ເມື່ອເວົ້າເຖິງຫ້ອງນ້ຳແລ້ວ, ມັນກ່ຽວຂ້ອງກັບຊີວິດການເປັນຢູ່ຂອງຄົນເຮົາຢ່າງໃກ້ຊິດ, ຕາມຕົວເລກສະຖິຕິ, ແຕ່ລະຄົນໃນແຕ່ລະມື້ຕ້ອງເຂົ້າຫ້ອງນ້ຳ 6-8 ເທື່ອ, ປີໜຶ່ງປະມານ 2.500 ເທື່ອ. ໃນຕະຫລອດຊີວິດຂອງຄົນຜູ້ໜຶ່ງ, ສະເລ່ຍແລ້ວ, ເວລາທັງໝົດທີ່ເຂົ້າຫ້ອງນ້ຳບວກໃສ່ກັນແລ້ວແມ່ນ 3 ປີ. ສຳລັບຜູ້ຍິງແມ່ນໃຊ້ເວລາຫລາຍກວ່ານີ້ອີກ.
ວັນທີ 19 ພະຈິກປີ 2021 ເປັນວັນຫ້ອງນ້ຳໂລກຄັ້ງທີ 9, ຫົວຂໍ້ຂອງວັນຫ້ອງນ້ຳໂລກໃນປີ 2021 ແມ່ນ “ໃຫ້ຄວາມສຳຄັນແກ່ຫ້ອງນ້ຳ”. ການທີ່ອົງການສະຫະປະຊາຊາດໄດ້ກຳນົດເອົາວັນທີ 19 ພະຈິກຂອງແຕ່ລະປີເປັນ “ວັນຫ້ອງນ້ຳໂລກ” ນັ້ນ ແມ່ນມີຈຸດປະສົງ ເພື່ອເນັ້ນໜັກເຖິງສິ່ງກໍ່ສ້າງເພື່ອສຸຂະອະນາໄມມີຄວາມສຳຄັນຕໍ່ການພັດທະນາ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ. ປັດຈຸບັນ, ທົ່ວໂລກມີປະຊາຊົນຫລາຍກວ່າເຄິ່ງໜຶ່ງ, ຄືປະມານ 4 ຕື້ 200 ລ້ານຄົນຂາດແຄນສິ່ງກໍ່ສ້າງເພື່ອສຸຂະອະນາໄມທີ່ປອດໄພ, ສະນັ້ນ, ຈຶ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ ກໍ່ຄືການພັດທະນາເສດຖະກິດສັງຄົມ.
ສຳລັບເລື່ອງນີ້, ອົງການສະຫະປະຊາຊາດໄດ້ສະເໜີແຜນການຮັບມື ຄື: ຄວນມີການເຄື່ອນໄຫວເພື່ອຮັບມືກັບວິກິດການດ້ານສຸຂະອະນາໄມຂອງໂລກ, ກໍ່ຄືການບັນລຸເປົ້າໝາຍອັນທີ 6 ໃນ 17 ເປົ້າໝາຍຂອງການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການ ສປຊ, ນັ້ນກໍຄື: ເມື່ອຮອດປີ 2030, ທຸກຄົນສາມາດມີນ້ຳດື່ມທີ່ສະອາດ ແລະ ມີສິ່ງກໍ່ສ້າງເພື່ອສຸຂະອະນາໄມໄດ້.
ຫ້ອງນ້ຳນ້ອຍ ແຕ່ເປັນເລື່ອງໃຫຍ່ສຳລັບຊີວິດການເປັນຢູ່ຂອງປະຊາຊົນ. ຫລາຍປີມໍ່ໆມານີ້, “ການປະຕິວັດຫ້ອງນ້ຳ”ຂອງປະເທດຈີນໄດ້ພັດທະນາຈາກຕົວເມືອງຂະຫຍາຍໄປສູ່ຊົນນະບົດ, ວັນທີ 23 ກໍລະກົດປີ 2021, ກະຊວງຊົນນະບົດ ແລະກະສິກຳຈີນໄດ້ເຜີຍໃຫ້ຮູ້ວ່າ: ນັບແຕ່ຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນໃນປີ 2017 ເປັນຕົ້ນມາ, ການປັບປຸງຫ້ອງນ້ຳໃນຊົນນະບົດໃນປະເທດຈີນໄດ້ຮັບຄວາມຄືບໜ້າທີ່ດີ. ແຕ່ກີ້, ເວລາເວົ້າເຖິງຫ້ອງນ້ຳໃນຊົນນະບົດ, ຄົນທັງຫລາຍກໍຈະວາດພາບເຫັນຫ້ອງນ້ຳມີແຕ່ ແມງວັນ ແລະ ຍຸງຫລາຍ, ສະພາບແວດລ້ອມອັນຂີ້ຮ້າຍ, ສຸຂະພາບຈິດ ແລະ ສຸຂະພາບກາຍຂອງຊາວຊົນນະບົດກໍໄດ້ຮັບຜົນກະທົບ. ຫລາຍປີມໍ່ໆມານີ້, ເພື່ອແກ້ໄຂບັນຫາຫ້ອງນ້ຳໃນຊົນນະບົດໃຫ້ດີ, ໃນຂະບວນການກໍ່ສ້າງ, ທ້ອງຖິ່ນຕ່າງໆກໍໄດ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອແກ້ໄຂບັນຫາດ້ານການກໍ່ສ້າງຕາໜ່າງທໍ່ລະບາຍນ້ຳເປື້ອນຂອງຫ້ອງນ້ຳ ແລະ ການກຳຈັດນ້ຳເປື້ອນໃນຊົນນະບົດໃຫ້ໄດ້ດີ. ເລີ່ມແຕ່ປີ 2018 ຈົນຮອດທ້າຍປີ 2020, ຫ້ອງນ້ຳທີ່ສ້າງໃໝ່ ແລະປັບປຸງໃໝ່ໃນທົ່ວປະເທດຈີນມີເຖິງ 64 ພັນແຫ່ງ, ຫ້ອງນ້ຳທີ່ສະອາດໃນຊົນນະບົດທົ່ວປະເທດຈີນກວມຫລາຍກວ່າ 65%.
ໃນປີ 2019, ກະຊວງການເງິນຈີນໄດ້ເບີກງົບປະມານ 7 ຕື້ຢວນເຂົ້າໃນການປະຕິວັດຫ້ອງນ້ຳໃນຊົນນະບົດ, ປີ 2020, ໄດ້ເພີ່ມງົບປະມານເປັນເກືອບ 10 ຕື້ຢວນເພື່ອຊຸກຍູ້ການປະຕິວັດຫ້ອງນ້ຳໃນຊົນນະບົດ, ໃນຂະບວນການປັບປຸງຫ້ອງນ້ຳໃນຊົນນະບົດ, ອົງການປົກຄອງແຫ່ງຕ່າງໆກໍໄດ້ໃຫ້ການສະໜັບສະໜູນດ້ານນະໂຍບາຍ ແລະ ງົບປະມານ, ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຊາວຊົນນະບົດຢ່າງບໍ່ຢຸດຢັ້ງ, ການປະຕິວັດຫ້ອງນ້ຳໃນຊົນນະບົດກໍໄດ້ປ່ຽນແປງໂສມໜ້າໃໝ່ຂອງຊົນນະບົດ. ນັບແຕ່ປີ 2018 ຫາທ້າຍປີ 2020, ປະເທດຈີນໄດ້ປັບປຸງຫ້ອງນ້ຳໃຫ້ແກ່ຄອບຄົວໃນຊົນນະບົດ 40 ລ້ານກວ່າຄອບຄົວ.
ເດືອນກໍລະກົດປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໃຫ້ທິດຊີ້ນຳຕໍ່ການຊຸກຍູ້ການປະຕິວັດຫ້ອງນ້ຳໃນຊົນນະບົດຢ່າງເລິກເຊິ່ງ, ໂດຍເນັ້ນໜັກວ່າ: ຫລາຍປີມໍ່ໆມານີ້, ການປະຕິວັດຫ້ອງນໍ້າໃນຊົນນະບົດໄດ້ກ້າວເຂົ້າສູ່ລວງເລິກ, ຫ້ອງນ້ຳສະອາດໄດ້ມີຢູ່ທຸກແຫ່ງຢ່າງບໍ່ຢຸດຢັ້ງ, ສະພາບແວດລ້ອມການດຳລົງຊີວິດຂອງຊາວຊົນນະບົດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ. ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ກໍຄື ນັບແຕ່ປີ 2021 ຫາປີ 2025, ຕ້ອງສືບຕໍ່ຖືເອົາການປະຕິວັດຫ້ອງນ້ຳໃນຊົນນະບົດເປັນວຽກງານສຳຄັນຂອງການພັດທະນາຊົນນະບົດໃຫ້ຈະເລີນ, ໃຫ້ຊາວກະສິກອນສະແດງບົດບາດທີ່ເປັນເຈົ້າຂອງ, ເອົາໃຈໃສ່ການອອກມາດຕະການຕາມສະພາບຄວາມເປັນຈິງຂອງທ້ອງຖິ່ນຕ່າງໆ, ຊີ້ນຳຢ່າງມີວິທະຍາສາດ, ຍຶດໝັ້ນໃນ ຫຼັກການທີ່ວ່າ ຄຸນນະພາບສຳຄັນກວ່າຈຳນວນ, ປະສິດທິຜົນຕົວຈິງສຳຄັນກວ່າຄວາມໄວໃນການກໍ່ສ້າງ, ເດັດດ່ຽວຄັດຄ້ານການກະທຳແບບລັດທິຮູບການ ແລະ ການສິ້ນເປືອງງົບປະມານ, ຕ້ອງຈັດຕັ້ງປະຕິບັດວຽກງານນີ້ຢ່າງແທ້ຈິງ. ຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງຮັບຜິດຊອບໜ້າວຽກຂອງຕົນ, ປະສານສົມທົບ ແລະປະສານງານກັນ,ຈັດຕັ້ງປະຕິບັດການປະຕິວັດຫ້ອງນ້ຳໃນຊົນນະບົດໃຫ້ມີປະສິດທິຜົນຢ່າງແທ້ຈິງ.
ນອກຈາກນີ້, ຫ້ອງນ້ຳປະເພດທີ 3 ຄືຫ້ອງນ້ຳສຳລັບກຸ່ມຄົນພິເສດກໍໄດ້ມີໃຫ້ເຫັນຢູ່ໃນຫ້ອງນ້ຳສາທາລະນະໃນຕົວເມືອງ. ຫ້ອງນ້ຳປະເພດທີ 3 ແມ່ນຕ່າງກັນກັບຫ້ອງນ້ຳເພດຍິງ ແລະເພດຊາຍ, ມັນແມ່ນຮັບໃຊ້ກຸ່ມຄົນພິເສດຄື: ພໍ່ແມ່ຜູ້ປົກຄອງພາເດັກນ້ອຍເຂົ້າຫ້ອງນ້ຳ, ຜູ້ເຖົ້າທີ່ຕ້ອງມີຄົນເບິ່ງແຍງດູແລ, ແລະ ຄົນພິການເປັນຕົ້ນ, ເພື່ອຫລີກລ້ຽງຄວາມກັງວົນທີ່ຜູ້ເປັນແມ່ພາລູກຊາຍທີ່ອາຍຸຍັງນ້ອຍເຂົ້າຫ້ອງນ້ຳຍິງ ຫລື ຜູ້ເປັນລູກຊາຍບໍ່ສາມາດພາແມ່ທີ່ມີອາຍຸແກ່ແລ້ວເຂົ້າຫ້ອງນ້ຳຍິງໄດ້ເປັນຕົ້ນ.
ປະຊາຊົນໄດ້ສະເໜີວ່າ: ຄວນສ້າງຫ້ອງນ້ຳປະເພດທີ 3 ຢູ່ສະຖານທີ່ສາທາລະນະເຊັ່ນ: ອາຄານຜູ້ໂດຍສານຂອງສະຖານີລົດໄຟ ແລະ ສະໜາມບິນ, ສູນການຄ້າ ແລະອື່ນໆ ເພື່ອແກ້ໄຂບັນຫາທີ່ພໍ່ແມ່ຜູ້ປົກຄອງຜູ້ດຽວພາລູກເຂົ້າຫ້ອງນ້ຳ ຫລືລູກຫລານພາພໍ່ແມ່ທີ່ອາຍຸແກ່ ແລະ ເຄື່ອນໄຫວບໍ່ສະດວກນັ້ນເຂົ້າຫ້ອງນ້ຳ. ປັດຈຸບັນ, ສະພາບການສ້າງຫ້ອງນ້ຳປະເພດທີ 3 ຢູ່ປະເທດຈີນຍັງຫ່າງໄກກັບເປົ້າໝາຍຢູ່.
ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ມາຮອດທ້າຍປີ 2020, ທົ່ວປະເທດຈີນໄດ້ມີເດັກນ້ອຍທີ່ມີອາຍຸແຕ່ 0-6 ປີປະມານ 250 ລ້ານຄົນ, ຜູ້ເຖົ້າທີ່ມີອາຍຸ 65 ປີຂຶ້ນໄປມີ 260 ລ້ານຄົນ, ມີຄົນພິການ 85 ລ້ານຄົນ. ສຳລັບກຸ່ມຄົນພິເສດເຫລົ່ານີ້, ສັງຄົມຄວນໃຫ້ຄວາມເອົາໃຈໃສ່ ແລະ ເຂົ້າໃຈເຂົາເຈົ້າຫລາຍແດ່, ຈັດເອົາການສ້າງຫ້ອງນ້ຳປະເພດທີ 3 ເຂົ້າໃນແຜນຜັງເມືອງ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການເຂົ້າຫ້ອງນ້ຳຂອງກຸ່ມຄົນຕ່າງໆໃຫ້ທົ່ວເຖິງ.
ຄຳເຫັນ
0