ຝັງຮາກເລິກຢູ່ໃນຊີວິດການເປັນຢູ່ຕົວຈິງຂອງປະຊາຊົນ, ໃຫ້ບໍລິການແກ່ປະຊາຊົນທີ່ຢູ່ຮາກຖານ ແລະ ຊຸກຍູ້ການປະດິດສ້າງໃໝ່ດ້ານສິລະປະວັນນະຄະດີ... ຫລາຍປີມໍ່ໆມານີ້, ຜູ້ປະກອບການດ້ານສິລະປະວັນນະຄະດີຢູ່ແຫ່ງຕ່າງໆທົ່ວປະເທດຈີນໄດ້ລົງສູ່ຮາກຖານ, ໃກ້ຊິດຕິດແທດກັບປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ດ້ານວັດທະນະທຳຂອງປະຊາຊົນມີຄວາມຫລາກຫລາຍສີສັນກວ່າເກົ່າ.
ນາງອ່ານ້າມູ້ລິງທີ່ເກີດໃນປີ 1998, ແມ່ນສາວສິລະປະຟ້ອນຄົນໜຶ່ງ. ປີ 2016 ນາງໄດ້ເຂົ້າເຮັດວຽກຢູ່ຄະນະສິລະປະຊົນເຜົ່າກິ່ງແຂວງປົກຄອງ ຕົນເອງ ເຜົ່າລີ້ຊູ້ນູ້ຈ່ຽງແຂວງຢູນນານ. ປີ 2017, ກິ່ງແຂວງນູ້ຈ່ຽງກຳລັງຢູ່ໃນໄລຍະສຳຄັນໃນບັ້ນລຶບລ້າງຄວາມທຸກຍາກ, ໂຄງການປັບປຸງທາງຫລວງທີ່ເປັນໂຄງການສຳຄັນກຳລັງກໍ່ສ້າງຢູ່. ເສັ້ນທາງທີ່ນາງອ່ານ້າມູ້ລິງ ແລະ ເພື່ອນຮ່ວມງານເດີນທາງໄປຮາກຖານນັ້ນ ບໍ່ຄ່ອຍສະດວກປານໃດ, ຫຼຸບໆ ໂນນໆ ມີຫີນໂຄກໂລກເຄກເລກ, ເມື່ອຮອດລະດູຝົນ ກໍເຕັມໄປດ້ວຍຂີ້ຕົມ. ແຕ່ນາງອ່ານ້າມູ້ລິງແລະເພື່ອນຮ່ວມງານ ກໍບໍ່ຢ້ານກົວຄວາມຫຍຸ້ງຍາກລຳບາກ, ເຂົາເຈົ້າໄດ້ສົ່ງສຽງເພງ ແລະບົດຟ້ອນໄປເຖິງບ້ານຕ່າງໆໃນ 4 ເມືອງຂອງກິ່ງແຂວງນູ້ຈ່ຽງ.
ປີ 2020, ບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊຊະນະ, ໂຄງການປັບປຸງທາງຫລວງກໍສຳເລັດພ້ອມກັນ ແລະ ເປີດບໍລິການຢ່າງເປັນ ທາງການ. ນາງອ່ານ້າມູ້ລິງເວົ້າວ່າ: ເງື່ອນໄຂດ້ານຄົມມະນາຄົມທີ່ຈະມອບ ຄວາມສຸກດ້ານວັດທະນາທຳໃຫ້ຮາກຖານນັ້ນ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງເດັ່ນຊັດ, ເສັ້ນທາງທີ່ເຄີຍທຸລະກັນດານໃນເມື່ອກ່ອນ ໄດ້ປູຢາງອັສຟານຢ່າງສະດວກສະບາຍ, ໂສມໜ້າຂອງຊົນນະບົດ ກໍມີການປ່ຽນແປງໃໝ່ທັງໝົດ. ຄະນະສິລະປະຊົນເຜົ່າຂອງກິ່ງແຂວງນູ້ຈ່ຽງທີ່ນາງອ່ານ້າມູ້ລິງເຮັດວຽກຢູ່ນັ້ນ ກໍໄດ້ພັດທະນາຢ່າງໄວວາ.
ສະເລ່ຍແລ້ວ ນາງອ່ານ້າມູ້ງລິງຕ້ອງໄດ້ສະແດງ 70 ກວ່າຮອບຕໍ່ປີ, ເວລາທີ່ຢູ່ກັບຄອບຄົວແມ່ນມີໜ້ອຍທີ່ສຸດ. ເພື່ອໃຫ້ສາມາດໃຊ້ຊີວິດຢູ່ຮ່ວມກັນໄດ້, ປີນີ້, ຜົວຂອງນາງໄດ້ຍ້າຍຈາກນະຄອນຄຸນມີງໄປກິ່ງແຂວງນູ້ຈ່ຽງແລ້ວ, ເພື່ອໃຫ້ສາມາດສະແດງລາຍການສິລະປະນຳກັນ, ສອງຜົວເມຍນີ້ຍັງໄດ້ຝຶກຊ້ອມບົດຟ້ອນຄູ່, ຮ່ວມກັນມອບຄວາມສຸກດ້ານວັດທະນະທຳໃຫ້ຮາກຖານ. ຫລາຍປີມໍ່ໆມານີ້, ນາງອ່ານ້າມູ້ລິງໄດ້ເປັນສັກຂີພິຍານໃຫ້ແກ່ການປ່ຽນແປງຂອງບ້ານເກີດເມືອງນອນ, ທັງສຳຜັດກັບລະດັບຊີວິດການເປັນຢູ່ຂອງຊົນນະບົດທີ່ນັບມື້ນັບດີຂຶ້ນ. ນາງອ່ານ້າມູ້ລິງເວົ້າວ່າ: ເຖິງວ່າຂ້າພະເຈົ້າພຽງແຕ່ເປັນສາວສິລະປະຢູ່ຮາກຖານທີ່ທຳມະດາຜູ້ໜຶ່ງກໍຕາມ, ແຕ່ຂ້າພະເຈົ້າກໍຢາກປະກອບສ່ວນຕາມຄວາມສາມາດຂອງຕົນໃຫ້ພໍ່ແມ່ພີ່ນ້ອງຊາວຊົນນະບົດ ແລະ ໃຫ້ກັບບ້ານເກີດເມືອງນອນຂອງຕົນ.
ນາງເວີ່ງຢວີເກີດໃນປີ 1996, ເຖິງວ່າຍັງໜຸ່ມຢູ່ ແຕ່ກໍໄດ້ເຮັດວຽກກ່ຽວກັບ ການມອບຄວາມສຸກດ້ານວັດທະນະທຳໃຫ້ຮາກຖານມາຫຼາຍປີແລ້ວ. ປີ 2015, ນາງເວີ່ງຢວີໄດ້ເສັງເຂົ້າວິທະຍາໄລດົນຕີແຂວງເຈີ້ຈ່ຽງ, ໃນໄລຍະຮຽນຢູ່ວິທະຍາໄລ, ພໍແຕ່ພັກຮຽນ, ນາງກໍໄປສະແດງຢູ່ຮາກຖານໂລດ, ເດືອນສິງຫາປີ 2019, ນາງເວີ່ງຢວີ ໄດ້ເຂົ້າເຮັດວຽກຢູ່ໂຮງລະຄອນຕະຫລົກນະຄອນຮາງໂຈວ່, ກາຍເປັນນັກສະແດງໜຸ່ມຢ່າງເປັນທາງການ. ວຽກງານສິລະປະວັດທະນະທຳບໍ່ມີວັນພັກ, ໃນເວລາທີ່ຄົນອື່ນພັກຜ່ອນ, ນາງເວີ່ງຢວີ້ພັດຕ້ອງໄປສະແດງ. ນັບແຕ່ເລີ່ມເຮັດວຽກຈົນຮອດປັດຈຸບັນ, ນາງເວີ່ງຢວີໄດ້ໄປສະແດງຢູ່ຮາກຖານຫລາຍຮ້ອຍກວ່າຄັ້ງ. ປີ 2020, ນາງກໍໄດ້ສະແດງແລ້ວ 107 ຄັ້ງ. ນາງເວີ່ງຢວີ້ເວົ້າວ່າ: ຜູ້ເຮັດວຽກກ່ຽວກັບສິລະປະວັດທະນະທຳຄວນຮັບໃຊ້ປະຊາຊົນ, ບໍ່ຢ້ານກົວຄວາມຫຍຸ້ງຍາກລຳບາກ, ບໍ່ຢ້ານກົວຄວາມອິດເມື່ອຍ. ປະສົບການທີ່ສະແດງຢູ່ຮາກຖານໃນຫລາຍປີມານີ້ ໄດ້ເຮັດໃຫ້ນາງເວີ່ງຢວີສຳຜັດໄດ້ເຖິງຄວາມປາຖະໜາ ແລະຄວາມມັກຂອງປະຊາຊົນຮາກຖານທີ່ມີຕໍ່ສິລະປະ. ພຽງພິບຕາດຽວ, ນາງເວີ່ງຢວີກໍໄດ້ເຮັດວຽກເປັນຜູ້ມອບຄວາມສຸກດ້ານ ວັດທະນະທຳໃຫ້ຮາກຖານເປັນເວລາ 6 ປີແລ້ວ. ນາງເວົ້າວ່າ: ອະນາຄົດຍັງອີກຍາວໄກ, ຂໍແຕ່ວ່າ ປະຊາຊົນມັກ ແລະ ມີຄວາມຮຽກຮ້ອງຕ້ອງການ, ຂ້າພະເຈົ້າກໍຈະສະແດງຕໍ່ໄປ.
ນາງເມີ້ງຣານເກີດໃນປີ 1989, ໃນປີ 2019, ນາງໄດ້ແຕ່ງເພງທີ່ມີຊື່ວ່າ “ເຍົາວະຊົນ” ເຊິ່ງເປັນເພງໂດ່ງດັງທີ່ສຸດໃນປະເທດຈີນ. ໃນຖານະເປັນຜູ້ປະກອບການດ້ານດົນຕີ, ນາງເມີ້ງຣານເປັນຄົນໜຶ່ງໃນສາວສິລະປະແບບ ໃໝ່. ຕ່າງກັນກັບສາວສິລະປະແບບດັ້ງເດີມ, ສາວສິລະປະແບບໃໝ່ເປັນສາວສິລະປະທີ່ເຕີບໃຫຍ່ຂະຫຍາຍຕົວຄຽງຄູ່ກັບການພັດທະນາຂອງຂະແໜງການວັດທະນະທຳ ແລະເຕັກນິກສື່ໃໝ່, ໂດຍທົ່ວໄປແລ້ວ, ລາວເຮັດວຽກໃນນາມສ່ວນຕົວຢູ່ຂົງເຂດຕ່າງໆຂອງຂະແໜງການວັດທະນະທຳ, ແມ່ນກຳລັງແຮງທີ່ເຕີບໂຕໃໝ່ທີ່ເຮັດໃຫ້ສິລະປະວັດທະນະທຳໃນຍຸກສະໄໝໃໝ່ມີຄວາມ ຈະເລີນຮຸ່ງເຮືອງກວ່າເກົ່າ. ເຂົາເຈົ້າອາດຈະເປັນນັກສະແດງ, ຜູ້ປະກອບການ ດົນຕີ, ສາວສິລະປະຟ້ອນທີ່ບໍ່ສັງກັດຄະນະໃດ. ຊາວໜຸ່ມທີ່ຫລາຍກວ່າເກົ່າຄືນາງເມີ້ງຣານ ໄດ້ເຂົ້າຮ່ວມຂະບວນການມອບຄວາມສຸກດ້ານວັດທະນາທຳໃຫ້ຮາກຖານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສຳລັບຊີວິດການເປັນຢູ່ທາງດ້ານຈິດໃຈຂອງປະຊາຊົນ.
ໃນເວລາຂຶ້ນພູລົງຫ້ວຍເດີນທາງໄປຮອດເຂດພູຕ້າລຽງຂອງແຂວງເສສວນ, ນາງເມີ້ງຣານເຫັນໂສມໜ້າໃໝ່ຂອງຊົນນະບົດເຊິ່ງເໜືອຄວາມຄິດຂອງນາງ, ມີໂຮງຮຽນຫລັງໃໝ່, ຫ້ອງຮຽນທີ່ສະອາດ ແລະແຈ້ງສະຫວ່າງ. ເດັກນ້ອຍຢູ່ເຂດທີ່ຫ່າງໄກສອກຫລີກ ກໍໄດ້ມີເງື່ອນໄຂເຂົ້າຮຽນທີ່ດີ. ເດັກນ້ອຍ ຜູ້ຊາຍຄົນໜຶ່ງ, ຄືຊິຮຽນຢູ່ ປ1 ຫລື ປ2, ໃນເມື່ອພົບກັບນາງເມີ້ງຣານ, ລາວຕື່ນເຕັ້ນດີໃຈຈົນນ້ຳຕາໄຫລ, ເດັກນ້ອຍຄົນນີ້ບອກກັບນາງເມີ້ງຣານວ່າ: ລາວມັກເພງ “ເຍົາວະຊົນ” ຂອງເມີ້ງຣານເປັນພິເສດ. ນາງເມີ້ງຣານເວົ້າວ່າ: ເພງທີ່ຕົນເອງແຕ່ງນັ້ນໄດ້ເປັນກຳລັງໃຈ ແລະ ເປັນແຮງບັນດານໃຈໃຫ້ແກ່ເດັກນ້ອຍເຂດຫ່າງໄກສອກຫລີກ, ນີ້ແມ່ນຜົນໄດ້ຮັບທີ່ນາງບໍ່ເຄີຍຄຶດມາກ່ອນ. ໃນເວລາທີ່ມອບຄວາມສຸກດ້ານວັດທະນະທຳໃຫ້ຮາກຖານ, ນາງເມີ້ງຣານໄດ້ເຫັນທິວທັດທີ່ສວຍສົດງົດງາມຂອງປະເທດຊາດ, ທັງໄດ້ສັງເກດເບິ່ງຊີວິດການເປັນຢູ່ທີ່ຫລາກຫລາຍຮູບແບບຂອງຊາວບ້ານ. ນາງໄດ້ພະຍາຍາມສືບທອດຈິດໃຈແບບຈີນ, ຄ່ານິຍົມແບບຈີນ ແລະວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຈີນໂດຍຜ່ານສຽງເພງທີ່ມີເນື້ອໃນກ່ຽວກັບຈີນ,
ປັດຈຸບັນ, ຊາວໜຸ່ມນັບມື້ນັບຫລາຍຂຶ້ນ ໄດ້ເດີນຕາມເສັ້ນທາງມອບຄວາມສຸກດ້ານວັດທະນະທຳໃຫ້ຮາກຖານ, ຮອຍຕີນສູ່ຮາກຖານຂອງເຂົາເຈົ້າໄດ້ມີຢູ່ທົ່ວປະເທດຈີນ.
ຄຳເຫັນ
0