ວັນທີ 2 ກຸມພາປີ 2016, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມນິດຈີນ ປະທານປະເທດຈີນໄດ້ແຂ່ງກັບອາກາດທີ່ໜາວຈັດ ໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຢູ່ບ້ານເສີນສ່ານເມືອງຈິງກ່າງສ່ານແຂວງຈ່ຽງຊີ່ຈີນ. ຢູ່ແຫ່ງນີ້ເປັນເຂດພູດອຍທີ່ສູງຊັນ, ເນື້ອທີ່ດິນບໍ່ເໝາະສົມຕໍ່ການປູກຝັງ, ການຄົມມະນາຄົມຂົນສົ່ງບໍ່ສະດວກ, ເຄີຍເປັນບ້ານທຸກຍາກທີ່ມີລັກສະນະຊຳເຮື້ອຢູ່ບໍລິເວນພູຈິງກ່າງສ່ານ.
ບ້ານເສີນສ່ານໃນເມື່ອກ່ອນ(ຮູບເບື້ອງຊ້າຍ)ແລະບ້ານເສີນສ່ານໃນປັດຈຸບັນ(ຮູບເບື້ອງຂວາ)
ປັດຈຸບັນນີ້, ບ້ານພູດອຍທີ່ທຸກຍາກໃນອະດີດໄດ້ກາຍເປັນ “ບ້ານທີ່ສວຍງາມສຳລັບການຜັກຜ່ອນຢ່ອນໃຈຂອງຈີນ”, ເສັ້ນທາງນ້ອຍເຂົ້າບ້ານທີ່ຄົດລ້ຽວຍາວປະມານ 10 ກິໂລແມັດ ໄດ້ກາຍເປັນເສັ້ນທາງຊີມັງກວ້າງ 5 ແມັດປາຍ, ມີລົດບັສນັກທ່ອງທ່ຽວແລ່ນເຂົ້າບ້ານເລື້ອຍໆ, ຈຳນວນນັກທ່ອງທ່ຽວສູງສຸດມີເຖິງ 3 ແສນ 3 ໝື່ນເທື່ອຄົນຕໍ່ປີ; ເຮືອນຢູ່ຂອງຊາວບ້ານກໍໄດ້ຮັບການປັບປຸງດີຂຶ້ນ, ໄດ້ສ້າງເຮືອນພັກໂຮມສະເຕຫຼາຍຫຼັງທີ່ກວ້າງຂວາງ ແລະ ສະອາດ; ຜູ້ທີ່ອາໄສປະຈຳຢູ່ໃນບ້ານກໍໄດ້ເພີ່ມຈາກ 20-30 ຄົນ ຂຶ້ນເປັນເກືອບ 200 ຄົນ, ລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີໄດ້ເພີ່ມຈາກ ບໍ່ຮອດ 3000 ຢວນຂຶ້ນເປັນ 26000 ກວ່າຢວນເມື່ອປີ 2020; ຫຼັງຈາກການປົວແປງແລ້ວ, ສິ່ງແວດລ້ອມພາຍໃນບ້ານໄດ້ດີຂຶ້ນ ກາຍເປັນທິວທັດທີ່ສວຍງາມ, ໄດ້ຮັບການປະກາດເປັນບ້ານຈຸດສຸມໃນການທ່ອງທ່ຽວຊົນນະບົດທົ່ວປະເທດ, ແລະ ແຫຼ່ງທ່ອງທ່ຽວຊົນນະບົດລະດັບ5Aຂອງແຂວງຈ່ຽງຊີ່.
“ຫຼັງຈາກທ່ານເລຂາທິການໃຫຍ່ມາຮອດບ້ານເສີນສ່ານແລ້ວ, ຊີວິດການເປັນຢູ່ຂອງຊາວບ້ານພວກເຮົານັບມື້ນັບດີຂຶ້ນ!” ນີ້ຄືຄວາມຮູ້ສຶກຮ່ວມຂອງຊາວບ້ານທັງຫຼາຍຂອງຢູ່ບ້ານເສີນສ່ານ.
ໃນມື້ທີ 2 ຫຼັງຈາກທ່ານສີຈິ້ນຜິງໄປສຳຫຼວດກວດກາ, ຢູ່ເຮືອນຂອງທ່ານຈ່າງເສີງເຕີ ຊາວບ້ານບ້ານເສີນສ່ານກໍໄດ້ຕ້ອນຮັບນັກທ່ອງທ່ຽວ 2 ຄົນ ທີ່ຢາກກິນເຂົ້າໜົມມີໂກ ເຊິ່ງເປັນເຂົ້າໜົມທີ່ເຮັດດ້ວຍແປ້ງເຂົ້າໜຽວ ແລະ ອາຫານພື້ນບ້ານ. ຕໍ່ມາ, ມີນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນຍ້ອນໄດ້ຮູ້ຊື່ສຽງແລ້ວມາຢາມ, ເມຍຂອງທ່ານຈ່າງເສີງເຕີໄດ້ເປີດຮ້ານອາຫານພື້ນບ້ານ, ໃນມື້ທີ່ມີແຂກຫຼາຍທີ່ສຸດຕ້ອງເຮັດອາຫານ 8-9 ໂຕະ.
ໃນເມື່ອກ່ອນ, ທ່ານຈ່າງເສີງເຕີມັກລ້ຽງແບ້. ຕໍ່ມາທາງບ້ານຕົກລົງພັດທະນາອຸດສາຫະກຳໝາກຄາຍເຫຼືອງ ແລະ ໃບຊາ, ຈຶ່ງຊີ້ນຳໃຫ້ຊາວບ້ານຢຸດຕິການລ້ຽງແບ້ທີ່ມັກກິນເບ້ຍໄມ້ເທື່ອລະກ້າວ. ໃນເບື້ອງຕົ້ນ, ທ່ານຈ່າງເສີງເຕີໄດ້ລ້ຽງແບ້ 30 ກວ່າໂຕ ຈຶ່ງບໍ່ຍອມຢຸດຕິການລ້ຽງແບ້, ແຕ່ຫຼັງຈາກເຫັນວ່າຢູ່ພາຍໃນບ້ານໄດ້ເກີດການປ່ຽນແປງຢ່າງຫຼວງຫຼາຍ, ທຸລະກິດການທ່ອງທ່ຽວຕາມວິຖີຊົນນະບົດນັບມື້ນັບຈະເລີນຂຶ້ນ, ຄູ່ຜົວເມຍ ທ່ານຈ່າງເສີງເຕີກໍໄດ້ເປັນເຈົ້າການສະໜັບສະໜູນຂໍ້ຕົກລົງຂອງທາງບ້ານ, ແລະນຳໜ້າຂາຍແບ້ທັງໝົດທີ່ຕົນລ້ຽງໄວ້.
ນາງເຜີງເຊ້ຍຢິ່ງ ເມຍຂອງທ່ານຈ່ງເສີງເຕີກຳລັງສະແດງໃຫ້ເຫັນຜະລິດຕະພັນກະສິກຳທີ່ຄອບຄົວຕົນຜະລິດນັ້ນຢູ່ຕໍ່ໜ້າຮ້ານອາຫານພື້ນເມືອງຂອງຕົນ
ປັດຈຸບັນນີ້, ການທ່ອງທ່ຽວຕາມວິຖີຊົນນະບົດ ແລະເຮືອນພັກໂຮມສະເຕໄດ້ພັດທະນາຂຶ້ນຢູ່ບ້ານເສີນສ່ານ, ອຸດສາຫະກຳໝາກຄາຍເຫຼືອງ ແລະ ໃບຊາກໍໄດ້ຮັບການພັດທະນານັບມື້ນັບດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນບ້ານເສີນສ່ານກໍນັບມື້ນັບດີຂຶ້ນ. ລາຍຮັບຈາກທຸລະກິດການທ່ອງທ່ຽວຕາມວິຖີຊົນນະບົດ ບວກກັບລາຍຮັບຈາກການຈຳໜ່າຍຜະລິດຕະພັນພື້ນເມືອງ ເຮືອນພັກໂຮມສະເຕ, ຜົນກຳໄລຈາກສະຫະກອນປູກໝາກຄາຍເຫຼືອງ ແລະ ໃບຊາ, ລວມທັງໝົດແລ້ວ ລາຍຮັບໝົດປີໄດ້ເພີ່ມຂຶ້ນຫຼາຍເທົ່າເມື່ອທຽບໃສ່ປີ 2016.
“ໃນມື້ນັ້ນ, ຢູ່ສະໜາມຫຼວງນ້ອຍຂອງບ້ານ, ທ່ານສີຈິ້ນຜິງກ່າວວ່າ, ພັກພວກເຮົາແມ່ນພັກທີ່ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ຈະສືບຕໍ່ອອກແຮງສະໜັບສະໜູນການພັດທະນາເຂດທີ່ໝັ້ນເກົ່າ, ໃຫ້ພີ່ນ້ອງປະຊາຊົນມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ. ຢູ່ບົນເສັ້ນທາງທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ຈະບໍ່ປ່ອຍປະໃຫ້ ຄອບຄົວທຸກຍາກແມ່ນແຕ່ຄອບຄົວດຽວ ແລະ ປະຊາຊົນຜູ້ທຸກຍາກຕົກແຖວແມ່ນແຕ່ຄົນດຽວ.” ເມື່ອຫວນຄືນສະພາບການໃນເວລານັ້ນ, ທ່ານລານເຊີ້ງຮວາ ຊາວບ້ານບ້ານເສີນສ່ານເວົ້າດ້ວຍຄວາມຕື່ນເຕັ້ນໃຈທີ່ສຸດວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມຂອງພະນັກງານບ້ານ ແລະ ປະຊາຊົນຈຳນວນຫຼວງຫຼາຍ, ປັດຈຸບັນນີ້ ຊີວິດການເປັນຢູ່ຂອງປະຊາຊົນບ້ານເສີນສ່ານນັບມື້ນັບດີຂຶ້ນ, ຜູ້ເຖົ້າທັງຫຼາຍມີຄວາມສຸກກວ່າເກົ່າ, ພວກເດັກນ້ອຍກໍໄດ້ເຕີບໃຫຍ່ຂຶ້ນຢ່າງແຂງແຮງ.
ທ່ານລານເຊີ້ງຮວາໄດ້ພານັກຂ່າວເດີນທາງໄປຕາມເສັ້ນທາງການສຳຫຼວດກວດກາວຽກງານຂອງທ່ານສີຈິ້ນຜິງ, ແລະເວົ້າວ່າ: “ທ່ານສີຈິ້ນຜິງມີຄວາມຮັບຮູ້ຫຼາຍທີ່ສຸດຕໍ່ກັບຄວາມເປັນຈິງຢູ່ຊົນນະບົດ ແລະ ຮາກຖານ. ເພິ່ນມີຄວາມເອົາໃຈໃສ່ຢ່າງສຸຂຸມຮອບຄອບຕໍ່ປະຊາຊົນ, ສັງເກດເບິ່ງຢ່າງລະອຽດ ແລະຖາມລະອຽດທີ່ສຸດ. ໃນຖານະເປັນພະນັກງານຂັ້ນຮາກຖານ, ຂ້າພະເຈົ້າມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ, ມີທ່ານສີຈິ້ນຜິງເປັນຜູ້ນຳ, ພະນັກງານຂັ້ນຮາກຖານກໍມີຄວາມໝັ້ນໃຈ, ປະຊາຊົນມີຄວາມສຸກ, ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດກໍມີຄວາມຫວັງ!”
ໃນມື້ນັ້ນ, ທ່ານຫຼີຈົ່ງອູ ຊາວບ້ານບ້ານເສີນສ່ານໄດ້ຮ່ວມກັບທ່ານສີຈິ້ນຜິງຕຳເຂົ້າເພື່ອເຮັດເຂົ້າໜົມສືປ່າ. ຕຶກນ້ອຍ 2 ຊັ້ນຂອງທ່ານໄດ້ປັບປຸງເປັນເຮືອນພັກທີ່ມີ 5 ຫ້ອງ. ຫ້ອງພັກກວ້າງຂວາງ ແລະ ສະອາດ, ໃນປີ 2021 ຍັງໄດ້ປູພື້ນໃໝ່. ກ່ອນປີ 2016, ພື້ນຂອງຕຶກນ້ອຍແຫ່ງນີ້ຍັງເປັນພື້ນດິນ, ເມື່ອມີຝົນຕົກ ຫຼື ຫິມະຕົກແລ້ວ, ຫຼັງຄາຈະຮົ່ວມີນ້ຳຍ້ອຍ, ພື້ນເຮືອນກໍກາຍເປັນດິນຕົມໝົດ. ທ່ານຫຼີຈົ່ງອູເວົ້າດ້ວຍຄວາມຕື່ນເຕັ້ນໃຈວ່າ: “ຊີວິດການເປັນຢູ່ຂອງພວກເຮົານັບມື້ນັບດີຂຶ້ນ. ຫວັງວ່າທ່ານສີຈິ້ນຜິງຈະມາຫຼິ້ນບຸນກຸດຈີນຢູ່ເຮືອນຂອງຂ້ອຍອີກ, ຂ້ອຍຈະເຮັດເຂົ້າໜົມສືປ່າກັບທ່ານອີກຄັ້ງໜຶ່ງ, ແລະເຊີນທ່ານກວດກາເບິ່ງວ່າຢູ່ບ້ານຂອງພວກເຮົາໄດ້ເກີດການປ່ຽນແປງອັນໃຫຍ່ຫຼວງແນວໃດແດ່.”
ນາງເຜີງເຊ້ຍຢິ່ງກຳລັງກວດເບິ່ງສະພາບການເຕີບໃຫຍ່ຂອງຕົ້ນໝາກຄາຍເຫຼືອງໃນສວນໝາກໄມ້ຂອງຕົນ
ນາງເຜີງເຊ້ຍຢີ່ງ ຊາວບ້ານບ້ານເສີນສ່ານກໍເວົ້າດ້ວຍຄວາມຍິ້ມແຍ້ມແຈ່ມໃສວ່າ: “ພັກ ແລະ ລັດຖະບານໃຫ້ການສະໜັບສະໜູນແກ່ພວກເຮົາ, ພວກເຮົາຍິ່ງຕ້ອງມີສະຕິເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.” ປັດຈຸບັນນີ້, ບ້ານເສີນສ່ານມີຄວາມສວຍງາມກວ່າເກົ່າ, ພີ່ນ້ອງປະຊາຊົນຮັ່ງມີຂຶ້ນ, ພວກເຮົາຄິດຮອດຄິດເຖິງທ່ານສີຈິ້ນຜິງຫຼາຍທີ່ສຸດ, ຫວັງວ່າທ່ານຈະມາຢາມພວກເຮົາອີກເທື່ອໜຶ່ງ.
ປັດຈຸບັນນີ້, ປະຊາຊົນບ້ານເສີນສ່ານມັກເວົ້າເລື້ອຍໆວ່າ: “ດື່ມນ້ຳບໍ່ລືມບຸນຄຸນຂອງຜູ້ຂຸດນ້ຳສ້າງ.” ຖ້າບໍ່ມີຄວາມເອົາໃຈໃສ່ຂອງທ່ານສີຈິ້ນຜິງ, ບໍ່ມີນະໂຍບາຍທີ່ດີຂອງພັກ, ກໍບໍ່ອາດມີຊີວິດທີ່ຜາສຸກຄືຊູ່ມື້ນີ້.
ການໄປຢ້ຽມຢາມຂອງທ່ານສີຈິ້ນຜິງ, ໄດ້ນຳເອົາຄວາມໝັ້ນໃຈ ແລະ ຄວາມກ້າຫານມາໃຫ້ແກ່ປະຊາຊົນບ້ານເສີນສ່ານ, ເຂົາເຈົ້າບໍ່ພຽງແຕ່ຂອບອົກຂອບໃຈນຳທ່ານສີຈິ້ນຜິງຢ່າງສຸດໃຈ, ເທົ່ານັ້ນຍັງມີຄວາມຄິດຮອດຄິດເຖິງຕໍ່ທ່ານສີຈິ້ນຜິງຕື່ມອີກ, ຫວັງວ່າທ່ານຈະໄປສຳຜັດກັບການປ່ຽນແປງຂອງຂອງບ້ານເສີນສ່ານ, ແລະ ກວດເບິ່ງຊີວິດທີ່ມີຄວາມສຸກຂອງປະຊາຊົນບ້ານເສີນສ່ານ.
ຄຳເຫັນ
0