覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີສິງກະໂປ

2022-02-06 16:22:57 cri

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີສິງກະໂປ_fororder_会见新加坡总统1
 

ຕອນເຊົ້າວັນທີ 6 ກຸມພານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນ ຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງ ຮາລີມາ ຢາຄົບ ປະທານາທິບໍດີສິງກະໂປທີ່ໄດ້ເດີນທາງໄປເຂົ້າຮ່ວມພິທີເປີດ ງານກິລາໂອລິມປິກລະດູຫນາວປັກກິ່ງ2022.
 

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີສິງກະໂປ_fororder_会见新加坡总统2
 

ທ່ານສີຈິ້ນຜິງກ່າວວ່າ:  ນັບຕັ້ງແຕ່ຂ້າພະເຈົ້າໄດ້ຢ້ຽມຢາມສິງກະໂປທາງ ລັດຖະກິດໃນປີ2015ເປັນຕົ້ນມາ, ຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດ ລະຫວ່າງສອງຝ່າຍໄດ້ຂະຫຍາຍຕົວກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມື ຕົວຈິງໄດ້ເປີດກວ້າງອອກຢ່າງຕໍ່ເນື່ອງ, ຜົນປະໂຫຍດດ້ານການພັດທະນາໄດ້ ເຊື່ອມໂຍງເຂົ້າກັນຢ່າງແໜ້ນແຟ້ນ, ເຊິ່ງໄດ້ສະແດງໃຫ້ເຫັນເນື້ອໃນຂອງສາຍ ພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຈີນ-ສິງກະໂປທີ່ຂະຫຍາຍຕົວໄປພ້ອມກັບຍຸກສະໄໝນັ້ນຢ່າງມີຊີວິດຊີວາ. ເມື່ອປະເຊີນໜ້າກັບສະພາບການປ່ຽນແປງໃນຮອບ ຮ້ອຍປີຜ່ານມາແລະສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ການພົວ ພັນຈີນ-ສິງກະໂປຍິ່ງຄວນມີການຂະຫຍາຍຕົວແບບສວນກະແສ ແລະສະແດງ ໃຫ້ເຫັນຄວາມມີຊີວິດຊີວາ. ສອງຝ່າຍຄວນເພີ່ມການວາງແຜນ, ລົງເລິກເຊື່ອມ ຕໍ່ຍຸດທະສາດການພັດທະນາຂອງກັນ, ຊຸກຍູ້ການພົວພັນຈີນ-ສິງກະໂປໃຫ້ຂະ ຫຍາຍ ຕົວຕື່ມອີກຢ່າງໝັ້ນຄົງແລະຂະຫຍາຍຕົວຢ່າງຍາວນານພາຍຫຼັງເກີດ ການແຜ່ລະບາດຂອງພະຍາດໂຄວິດ-19, ສ້າງຄວາມຜາສຸກໃຫ້ກັບປະຊາຊົນ ສອງປະເທດ, ຊຸກຍູ້ພາກພື້ນໃຫ້ມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງ.
 

ທ່ານນາງຮາລີມາກ່າວວ່າ: ຂ້າພະເຈົ້າຮູ້ສຶກມີກຽດຫຼາຍທີ່ໄດ້ມາເຂົ້າຮ່ວມພິທີເປີດ ງານກິລາໂອລິມປິກລະດູໜາວປັກກິ່ງ. ການສະແດງຂອງພິທີເປີດງານໄດ້ສະ ແດງໃຫ້ເຫັນເຖິງຄວາມສາມາດແລະລະດັບອັນໂດດເດັ່ນຂອງຈີນໃນດ້ານນີ້. ເຊື່ອໝັ້ນວ່າ, ງານກິລາໂອລິມປິກລະດູໜາວປັກກິ່ງຈະຈັດຂຶ້ນດ້ວຍຮູບການ ສີຂຽວແລະປອດໄພ, ຊຸກຍູ້ຄວາມສາມັກຄີແລະການຮ່ວມມືສາກົນ. ສິງກະໂປ ຍິນດີຮ່ວມກັບຈີນກ້າວເດີນໄປຫນ້າພ້ອມກັບຍຸກສະໄໝ, ສາມັກຄີແລະຮ່ວມມືກັນ ເພື່ອກ້າວໄປສູ່ອະນາຄົດຮ່ວມກັນ. ສິງກະໂປຕີລາຄາຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມ ການພັດທະນາທົ່ວໂລກ, ຍິນດີຮ່ວມກັບຝ່າຍຈີນເພີ່ມທະວີການຮ່ວມມືໃນຂົງເຂດ ຕ່າງໆເຊັ່ນ ການພັດທະນາຕາມທິດສີຂຽວ, ເສດຖະກິດດິຈີຕອນ ແລະອື່ນໆ, ຊຸກຍູ້ພາກພື້ນໃຫ້ເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນ.

ຄຳ​ເຫັນ

0