ຕອກໄມ້ໄຜ່ທີ່ແລບບາງປານເສັ້ນຜົມ ສານກ້ຽວໄປກ້ຽວມາຕາມຖັກສານໄມ້ໄຜ່, ຄຽງຄູ່ກັບນາງ ເຊີນສວງ ສານໄມ້ໄຜ່ຢ່າງຄ່ອງແຄ້ວ ແລະ ວ່ອງໄວ, ຮູບໝີແພນດາທີ່ຄືມີຊີວິດຈິງ ແລະ ເປັນແບບໄຮ້ດຽງສາໜ້າຮັກໂຕໜຶ່ງ ກໍປາກົດອອກມາສູ່ສາຍຕາ.
ນາງເຊີນສວງ ແມ່ນຊ່່າງຫັດຖະກຳສານໄມ້ໄຜ່ທີ່ໜຸ່ມໜ້ອຍຜູ້ໜຶ່ງຂອງໂຮງງານຫັດຖະກຳໄມ້ໄຜ່ເມືອງຊີ່ງເຊີນນະຄອນເມີຍຊ່ານແຂວງເສສວນ, ນາງເວົ້າວ່າ: ຄອບຄົວຂອງຂ້າພະເຈົ້າ ມີອາຊີບສານໄມ້ໄຜ່ມາໄດ້ຫລາຍເຊັ່ນຄົນແລ້ວ, ຫລາຍປີກ່ອນ, ໄດ້ຖືເອົາອາຊີບຫັດຖະກຳຄືການສານເຄື່ອງມືກະສິກຳ ແລະ ເຟີນີເຈີເປັນຫລັກ, ເຊິ່ງສາມາດຫາເງິນໄດ້ບໍ່ໜ້ອຍ, ຜ່ານການຮຽນ ແລະ ຝຶກແລ້ວຝຶກອີກໃນຫລາຍປີມໍ່ໆມານີ້, ຂ້າພະເຈົ້າສາມາດຮຽນຮູ້ເຕັກນິກການສານໄມ້ໄຜ່ໄດ້ຫລາຍຢ່າງ, ຜົນງານຂອງຂ້າພະເຈົ້າທີ່ຂາຍໄດ້ລາຄາດີນັ້ນແມ່ນ 1-2 ໝື່ນຢວນ, ປີໜຶ່ງ ຈຶ່ງມີລາຍຮັບໄດ້ແສນກວ່າຢວນ.
ຢູ່ເມືອງຊີ່ງເຊີນ, ຜູ້ທີ່ໄດ້ສ້າງຄວາມຮັ່ງມີດ້ວຍສີມືການສານໄມ້ໄຜ່ຄືນາງເຊີນສວງນີ້ ມີຈຳນວນໝື່ນກວ່າຄົນ. ສຳລັບເມືອງນີ້ທີ່ມີພົນລະເມືອງບໍ່ຮອດ 2 ແສນຄົນນັ້ນ, ກໍສາມາດເວົ້າໄດ້ວ່າ: ຊ່າງແບບນີ້ມີຈຳນວນບໍ່ໜ້ອຍ. ໃນຖານະເປັນຍີ່ຫໍ້ສີມືແຮງງານທີ່ມີຊື່ສຽງ, “ຫັດຖະກຳສານໄມ້ໄຜ່ຂອງເມືອງຊີ່ງເຊີນ” ໄດ້ກາຍເປັນຂະແໜງການທີ່ສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ ແລະ ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນຢູ່ເມືອງຊິ່ງເຊີນ.
ເມືອງຊີ່ງເຊີນ ມີຊັບພະຍາກອນໄມ້ໄຜ່ທີ່ອຸດົມສົມບູນ, ຜະລິດຕະພັນສານດ້ວຍໄມ້ໄຜ່ມີຫລາກຫລາຍປະເພດ, ໃນນັ້ນ ວີທີການສານໄມ້ໄຜ່ຫລາຍປະເພດກໍບໍ່ຍາກປານໃດ, ບໍ່ຕ້ອງເຮັດຢູ່ສະຖານທີ່ຕາຍໂຕ, ເຮັດຢູ່ເຮືອນ ຕົນກໍໄດ້, ສະນັ້ນ, ຈຶ່ງສາມາດແກ້ໄຂບັນຫາການປະກອບອາຊີບຂອງແມ່ຍິງ ແລະຜູ້ເຖົ້າທີ່ຕ້ອງເຝົ້າເຮືອນຢູ່ຊົນນະບົດ, ສ່ວນການຈຳໜ່າຍສາມາດຂາຍ ຕາມການສັ່ງຊື້ ແລະ ສັ່ງເຮັດໂດຍຜ່ານຊ່ອງທາງອິນເຕີເນັດ, ຈຶ່ງບໍ່ຕ້ອງເປັນຫ່ວງເລື້ອງຈຳໜ່າຍເລີຍ.
ໃນຮ້ານວາງສະແດງຜະລິດຕະພັນຂອງສູນຝຶກອົບຮົມວິຊາຊີບຄົນພິການ ສານໄມ້ໄຜ່ເມືອງຊີ່ງເຊີນ ໄດ້ມີໂຄມໄຟຫຼາຍສິບແບບຖືກວາງສະແດງຢູ່, ໃນ ນັ້ນ ຈຳນວນໜຶ່ງມີຮູບຊົງສວຍງາມເປັນພິເສດ, ສີມືກໍປານີດຫລາຍ. ຜູ້ຮັບຜິດຊອບຂອງສູນຝຶກອົບຮົມໄດ້ແນະນຳໃຫ້ຮູ້ວ່າ: ໂຄມໄຟເຫລົ່ານີ້ແມ່ນຜົນງານຂອງຜູ້ເຂົ້າຝຶກອົບຮົມທີ່ເປັນຄົນພິການ. ສູນດັ່ງກ່າວໄດ້ເລີ່ມຈັດຊຸດຝຶກອົບຮົມໃນປີ 2016, ແຕ່ລະປີກໍສາມາດຝຶກອົບຮົມຄົນພິການໄດ້ 200-300 ຄົນ. ນາງ ລານເຮີພິງ ແມ່ນພະນັກງານທີ່ເຄີຍມາເຂົ້າຮ່ວມການຝຶກອົບຮົມຢູ່ສູນແຫ່ງນີ້. ເຖິງວ່າຂາສອງເບື້ອງຂອງລາວພິການໜັກ, ແຕ່ວ່ານາງມີສີມືດີຫລາຍ, ເມື່ອ ຕົນເອງເກັ່ງແລ້ວ ກໍຍັງໄດ້ກາຍເປັນຄູສອນຂອງສູນນຳອີກ, ລາວເວົ້າວ່າ: ຫັດຖະກຳແບບນີ້ “ສາມາດປະກອບອາຊີບໄດ້ຢູ່ໜ້າເຮືອນຕົນເລີຍ, ປີໜຶ່ງມີລາຍຮັບ 2 ໝື່ນກວ່າຢວນ, ສາມາດກຸ້ມຕົນເອງໄດ້, ຂ້າພະເຈົ້າພໍໃຈໃນອາຊີບ ນີ້ຫລາຍ.”
ເຖິງວ່າການສານໄມ້ໄຜ່ຢູ່ເມືອງຊິ່ງເຊີນ ເປັນສີມືອັນສຳຄັນໃນການຜະລິດ ແລະການດຳລົງຊີວິດຂອງຄົນທ້ອງຖິ່ນມາແຕ່ດົນແລ້ວກໍຕາມ, ແຕ່ການກາຍເປັນຊ່ອງທາງທີ່ສ້າງຄວາມຮັ່ງມີໃຫ້ກັບປະຊາຊົນນັ້ນ ພັດເປັນເລື່ອງທີ່ຫາກໍ່ ເກີດຂຶ້ນໃນບໍ່ເທົ່າໃດປີມໍ່ໆມານີ້. ເລີ່ມແຕ່ປີ 2012 ເປັນຕົ້ນມາ, ອົງການປົກຄອງເມືອງໄດ້ປະຕິບັດ “ແຜນການຝຶກອົບຮົມສີມືຊ່າງສານໄມ້ໄຜ່ຂັ້ນພື້ນຖານ ໃຫ້ກັບໜຶ່ງພັນຄົນ”, ມາຮອດປັດຈຸບັນນີ້, ໄດ້ຈັດຊຸດຝຶກອົບຮົມໄດ້ແລ້ວ 500 ກວ່າຊຸດ, ມີຄົນເຂົ້າຝຶກອົບຮົມ 2,5 ໝື່ນກວ່າເທື່ອຄົນ.
ບໍລິສັດຫັດຖະກຳສານໄມ້ໄຜ່ຢູນຮວາເມືອງຊີ່ງເຊີນຈຳກັດ ເປັນວິສາຫະກິດຫຼັກແຫຼ່ງດ້ານການສານໄມ້ໄຜ່ຢູ່ເມືອງຊີ່ງເຊີນ, ໃນຮ້ານວາງສະແດງຂອງບໍລິສັດດັ່ງກ່າວ ມີຜົນງານຫັດຖະກຳສານໄມ້ໄຜ່ຫລາກຫລາຍປະເພດຈົນເບິ່ງບໍ່ໄຂວ່.
ທ່ານເຊີນຢູນຮວາ ຜູ້ສ້າງຕັ້ງບໍລິສັດດັ່ງກ່າວເວົ້າວ່າ: “ຄັນຢາກພັດທະນາຂະແໜງການສານໄມ້ໄຜ່ຂອງເມືອງຊີ່ງເຊີນໃຫ້ເຂັ້ມແຂງ ແລະມີຂະໜາດໃຫຍ່, ເພື່ອໃຫ້ຄົນມີວຽກເຮັດງານທຳຫລາຍກວ່າເກົ່າ ແລະ ມີລາຍຮັບທີ່ດີໂດຍອາໄສຂະແໜງການນີ້, ຕ້ອງເຮັດວຽກສອງດ້ານໃຫ້ດີເປັນພິເສດ ຄື: ໜຶ່ງ, ເຮັດໃຫ້ຕອກໄມ້ໄຜ່ມີຄວາມແລບບາງທີ່ສຸດ; ສອງ, ຍົກສູງມູນຄ່າເພີ່ມ.” ໄມ້ໄຜ່ລົດໜຶ່ງ ຖ້າໃຊ້ມາເປັນວັດຖຸດິບທຳມະດາ ກໍສາມາດຂາຍໄດ້ພຽງແຕ່ຫລາຍພັນຢວນເທົ່ານັ້ນ, ແຕ່ຖ້າເອົາມາເຮັດເປັນເຟີນີເຈີ ຫລືເຄື່ອງຫັດຖະກຳແລ້ວ ກໍຈະມີມູນຄ່າເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ. ປັດຈຸບັນ, ບໍລິສັດດັ່ງກ່າວມີຜະລິດຕະພັນໄມ້ໄຜ່ 3.000 ກວ່າຊະນິດ.
ເພື່ອຊຸກຍູ້ການສືບທອດສີມືສານໄມ້ໄຜ່ ແລະການພັດທະນາຂອງຂະ ແໜງການໄມ້ໄຜ່, ອົງການປົກຄອງເມືອງຊີ່ງເຊີນ ໄດ້ຈັດໃຫ້ມີການແຂ່ງຂັນການອອກແບບຜະລິດຕະພັນໄມ້ໄຜ່ດ້ວຍການປະດິດສ້າງໃໝ່ໄດ້ຫລາຍປີລຽນຕິດແລ້ວ, ໂດຍໄດ້ດຶງດູດໂຮງຮຽນຊັ້ນສູງພາຍໃນປະເທດຈີນ 50 ກວ່າແຫ່ງສົ່ງຜົນງານເຂົ້າຮ່ວມແຂ່ງຂັນທັງໝົດ 8.000 ກວ່າອັນ ແລະ ຜ່ານຈາກການ ປະກວດ ສາມາດຄັດເລືອກໄດ້ຜົນງານດີເດັ່ນ 60 ອັນ, ເຊິ່ງໄດ້ດຶງດູດຊາວໜຸ່ມ, ນັກສຶກສາ ແລະຜູ້ມີຄວາມຮູ້ຄວາມສາມາດທີ່ກັບບ້ານເກີດເມືອງນອນນັ້ນ ເຂົ້າຮ່ວມຂະແໜງການໄມ້ໄຜ່ນັບມື້ນັບຫລາຍ, ໃນຍຸກສະໄໝໃໝ່ກໍໄດ້ເຮັດໃຫ້ສີມືສານໄມ້ໄຜ່ສາມາດສືບທອດຈາກຄົນລຸ້ນເກົ່າສູ່ຄົນລຸ້ນໃໝ່ໄດ້.
ຊຸມປີມໍ່ໆມານີ້, ອົງການປົກຄອງເມືອງຊີ່ງເຊີນໄດ້ເພີ່ມທະວີການໂຄສະນາ ເຜີຍແຜ່, ໂດຍໄດ້ຍົກສູງຊື່ສຽງຂອງຜະລິດຕະພັນໄມ້ໄຜ່ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ກັບຊາວເມືອງຫລາຍກວ່າເກົ່າ. ອົງການປົກຄອງເມືອງຍັງໄດ້ຈັດຕັ້ງຜູ້ຊ່ຽວຊານດ້ານການສານໄມ້ໄຜ່ຂອງແຂວງເສສວນ ໄປຈັດຊຸດຝຶກອົບຮົບ ແລະ ເຂົ້າຮ່ວມງານບັນລະຍາຍກ່ຽວກັບການລຶບລ້າງຄວາມທຸກຍາກດ້ວຍ ການສານໄມ້ໄຜ່ຢູ່ເຂດກວາງຊີ, ແຂວງກຸ້ຍໂຈ່ວ, ແຂວງຢູນນານ ແລະ ປະເທດທີ່ມີຜະລິດຕະພັນໄມ້ໄຜ່ທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ນີ້ໄດ້ສະແດງໃຫ້ເຫັນບົດບາດອັນຕັ້ງໜ້າໃນການເຜີຍແຜ່ ແລະ ສືບທອດວັດທະນະທຳການສານໄມ້ໄຜ່. ນອກນີ້, ອົງການປົກຄອງເມືອງຍັງໄດ້ຮ່ວມກັບປະເທດທີ່ຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”, ສ້າງຕັ້ງສູນສືບທອດສີມື ແລະ ສຶກສາວັດທະນະທຳນາມມະທຳ 61 ແຫ່ງ ແລະ ໄດ້ຈັດຊຸດຝຶກອົບຮົມສາກົນຫລາຍ ຄັ້ງ.
ເມື່ອໄດ້ພະຍາຍາມມາຫລາຍປີ, “ການສານໄມ້ໄຜ່ຂອງເມືອງຊີ່ງເຊີນ” ໄດ້ກາຍເປັນຜະລິດຕະພັນທີ່ເປັນສັນຍະລັກທ້ອງຖິ່ນທີ່ໄດ້ຮັບການອະນຸລັກລະດັບຊາດຂອງຈີນ, ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳລະດັບຊາດຂອງ ສປ ຈີນ, ທັງໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ 100 ຍີ່ຫໍ້ທີ່ເຂັ້ມແຂງຂັ້ນທ້ອງຖິ່ນໃນທົ່ວປະເທດຈີນ 3 ປີລຽນຕິດ. ຍີ່ຫໍ້ສີມືແຮງງານ ຄື: “ການສານໄມ້ໄຜ່ຂອງເມືອງຊີ່ງເຊີນ” ພວມຂະຫຍາຍໄປສູ່ຂະແໜງການປູກໄມ້ໄຜ່, ວັດຖຸດິບຈາກໄມ້ໄຜ່ ແລະອື່ນໆຕື່ມອີກ.
ຄຳເຫັນ
0