ຕອນຄ່ຳວັນທີ 4 ກຸມພານີ້, ກະຊວງສາທາລະນະສຸກສິງກະໂປໄດ້ອອກຖະແຫຼງການວ່າ, ຜູ້ຕິດເຊື້ອພະຍາດໂຄວິດ-19ທີ່ເພີ່ມໃໝ່ມື້ດຽວຂອງສິງກະໂປ ມີ 13208 ກໍລະນີ, ເຊິ່ງເປັນຄັ້ງທຳອິດທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຫຼາຍກວ່າ 1ໝື່ນກໍລະນີໃນມື້ດຽວເປັນຄັ້ງທຳອິດນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ເປັນຕົ້ນມາ. ນັບມາຮອດປັດຈຸບັນ, ຢູ່ສິງກະໂປມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 379.681 ກໍລະນີ; ມີຜູ້ເສຍຊີວິດທີ່ເພີ່ມໃໝ່ 6 ກໍລະນີ, ມີຜູ້ເສຍຊີວິດລວມທັງໝົດ 866 ກໍລະນີ.
ຄຳເຫັນ
0