何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈື່​ຈຳ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ກິ​ລາ​ໂອ​ລິມ​ປິກ, ຮ່​ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ

2022-02-05 17:04:37 CRI

ຕອນ​ທ່ຽງ​ວັນ​ທີ 5 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ພ້ອ​ມ​ກັບ​ພັນ​ລະ​ຍາ ທ່ານ​ນາງ​ເຜີງ​ລີ້ຢວນ ໄດ້​ຈັດ​ງານ​ລ້ຽງ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ ເພື່ອ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​ສາ​ກົນ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງປີ 2022.

 

ກ່ອ​ນ​ອື່ນ​, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ສຸດ​ໃຈ​ຕໍ່​ບັນ​ດາ​ແຂກ​ຜູ້​ມີກຽດທີ່​ເດີນ​ທາງ​ໄປ​ປະ​ເທດ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ສຸດ​ໃຈ​ຕໍ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ກໍ​ຄື ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທັງຫຼາຍ​ທີ່​ເອົາ​ໃຈ​ໃສ່ ແລະ ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ, ກິ​ລາ​ໂອ​ລິມ​ປິກ​ໄດ້​ບັນ​​ຈຸ​ຄວາມ​ປາ​ຖະ​ໜາ​ທີ່​ດີ​ງາມ​ຂອງມວນ​ມະ​ນຸດ​ທີ່​ມີ​ຕໍ່​ສັນ​ຕິ​ພາບ ຄວາມ​ສາ​ມັກ​ຄີ ແລະ ຄວາມ​ກ້າວ​ໜ້າ. ພວກ​ເຮົາ​​ຄວນ​ຈື່​ຈຳ​ອຸ​ດົມ​ການ​ແຕ່​ຫົວ​ທີ​ຂອງ​ກິ​ລາ​ໂອ​ລິມ​ປິກ, ຮ່​ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ຍຶດ​ໝັ້ນ​ຫຼັກ​ການ​ທີ່​ເຄົາ​ລົບ​ກັນ ແລະ ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ຖາ​ວອນ. ພວກ​ເຮົາ​ຄວນ​ເຊີດ​ຊູ​ສົ່ງ​ເສີມ​ຈິດ​ໃຈ​ກິ​ລາ​ໂອ​ລິມ​ປິກ, ສາ​ມັກ​ຄີ​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ, ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ຮ່ວມ​ກັນ​ສ້າງວົງ​ຄະ​ນາ​ຍາດ​ສາ​ກົນ​ທີ່​ມີ​ຄວາມ​ປອງດອງ​ກັນ​ ແລະ​ຮ່ວມ​ມື​ກັນ. ພວກ​ເຮົາ​ຄວນ​ປະ​ຕິ​ບັດ​ຕາມ​ຈຸດ​ປະ​ສົງ​ຂອງ​ກິ​ລາ​ໂອ​ລິມ​ປິກ, ຊຸກ​ຍູ້​ພາ​ລະ​ກິດ​ກ້າວ​ໜ້າ​ຂອງມວນ​ນຸດ​ຢ່າງ​ຕໍ່​ເນື່ອງ, ຮັກ​ສາ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ ຄື ສັນ​ຕິ​ພາບ ການ​ພັດ​ທະ​ນາ ຍຸ​ຕິ​ທຳ ​ຄວາມເປັນ​ທຳ ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ, ຊຸກ​ຍູ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ທີ່​ແຕກ​ຕ່າງ​ກັນ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

ທ່ານ​ໂທ​ມາ​ສ ບັກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ​ຕ່າງ​ໄດ້​ກ່າວ​ຄຳ​ປາ​ໄສ. ​ທັງ​ສອງ​ທ່ານ​ໄດ້​ຕາງ​ໜ້າ​ແຂກ​ຜູ້​ມີ​ກຽດ​ສາ​ກົນ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ຊົມ​ເຊີຍພິ​ທີ​ເປີດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ພວກ​ທ່ານ​ກ່າວ​ວ່າ, ປະ​ຊາ​ຊົນ​ຈີນ​ມີ​ຊື່​ລື​ນາມ​ທີ່​ມີ​ປະ​ສິດ​ທິ​ພາບ ມີ​ຄວາມ​ຕັດ​ສິນ​ໃຈ ແລະ ມີ​ພະ​ລັງ​ຊີ​ວິດ​ຊີ​ວາ, ບໍ່​ວ່າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄ​ວິດ-19 ຫຼື ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ລ້ວນ​ແຕ່​ໄດ້​ຢັ້ງ​ຢືນ​ເລື່ອງ​ນີ້. ໃນ​ປັດ​ຈຸ​ບັນ​ນີ້, ໂລກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ຍິ່ງ​ຕ້ອງ​ການ​ສາ​ມັກ​ຄີ ແລະ ຮ່ວມ​ມື​ກັນ. ຫວັງ​ວ່າ​ປະ​ຊາ​ຄົມ​ໂລກ​​ຈະຖື​ເອົາ​ງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປັນ​ໂອ​ກາດ​ທີ່​ດີ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ, ​ຮ່ວມ​ກັນກ້າວ​ໄປ​ສູ່​ອະ​ນາ​ຄົດ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີີ່​ດີ​ງາມກວ່າ​ເກົ່າ.

ຄຳ​ເຫັນ

0