ເມືອງຊາວຊ້ຽນ,ນະຄອນເຮີເຈີ,ແຂວງຊ່ານຕົ່ງ ມີເນື້ອທີ່ທັງໝົດ 1.969 ກິໂລຕາແມັດ, ເມືອງນີ້ຖືວ່າເປັນກຸ່ມບ້ານທີ່ເຕົ້າໂຮມຮ້ານອອນລາຍໃນເວັບໄຊທາວປາວທີ່ໃຫຍ່ອັນດັບສອງໃນທົ່ວປະເທດຈີນ 3 ປີລຽນຕິດ. ຈົນເອີ້ນວ່າ ບ້ານທາວປາວ ເມືອງທາວປາວ.
ທ່ານ ຊຸ່ນຢວນທ່າວ ຮອງເຈົ້າເມືອງຊາວຊ້ຽນໄດ້ແນະນຳວ່າ: ເມືອງຂອງຕົນມີຊື່ສຽງໂດ່ງດັງຂຶ້ນ ແມ່ນກ່ຽວພັນກັບຮູບແບບການພັດທະນາການຄ້າເອເລັກໂຕຼນິກຂອງເມືອງຢ່າງສະໜິດແໜ້ນ. ເມືອງຊາວຊ້ຽນ ໄດ້ສ້າງຕັ້ງອົງການສາທາລະນະປະໂຫຍດທີ່ຂຶ້ນກັບອົງການປົກຄອງເມືອງໂດຍກົງນັ້ນກໍ່ ຄື: ສູນບໍລິການດ້ານການຄ້າເອເລັກໂຕຼນິກເມືອງຊາວຊ້ຽນ, ຍັງໄດ້ສ້າງຕັ້ງຄະນະນຳພາວຽກງານການຄ້າເອເລັກໂຕຼນິກເມືອງຊາວຊ້ຽນ, ໂດຍໄດ້ອອກເອກະສານທີ່ກ່ຽວຂ້ອງ, ປັບປຸງລະບົບນະໂຍບາຍດ້ານການຄ້າເອເລັກໂຕຼນິກຊົນນະບົດໃຫ້ສົມບູນຂຶ້ນ. ນອກນີ້, ຂະແໜງການເງິນຂອງເມືອງ ຍັງໄດ້ສະໜອງງົບສະເພາະໃນແຕ່ລະປີ ເພື່ອສະໜັບສະໜູນການພັດທະນາການຄ້າເອເລັກໂຕຼນິກ.
ປັດຈຸບັນ, ຢູ່ເມືອງຊາວຊ້ຽນ ມີບໍລິສັດການຄ້າເອເລັກໂຕຼນິກ 5.000 ກວ່າແຫ່ງ, ຮ້ານອອນລາຍ 6 ໝື່ນກວ່າແຫ່ງ, ການຄ້າເອເລັກໂຕຼນິກໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ 350 ພັນຄົນ, ທັງໄດ້ດຶງດູດຄວາມສົນໃຈຂອງຊາວເມືອງ 5 ໝື່ນຄົນໃຫ້ກັບຄືນມາບ້ານເກີດເມືອງນອນ ເພື່ອເຮັດທຸລະກິດຂອງຕົນເອງ. ຕາມຕົວເລກສະຖິຕິຫລ້າສຸດ, 6 ເດືອນຕົ້ນປີ 2021 ນີ້, ມູນຄ້າການຈຳໜ່າຍທາງອອນລາຍຂອງເມືອງຊາວຊ້ຽນ ໄດ້ບັນລຸຫລາຍກວ່າ 19,2 ຕື້ຢວນ, ມີບ້ານທາວປາວ 151 ບ້ານ, ຕາແສງທາວປາວ 17 ແຫ່ງ.
ຄືກັນກັບເມືອງຊາວຊ້ຽນ, ຢູ່ປະເທດຈີນຍັງມີເມືອງ ແລະນະຄອນນັບມື້ນັບຫລາຍຂຶ້ນ ໄດ້ຊຸກຍູ້ການພັດທະນາຂະແໜງການຕ່າງໆ ເຊັ່ນ: ການຄ້າເອເລັກໂຕຼນິກ, ການທ່ອງທ່ຽວ ແລະອື່ນໆໂດຍຜ່ານອິນເຕີເນັດ, ປະຊາຊົນໄດ້ເຫັນເມືອງນ້ອຍຕ່າງໆນັບມື້ນັບຫລາຍຂຶ້ນໂດຍຜ່ານສື່ສັງຄົມອອນລາຍ, ຊື່ສຽງໃນສື່ສັງຄົມອອນລາຍຂອງເມືອງເຫຼົ່ານີ້ ກໍສາມາດສ້າງລາຍຮັບໄດ້ພາຍໃຕ້ເສດຖະກິດຮູບແບບໃໝ່. ມີເມືອງທີ່ເດີນຕາມເສັ້ນທາງການພັດທະນາເສດຖະກິດດີຈີຕອນນັບມື້ນັບຫລາຍຂຶ້ນ, ເຮັດໃຫ້ຊື່ສຽງກາຍເປັນເງິນເປັນຄຳ.
ໃນໄລຍະໜຶ່ງທີ່ຜ່ານມາ, ການໄປທ່ຽວຊົມສວນໝາກນັດຢູ່ເມືອງຊວີເວີນ, ນະຄອນຈ້ານຈ່ຽງ, ແຂວງກວາງຕຸ້ງ ໄດ້ກາຍເປັນທາງເລືອກດ້ານການທ່ອງທ່ຽວທີ່ດີຂອງຊາວເນັດທັງຫລາຍ, ຍ້ອນຊື່ສຽງທີ່ໜ້າສົນໃຈ, ຫລາຍຄົນຈຶ່ງຮູ້ວ່າ: ເມືອງທີ່ຕິດກັບທະເລແຫ່ງນີ້ ໄດ້ປູກໝາກນັດໃນເນື້ອທີ່ເກືອບເຄິ່ງໜຶ່ງຂອງທົ່ວປະເທດຈີນ. ຂໍ້ມູນໃຫຍ່ ຫລືບິກດາຕາດ້ານການທ່ອງທ່ຽວ ໄດ້ສະແດງໃຫ້ເຫັນວ່າ: ຕົ້ນເດືອນມີນາປີນີ້, ໝາກນັດໄດ້ເຂົ້າສູ່ໄລຍະເກັບກ່ຽວແລ້ວ, ຈຳນວນຊາວເນັດຊອກຫາຂໍ້ມູນດ້ານການທ່ອງທ່ຽວຂອງເມືອງຊວີເວີນຜ່ານທາງອອນລາຍພາຍໃນມື້ດຽວ ໄດ້ເພີ່ມຂຶ້ນ 168% ເມື່ອທຽບໃສ່ເດືອນກຸມພາ.
ການທີ່ໝາກນັດຂອງເມືອງຊວີເວີນໄດ້ຮັບຄວາມນິຍົມຈາກຊາວເນັດ, ບໍ່ສາ ມາດຕັດແຍກອອກຈາກການເຊື່ອມໂຍງລະຫວ່າງເຕັກນິກດີຈີຕອນ, ເຕັກນິກທັນສະໄໝ ແລະການພັດທະນາດ້ານກະສິກຳໄດ້. ປັດຈຸບັນ, ໝາກນັດແຕ່ລະເຮັກຕາຂອງເມືອງຊວີເວີນ ກໍມີແຫລ່ງຂໍ້ມູນຂອງມັນ, ການປູກຝັງກໍ່ໄດ້ມາດຕະຖານ, ຄຸນນະພາບກໍ່ມີຄວາມຮັບປະກັນ, ການຜະລິດກໍ່ສາມາດຕິດຕາມໄດ້. ເມືອງຊວີເວີນ ຍັງໄດ້ນຳໃຊ້ຫລາຍຊ່ອງທາງເພື່ອຊຸກຍູ້ການຈຳໜ່າຍໝາກນັດເຊັ່ນ: ຊ່ອງທາງສັ່ງຊື້ໂດຍກົງ, ການໂຄສະນາຜ່ານວິດີໂອສັ້ນ, ການຖ່າຍທອດສົດຂາຍທາງອອນລາຍ ແລະອື່ນໆ. ໂດຍຜ່ານຊ່ອງທາງເຫລົ່ານີ້, ນອກຈາກໝາກນັດສົດແລ້ວ, ຍັງມີເຂົ້າໜົມບົວລອຍໄສ້ໝາກນັດ, ກະປ໋ອງໝາກນັດ, ໝາກເນັດອົບແຫ້ງ. ຖົງຕີນ ແລະຜ້າເຊັດໜ້າທີ່ເຮັດດ້ວຍໃບໝາກນັດ ກໍໄດ້ກາຍເປັນສິນຄ້າທີ່ຂາຍດີເຊັ່ນກັນ, ຈົນວ່າໄດ້ຂາຍໄປຮອດປະເທດທີ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.
ໃນການພັດທະນາຊົນນະບົດໃຫ້ຈະເລີນ, ຜູ້ມີຄວາມຮູ້ຄວາມສາມາດມີຄວາມສຳຄັນຫລາຍ. ເສັ້ນທາງແຫ່ງການພັດທະນາຂະແໜງການດີຈີຕອນຂັ້ນເມືອງ, ຕ້ອງອາໄສການສະໜັບສະໜູນຂອງຜູ້ມີຄວາມຮູ້ຄວາມສາມາດທັງຫລາຍທີ່ກັບຄືນບ້ານເກີດເມືອງນອນເພື່ອສ້າງທຸລະກິດຕົນ.
ຫວ່າງກ່ອນນີ້ບໍ່ດົນ, ຮ້ານເຟຼສເຮີໝ໋າສາຂາປັກກິ່ງ ໄດ້ຈຳໜ່າຍໝາກຄາຍເຫລືອງຂອງເມືອງຟູ້ພິງນະຄອນປາວຕີ້ງແຂວງເຮີເປີຍ. ໃນມື້ທຳອິດຂອງການຈຳໜ່າຍ, ກໍໄດ້ຂາຍໝົດພາຍໃນ 5 ຊົ່ວໂມງ. ໝາກຄາຍເຫລືອງເມືອງຟູ້ພິງຈຳນວນເກືອບ 5 ໝື່ນກິໂລ ໄດ້ຂາຍໝົດພາຍໃນເວລາໜຶ່ງເດືອນຢູ່ຮ້ານເຟຼສເຮີໝ໋າສາຂາປັກກິ່ງ, ເຮັດໃຫ້ໝາກຄາຍເມືອງຟູ້ພິງມີຊື່ສຽງຂຶ້ນ.
ໝາກຄາຍເຫລືອງທີ່ຂາຍດິບຂາຍດີນີ້ ແມ່ນມາຈາກສວນໝາກໄມ້ຂອງທ້າວນິວທົງ. ຜູ້ບ່າວທີ່ເກີດໃນປີ 1994 ທີ່ຮຽນຈົບມາຈາກຕ່າງປະເທດ, ຫລັງຈາກນັ້ນ ລາວໄດ້ໄປສຳຫຼວດຄົ້ນຄວ້າການປູກໝາກໄມ້ ແລະການຂາຍໝາກໄມ້ຢູ່ເຂດພູດອຍຂອງເມືອງຟູ້ຜີງ, ລາວຍັງໄດ້ສ້າງໜ່ວຍງານຂອງຕົນທີ່ປະກອບມີ 4 ຄົນເຊິ່ງແມ່ນຄົນທີ່ຮຽນຈົບມາຈາກຕ່າງປະເທດທັງໝົດ, ໂດຍໄດ້ສ້າງຕັ້ງລະບົບ ເຄືອຂ່າຍສັບພະສິ່ງ, ພັດທະນາກະສິກຳດີຈີຕອນ.
ການຕິດຕັ້ງອຸປະກອນເຊັນເຊີດ້ານອຸຕຸນິຍົມ, ສາມາດຕິດຕາມອຸນຫະພູມ, ລະດັບຄວາມຊຸ່ມ, ຄວາມໄວຂອງລົມ ແລະ ສະພາບດິນໄດ້ໃນທຸກເວລາ. ນຳໃຊ້ເຕັກນິກຫົດນ້ຳໃສ່ປຸຍທີ່ທັນສະໄໝ. ຢາກຈະຫົດນ້ຳໃນເວລາໃດ, ຫົດປະລິມານເທົ່າໃດ, ກໍສາມາດເຮັດໄດ້ໂດຍຜ່ານໂທລະສັບມືຖື. ການກວດກາຜ່ານຂໍ້ມູນໃຫຍ່ ຫລືບິກດາຕາ ສາມາດຮູ້ໄດ້ຈຳນວນເຄື່ອງຢູ່ໃນສາງ ແລະຂໍ້ມູນການສົ່ງເຄື່ອງໄດ້ໃນທຸກເວລາ. ທ້າວນິວທົງແນະນຳວ່າ: ລະບົບຕິດຕາມກວດກາ HD ໃນສວນ ໝາກໄມ້, ສາມາດຂະຫຍາຍພາບໃຫ້ໃຫຍ່ຂຶ້ນໄດ້ 20 ເທົ່າ, ພຽງແຕ່ນັ່ງຢູ່ໃນຫ້ອງການ, ກໍສາມາດເຫັນສະພາບຂອງຕົ້ນໄມ້ກິນໝາກແຕ່ລະຕົ້ນ, ຈົນເຖິງໃບຂອງມັນ.
ໂດຍຜ່ານລະບົບເຕັກນິກກະສິກຳດີຈີຕອນແບບນີ້, ຜົນຜະລິດຂອງໝາກຄາຍເຫລືອງ ຈຶ່ງໄດ້ບັນລຸເຖິງ 11.250 ກິໂລຕໍ່ເຮັກຕາ. ໃນຫລາຍປີມໍ່ໆມານີ້, ສວນໝາກໄມ້ໃນເນື້ອທີ່ຫລາຍຮ້ອຍເຮັກຕາຂອງທ້າວນິວທົງໄດ້ສ້າງວຽກເຮັດງານທຳໃຫ້ກັບຊາວບ້ານ 500 ກວ່າຄອບຄົວ, ລາຍຮັບສະເລ່ຍຂອງແຕ່ລະຄອບຄົວບັນລຸຫລາຍກວ່າ 2,5 ໝື່ນຢວນຕໍ່ປີ. ຊາວກະສິກອນໄດ້ຮູ້ການນຳໃຊ້ເຕັກນິກປູກຝັງ, ເກັບກ່ຽວ ແລະຄວບຄຸມຄຸນນະພາບຂອງໝາກໄມ້ທີ່ຖືກກັບຫລັກວິທະຍາສາດຫລາຍກວ່າເກົ່າ, ໂດຍໄດ້ກາຍເປັນຊາວກະສິກອນລຸ້ນໃໝ່.
ບໍ່ວ່າເປັນຊາວກະສິກອນລຸ້ນໃໝ່ ຫລືເຈົ້າຂອງຮ້ານອອນລາຍ, ທຸກຄົນທີ່ເຮັດວຽກກ່ຽວກັບສື່ສັງຄົມອອນລາຍ, ເຂົາເຈົ້າກໍເຂົ້າໃຈແນວຄິດໃໝ່, ນຳໃຊ້ເຕັກນິກໃໝ່, ນຳເອົາຮູບແບບການພັດທະນາໃໝ່ມາສູ່ເມືອງ. ອາໄສກຳລັງແຮງດ້ານອິນເຕີເນັດ, ປັບປຸງຮູບແບບການຜະລິດ ແລະການຈຳໜ່າຍແບບດັ້ງເດີມ, ເຮັດໃຫ້ການຜະລິດ ແລະການບໍລິໂພກເຊື່ອມໂຍງເຂົ້າກັນ. ໃນທີ່ສຸດກໍ່ໄດ້ບັນລຸການປັບປຸງ ແລະຍົກລະດັບຂະແໜງການ, ທັງສາມາດຍົກສູງຊື່ສຽງຂອງຜະລິດຕະພັນ ແລະເມືອງໄດ້ຕື່ມອີກ.
ຄຳເຫັນ
0