黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງໂອາ​ກາດ​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ເທດ​ອາ​ຊຽນໄດ້​ຢ່າງກວ້າງ​ຂວາງ

2022-01-24 10:08:59 cri

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງໂອາ​ກາດ​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ເທດ​ອາ​ຊຽນໄດ້​ຢ່າງກວ້າງ​ຂວາງ_fororder_2022-01-24_170437

ຫວ່າງ​ມໍ່ໆ​ມາ​ນີ້, ດ່ານ​ພາ​ສີ​ຄຸນ​ໝີງ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ນັບ​ແຕ່​ທາງ​ລົດ​ໄຟ​ລາວ-​ຈີນ​ໄດ້​ເປີດ​​ນຳ​ໃຊ້​ໃນ​ວັນ​ທີ 3 ທັນ​ວາ​ປີ 2021 ເປັ​ນ​ຕົ້ນ​ມາ, ການ​ຂົນ​ສົ່ງ​ສິ​ນ​ຄ້າ​​ສາ​ກົນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ມາ​ຮອດ​ວັນ​ທີ 17 ມັງ​ກອນ​ນີ້, ດ່ານ​ພາ​ສີ​ຄຸນ​ໝີງ​ໄດ້​ກວດ​ກາ​ ແລະ​ອະ​ນາ​ຍາດ​ໃຫ້ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິ​ນ​ຄ້າ​ສາ​ກົນ​​ແລ່ນຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ນວນ 153 ຖ້ຽວ, ​ມີສິນ​ຄ້າ​ລວມ​ທັງ​ໝົດ 59.500 ໂຕນ, ​ມີມູນ​ຄ່າ 1 ຕື້ຢ​ວນ. ເຄືອ​ຂ່າຍ​ຂົນ​ສົ່ງ​ຂອງ​ທາ​ງ​ລົດ​ໄຟ​ລາວ​-ຈີນ​ໄດ້​ກວມ​ເອົາ 9 ແຂວງ ແລະ 15 ກຳ​ແພງ​ນະ​ຄອນ​ຢູ່​ຈີນ ແລະ 10 ກວ່າ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” .

ຕາມ​ຂ່າວ​ແຈ້ງວ່າ: ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ນັບ​ມື້​ນັບຫຼາຍ​ຂຶ້ນ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ຮັບ​ຜິດ​ຊອບ​ການ​ປະ​ຕິ​ບັດ​ງານ​ຢູ່​ຕາມ​ທາ​ງ​ລົດ​ໄຟ​ລາວ-ຈີນ​ຕອນ​​ຢູ່ປະ​ເທດ​ລາວ ໄດ້ຕົກ​ລົງ​ເປີດ​​ບໍ​ລິ​ການ​ການ​ຂົນ​ສົ່ງ​ສິນ​ຄ້າ​​ຈາກ​ສະ​ຖາ​ນີ​ວັງ​ວຽງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13 ມັງ​ກອນ​​ຜ່ານ​ມານີ້. ມ​າ​ຮອດ​ປັດ​ຈຸ​ບັນ, ​ຢູ່​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ຕອນຢູ່​ປະ​ເທດ​ລາວ​ໄດ້​ເປີດ​ບໍ​ລິ​ການການ​ຂົນ​ສົ່ງ​ສິນ​ຄ້າ​ຈາກ 3 ສະ​ຖາ​ນີ​​ແລ້ວ ຄື: ສະ​ຖາ​ນີ​ວຽງ​ຈັນ​ໃຕ້, ສະ​ຖາ​ນີ​ວັງ​ວຽງ ແລະ ສະ​ຖາ​ນີ​ນາ​ເຕີຍ ເຊິ່ງໄດ້​ຂົນ​ສົ່ງ​ສິນ​ຄ້າ​ທັງ​ໝົດຫຼາຍກວ່າ 7 ໝື່ນ​ໂຕນ.

ພາຍ​ຫຼັງ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ການ​ນຳ​ໃຊ້​ແລ້ວ, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ປະ​ເທດ​ລາວ​ກ້າວ​ເຂົ້າ​ສູ່​​ຍຸກ​ແຫ່ງ​ການ​ຂົນ​ສົ່ງ​ດ້ວຍ​ທາງ​ລົດ​ໄຟເທົ່າ​ນັ້ນ, ຍ້ອນ​ວ່າ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ທາງ​ລົດ​ໄຟ​ຕົ້ນ​ຕໍ​ຂອງ​ທາງ​ລົດ​ໄຟ​ອາ​ຊີ, ສະ​ນັ້ນມັນ​ໄດ້​ສ້າງ​ຊ່ອງ​ທາງ​ໃໝ່​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ຂ້າມ​ຊາດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ສະ​ນັ້ນ, ປະ​ເທດ​ໄທ​ແລະ​ກຳ​ປູ​ເຈຍ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ​ລາວ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​​ຫວັງ​ກ່ຽວ​ກັບຕໍ່​ເລື່ອງ​ນີ້.

ໜັງ​ສື​ພິມ​ບາງກອກ​ພົ​ສ​ລາຍ​ງານ​ໃນ​ວັນ​ທີ 14 ມັງ​ກອນ​ນີ້​ວ່າ: ຄະ​ນະ​ລັດ​ຖະ​ບານ​ໄທ​ໄດ້​ອອກ​​ມີຄຳ​ສັ່ງ​ໃຫ້​ກົມ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ໄທ​ອອກ​ແບບ​ແລະ​ສ້າງ​ຂົວ​ແຫ່ງ​ທີ 2 ​ໜອງ​ຄາຍ-ວຽງ​ຈັນໂດຍ​ໄວ, ເພື່ອ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ລາວ-ຈີນ.

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ອະ​ລົງ​ກອນ ພົນ​​ລະບຸດ ທີ່​ປຶກ​ສາ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ເສດ​ແລະ​ສະ​ຫະກອນ​ໄທ​​ໄດ້ເປີດ​ເຜີຍ​ວ່າ: ລົດ​ໄຟ​ຂະ​ບວນ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍ​ເຂົ້າ​ສານ​​ຂອງໄທຈະ​ອອກ​ເດີນ​ທາງ​ຈາກ​ສະ​ຖາ​ນີ​ລົດ​ໄຟ​ວຽງ​ຈັນ​ໃຕ້​ໃນ​ວັນ​ທີ 26 ມັງ​ກອນ​ນີ້, ແລະ​ຈະ​ສົ່ງ​ໄປ​ເຖິງ​ສະ​ຖາ​ນີ​ລົດ​ໄຟ​ບໍ່​ຫານ​ແຂວງ​ຢຸນ​ນານ​ປະ​ເທດ​ຈີນ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ, ​ຈາກ​ນັ້ນ​ຈະ​ສົ່ງ​ໄປ​ເຖິງ​ນະ​ຄອນ​ຈຸ່ງ​ກິ້ງ​ປະ​ເທດ​ຈີນ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ປະ​ເທດ​ໄທ​ໄດ້​​ຂົນສົ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໄປ​ປະ​ເທດ​ຈີນ​ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ​​ພາຍ​ຫຼັງ​ທາ​ງ​ລົດ​ໄຟ​ລາວ-ຈີນ​ເປີດນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​​ໃນວັນ​ທີ 3 ທັນ​ວາ​ປີ 2021 ເປັນ​ຕົ້ນ​ມາ.

ພາຍ​ຫຼັງ​ທາງ​ລົດ​ໄຟ​ລາວ-ຈີນ​ເປີດ​ການ​ນຳ​ໃຊ້​ແລ້ວ, ຕູ້​ຄອນ​ເທນ​ເນີຫຼາຍ​ຕູ້​ຈາກ​ປະ​ເທດ​ຈີນ​ທີ່​ບັນ​ທຸກເຄື່ອງຕ່າງໆ​ເຊັ່ນ​ແຜ່ນ​ແພ, ​ໜັງ​ຜະ​ລິດ​ເກີບ​ແລະ​ອື່ນໆ, ໄດ້​ແລ່ນ​ຜ່ານ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​​ປະ​ເທດລາວ​ຕາມທາງ​ລົດ​ໄຟ​ລາວ-ຈີນ​ແລ້ວ​ສົ່ງ​ເຂົ້າ​ໄປ​ປະ​ເທດ​ໄທ​ແລະ​ກຳ​ປູ​ເຈຍ.

ສະ​ມາ​ຄົມ​ຜະ​ລິດ​ເຄື່ອງ​ນຸ່ງກຳ​ປູ​ເຈຍ​ເຫັນ​ວ່າ: ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງ​ໂອ​ກາດ​ພັດ​ທະ​ນາ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ຂອງ​ຫຼາຍ​ປະ​ເທດ​ທີ່​ລຽບ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ລວມ​ທັງ​ກຳ​ປູ​ເຈຍ, ແລະ​ໄດ້​ເພີ່ມ​ກຳ​ລັງ​​ແຮງ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ກຳ​ປູ​ເຈຍ​ໃຫ້​ເຕີບ​ໂຕ.

ແຕ່​ວ່າ, ຂ່າວ​ລື​​ຫຼອກ​ລວງຕ່າງໆ​ກ່ຽວ​ກັບ​ປະ​ເທດ​ຈີນ “ພວມ​ກືນ​ເອົາ​ທົ່ວ​ໂລກ” ​ແບບ​ງຽບໆ, ປະ​ເທດ​ລາວ​ໄດ້​ຕົກເຂົ້າ​ສູ່ “ກັບ​ດັກ​ໜີ້​ສິນ” ທີ່​ເປັນ​ຕາ​ຢ້ານ​ເຊິ່ງ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈັກ​ເທື່ອ. ແຕ່​ວ່າ​ຄວາມ​ເວົ້າ​ເຫຼົ່າ​ນັ້ນ​ບໍ່​ແມ່ນ​ຄວາມ​ຈິງ​ແລະ​ບໍ່ໜ້າ​ເຊື່ອ​ຖື, ​ກໍ​ຍ້ອນ​ວ່າ​ຄວາມ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ສ້າງ​ໂອ​ກາດການ​ພັດ​ທະ​ນາ​ໃຫ້​ແກ່​ຫຼາຍ​ປະ​ເທດ. ຖ້າ​ວ່າ​ບາງ​ປະ​ເທດ​ຕາ​ເວັນ​ຕົກ​ຮູ້​ສຶກ​​ອິດ​ສາບໍ່​ໝັ້ນ​ທ່ຽງ, ເຂົາ​ເຈົ້າ​ຄວນ​ສະ​ໜອງ​​ສິ່ງ​ຕ່າງໆ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ເທົ່າ​ກັບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແກ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ຫາກ​ບໍ່​ແມ່ນ​ພຽງ​ແຕ່​ເວົ້າ​ເນັ້ນ​ເວົ້າ​ນີ້​ໃຫ້​ປະ​ເທດ​ອື່ນ​ຊື່ໆ, ແຕ່​ບໍ່​ມີ​ຫຍັງ​ເຫັນ​ເປັນ​ດົນ​ເປັນ​ໂຕ.

ກໍ​ຄື​ກັບ​ບົດ​ຄວາມ​ທີ່​ເວັບ​ໄຊ​ສັງ​ເກດ​ການ​ຕາ​ເວັນ​ອອກ​ໃໝ່​ຂອງ​ຣັດ​ເຊຍໄດ້​ເປີດ​ເຜີຍ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ທີ່​ພາດ​ຫົວ​ຂໍ້​ວ່າ: “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ: ສັງ​ເກດ​ເຫັນສາ​ເຫດ​​ຂອງ​ຜົນສຳ​ເລັດ​ໃນ​ທົ່ວ​ໂລກ​ໂດຍ​ຖື​ເອົາ​ປະ​ເທດ​ລາວ​ເປັນ​ແບບ​ຢ່າງ” ​ບົດ​ຄວາມ​ໄດ້​ລະ​ບຸ​ວ່າ: ​ທາງ​ລົດ​ໄຟ​ລາວ-ຈີນ​ສາຍ​ນີ້​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຕໍ່ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຍ້ອນ​ວ່າ​ພາຍ​ຫຼັງ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ສ້າງ​ສຳ​ເລັດ​ແລ້ວ​ຍັງ​ສາ​ມາດ​ເຊື່ອມ​ຈອດ​ກັບ​ປະ​ເທດ​ອື່ນໆ​ຢູ່ແຫຼມ​ອິນ​ດູ​ຈີນ​ໄດ້. ປັດ​ຈຸ​ບັນ, ທາງ​ລົດ​ໄຟ​ລາວ-ຈີນ​ພວມ​ກາຍ​ເປັນ “ເຄື່ອງ​ຈັກ​ເລັ່ງ​ຊຸກ​ຍູ້” ​ໃຫ້​ພາກ​ພື້ນ​ເຊື່ອມ​ຈອດ​ກັນ​ແລະ​ເປັນ “ເຄື່ອງ​ຈັກ​ໃໝ່​ອ່ຽມ” ດ້ານ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ​ເຊິ່ງໄດ້​ສ້າງ​ເສັ້ນ​ທາງ​​ການພັດ​ທະ​ນາ​​ໃຫ້​ກັບ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ​ໄດ້​ຢ່າງກວ້າງ​ຂວາງ.

ຄຳ​ເຫັນ

0