覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊ່ຽວຊານອາເມຣິກາເຫັນວ່າ ອາເມຣິກາມີຜູ້ເສຍຊີວິດຈາກພະຍາດ ໂຄວິດ-19ຫຼາຍກວ່າ 900.000 ຄົນ ເຊິ່ງເປັນຄວາມລົ້ມເຫຼວຂອງອາເມຣິກາ

2022-02-06 11:19:55 cri

ຊ່ຽວຊານອາເມຣິກາເຫັນວ່າ ອາເມຣິກາມີຜູ້ເສຍຊີວິດຈາກພະຍາດ ໂຄວິດ-19ຫຼາຍກວ່າ 900.000 ຄົນ ເຊິ່ງເປັນຄວາມລົ້ມແຫຼວຂອງອາເມຣິກາ_fororder_美国
 

ວັນທີ 4 ກຸມພານີ້, ຈຳນວນຄົນເສຍຊີວິດຈາກພະຍາດໂຄວິດ-19 ຢູ່ ອາເມຣິກາໄດ້ລວມທັງຫມົດມີຫຼາຍກວ່າ 900.000 ຄົນ. ມີຜູ້ຊ່ຽວຊານດ້ານສາທາລະນະສຸກ ຂອງອາເມຣິກາເຫັນວ່າ, ຕົວເລກຈຳນວນມະຫາສານອັນນີ້ ນອກຈາໄດ້ສ່ອງແສງ ໃຫ້ເຫັນເຖິງຄວາມຮ້າຍແຮງໃນການແຜ່ລະບາດຂອງເຊື້ອພະຍາດໂອມີຄຼອນ ແລ້ວ, ຍັງໄດ້ສະແດງໃຫ້ເຫັນວ່າ ນະໂຍບາຍຂອງອາເມຣິກາໃນການປ້ອງກັນ ພະຍາດແມ່ນບໍ່ມີປະສິດທິຜົນ.
 

ຂ່າວສານອາເປຂອງອາເມຣິກາລາຍງານວ່າ: ຍອດຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19ຢູ່ອາເມຣິກາ ໄດ້ຫຼາຍກວ່າຈຳນວນປະຊາກອນຂອງຕົວເມືອງໃຫຍ່ຈຳນວນໜຶ່ງຂອງອາເມຣິກາ. ຂ່າວສານອາເປໄດ້ລົງພິມບົດວິຈານວ່າ: ເຖິງຈະມີສະຖາບັນການແພດລະດັບ ໂລກກໍຕາມ, ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຢູ່ອາເມຣິກາຍັງ ສູງກວ່າປະເທດອື່ນໆ, ຈຳນວນຜູ້ເສຍຊີວິດຕົວຈິງຍ້ອນພະຍາດ ໂຄວິດ-19ໂດຍກົງຫຼືໂດຍທາງອ້າມຈົນຖືກເຫັນວ່າຍັງສູງກວ່າຕົວເລກທີ່ໄດ້ລາຍງານມານັ້ນຢ່າງຫຼວງຫຼາຍ.
0

ພາຍໃນເວລາບໍ່ຮອດ 2 ເດືອນ, ຈຳນວນຜູ້ເສຍຊີວິດຈາກພະຍາດ ໂຄວິດ-19ຢູ່ອາເມຣິກາໄດ້ເພີ່ມຈາກ 800.000 ຄົນຂຶ້ນເປັນ 900.000 ກວ່າຄົນ. ຜູ້ຊ່ຽວຊານດ້ານສາທາລະນະສຸກຈຳນວນໜຶ່ງໄດ້ຊີ້ໃຫ້ເຫັນວ່າ: ຈຳນວນຜູ້ເສຍ ຊີວິດເພີ່ມຂຶ້ນຢ່າງວ່ອງໄວ ເຊິ່ງມີສ່ວນພົວພັນກັບເຊື້ອພະຍາດໂອມີຄຼອນ ທີ່ໄດ້ແຜ່ລະບາດຢ່າງວ່ອງໄວ, ນອກນີ້, ຍັງມີສ່ວນກ່ຽວຂ້ອງກັບປັດໄຈອື່ນໆເຊັ່ນ: ປະຊາຊົນອາເມຣິກາມີແນວຄິດຄັດຄ້ານວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆ. ໃນຜູ້ເສຍຊີວິດຈຳນວນຫຼາຍກວ່າ 900.000 ຄົນນັ້ນ, ສ່ວນຫຼາຍແມ່ນເສຍຊີວິດ ຫຼັງຈາກວັກຊີນປ້ອງກັນພະຍາດໂຄວິດ-19ໄດ້ຮັບການອະນຸຍາດໃຫ້ນຳໃຊ້ແລ້ວ.

ຄຳ​ເຫັນ

0