覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະຊາຊົນອາເມຣິກາຫຼາຍກວ່າ 10 ລ້ານຄົນບໍ່ສາມາດເຮັດວຽກໄດ້ຍ້ອນໄດ້ຮັບພົບກະທົບຈາກພະຍາດໂຄວິດ-19

2022-01-24 11:56:09 cri

ປະຊາຊົນອາເມຣິກາຫຼາຍກວ່າ 10 ລ້ານຄົນບໍ່ສາມາດເຮັດວຽກໄດ້ຍ້ອນໄດ້ຮັບພົບກະທົບຈາກພະຍາດໂຄວິດ-19_fororder_美国疫情
 

ການແຜ່ລະບາດຂອງພະຍາດໂຄວິດ-19ເຮັດໃຫ້ຕະຫຼາດຂາດແຮງງານຢ່າງຫນັກຫນວ່ງ, ປະຊາຊົນອາເມຣິກາຜູ້ຫນຶ່ງຈົ່ມວ່າຢູ່ໃນຮ້ານຊຸບເປີມາເກັດບໍ່ມີສິນຄ້າວາງຂາຍ. 

ໄປຄຽງຄູ່ກັບຈຳນວນຜູ້ຕິດເຊື້ອໂຄວິດ-19ກາຍພັນໂອມີຄຣອນຢູ່ອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ຕະຫຼາດແຮງງານອາເມຣິກາໄດ້ຮັບຜົນກະທົບຢ່າງໜັກນ່ວງ.

ຕາມຕົວເລກຫຼ້າສຸດທີ່ອົງການສຳຫຼວດປະຊາກອນອາເມຣິກາເປີດເຜີຍໃຫ້ຮູ້ວ່າ: ສະເພາະແຕ່ໄລຍະເວລາພຽງ 13 ວັນນັບແຕ່ທ້າຍປີກາຍຈົນຮອດຕົ້ນປີນີ້, ທົ່ວ ປະເທດອາເມຣິກາມີປະຊາຊົນປະມານ 12 ລ້ານຄົນບໍ່ສາມາດເຮັດວຽກໄດ້ຍ້ອນຖືກຜົນກະທົບໂດຍກົງຈາກການ ແຜ່ລະບາດຂອງພະຍາດໂຄວິດ-19.
 

 ອົງການສຳຫຼວດປະຊາກອນອາເມຣິກາໄດ້ເລີ່ມດຳເນີນການສຳຫຼວດ “ຊີບພະຈອນ”ຄອບຄົວມາມາແຕ່ກາງປີ2020 ຜ່ານມາ,ເພື່ອຊອກຮູ້ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19ທີ່ມີຕໍ່ສ່ວນບຸກຄົນແລະຄອບຄົວຂອງອາເມຣິກາ. ສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 29 ທັນວາປີ2021ຫາວັນທີ 10 ມັງກອນປີ2022ນີ້, ພາຍໃນເວ ລາ 13 ວັນ, ມີປະຊາຊົນອາເມຣິກາລວມທັງໝົດປະມານ 8,8 ລ້ານຄົນບໍ່ສາ ມາດເຮັດວຽກໄດ້ຍ້ອນເປັນພະຍາດໂຄວິດ-19 ຫຼືຶຊ່ວຍເບິ່ງແຍງຄົນເຈັບ. ຕົວເລກ ນີ້ໄດ້ສ້າງສະຖິຕິສູງສຸດນັບແຕ່ເລີ່ມປະຕິບັດໂຄງການສຳຫຼວດດັ່ງກ່າວເປັນຕົ້ນມາ. ໃນຂະນະດຽວກັນ, ຜົນການສຳຫຼວດອີກອັນໜຶ່ງສະແດງໃຫ້ເຫັນວ່າ: ຍັງມີປະ ຊາຊົນອາເມຣິກາອີກ 3,2 ລ້ານຄົນບໍ່ສາມາດເຮັດວຽກໄດ້ຍ້ອນເປັນຫ່ວງວ່າ ຈະຕິດເຊື້ອໂຄວິດ-19ຫຼືຢ້ານແຜ່ເຊື້ອໃຫ້ຜູ້ອື່ນ.

ຄຳ​ເຫັນ

0