ຢູ່ເທິງພູອູ່ເມີງ, ຄອບຄົວຂອງນາງເຊີງຢວີຕີ່ອາຍຸໄດ້ 18 ປີ ແມ່ນຄອບຄົວ ທີ່ທຸກຍາກຫລາຍ, ສຳລັບນາງແລ້ວ, ການຕັ້ງໃຈຮ່ຳຮຽນແມ່ນທາງອອກພຽງໜຶ່ງດຽວເພື່ອອອກຈາກເຂດພູດອຍ.
ບ້ານກ່າວຊຽວ, ຕາແສງນິວສາງ, ເມືອງເຈີ້ນຊົງ, ນະຄອນຈ່າວທົ່ງ, ແຂວງຢູນນານ ແມ່ນບ້ານເກີດຂອງນາງເຊີງຢວີຕີ່. ຫລາຍປີກ່ອນ, ໃນຖານະເປັນລູກຄົນ ໜຶ່ງຂອງຄອບຄົວທີ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ, ນາງກໍໄດ້ເສັງເຂົ້າຮຽນຢູ່ໂຮງຮຽນມັດທະຍົມເມືອງເຈີ້ນຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູຢູນນານ.
ໃນປີທີ່ນາງຮຽນຢູ່ມ 5, ພໍ່ຂອງນາງໄດ້ເສຍຊີວິດຍ້ອນເປັນພະຍາດຕັບ, ສ່ວນ ແມ່ຂອງນາງໄດ້ໜີອອກຈາກຄອບຄົວ, ຊີວິດການເປັນຢູ່ຂອງນາງພົບກັບການປ່ຽນແປງຢ່າງກະທັນຫັນ, ແຕ່ສິ່ງທີ່ເຮັດໃຫ້ນາງຮູ້ສຶກວ່າ ຕົນເອງຍັງໂຊກດີຢູ່ກໍຄື: ບໍ່ວ່ານາງເສັງໄດ້ຄະແນນເທົ່າໃດ, ຄູກໍໃຫ້ກຳລັງໃຈແກ່ນາງຢ່າງສະເໝີຕົ້ນສະເໝີປາຍ.
ປີ2020, ນາງ ເຊີງຢວີຕີ່ ໄດ້ເສັງເຂົ້າພາກວິຊາການແພດຄລິນິກຂອງມະຫາວິທະຍາໄລນານຄ່າຍດ້ວຍຄະແນນສູງ. ນາງເວົ້າວ່າ: ໃນໄລຍະທີ່ຜ່ານມາ, ທາງໂຮງຮຽນໄດ້ເປັນເສົາຄ້ຳໃຫ້ກັບນາງ, ເຮັດໃຫ້ຕົນເອງເຊື່ອໝັ້ນຕະຫຼອດມາວ່າ ນັກຮຽນທຸກຍາກກໍສາມາດມີອະນາຄົດທີ່ສົດໃສໄດ້.
ເມືອງເຈີ້ນຊົງທີ່ຕັ້ງຢູ່ບ່ອນເລິກຂອງພູອູ່ເມີງ ເຄີຍເປັນເມືອງທີ່ມີຈຳນວນປະຊາຊົນຜູ້ທຸກຍາກທີ່ໄດ້ລົງທະບຽນຫລາຍທີ່ສຸດໃນປະເທດຈີນ, ຈົນມາຮອດ ເດືອນພະຈິກປີ 2020 ຈຶ່ງສາມາດລຶບລ້າງຄວາມທຸກຍາກໄດ້ຢ່າງເປັນທາງການ.
ເພື່ອກຳຈັດບັນຫາຄວາມທຸກຍາກບໍ່ໃຫ້ສືບທອດຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນໜ້າ, ເມືອງເຈີ້ນຊົງໄດ້ສຸມໃສ່ການລຶບລ້າງຄວາມທຸກຍາກດ້ວຍການສຶກສາ, ການຮ່ວມກັນສ້າງໂຮງຮຽນມັດທະຍົມເຈີ້ນຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູຢູນນານນັ້ນ ກໍເປັນວິທີທີ່ສຳຄັນ.
ຫລາຍປີມໍ່ໆມານີ້, ທາງໂຮງຮຽນໄດ້ດຳເນີນການຄົ້ນຄວ້າ ແລະປະຕິຮູບ, ປະຕິບັດມາດຕະການຕ່າງໆ ເຊັ່ນ: ກະກຽມບົດສອນລວມໝູ່, ໃຫ້ນັກຮຽນຊ່ວຍເຫລືອການຮຽນເຊິ່ງກັນ ແລະ ກັນດ້ວຍການຈັບຄູ່, ນຳໃຊ້ການປະດິດສ້າງໃໝ່ດ້ານການສຶກສາທາງດ້ານແນວຄິດການເມືອງ ແລະອື່ນໆ, ສາມາດຍົກສູງຄຸນນະພາບການຮຽນ-ການສອນໄດ້ຢ່າງຫລວງຫລາຍ. ເມືອງເຈີ້ນຊົງເຄີຍເປັນເຂດທຸກຍາກທີ່ສຸດ, ປັດຈຸບັນ, ໄດ້ກາຍເປັນເຂດທີ່ໃຫ້ຄວາມສຳຄັນທີ່ສຸດຕໍ່ວຽກງານການສຶກສາ.
ການທີ່ໃຫ້ລູກຂອງຕົນສາມາດເສັງເຂົ້າມະຫາວິທະຍາໄລທີ່ມີຊື່ສຽງ ຄືນາງເຊີງຢວີຕີ່ນັ້ນ ແມ່ນຄວາມປາຖະໜາຂອງນາງເຕີ້ງຮຸ້ຍພີງ, ຊາວບ້ານຕາແສງອູ່ເຟິ່ງເມືອງເຈີ້ນຊົງ.
ໃນຖານະເປັນຄູຂອງໂຮງຮຽນມັດທະຍົມເລກໜຶ່ງຂອງເມືອງເຈີ້ນຊົງ, ນາງເຕີ້ງຮຸ້ຍພີງຍິ່ງຮູ້ດີເຖິງຄວາມໝາຍທີ່ໃຫ້ລູກຫລານໄດ້ຮັບການສຶກສາທີ່ມີຄຸນນະພາບດີ.
ເປັນເວລາດົນນານມາແລ້ວ, ລະດັບການສອນຂອງຄູຢູ່ເມືອງເຈີ້ນຊົງບໍ່ສູງ ປານໃດ, ເຮັດໃຫ້ວຽກງານການສຶກສາຂອງເມືອງນີ້ຕົກເຂົ້າສູ່ສະພາບຫຍຸ້ງຍາກ, ນັກຮຽນທີ່ຮຽນຢູ່ເມືອງແຫ່ງນີ້ ບໍ່ມີໃຜສາມາດເສັງເຂົ້າມະຫາວິທະຍາໄລດີເດັ່ນທີ່ສຸດຂອງຈີນໄດ້ຈັກຄົນເປັນເວລາ 19 ປີຕິດຕໍ່ກັນແລ້ວ, ເຮັດໃຫ້ພໍ່ແມ່ຜູ້ປົກຄອງຈຳນວນບໍ່ໜ້ອຍຂາດຄວາມເຊື່ອໝັ້ນຕໍ່ການສຶກສາຂອງເມືອງເຈີ້ນຊົງ.
ນາງເຕີ້ງຮຸ້ຍພີງເວົ້າວ່າ: ແຕ່ລະປີ ກໍມີນັກຮຽນທີ່ຮຽນເກັ່ງຈຳນວນຫຼວງຫຼາຍ ໄປຮຽນຢູ່ໂຮງຮຽນມັດທະຍົມປາຍຂອງນະຄອນອື່ນທີ່ມີລະດັບການສອນສູງກວ່າ, ແຕ່ຄ່າໃຊ້ຈ່າຍຕ່າງໆຂອງນັກຮຽນກໍໄດ້ເພີ່ມຂຶ້ນ ເຊັ່ນ: ຄ່າຄອງຊີບ, ຄ່າເດີນທາງ ແລະຄ່າອື່ນໆ. ເຮັດໃຫ້ຄອບຄົວສ່ວນໜຶ່ງພົບກັບບັນຫາທຸກຍາກຍ້ອນການສຶກສາ.
ປີ 2016, ໂຮງຮຽນມັດທະຍົມເຈີ້ນຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູຢູນນານໄດ້ເລີ່ມເປີດການຮຽນ-ການສອນຢ່າງເປັນທາງການ, ເຮັດໃຫ້ນາງເຈີ້ງຮຸ້ຍພີງ ແລະຜູ້ປົກຄອງຄົນອື່ນໆຂອງເມືອງເຈີ້ນຊົງ ບໍ່ຕ້ອງຄິດໜັກໃນເລື່ອງທີ່ຈະສົ່ງລູກຫລານເຂົ້າໂຮງຮຽນມັດທະຍົມອີກແລ້ວ, ໂຮງຮຽນມັດທະຍົມແຫ່ງນີ້ແມ່ນເມືອງເຈີ້ນຊົງ ແລະ ມະຫາວິທະຍາໄລສ້າງຄູຢູນນານຮ່ວມກັນສ້າງຂຶ້ນ, ໂດຍໄດ້ເຊີນໜ່ວຍງານຜູ້ຊ່ຽວຊານຂອງມະຫາວິທະຍາໄລສ້າງຄູຢູນນານທີ່ປະກອບດ້ວຍຜູ້ມີຄວາມຮູ້ຄວາມສາມາດດ້ານການບໍລິຫານຄຸ້ມຄອງ ແລະພາກວິຊາອື່ນໆທັງໝົດ 10 ທ່ານໄປຖ່າຍທອດບົດຮຽນຢູ່ເມືອງເຈີ້ນຊົງ.
ມີລູກຫລານຂອງຄອບຄົວທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ຈຳນວນ 1.433 ຄົນ ໄດ້ເຂົ້າຮຽນຢູ່ໂຮງຮຽນມັດທະຍົມແຫ່ງນີ້, ໃນນັ້ນ, ລູກຫລານຂອງຄອບຄົວທີ່ຜູ້ປົກຄອງໄປເຮັດວຽກຢູ່ຕ່າງຖິ່ນກວມປະມານ 38%. ສຳລັບນັກຮຽນເຫລົ່ານີ້ທີ່ຫ່າງໄກກັບພໍ່ແມ່ ແລະຂາດຄວາມອົບອຸ່ນ, ທາງໂຮງຮຽນກໍໄດ້ຈັດໃຫ້ມີຫຼັກສູດແນວຄິດການເມືອງ ເພື່ອບຳລຸງສ້າງສຸຂະພາບຈິດໃຫ້ກັບເຂົາເຈົ້າ, ພະຍາຍາມເຮັດໃຫ້ເຂົາເຈົ້າໄດ້ຮັບຄວາມອົບອຸ່ນແບບຢູ່ໃນຄອບຄົວຕົນ.
ໂຮງຮຽນ ຍັງໄດ້ເອົາພາກວິຊາການເມືອງ, ປະຫວັດສາດ ແລະ ພູມສາດ ປະສານສົມທົບກັບເຫດການເດັ່ນດ້ານການເມືອງໃນສັງຄົມ, ເຊັ່ນ: ນ້ຳໃຈກອງປະຊຸມຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19, ໃນແຕ່ລະມື້ໄດ້ຈັດຕັ້ງໃຫ້ນັກຮຽນຮັບຊົມລາຍການຂ່າວຂອງໂທລະພາບສູນກາງຈີນ ຫຼື CCTV , ທັງໄດ້ຈັດ ໃຫ້ມີຫຼັກສູດ “ວັດທະນະທຳແບບສັງລວມ” ແລະ “ຄວາມຮູ້ຮອບໂຕ” ສຳລັບນັກ ຮຽນມັດທະຍົມປາຍ, ຍັງໄດ້ສອນຕຳລາອະມະຕະຂອງຄົນບູຮານຈີນໂດຍສະເພາະ.
ເຮືອນຂອງນັກຮຽນວາງຮາວ ຕັ້ງຢູ່ບ້ານມ້ຽວເກີງ, ຕາແສງຢີເລີ້, ເມືອງເຈີ້ນຊົງ, ພໍ່ແມ່ຂອງລາວໄປເຮັດວຽກຢູ່ນະຄອນຄຸນມີງເປັນເວລາດົນນານແລ້ວ, ເອື້ອຍສອງຄົນພວມຮຽນຢູ່ມະຫາວິທະຍາໄລ, ນ້ອງຊາຍກຳລັງຮຽນຢູ່ໂຮງຮຽນມັດທະຍົມປາຍ, ຄອບຄົວຂອງລາວ ມີຄວາມຫຍຸ້ງຍາກຫລາຍໃນດ້ານເສດຖະກິດ. ພາຍຫລັງໄດ້ຮູ້ສະພາບດັ່ງກ່າວແລ້ວ, ໂຮງຮຽນຈຶ່ງພະຍາຍາມຊອກຫາວິທີແກ້ໄຂ, ແຕ່ລະພາກຮຽນ ທາງໂຮງຮຽນໄດ້ໃຫ້ເງິນອຸດໜູນ 1.250 ຢວນແກ່ວາງຮາວ. ຍ້ອນວ່າວາງຮາວຮຽນເກັ່ງຫລາຍ, ໂຮງຮຽນຍັງໄດ້ສົ່ງລາວໄປເຂົ້າຮ່ວມການແຂ່ງຂັນຢູ່ນະຄອນຫລວງປັກກິ່ງ, ນະຄອນເຊີງຕູ່ ແລະນະຄອນຊາງຊ່າເປັນຕົ້ນ.
ນ້ອງວາງຮາວເວົ້າວ່າ: ນ້ອງມັກວິທະຍາສາດມາຕັ້ງແຕ່ຍາມນ້ອຍ, ສົນໃຈເລື່ອງປັນຍາປະດິດ ຫລື AI ຫລາຍທີ່ສຸດ. ປີກາຍນີ້, ນ້ອງວາງຮາວໄດ້ເສັງເຂົ້າຄະນະກົນຈັກອັດຕະໂນມັດຂອງມະຫາວິທະຍາໄລຊີ່ງຮວາ, ລາວຫວັງຢາກຮຽນຮອດລະດັບປະລິນຍາເອກ.
ພາຍຫຼັງໂຮງຮຽນໄດ້ເປີດມາເປັນເວລາ 5 ປີແລ້ວ, ນັກຮຽນໄດ້ເພີ່ມຂຶ້ນຈາກ 1.300 ກວ່າຄົນ ເປັນ 8.355 ຄົນ. ປີ 2020 ແລະປີ 2021 ໂຮງຮຽນມີນັກຮຽນ 1.464 ຄົນໄດ້ສະໝັກເສັງເຂົ້າມະຫາວິທະຍາໄລ, ໂດຍສາມາດເສັງເຂົ້າມະຫາວິທະຍາໄລໄດ້ 100% ຕິດຕໍ່ກັນເປັນເວລາ 2 ປີແລ້ວ.
ນ້ອງ ຫລີຊຽງຢົງ ແມ່ນຊາວບ້ານຕ້າວ່ານ, ຕາແສງຕ້າວ່ານ, ເມືອງເຈີ້ນຊົງ, ຄອບຄົວຂອງລາວເຄີຍທຸກຍາກ. ລາວຕັ້ງໃຈຮ່ຳຮຽນ ຈຶ່ງສາມາດເສັງເຂົ້າພາກວິຊາເຕັກນິກການແພດຂອງມະຫາວິທະຍາໄລປັກກິ່ງໄດ້ໃນປີນີ້. ນ້ອງເວົ້າວ່າ: ມະຫາວິທະຍາໄລປັກກິ່ງເປັນໂຮງຮຽນທີ່ສ້າງຄວາມຝັນ. ສ້າງຄວາມຝັນໃຫ້ກັບອະນາຄົດຂອງນັກສຶກສາ, ສ້າງຄວາມຝັນໃນການພັດທະນາຄອບຄົວ, ທັງສ້າງຄວາມຝັນເພື່ອຄວາມຈະເລີນ ແລະ ເຂັ້ມແຂງໃຫ້ກັບປະເທດຊາດ.
ປັດຈຸບັນ, ພາຍໃຕ້ການນຳພາ ແລະ ເອົາໃຈໃສ່ຂອງໂຮງຮຽນມັດທະຍົມເຈີ້ນຊົງທີ່ຂຶ້ນກັບມະຫາວິທະຍາໄລສ້າງຄູຢູນນານ, ລະດັບການສຶກສາໃນຂັ້ນມັດທະຍົມປາຍຂອງເມືອງເຈີ້ນຊົງ ໄດ້ຮັບການຍົກສູງຂຶ້ນຢ່າງຫລວງຫລາຍ, ໄດ້ດຶງດູດນັກຮຽນທັງຫລາຍໃຫ້ກັບມາຮຽນຢູ່ບ້ານເກີດ, ທັງໄດ້ດຶງດູດນັກຮຽນບ່ອນອື່ນນະຄອນອື່ນໃຫ້ມາຮຽນຢູ່ທີ່ນີ້. ໂຮງຮຽນມັດທະຍົມແຫ່ງນີ້ ພວມອອກແຮງຄົ້ນຄວ້າວິທີການຕ່າງໆຢ່າງບໍ່ຢຸດຢັ້ງ, ເພື່ອນຳເອົາແສງສະຫວ່າງມາໃຫ້ແກ່ເຂດພູດອຍອູ່ເມີງ.
ຄຳເຫັນ
0