覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາຟຣິກກາຕ້ອງຍົກສູງອັດຕາການສັກວັກຊີນເພີ່ມຂຶ້ນຮອດ 6 ເທົ່າຂອງປັດຈຸບັນຈິ່ງຈະສາມາດບັນລຸເປົ້າໝາຍການສັກວັກຊີນໃນກາງປີນີ້ໄດ້

2022-02-04 14:38:04 cri

ອາຟຣິກກາຕ້ອງຍົກສູງອັດຕາການສັກວັກຊີນເພີ່ມຂຶ້ນຮອດ 6 ເທົ່າຂອງປັດຈຸບັນຈິ່ງຈະສາມາດບັນລຸເປົ້າໝາຍການສັກວັກຊີນໃນກາງປີນີ້ໄດ້_fororder_非洲
 

ວັນທີ 3 ກຸມພານີ້, ສຳນັກງານອົງການອະນາໄມໂລກປະຈຳພາກພື້ນ ອາຟຣິກາໄດ້ຈັດກອງປະຊຸມຖະແຫຼງຂ່າວທາງອ໋ອນລາຍຢູ່ນະຄອນຫຼວງບຼາຊາວິນຂອງສາທາລະນະລັດກົງໂກ. ອີງຕາມຂໍ້ມູນຂອງອົງການອະນາໄມໂລກ, ຢູ່ ແຜ່ນດິນໃຫຍ່ອາຟຣິກກາມີ 37 ປະເທດໄດ້ພົບຜູ້ຕິດເຊື້ອພະຍາດໂອມີຄຼອນ ພ້ອມດ້ວຍເຊື້ອພະຍາດກາຍພັນປະເພດ BA.2 ຫຼາຍຊະນິດ. ຂະນະດຽວກັນ, ອັດຕາການສັກວັກຊີນປ້ອງກັນພະຍາດໂຄວິດ-19ຢູ່ປະເທດສ່ວນໃຫຍ່ໃນອາຟຣິກກາຍັງຢູ່ໃນລະດັບຕ່ຳກວ່າ 10%, ເຊິ່ງເຮັດໃຫ້ປະຊາກອນສ່ວນໃຫຍ່ຂອງອາ ຟຣິກກາຕົກຢູ່ໃນຄວາມສ່ຽງສູງຈາກເຊື້ອພະຍາດໂຄວິດ-19ທີ່ກາຍພັນຢ່າງບໍ່ຢຸດຢັ້ງ.
 

 ທ່ານນາງ ມັດຊີດີໂຊ ໂມທີ ຫົວໜ້າສຳນັກງານອົງການອະນາໄມໂລກປະຈຳ ພາກພື້ນອາຟຣິກກາກ່າວວ່າ: ຖ້າວ່າ ປະເທດອາຟຣິກກາຢາກບັນລຸເປົ້າໝາຍ ການສັກວັກຊີນໃຫ້ປະຊາກອນເຖິງ 70% ໃນກາງປີ2022ນີ້, ກໍຕ້ອງຍົກສູງ ອັດຕາການສັກວັກຊີນເພີ່ມຂຶ້ນຮອດ 6 ເທົ່າຂອງປັດຈຸບັນ. ໃນປັດຈຸບັນນີ້, ແຕ່ລະອາທິດ, ບັນດາປະເທດ ອາຟຣິກກາສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນໄດ້ປະມານ 6 ລ້ານຄົນ. ນີ້ເປັນການເຄື່ອນໄຫວສັກວັກຊີນທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດ ສາດຂອງອາຟຣິກກາ. ແຕ່ວ່າ ທ່ານໂມທີກ່າວວ່າ: ແຕ່ລະອາທິດຕ້ອງສັກວັກຊີນ ໃຫ້ປະຊາຊົນ 36 ລ້ານຄົນເທົ່ານັ້ນ ຈິ່ງຈະສາມາດເຮັດໃຫ້ບັນດາປະເທດມີຫວັງ ຈະເອົາຊະນະພະຍາດໂຄວິດ-19 ໄດ້ໃນທີ່ສຸດ.

ຄຳ​ເຫັນ

0