ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເມື່ອເປີດປະຕູງານກິລາໂອລິມປິກລະດູໜາວປັກກິ່ງ, ຄົນທັງຫຼາຍຈະພົບເຫັນຫຼາຍໆຄົນທີ່ຄ້າຍຄືກັນກັບ ນາງ ຫຼີເຊຍ ອາສາສະໝັກທີ່ເຮັດວຽກຢ່າງກະຕືລືລົ້ນ. ທີ່ຈິງແລ້ວ, ໃນປີ 2019, ຕອນທີ່ຫາກໍ່ເປີດຮັບສະໝັກອາສາສະໝັກງານກິລາໂອລິມປິກລະດູໜາວປັກກິ່ງໄດ້ພຽງ 4 ວັນເທົ່ານັ້ນ, ກໍ່ມີຄົນສະໝັກໃຈເຂົ້າຮ່ວມເປັນອາສາສະໝັກຫຼາຍກວ່າ 4 ແສນ 6 ໝື່ນຄົນ. ນີ້ແມ່ນພາບສັງເຂບຂອງການ ກະກຽມ “ຈັດງານກິລາໂອລິມປິກລະດູໜາວປັກກິ່ງແບບເປີດປະຕູສູ່ພາຍນອກ” ຂອງຈີນ, ທັງແມ່ນຄວາມມີສະເໜ່ຂອງ “ຈີນໃນການເປີດປະຕູສູ່ພາຍນອກ” ເຊັ່ນກັນ.
ນັບແຕ່ຈີນໄດ້ຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສຳເລັດໃນປີ 2015 ເປັນຕົ້ນມາ, ຈີນກໍໄດ້ຖອດຖອນບົດຮຽນຜົນສຳເລັດໃນການຈັດງານກິລາໂອລິມປິກປັກກິ່ງ ແລະ ການເປັນເຈົ້າພາບຈັດການແຂ່ງຂັນກິລາຂອງປະເທດອື່ນ, ໄດ້ຈັດຕັ້ງປະຕິບັດຕາມແນວຄິດເປີດປະຕູສູ່ພາຍນອກໃນທົ່ວຂະບວນການກະກຽມການຈັດງານກິລາໂອລິມປິກລະດູໜາວປັກກິ່ງ. ໃນຫຼາຍປີມໍ່ໆມານີ້, ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ຈ້າງຜູ້ຊ່ຽວຊານຕ່າງປະເທດ 37 ທ່ານ ແລະ ນັກວິຊາການຕ່າງປະເທດ 207 ຄົນເຂົ້າຮ່ວມວຽກງານກະກຽມງານກິລາໂອລິມປິກລະດູໜາວປັກກິ່ງ.
ໃນຂະນະດຽວກັນ, ຈີນໄດ້ເປັນເຈົ້າການຮ່ວມມືກັບອົງການຈັດຕັ້ງກິລາສາກົນອື່ນໆໃນການສ້າງສະໜາມກິລາ, ການຜະລິດນ້ຳກ້ອນແລະຫິມະ, ການວາງແຜນກ່ຽວກັບການແຂ່ງຂັນ, ການຝຶກຊ້ອມ, ການເຂົ້າຮ່ວມການແຂ່ງຂັນ ແລະອື່ນໆ ເຊິ່ງໄດ້ຮັບຄວາມຄືບໜ້າແບບບຸກທະລຸຫຼາຍຢ່າງ ແລະ ໄດ້ຊຸກຍູ້ການແລກປ່ຽນດ້ານກິລາລະຫວ່າງຈີນກັບຕ່າງປະເທດ.
ການມຸ່ງໜ້າໄປສູ່ໂລກ, ມຸ່ງໜ້າໄປສູ່ອະນາຄົດ ແລະ ມຸ່ງໜ້າໄປສູ່ຄວາມທັນສະໄໝ, ໄດ້ເຮັດໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງກາຍເປັນເຄື່ອງຊຸກດັນການເປີດປະຕູສູ່ພາຍນອກ ເຊິ່ງນີ້ກໍຄືຄຳໝັ້ນສັນຍາທີ່ເດັດດ່ຽວຂອງຈີນ. ໂດຍອີງຕາມ “ແຜນພັດທະນາກິລາຫິມະແລະນ້ຳກ້ອນຂອງຈີນ(ປີ2016-2025)”, ເມື່ອຮອດປີ 2025, ຂະໜາດອຸດສາຫະກຳກິລາຫິມະແລະນ້ຳກ້ອນຂອງຈີນຈະບັນລຸເຖິງ 1.000 ຕື້ຢວນ. ວິສາຫະກິດທຶນຕ່າງປະເທດຫຼາຍແຫ່ງຕ່າງກໍຈັບໂອກາດການພັດທະນາກິລາຫິມະແລະນ້ຳກ້ອນທີ່ວ່ອງໄວຂອງຈີນໂດຍຖືເອົາງານກິລາໂອລິມປິກລະດູໜາວປັກກິ່ງເປັນໂອກາດ.
ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວ. ພວກເຮົາເຊື່ອໝັ້ນວ່າ: ປະຊາຊົນທົ່ວໂລກທີ່ມາເຕົ້າໂຮມກັນຢູ່ຕາມເວທີເປີດປະຕູສູ່ພາຍນອກແຫ່ງນີ້, ບໍ່ພຽງແຕ່ຈະໄດ້ເບິ່ງການແຂ່ງຂັນທີ່ໂດດເດັ່ນຮ່ວມກັນເທົ່ານັ້ນ, ຍັງສາມາດເຫັນໄດ້ຄວາມຕັດສິນໃຈແລະຄວາມພະຍາຍາມຂອງຈີນທີ່ຊຸກຍູ້ການແລກປ່ຽນດ້ານກິລາ, ການເປີດປະຕູສູ່ພາຍນອກ, ການຮ່ວມມື ແລະການຖອດຖອນແລະຮຽນຮູ້ອາລະຍະທຳລະຫວ່າງກັນໃນໂລກອີກດ້ວຍ.
ຄຳເຫັນ
0