ​ຍ​າດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ແມ່ນ 0,24%. ຫຼັງ​ຈາກ​ສັກ​ວັກ​ຊີນ​ປ້ອງ​ກັນ​​ເປັນ​ຈຳ​ນວນຫຼວງຫຼາຍແລ້ວ ​ແຕ່ກໍ​ຍັງ​ມີ​ອັດ​ຕາ​ເສຍ​ຊີ​ວິດຫຼວງຫຼາຍ​ຢູ່ ເຊິ່ງ​ສູງກວ່າ​ອັດ​ຕາ​ເສຍ​ຊີ​ວິດ​ຈາກ​ໄຂ້​ຫວັດໃຫຍ່ 2,4 ເທົ່າ. ​ຖ້າ​ວ່າ​ພວກ​ເຮົາ​ຖື​ເບົາ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ໂອ​ມິ​ຄ​ຣອນ, ​ກໍ​ອາດຈະ​ໄດ້​ຮັບ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ທີ່​ສຸດ.

​ການ​ແຜ່​ລະ​ບາດ​ຂອງເຊື້ອ​ພະ​ຍາດ​ໂຄວິດ-19 ​ຈະ​ສິ້​ນ​ສຸດ​ລົງຫຼື​ບໍ ຍັງ​ຕ້ອງ​ມີ​ຂໍ້​ມູນ​ອ້າງ​ອີງ​ດ້ານ​ວິ​ທະ​ຍາ​ສາດ​ທີ່​ພຽງ​ພໍ. ຖ້າ​ວ່າ​ມີຫຼັກ​ຖານ​ທາງ​ວິ​ທະ​ຍາ​ສາດ​ທີ່​ພຽງ​ພໍ​ທີ່​ສາ​ມາດ​ຢືນ​ຢັນ​​ໄດ້ວ່າ: ເຊື້ອ​ພະ​ຍາດ​ໂຄວິ​ດ-19 ທີ່​ມີ​ພິດ​ຮ້າຍ​ແຮງ​ນັ້ນ ໄດ້​ຖືກ​ດັບ​ສູນ​ໄປ​ຈາກ​ໂລກ​ນີ້ແລ້ວ​, ພ້ອມ​ດຽວ​ກັນ​ນັ້ນ, ມວນ​ມະ​ນຸດ​ໄດ້​ມີ​ຢາ​ປິ່ນ​ປົວ​ທີ່​ມີ​​ປະ​ສິດ​ທິຜົນ​ແລ້ວ ແລະ​​ສາ​ມາດສ້າງ​​ພູມ​ຕ້ານ​ທານ​ໄລ​ຍະ​ຍາວ​ໄດ້ແລ້ວ, ພວກ​ເຮົາ​ຈຶ່ງ​ສາ​ມາດ​ເວົ້າ​ໄດ້​​ຢ່າງ​ເຕັມ​ຢາກ​ເຕັມ​ຄຳວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສິ້ນ​ສຸດ​ລົງ​ແລ້ວ.

ທີ່​ຈິງ​ແລ້ວ, ​ການຖື​​ເອົາເຊື້ອ​ໂອ​ມິຄ​ຣອນ​ເປັນ “ເຊື້ອພະ​ຍາດ​ໂຄວິດ-19​ ສຸດ​ທ້າຍ” ເປັນ​ພຽງ​ແຕ່​ຄວາມ​ປາ​ຖະ​ໜາ​ທີ່​ດີ​ງາມເທົ່າ​ນັ້ນ !

ຄຳ​ເຫັນ

0