ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫວ່າງມໍ່ໆມານີ້, ການປະດັບປະດາຕົວເມືອງທີ່ປະສົມປະສານລັກສະນະສາກົນແລະລັກສະນະຈີນໄດ້ສຳເລັດແລ້ວຢ່າງຈົບງາມເພື່ອເປັນການສ້າງບັນຍາກາດຟົດຟື້ນມ່ວນຊື່ນໃຫ້ກັບງານກິລາໂອລິມປິກລະດູໜາວປັກກິ່ງແລະບຸນກຸດຈີນທີ່ກຳລັງຈະມາເຖິງ.
ງານກິລາໂອລິມປິກລະດູໜາວປັກກິ່ງຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 4 ກຸມພາປີ 2022. ມື້ນັ້ນກົງກັບມື້ຂຶ້ນ 4 ຄ່ຳເດືອນຈຽງ. ອີງຕາມວາລະການແຂ່ງຂັນ, ງານກິລາໂອລິມປິກລະດູໜາວຈະສິ້ນສຸດລົງໃນວັນທີ 20 ກຸມພາໜ້າ. ຕາມປະເພນີຂອງຈີນ, “ໃນເດືອນຈຽງລ້ວນແຕ່ຍັງແມ່ນໄລຍະຂອງປີໃໝ່” ນີ້ໝາຍຄວາມວ່າ: ໄລຍະທັງໝົດຂອງການຈັດງານກິລາໂອລິມປິກລະດູໜາວປັກກິ່ງຍັງຢູ່ໃນໄລຍະປີໃໝ່ຈີນທັງໝົດ.
ການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຄຳນຶງເຖິງປັດໄຈດ້ານວັດທະນະທຳອັນເປັນມູນເຊື້ອຂອງຈີນ, ການຈັດງານໃຫ້ພໍດີກັບໄລຍະບຸນກຸດຈີນ, ໄດ້ກາຍເປັນເວທີດີທີ່ສຸດທີ່ສະແດງໃຫ້ເຫັນວັດທະນະທຳດັ້ງເດີມຂອງຈີນ. ຈາກສັດນຳໂຊກສຳລັບງານກິລາໂອລິມປິກລະດູໜາວ, ສັນຍາລັກຫຼື LOGO ງານກິລາໂອລິມປິກລະດູໜາວປັກກິ່ງແລະແນວຄວາມຄິດການອອກແບບສະໜາມກິລາຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ຈົນຮອດຫຼຽນການແຂ່ງຂັນ, ການອອກແບບຊຸດແຂ່ງຂັນ, ລ້ວນແຕ່ມີເນື້ອໃນທີ່ພົວພັນເຖິງວັດທະນະທຳຂອງຊົນຊາດຈີນ. ສັດນຳໂຊກ “ປິ່ງຕຸ່ນຕຸ່ນ” ເປັນຮູບຊົງໝີແພນດາ, ສັດນຳໂຊກອີກໂຕໜຶ່ງ “ສວຍຢຸງຢຸງ” ອອກແບບຈາກຮູບຊົງໂຄມໄຟຂອງຈີນ, ນອກນັ້ນຍັງໄດ້ປະສົມປະສານສິລະປະຕັດເຈ້ຍ; ລານສະກີໂດດໂຊກ່າງໄດ້ປະດັບປະດາໄປດ້ວຍຜ້າແພຍາວຂອງນາງຟ້າດີດພິນຢູ່ຫຼັງຢູ່ໃນຮູບແຕ້ມຜາຜະໜັງຕຸ່ນຫວງເຊິ່ງເປັນມໍລະດົກວັດທະນະທຳຂອງໂລກ. ໂຄສົກຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງກ່າວວ່າ: ໃນຖານະເປັນເຈົ້າພາບ, ພວກເຮົາມີຄວາມຫວັງຢ່າງແຮງກ້າວ່າ: ຜູ້ຊົມທົ່ວໂລກຈະໄດ້ສຳພັດກັບຄວາມມີສະເໜ່ຂອງວັດທະນະທຳຈີນໃນເວລາທີ່ເບິ່ງການແຂ່ງຂັນທີ່ໜ້າຊົມ.
ທີ່ຈິງແລ້ວ, ການສະແດງໃຫ້ເຫັນວັດທະນະທຳຈີນບໍ່ພຽງແຕ່ຢູ່ໃນຂໍ້ປີກຍ່ອຍຂອງການອອກແບບແຫ່ງຕ່າງໆຂອງງານກິລາໂອລິມປິກລະດູໜາວເທົ່ານັ້ນ, ນັກກິລາຂອງປະເທດຕ່າງໆທີ່ຈະມາເຂົ້າຮ່ວມການແຂ່ງຂັນຢູ່ປະເທດຈີນກໍຈະໄດ້ສຳພັດກັບວັດທະນະທຳຈີນໂດຍຜ່ານງານກິລາໂອລິມປິກລະດູໜາວປັກກິ່ງ. ໃນລາຍການການແຂ່ງຂັນສະກີທ່າຟຣີສະຕາຍ, ດົນຕີທີ່ມີລັກສະນະຈີນກໍ່ໄດ້ຮັບຄວາມນິຍົມຫຼາຍຈາກບັນດານັກກິລາ.
ງານກິລາໂອລິມປິກແມ່ນງານມະໂຫລານດ້ານກິລາ, ທັງເປັນງານມະໂຫລານດ້ານວັດທະນະທຳ. ການຊຸກຍູ້ວັດທະນະທຳຕ່າງໆໃຫ້ສາມາດແລກປ່ຽນກັນໄດ້ກໍ່ເປັນເປົ້າໝາຍສຳຄັນຂອງປະເທດເຈົ້າພາບມາໂດຍຕະຫຼອດ. ໃນຖານະເປັນປະເທດອາລະຍະທຳທີ່ເກົ່າແກ່, ວັດທະນະທຳຂອງຈີນໄດ້ມີປະຫວັດຍາວນານມາແຕ່ບູຮານນະການ; ໃນຖານະເປັນປະເທດໃຫຍ່ທີ່ພວມພັດທະນາແລະຈະເລີນຮຸ່ງເຮືອງຂຶ້ນ, ຈີນມີຖານະໃນເວທີສາກົນນັບມື້ນຳສຳຄັນກວ່າເກົ່າ. ສ່ວນງານກິລາໂອລິມປິກລະດູໜາວປັກກິ່ງກໍເປັນປ່ອງຢ້ຽມສຳຄັນທີ່ໃຫ້ໂລກໄດ້ເຫັນວັດທະນະທຳທີ່ມີລັກສະນະພິເສດຂອງຈີນແລະພາບພົດຂອງຈີນ. ໃນເວລາຫວນຄືນງານກິລາໂອລິມປິກລະດູຮ້ອນປັກກິ່ງປີ 2008, ວັດທະນະທຳຈີນທີ່ເຕັມໄປດ້ວຍຄວາມມີສະເໜ່ໄດ້ຮັບຄວາມນິຍົມຈາກປະຊາຊົນໃນໂລກຢ່າງຫຼວງຫຼາຍ, ທັງໄດ້ເຮັດໃຫ້ທົ່ວໂລກຮູ້ຈັກປະເທດຈີນທີ່ເປີດປະຕູແລະມີຄວາມໝັ້ນໃຈໂຕເອງ. 14 ປີໃນການຈັດງານກິລາໂອລິມປິກລະດູຮ້ອນໄດ້ຜ່ານພົ້ນໄປຢ່າງໄວວາ, ງານກິລາໂອລິມປິກລະດູໜາວປັກກິ່ງກໍໄດ້ໃຫ້ໂອກາດປະເທດຈີນສະແດງບົດບາດຂອງຕົນອີກຄັ້ງໜຶ່ງ.
ກໍຄືດັ່ງຄວາມເວົ້າຂອງທ່ານສີຈິ້ນຜິງ ປະທານປະເທດຈີນທີ່ວ່າ: “ພວກເຮົາບໍ່ພຽງແຕ່ຈະຈັດກງານກິລາໂອລິມປິກລະດູໜາວໃຫ້ສຳເລັດຜົນເທົ່ານັ້ນ, ຍັງຈະຈັດງານກິລາໂອລິມປິກລະດູໜາວຄັ້ງນີ້ໃຫ້ເປັນງານທີ່ດີເດັ່ນ, ໜ້າຊົມແລະມີລັກສະນະພິເສດ.” ຈາກຄວາມໝາຍດັ່ງກ່າວ, ການຈັດງານກິລາໂອລິມປິກລະດູໜາວປັກກິ່ງໃຫ້ດີ, ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈດ້ານວັດທະນະທຳຂອງປະເທດຈີນ, ໄດ້ເພີ່ມຄວາມໝັ້ນໃຈໃຫ້ກັບປະເທດຈີນທີ່ຈະບັນລຸຄວາມໃຝ່ຝັນໃນການຟື້ນຟູຄວາມຈະເລີນຮຸ່ນເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ, ທັງສະແດງໃຫ້ເຫັນເຖິງພາບພົດອັນດີງາມຂອງປະເທດຈີນທີ່ສະຫວ່າງສະໄຫວ, ເຂັ້ມແຂງຮັ່ງມີແລະເປີດປະຕູສູ່ພາຍນອກໃນຍຸກໃໝ່.
ຄຳເຫັນ
0