何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະປະ​ຕິ​ບັດ​ຕາມ​ຄະ​ຕິ​ໂອ​ລິມ​ປິກ ຊຸກ​ຍູ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຮ່ວມ​ກັນ​ກ້າວ​ໄປ​ສູ່​ອະ​ນາ​ຄົດ

2022-02-03 13:21:38 CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສີ​​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດ​ໝາຍ​ຕອບ​ໄປ​ຍັງ​ທ່ານ​ນາງວິກ​ໂຕ​ເຣຍ ອຸດ​ດາ​ສ ເຈົ້າ​ຄອງ​ນະ​ຄອນ​ຕາ​ໂກ​ມາ ແລະ ທ່ານ​ມູ​ຣີ ເຈົ້າ​ຄອງ​ນະ​ຄອນ​ສະ​ເຕ​ລະ​ຄອນ ລັດ​ວໍ​ຊິງ​ຕັງ​ອາ​ເມ​ຣິ​ກາ, ​ພ້ອມ​ທັງ​ໄດ້​ສົ່ງ​ຄຳ​ຢື້​ຢາມ​ຖາມ​ຂ່າວ​ໃນ​ຍາມ​ມື້​ບຸນ​ໄປ​ຍັງ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ຂອງ​ສອງ​ນະ​ຄອນ​ດັ່ງ​ກ່າວໂດຍ​ກ່າວ​ວ່າ: “ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປັນ​ເລື່ອງ​ທີ່​ໜ້າ​ເບີກ​ບານ​ມ່ວນ​ຊື່ນ​ສຳ​ລັບ​ປະ​ຊາ​ຊົນ​ຈີນ, ກໍ​ເປັນ​ງານ​ມະ​ຫາ​ກຳ​ຄັ້ງໜຶ່ງ​ໃນ​ພາ​ລະ​ກິດ​ໂອ​ລິມ​ປິກ​ສາ​ກົນ. ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຊົນ​ຈີນ ແລະ ປະ​ຊາ​ຄົມ​ໂລກ, ພວກ​ເຮົາ​​ຍ່ອມຈະ​ສາ​ມາດ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄັ້ງ​ໜຶ່ງ​ທີ່​ກະ​ທັດ​ຮັດ ປອດ​ໄພ ແລະ ໜ້າ​ຊົມ​ຢ່າງ​ແນ່ນອນ, ແລະ​ປ​ະ​ຕິ​ບັດ​ຕາມ​ຄະ​ຕິ​ໂອ​ລິມ​ປິກ ​ທີ່​ວ່າ “ໄວ​ກວ່າ​ເກົ່າ ສູງກວ່າ​ເກົ່າ ເຂັ້ມ​ແຂງກວ່າ​ເກົ່າ ແລະ ສາ​ມັກ​ຄີຫຼາຍກວ່າ​ເກົ່າ, ຊຸກ​ຍູ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຮ່ວມ​ກັນ​ກ້າວ​ໄປ​ສູ່​ອະ​ນາ​ຄົດ.”

ຈົດ​ໝາຍ​ດັ່ງ​ກ່າວ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ຕໍ່​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ ກໍ​ຄື ປະ​ຊາ​ຄົມ​ໂລກທີ່​ຈີນ​ສາ​ມາດຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິ​ມ​ປິກ​ຢ່າງ​ສຳ​ເລັດ​ຜົນ, ແລະ​ປະ​ກາດ​ວ່າ ຈີນ​ຈະ​ອອກ​ແຮງ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ກວ່າ​ເກົ່າ​ເຂົ້າ​ໃນ​ພາ​ລະ​ກິດ​ໂອ​ລິມ​ປິກ ແລະ ຊຸກ​ຍູ້​ການ​ສ້າ​ງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ໃນ​ເວ​ລາ​ນີ້, ນັກ​ກິ​ລາ​ຫິ​ມະ ແລະ ນ້ຳ​ກ້ອນ​ທີ່​ດີ​ເດັ່ນ​ຂອງ​ທົ່ວ​ໂລກ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ເຂົາ​ເຈົ້າ​ຈະ​ສະ​ແດງ​ຄວາມ​ສາ​ມາດ​ລະ​ດັບ​ສຸດຍອດ​ຂອງ​ຕົນ​ຢູ່​ສະ​ໜາມ​ກິ​ລາ, ຮ່ວມ​ກັນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຄວາມ​ໃຝ່​ຝັນ ແລະ ກຽດ​ຕິ​ຍົດ, ທັງ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ໃນ​ການ​ແຂ່ງ​ຂັນ ແລະ ການ​ສົນ​ທະ​ນາ​ກັນ, ປະ​ຕິ​ບັດ​​ຕາມຄະ​ຕິ​ໂອ​ລິມ​ປິກ​ທີ່​ວ່າ “ໄວ​ກວ່າ​ເກົ່າ ສູງກວ່າ​ເກົ່າ ເຂັ້ມ​ແຂງກວ່າ​ເກົ່າ ແລະ ສາ​ມັກ​ຄີຫຼາຍກວ່າເກົ່າ”, ແລະ​ຈະ​ເຜີຍ​ແຜ່​ຈິດ​ໃຈ​ແຫ່ງ​ສັ​ນ​ຕິ​ພາບ ມິດ​ຕະ​ພາບ ແລະ​ຄວາມ​ກ້າວ​ໜ້າໄປ​ສູ່​ທຸກ​​ຫົນ​ທຸກ​ແຫ່ງ.

ງານ​ກິ​ລາ​ໂອ​ລິມ​ປິກແມ່ນ​ເວ​ທີ​ທີ່​ມະ​ນຸ​ດ​ສະ​ແຫວງ​ຫາ​ຄວາມ​ໃຝ່​ຝັນ ແລະປະ​ດິດ​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ, ກໍ​ແມ່ນ​ສາຍ​ພານ​ທີ່​ເຊື່ອມ​ສານ​ມິດ​ຕະ​ພາບ ແລະ ຄວາມ​ສາ​ມັກ​ຄີ. ວັນ​ທີ 2 ກຸມ​ພາ​ນີ້, ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ​ງານ​ມະ​ຫາ​ກຳ​ກິ​ລາ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ​​ຄັ້ງ​ນີ້ໄດ້​ຄ່ອຍໆ​ເປີດ​ສາກ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຈະ​ຂຽນ​ໜ້າ​ໃໝ່​ທີ່​ໜ້າ​ຊົມ ໂດດ​ເດັ່ນ ແລະ ສຸດຍອດ​ໃນ​ປະ​ຫວັດ​ສາດ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ, ແລະ​ຈະ​ເຮັດ​ໃຫ້​ຈິດ​ໃຈ​ໂອ​ລິມ​ປິກ​ເປັ່ງ​ລັດ​ສະ​ໝີ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ຊຸກ​ຍູ້​ໃຫ້​ສັງ​ຄົມ​ມະ​ນຸດ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ ແລະ​ມີ​ຄວາມ​ສາ​ມັກ​ຄີ​ເພີ່ມ​ຂຶ້ນ, ຊຸກ​ຍູ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຮ່ວມ​ກັນ​ກ້າວ​ໄປ​ສູ່​ອະ​ນາ​ຄົດ.

 

ຄຳ​ເຫັນ

0