黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເພີ່ມ “ພະ​ລັງ​ແຫ່ງ​ຄວາມ​ສາ​ມັກ​ຄີ” ໃຫ້​ແກ່​ໂລກ

2022-02-05 14:52:13 cri

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເພີ່ມ “ພະ​ລັງ​ແຫ່ງ​ຄວາມ​ສາ​ມັກ​ຄີ” ໃຫ້​ແກ່​ໂລກ_fororder_微信图片_20220205145040

“ມີ​ແຕ່​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽ​ວກັນເທົ່ານັ້ນ, ຈິ່ງ​ຈະ​ສາ​ມາດ​ກ້າວເດີນໄປໜ້າ​ໄດ້​ໄວ​ກວ່າ​ເກົ່າ, ບັນລຸ​ເປົ້າ​ໝາຍ​ສູງກວ່າ​ເກົ່າ ແລະ ເຂັ້ມ​ແຂງກວ່າ​ເກົ່າ.” ນີ້​ແມ່ນຄຳເວົ້າຂອງ ​ທ່ານ​ ໂທ​ມາ​ສ ບັກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນທີ່ໄດ້​ສົ່ງ​ສຽງ​ຮຽກ​ຮ້ອງ​ໃຫ້ກັບນັກ​ກິ​ລາ​ທັງຫຼາຍ. ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ເປີດ​ສາກ​ຂຶ້ນໃນ​ຕອນ​ຄ່ຳ​ຂອງວັນ​ທີ 4 ກຸມ​ພາ​ນີ້, ຍ່ອມ​ຈະເປັນການ​ເພີ່ມ “ພະ​ລັງ​ແຫ່ງ​ຄວາມ​ສາ​ມັກ​ຄີ” ໃຫ້​ກັບໂລກ.

ນີ້​ແມ່ນ​ກາ​ລະ​ໂອ​ກາດ​ສຳ​ຄັນ​ທີ່​ປະ​ຈັກ​ຕາ​​ຊາວ​ໂລກ ແລະ ແມ່ນຈຸດເວລາທີ່ຄົນ​ທັງຫຼາຍ​ຄອງຄອຍ. ໃນ​ຖາ​ນະ​ເປັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄັ້ງ​ທຳ​ອິດ​ ທີ່​ຈັດ​ຂຶ້ນ​ພາຍຫຼັງ​ໄດ້​ນຳ​ເອົາ​ຄຳ​ສັບ  “ສາ​ມັກ​ຄີກວ່າ​ເກົ່າ” ເຂົ້າ​ໃນ​ຄຳຂວັນ​ໂອ​ລິມ​ປິກ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ດຶ​ງ​ດູດ​ນັກ​ກິ​ລາ​ເກືອບ 3.000 ຄົນ​ຈາກ​ເກືອບ 90 ປະ​ເທດແລະເຂດແຄວ້ນ​ເຂົ້າ​ຮ່ວມ, ລາຍ​ການ​ແຂ່ງ​ຂັນ ແລະ ຈຳ​ນວນຫຼຽນ​ຄຳ​ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ. ສະນັ້ນ, ຈຶ່ງບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຍ່ອມ​ຈະ​ສືບ​ຕໍ່​ໄຕ້​ທວນໄຟ​ແຫ່ງ​ກຽດ​ສັກ​ສີ ແລະ ຄວາມ​ໃຝ່​ຝັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຮ້ອຍ​ປີເພື່ອ​ເຕົ້າ​ໂຮມ​ໂລກ​ດ້ວຍ​ຈິດ​ໃຈ​ສັນ​ຕິ​ພາບ, ມິດ​ຕະ​ພາບ ​ແລະ​ ສາ​ມັກ​ຄີ​ກັນ.

ໃນໄລຍະຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ໂລກ​ນີ້​ບໍ່​ມີຄວາມສະຫງົບພໍ​ປານ​ໃດ: ພະ​ຍາດ​ໂຄວິດ-19 ຍັງສືບ​ຕໍ່​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ການ​ເມືອງ​ພູມີພາກ​ນັບ​ມື້​ນັບ​ເຄັ່ງ​ຕຶງ, ຈົນ​ເຖິງ​ຂັ້ນທີ່ວ່າ ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກກິ່ງກໍ​ຍັງຖືກ​ຖ້ອຍຄຳທາງດ້ານ​ການ​ເມືອ​ງ​ລົບ​ກວນຢູ່. ພາຍ​ໃຕ້​ສະພາບການ​ດັ່ງ​ກ່າວ, ຄຳວ່າ “​ສາ​ມັກ​ຄີກວ່າ​ເກົ່າ” ທີ່ງານ​ກິ​ລາ​ໂອ​ລິມ​ປິກໄດ້​ສົ່ງ​ເສີມ​ນັ້ນ​ຍິ່ງແມ່ນມີ​ຄວາມ​ຕ້ອງ​ການຫຼາຍກວ່​າ​ເກົ່າ​ໂດຍ​ບໍ່​ຕ້ອງ​ສົງ​ໄສສຳລັບຍຸກສະ  ໄໝປະຈຸບັນ. ມີຄຳປຽບທຽບທີ່ວ່າ: “ຖ້າ​ບັນ​ດາ​ປະ​ເທດ​ໃນ​ໂລກ​ຕ່າງ​ກໍ່ເພິ່ງ​ພາ​ອາ​ໄສ​ຢູ່​ໃນເຮືອລຳ​ນ້ອຍພໍໃຜພໍລາວ 190 ກວ່າ​ລຳ, ກໍ່ບໍ່​ທໍ່ເພິ່ງ​ພາ​ອາ​ໄສ​ຢູ່​​ກ່ຳປັ່ນ​ໃຫຍ່ລຳ​ດຽວກັນ ແລະຮ່ວມ​ກັນ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສວຍ​ງາມກວ່າ​ເກົ່າ”, ນີ້ກໍຄື​ຈຸດ​ປະ​ສົງ​ທີ່​ຈີນ​ໄດ້​ສະ​ເໜີ​ຄຳ​ຂວັນສຳລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງທີ່​ວ່າ “ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ຮ່ວມ​ກັນ” ເຊິ່ງ​​ສອດ​ຄ່ອງ​ກັບ​ພາ​ລະ​ກຳ ແລະ ຄວາມໝາຍໝັ້ນການ​ສ້າງ​ຄວາມ​ສາ​ມັກ​ຄີ​ໃຫ້​ແກ່ມວນ​ມະ​ນຸດຂອງງານ​ກິ​ລາ​ໂອ​ລິມ​ປິກ.

ທີ່​ຈິງ​ແລ້ວ, ໂດຍ​ຜ່ານ​ການ​ກະ​ກຽມ​ມາ​ເປັນ​ເວ​ລາ 6 ປີ​ປາຍ ແລະ ໄດ້ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ປັດ​ໄຈ​ດ້ານ​ລົບ​ອື່ນໆ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງກໍ່ໄດ້​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດເຊິ່ງໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ: ຈີນ​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ເພື່ອ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ຂອງທົ່ວ​ໂລກ. ໃນຈຸດເວລາທີ່ີມີຄວາມໝາຍນີ້, ມີ​ປະ​ມຸກ​ລັດ​ສາ​ກົນ 30 ກວ່າ​ທ່ານໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ, ອົງ​ການ ສ​ປ​ຊ ໄດ້​ເຜີຍ​ແຜ່​ສະ​ແຕມ​ສຳລັບງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຄັ້ງ​ທຳ​ອິດ; “ສີແດງຈີນ” ໄດ້​ສ້າງ​ບັນ​ຍາ​ກາດ​ຢູ່​ສະ​ໜາມ​ກິ​ລາ​​ນ້ຳ​ກ້ອນ​ໃຈ​ກາງ​ນະ​ຄອນຫຼວງວໍ​ຊິງ​ຕັນ, ​ໂຕ​ໜັງ​ສືທີ່ຂຽນວ່າ “ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ” ໄດ້​ຮຸ່ງແຈ້ງສະຫວ່າງສະໄຫວ​ຂຶ້ນຢູ່ເທິງຫໍເລີແກ​​ປະ​ເທດ​ເອ​ຢິບ, ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ກາຍ​ເປັນ​ເວ​ທີທີ່ໂດດ​​ເດັ່ນ​ໃນການ​ສ້າງ​ຄວາມ​ສາ​ມັກ​ຄີ​ໃຫ້ກັບທົ່ວ​ໂລກ​ດ້ວຍ​ນ້ຳ​ໃຈ​ກິ​ລາ ແລະ ກາຍ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​​ຊີ​ວິດ​ຊີ​ວາໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ.

​ຫວ່າງ​ມໍ່ໆ​ມາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ເປັນ​ລາຍ​ລັກ​ອັກ​ສອນ​​ແກ່​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫລື CMG, ທ່ານ ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: “ຂ້າ​ພະ​ເຈົ້າຈະ​ຮ່ວມ​​​ມ່ວນ​ຊື່ນໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ເຊິ່ງ​ເປັນ​ງານ​ມະ​ໂຫລານ​ດ້ານ​ກິ​ລາ​ທີ່​ສຳ​ຄັນ​ຂອງ​ທົ່ວ​ໂລກຮ່ວມ​ກັບ​ເພື່ອນ​ມິດ​ຂອງປະ​ເທດ​ຈີນ.” ທ່ານ​ກ່າວ​ຕື່ມ​ວ່າ: ກິ​ລາ​ແມ່ນ​ເຫດການ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ສຳລັບອະ​ລິ​ຍະ​ທຳ​ຂອງມວນ​ມະ​ນຸດ, ການ​ຈັດ​ງານ​ມະ​ໂຫລານ​ດ້ານ​ກິ​ລາ​ຂະ​ໜາດ​ໃຫຍ່ ຈະ​ເຮັດ​ໃຫ້​ຄົນ​ທັງຫຼາຍຫ​ຢັບ​ເຂົ້າໃກ້​ກັນ ແລະ ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ.

ຈີນ​ໄດ້ກຽມພ້ອມທຸກຢ່າງ​ແລ້ວ! ເມື່ອ​ໄຟ​ສັກ​ສິດ​ຂອງງານໂອ​ລິມ​ປິກ​ໄດ້​ແຈ້ງສະຫວ່າງ​ຂຶ້ນ​ຢູ່​ຕາມ​ທ້ອງ​ຟ້າ​ຂອງນະ​ຄອນຫຼວງ​ປັກ​ກິ່ງ​ອີກ​ຄັ້ງ​ໜຶ່ງ, ນັກ​ກິ​ລາ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ຂອງ​ໂລກ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃຕ້ຮົ່ມທຸງ​ໂອ​ລິມ​ປິກ, ເພື່ອສູ້​ຊົນ​ຜ່ານ​ຜ່າ​ ຕາມຄຳຂັວນທີ່ວ່າ “ໄວ​ກວ່າ​ເກົ່າ, ສູງກວ່າ​ເກົ່າ, ເຂັ້ມ​ແຂງກວ່າ​ເກົ່າ ແລະ ສາ​ມັກ​ຄີກວ່າ​ເກົ່າ”, ເຮັດ​ໃຫ້​ທົ່ວ​ໂລກໄດ້​ສຳ​ຜັດ​ກັບ​ຄວາມ​ໝາຍ​ຂອງຄຳທີ່ວ່າ ​ຮ່ວມ​ຊາ​ຕາ​ກຳ​ ໄດ້​ເລິກ​ເຊິ່ງກວ່າ​ເກົ່າ ແລະ ​ສາ​ມັກ​ຄີ​ກັນ​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດຮ່ວມກັນ!

ຄຳ​ເຫັນ

0