覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳນັກງານWHOປະຈຳເອີຣົບຢືນຢັນວ່າ ເອີຣົບພວມເຂົ້າສູ່ໄລຍະໃໝ່ຂອງສະພາບການແຜ່ລະບາດຂອງພະຍາດໂຄວິດ-19

2022-01-25 11:58:04 cri

ສຳນັກງານWHOປະຈຳເອີຣົບຢືນຢັນວ່າ ເອີຣົບພວມເຂົ້າສູ່ໄລຍະໃໝ່ຂອງສະພາບການແຜ່ລະບາດຂອງພະຍາດໂຄວິດ-19_fororder_欧洲办事处
 

ວັນທີ 24 ມັງກອນນີ້, ທ່ານແຮນ ຄລຸກ ຫົວໜ້າສຳນັກງານອົງການອະນາ ໄມໂລກຫຼືWHO ປະຈຳເອີຣົບກ່າວຢືນຢັນວ່າ: ພະຍາດໂຄວິດ-19ໄດ້ແຜ່ລະ ບາດຢ່າງຕໍ່ເນື່ອງມາເປັນເວລາ 2 ປີແລ້ວ, ເອີຣົບພວມກ້າວເຂົ້າສູ່ໄລຍະໃໝ່ ຍ້ອນເຊື້ອພະຍາດກາຍພັນໂອມີຄຼອນມີການແຜ່ລະບາດຢ່າງວ່ອງໄວ. ເຊື້ອ ພະຍາດກາຍພັນໂອມີຄຼອນກຳລັງເຂົ້າມາແທນເຊື້ອພະຍາດກາຍພັນແດວຕາ ຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນ, ນັບຕັ້ງແຕ່ການພົບເຊື້ອພະຍາດກາຍ ພັນໂອມີຄຼອນເປັນຄັ້ງທຳອິດຢູ່ອາຟຣິກາໃຕ້ໄດ້ບໍ່ຮອດ 2 ເດືອນ, ປັດຈຸບັນ, ອັດຕາການຕິດເຊື້ອກາຍພັນຊະນິດນີ້ກໍໄດ້ກວມຍອດຈຳນວນຜູ້ຕິດເຊື້ອ ໂຄວິດ-19ໃນທົ່ວພາກພື້ນເອີຣົບເຖິງ 31,8%ແລ້ວ, ເຊິ່ງກ່ອນໜ້ານີ້ 1 ອາທິດແມ່ນກວມ 15%.
 

   ທ່ານແຮນ ຄລຸກ ກ່າວເນັ້ນວ່າ: ເຖິງວ່າ ອາການຕິດເຊື້ອພະຍາດກາຍ ພັນໂອມີຄຼອນມີອາການເບົາ ເຊິ່ງໄດ້ເຮັດໃຫ້ສັງຄົມມີຄວາມຫວັງວ່າຈະມີ ສະຖຽນລະພາບແລະສາມາດຟື້ນຟູຄືນເປັນປົກກະຕິໄດ້ກໍຕາມ, ແຕ່ວຽກງານ ຕ້ານພະຍາດຍັງບໍ່ທັນສຳເລັດເທື່ອ. ໃນດ້ານການເຂົ້າເຖິງວັກຊີນປ້ອງກັນ ພະຍາດນັ້ນ,ຍັງຄົງມີຄວາມແຕກໂຕນກັນຢ່າງຫຼວງຫຼາຍ, ຖ້າວ່າປີ2021 ເປັນປີຜະລິດວັກຊີນ, ຄັນຊັ້ນ, ປີ2022ກໍຕ້ອງເປັນປີແຫ່ງຄວາມຍຸຕິທຳສຳລັບ ການແບ່ງປັນວັກຊີນ. ຜູ້ຄົນຈຳນວນຫຼາຍທີ່ຕ້ອງການວັກຊີນນັ້ນຍັງບໍ່ທັນໄດ້ ສັກວັກຊີນເທື່ອ.

ຄຳ​ເຫັນ

0