覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງພົບປະກັບທ່ານວະລາດີເມຍປູຕິນປະທານາທິບໍດີຣັດເຊຍ

2022-02-04 20:38:27 cri

ທ່ານສີຈິ້ນຜິງພົບປະກັບທ່ານວະລາດີເມຍປູຕິນ ປະທານາທິບໍດີຣັດເຊຍ_fororder_会见1
 

ຕອນບ່າຍວັນທີ 4 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ຫໍຮັບແຂກເມືອງຕ້ຽວຢູຖາຍທີ່ນະຄອນຫຼວງປັກກິ່ງ. ປະມຸກລັດສອງປະເທດໄດ້ລົງເລິກແລກປ່ຽນຄວາມຄິດເຫັນກັນຢ່າງເຕັມສ່ວນກ່ຽວກັບການພົວພັນຈີນ-ຣັດເຊຍ ແລະບັນຫາສຳຄັນຕ່າງໆທີ່ກ່ຽວຂ້ອງກັບ​ສະ​ຖຽນ​ລະ​ພາບ​ແລະຄວາມໝັ້ນຄົງ​ດ້ານຍຸດທະສາດຂອງສາກົນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ອົບ​ອຸ່ນ​ແລະ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ.
 

ທ່ານສີຈິ້ນຜິງພົບປະກັບທ່ານວະລາດີເມຍປູຕິນ ປະທານາທິບໍດີຣັດເຊຍ_fororder_会见2
 

​    ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ: ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ໂລກ​ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ປ່ຽນ​ແປງ​ທີ່​ມີ​ຄວາມ​ປັ່ນ​ປ່ວນ​ອັນ​ໃໝ່, ສັງ​ຄົມ​ມະ​ນຸດ​ພວມ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ແລະ​ວິ​ກິດ​ການ​ຫຼາຍ​ຢ່າງ. ສອງ​ປະ​ເທດ​ຈີນ-ຣັດ​ເຊຍ​ໄດ້​ຍຶດ​ໝັ້ນ​ອຸ​ດົມ​ການ​ແຕ່​ຫົວ​ທີ, ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ຂະ​ຫຍາຍ​ຕົວ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ສອງ​ຝ່າຍ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ແກນ​ກາງ​ຂອງ​ປະ​ເທດ​ຕົນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ແລະ​ຍຸດ​ທະ​ສາດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ໝັ້ນ​ຄົງ​ກວ່າ​ເກົ່າ, ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ສ້າງ​ສ​ະຖິ​ຕິ​ສູງ​ອີກ​ຄັ້ງ​ໃໝ່​ໃນ​ປະ​ຫວັດ​ສາດ. ສອງ​ຝ່າຍ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​ແລະ​ການ​ສ້າງ​ລະ​ບົບ​ບໍ​ລິ​ຫານ​ໂລກ, ຮ່ວມ​ກັນ​ປະ​ຕິ​ບັດ​ຕາມ​ລັດ​ທິ​ຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ປົກ​ປັກ​ຮັກ​ສາ​ຈິດ​ໃຈ​ປະ​ຊາ​ທິ​ປະ​ໄຕ​ທີ່​ແທ້​ຈິງ, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ກຳ​ລັງ​ຫຼັກ​ແຫຼ່ງ​ໃນ​ການ​ສາ​ມັກ​ຄີ​ກັບ​ປະ​ຊາ​ຄົມ​ໂລກ​ເພື່ອ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະ​ປົກ​ປັກ​ຮັກ​ສາ​ຄວາມຍຸ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​​ຂອງ​ສາ​ກົນ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັນກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ​ວາງ​ແຜນ​ແມ່​ບົດ​ແລະ​ກຳ​ນົດ​ທິດ​ທາງ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ໃນ​ເງື່ອນ​ໄຂ​ປະ​ຫວັດ​ສາດ​ອັນ​ໃໝ່, ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ລະ​ດັບ​ສູງ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ໃຫ້​ຫັນ​ເປັນ​ໝາກ​ຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ແລະ​ສ້າງ​ຄວາມຜາ​ສຸກ​ໃຫ້​ກັບ​ປະ​ຊ​າ​ຊົນ​ສອງ​ປະ​ເທດ.
 

   ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ຕື່ມ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ການ​ເມືອງ​ຂອງ​ການ​ພົ​ວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ໝາກ​ຜົນ​ຫຼາຍກວ່າ​ເກົ່າ. ອົງ​ການ​ຮ່ວ​ມ​ມື​ຊຽງ​ໄຮ​ໄດ້​ຜ່ານ​ຂະ​ບວນ​ການຂະ​ຫຍາຍ​ຕົວ​ທີ່​ບໍ່​ທຳ​ມະ​ດາ​ມາ​ເປັນ​ເວ​ລາ 20 ​ປີ​ແລ້ວ, ເຊິ່ງ​ໄດ້​ກາຍ​ເປັນ​ກຳ​ລັງ​ສ້າງ​ສັນ​ອັນ​ສຳ​ຄັນ​ໃນ​ປະ​ຊາ​ຄົມ​ໂລກ. ສອງ​ຝ່າຍ​ຄວນ​ພິ​ຈາ​ລະ​ນາ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຕົນ​ຈາກ​ດ້ານ​ຍຸດ​ທະ​ສາດ​ແລະ​ວິ​ໄສ​ທັດ​ຍາວ​ໄກ, ກຳ​ແໜ້ນ​ທິດ​ທາງ​ທີ່​ຖືກ​ຕ້ອງ, ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ເທດ​ສະ​ມາ​ຊິກ​ໃຫ້​ດີ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ແລະ​ປະ​ສານ​ງານ​ກັນ, ຊຸກ​ຍູ້​ກົນ​ໄກ​ການ​ຮ່ວມ​ມື​ປະ​ເທດບ​ຣິກ​ສ​ໃຫ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍກວ່າ​ເກົ່າ​ໃນ​ການ​ປົກ​ປັກ​ຮັກ​ສາ​ລັດ​ທິ​ຫຼາຍ​ຝ່າຍ, ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ຊຸກ​ຍູ້​ການ​ຟື້​ນ​ຟູ​ເສດ​ຖະ​ກິດ. ປະ​ກອບ​ສ່ວນ​ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ເຮັດ​ໃຫ້ 5 ປະ​ເທດບ​ຣິກ​ສ​ບັນ​ລຸ​ການ​ພັດ​ທະ​ນາ​ໄປ​ຄຽງ​ຄູ່​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ໂລກ.

  

ທ່ານ​ປູ​ຕິນ​ກ່າວ​ວ່າ: ການ​ແລກ​ປ່ຽນ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ໄດ້​ກາຍ​ເປັນ​ການ​ປະ​ພຶດ​ແລະ​ມູນ​ເຊື້ອ​ທີ່​ດີ​ງາມ​ຂອງ​ປະ​ມຸກ​ລັດ​ສອງ​ປະ​ເທດ​ຣັດ​ເຊຍ-ຈີນ​ໃນ​ການ​ຮັດ​ແໜ້ນສາຍ​ພົວ​ພັນ​ເຊິ່ງ​ກັນ​ແລະ​ກັນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຜ່ານ​ຈາກ​ການ​ກະ​ກຽມ​ຢ່າງ​ມີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ, ປະ​ຊາ​ຊົນ​ຈີນ​ຍ່ອມ​ຈະ​ສາ​ມາດ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ມີ​ລະ​ດັບ​ສູງ​ສຸດ​ໃຫ້​ກັບ​ໂລກ​ໄດ້​ຢ່າງ​ແນ່ນອນ. ການ​ທີ່​ຣັດ​ເຊຍ​ແລະ​ຈີນ​ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ບັນ​ລຸ​ການ​ພັດ​ທະ​ນາ​ຂອງ​ຕົນ, ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ດ້ານ​ຍຸດ​ທະ​ສາດ​ຂອງ​ໂລກ. ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນຮັດ​ແໜ້ນ​ການ​ແລ​ກ​ປ່ຽນ​ແລະ​ປະ​ສານ​ງານ​ດ້ານ​ຍຸ​ດ​ທະ​ສາດ​ຕື່ມ​ອີກ, ເດັດ​ດ່ຽວ​ສະ​ໜັ​ບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຕົນ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ບົດ​ບາດ​ແກນ​ກາງ​ໃນ​ດ້ານ​ການ​ປະ​ສານ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ກົດ​ໝາຍ​ສາ​ກົນ​ແລະ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ຂອງ​ສາ​ກົນ, ຊຸກ​ຍູ້​ການ​ສ້າງ​ລະ​ບຽບ​ສາ​ກົນ​ທີ່ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ເສ​ດ​ຖະ​ກິດ​ການ​ຄ້າ, ພະ​ລັງ​ງານ, ວິ​ທະ​ຍາ​ສາດ​ເຕັກ​ນິກ, ການ​ທະ​ນາ​ຄານ, ຄົມ​ມະ​ນາ​ຄົມ​ແລະ​ອື່ນໆ, ຮ່ວມ​ກັນ​ຈັດ​ກິດ​ຈະ​ກຳ​ປີ​ແລກ​ປ່ຽນ​ກິ​ລາ​ຣັດ​ເຊຍ​-ຈີນ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ.

 

ຄຳ​ເຫັນ

0