ການລຶບລ້າງຄວາມທຸກຍາກ ແລະສ້າງຄວາມຮັ່ງມີ ແມ່ນອາໄສການພັດທະນາ, ຖ້າຢາກມີການພັດທະນາ ຂອດສຳຄັນແມ່ນຂະແໜງການຄົມມະນາຄົມ.
ທ່ານສີຈີ້ນຜີງ ປະທານປະເທດຈີນໄດ້ເອົາໃຈໃສ່ວຽກງານຄົມມະນາຄົມຢ່າງສະເໝີຕົ້ນສະເໝີປາຍ, ເປັນຫ່ວງເປັນໃຍນຳປະຊາຊົນທີ່ເດີນທາງຍາກ, ໂດຍ ທ່ານໄດ້ໄປສຳຫລວດກວດເບິ່ງວຽກງານຄົມມະນາຄົມຢູ່ຮາກຖານຫລາຍຄັ້ງ, ເພື່ອຮັບຟັງຫາງສຽງຂອງປະຊາຊົນ, ສຳຫລວດເບິ່ງສະພາບການຕົວຈິງ, ໃຫ້ທິດ ຊີ້ນຳອັນສຳຄັນ, ເຊິ່ງທ່ານໄດ້ຊີ້ແຈງທິດທາງຂອງການພັດທະນາຂະແໜງການຄົມມະນາຄົມຂົນສົ່ງຢ່າງຈະແຈ້ງຊັດເຈນ.
ບ້ານອາທູເລເອີໃນເຂດພູຕ້າລຽງແຂວງເສສວນ ຕັ້ງຢູ່ເທິງເຫວໃນສະພາບທີ່ອັນຕະລາຍ, ຊາວບ້ານມີຄວາມຫຍຸ້ງຍາກຫຼາຍໃນການເຂົ້າ-ອອກບ້ານ, ທ້າຍເດືອນມິຖຸນາປີ 2017, ການດຳລົງຊີວິດຂອງຊາວບ້ານຢູ່ເທິງເຫວທີ່ຂຶ້ນລົງຂັ້ນໄດ ທີ່ເຮັດດ້ວຍໄມ້ ແລະ ເອົາຫວາຍມັດນັ້ນ ໄດ້ຖືກປ່ຽນແທນດ້ວຍຂັ້ນໄດທີ່ເຮັດດ້ວຍທໍ່ເຫລັກກ້າຈຳນວນ 2.500 ກວ່າທ່ອນ.
ເດືອນພຶດສະພາປີ 2020, ຊາວບ້ານໄດ້ທະຍອຍກັນຍົກຍ້າຍໄປຢູ່ເຮືອນໃໝ່ທີ່ຕັ້ງຢູ່ເຂດຈັດສັນຍົກຍ້າຍເພື່ອລຶບລ້າງຄວາມທຸກຍາກທີ່ເມືອງຈ່າວເຈວ. ນັບແຕ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ສູນກາງພັກທີ່ມີທ່ານສີຈີ້ນຜິງເປັນແກນນຳ ໄດ້ຖືເອົາຄວາມມຸ່ງມາດປາດຖະໜາທີ່ ຢາກມີຊີວິດການເປັນຢູ່ອັນດີງາມຂອງປະຊາຊົນເປັນເປົ້າໝາຍສູ້ຊົນຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ໄດ້ຊຸກຍູ້ການເພີ່ມປະສິດທິພາບ ແລະ ຄຸນນະພາບຂອງວຽກງານຄົມມະນາຄົມຢູ່ຊົນນະບົດ, ໂດຍສະເພາະແມ່ນເຂດທຸກຍາກ. ມາຮອດປັດຈຸບັນ, ທາງຫລວງຊົນນະບົດໃນທົ່ວປະເທດຈີນ ມີຄວາມຍາວທັງໝົດຫລາຍ ກວ່າ 4,2 ລ້ານກິໂລແມັດ, ຕາແສງ ແລະຊົນນະບົດທີ່ມີເງື່ອນໄຂເອື້ອອຳນວຍນັ້ນ ໄດ້ມີທາງຢາງອັດສະຟານ ແລະ ລົດໂດຍສານໄປຮອດທັງໝົດ. ການບໍລິການ ດ້ານໄປສະນີໄດ້ໄປເຖິງຫລາຍກວ່າ 5, 5 ແສນບ້ານ .
ປະຫວັດສາດທີ່ມື້ໃດຟ້າແຈ້ງ ມີຂີ້ຝຸ່ນຕິດເຕັມໂຕ, ມື້ໃດຝົນຕົກ ມີຂີ້ຕົມຕິດເຕັມໂຕນັ້ນໄດ້ສິ້ນສຸດລົງແລ້ວ, ການດຳລົງຊີວິດທີ່ີປະຊາຊົນເຂົ້າ-ອອກບ້ານ ໂດຍຜ່ານ ເສັ້ນທາງປູຢາງອັດສະຟານ, ໄປຕ່າງຖິ່ນມີລົດໂດຍສານບໍລິການນັ້ນ ໄດ້ກາຍເປັນຈິງເທື່ອລະກ້າວ.
ຖ້າຢາກຮັ່ງມີ, ຕ້ອງສ້າງທາງກ່ອນ. ຖ້າຊົນນະບົດບໍ່ມີເສັ້ນທາງ, ການສ້າງຄວາມຮັ່ງມີກໍມີຄວາມຫຍຸ້ງຍາກ. ທ່ານປະທານສີຈີ້ນຜີງໄດ້ເອົາໃຈໃສ່ການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມທີ່ຮັບໃຊ້ວຽກງານກະສິກຳ, ຊາວກະສິກອນ ແລະຊົນນະບົດ ເຊິ່ງມີບົດບາດສຳຄັນໃນການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ.
ຕາແສງອາຍຈ້າຍນະຄອນຈີໂຊກິ່ງແຂວງປົກຄອງຕົນເອງເຜົ່າຖູເຈ່ຍເຜົ່າມົ້ງຊ່ຽງຊີ່ແຂວງຮູນານ ຕັ້ງຢູ່ເຂດໃຈກາງຂອງພູອູລິງທີ່ມີພູມສັນຖານທຸລະກັນດານ, ການຄົມມະນາຄົມບໍ່ສະດວກ. ເພື່ອປ່ຽນແປງສະພາບການດ້ານຄົມມະນາຄົມທີ່ຫລ້າຫລັງ, ອົງການປົກຄອງຂອງທ້ອງຖິ່ນໄດ້ສ້າງຂົວໃຫຍ່ພິເສດໃນເສັ້ນທາງ ດ່ວນ ໃນເດືອນຕຸລາປີ 2007, ວັນທີ 31 ມິນາປີ2012, ຂົວໃຫຍ່ພິເສດຂອງຕາແສງອາຍຈ້າຍໄດ້ເປີດບໍລິການ. ຂົວດັ່ງກ່າວໄດ້ເຊື່ອມຕໍ່ເຂົ້າກັບຕາໜ່າງທາງດ່ວນຂອງຫລາຍແຂວງ ແລະກຳແພງນະຄອນ, ເຊັ່ນ: ແຂວງຮູນານ, ນະຄອນຈຸ່ງກິ່ງ, ແຂວງກຸ້ຍໂຈວ່ ແລະອື່ນໆ, ເຊິ່ງໄດ້ແກ້ໄຂຂໍ້ຈຳກັດດ້ານຄົມມະນາຄົມຂອງກິ່ງແຂວງຊ່ຽງຊີ່.
ປັດຈຸບັນ, ຈຸດທ່ອງທ່ຽວຕ່າງໆ, ເຊັ່ນ: ຂົວໃຫຍ່ພິເສດຂອງຕາແສງອາຍຈ້າຍ, ທາງແກ້ວລຽບໜ້າຜາ, ບ້ານວັດທະນະທຳເຜົ່າມົ້ງເຕີຮ່າງ ແລະ ອື່ນໆ ໄດ້ກາຍເປັນເຂດທ່ອງທ່ຽວຮ່ອມພູເຕີຮ່າງ, ຂະແໜງການທ່ອງທ່ຽວໄດ້ສ້າງລາຍຮັບ ໃຫ້ປະຊາຊົນທ້ອງຖິ່ນນັບມື້ນັບຫລາຍຂຶ້ນໂດຍຜ່ານການຂາຍຜະລິດຕະພັນປັກແສ່ວແບບເຜົ່າມົ້ງ ແລະ ເປີດເຮືອນພັກ.
ເມື່ອມີເສັ້ນທາງຜ່ານແລ້ວ, ທຸກຂະແໜງການກໍສາມາດພັດທະນາໃຫ້ ຈະເລີນຂຶ້ນໄດ້. ຄືກັນກັບກິ່ງແຂວງຊ່ຽງຊີ່, ເຂດທຸກຍາກຈຳນວນຫລາຍບໍ່ໄດ້ຂາດແຄນຊັບພະຍາກອນ, ແຕ່ຍ້ອນການຄົມມະນາຄົມບໍ່ສະດວກສະບາຍ, ຊາວບ້ານຈຶ່ງບໍ່ສາມາດໄປຕ່າງຖິ່ນໄດ້, ຊີວິດການເປັນຢູ່ກໍນັບມື້ນັບທຸກຍາກ. ຖ້າຢາກລຶບລ້າງຄວາມທຸກຍາກ ແລະສ້າງຄວາມຮັ່ງມີຂຶ້ນ, ການປັບປຸງພື້ນຖານໂຄງລ່າງດ້ານຄົມມະນາຄົມແມ່ນມີຄວາມໝາຍສຳຄັນທີ່ສຸດ.
ທ່ານປະທານສີຈີ້ນຜີງເຄີຍໃຫ້ທິດຊີ້ນຳຕໍ່ບົດລາຍງານກ່ຽວກັບການພັດທະນາທາງຫລວງຂອງຊົນນະບົດວ່າ: ໂດຍສະເພາະແມ່ນຢູ່ເຂດທຸກຍາກຈຳນວນໜຶ່ງ, ການປັບປຸງເຊືອກສະລິງເສັ້ນໜຶ່ງ ຫຼື ສ້າງທາງຫລວງສາຍໜຶ່ງກໍສາມາດສ້າງໂອກາດໃນການລຶບລ້າງຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີຂຶ້ນໃຫ້ແກ່ປະຊາຊົນ ໄດ້. ລຸງຈີຮາວ ຊາວບ້ານບ້ານຊ່ານເຮີ, ຕາແສງຊ່ານຊ້າເຮີ, ເມືອງຈ່າວເຈວ, ແຂວງເສສວນຈະບໍ່ມີວັນຫລົງລືມເລື່ອງໜຶ່ງໃນ 3 ປີກ່ອນຄື: ທ່ານປະທານປະເທດ ສີຈີ້ນຜີງໄດ້ຍ່າງໄປຕາມເສັ້ນທາງນ້ອຍຢູ່ເທິງພູທີ່ບໍ່ຮາບພຽງ ແລະຄົດໆລ້ຽວໆ, ແລ້ວຍ່າງມາຮອດເຮືອນຂອງຕົນ.
ຍາມນັ້ນພໍດີແມ່ນບັນຍາກາດກ່ອນບຸນກຸດຈີນປີ 2018, ກິ່ງແຂວງລຽງຊ່ານຫິມະຕົກຫລາຍມື້ລຽນຕິດ, ອາກາດໜາວຈັດ. ທ່ານປະທານສີຈີ້ນຜີງທີ່ກຳລັງສຳຫລວດວຽກງານຢູ່ກິ່ງແຂວງລຽງຊ່ານໄດ້ເດີນທາງໄປຮອດບ້ານຊ່ານເຮີ ແລະໄປຢ້ຽມຢາມເຮືອນລຸງຈີຮາວ.
ທ່ານປະທານສີຈີ້ນຜີງໄດ້ເວົ້າວ່າ: ບົນເສັ້ນທາງສ້າງຄວາມອິ່ມໜຳສຳລານຢ່າງຮອບດ້ານ, ບໍ່ສາມາດປ່ອຍປະຊົນເຜົ່າໃດ ແລະຄອບຄົວໃດໄດ້, ເຊິ່ງເຮັດໃຫ້ລຸງຈີຮາວມີນ້ຳຕາຊຶມເບົ້າ. ບ້ານຊ່ານເຮີ ຕັ້ງຢູ່ເທິງພູທີ່ສູງກວ່າລະດັບສະເລ່ຍຂອງ ໜ້ານ້ຳທະເລ 2.500 ແມັດ, ເປັນບ້ານເຜົ່າອີ, ຍ້ອນຂໍ້ຈຳກັດດ້ານຄົມມະນາຄົມ ແລະໂຄງປະກອບຂອງຂະແໜງການຕ່າງໆ, ເສດຖະກິດສັງຄົມພັດທະນາຊັກຊ້າຫລາຍ. ຫລາຍປີມໍ່ໆມານີ້, ທາງບ້ານໄດ້ສ້າງທາງຫລວງຜ່ານບ້ານ, ຍ້ອນໄດ້ພັດທະນາທາງຫລວງໃນຊົນນະບົດ, ໂສມໜ້າຂອງບ້ານຈຶ່ງໄດ້ມີການປ່ຽນແປງຢ່າງໃຫຍ່ຫລວງ. ເມື່ອມີທາງແລ້ວ, ການພັດທະນາຂອງຂະແໜງການທ້ອງຖິ່ນກໍວ່ອງໄວຂຶ້ນ. ຜະລິດຕະພັນດ້ານກະສິກຳທີ່ມີເອກະລັກ, ເຊັ່ນ: ມັນຝຣັ່ງ, ໝາກໝາດ, ໝາກສະໝອງລີງ ແລະອື່ນໆໄດ້ຈຳໜ່າຍໄປຮອດຕ່າງຖິ່ນ, ລາຍຮັບຂອງຊາວບ້ານໄດ້ເພີ່ມຂຶ້ນໃນແຕ່ລະປີ.
ປັດຈຸບັນ, ເສັ້ນທາງຂີ້ຕົມທີ່ທ່ານປະທານສີຈີ້ນຜີງເຄີຍໄດ້ຍ່າງຜ່ານນັ້ນ ໄດ້ກາຍເປັນທາງຢາງອັດສະຟານທີ່ສະອາດງາມຕາ.
ການສ້າງທາງຫລວງໃນຊົນນະບົດ ຕ້ອງປະຕິບັດຕາມສະພາບຕົວຈິງຂອງແຫ່ງຕ່າງໆ ແລະ ຖືປະຊາຊົນເປັນຫຼັກ, ທັງຕ້ອງສອດຄ່ອງກັບການພັດທະນາເສດຖະກິດຂອງຊົນນະບົດ ແລະການເດີນທາງຂອງປະຊາຊົນທີ່ສະດວກສະບາຍ ແລະ ປອດໄພ . ໂດຍຜ່ານການປະດິດສ້າງໃໝ່ດ້ານໂຄງປະກອບ, ປັບປຸງນະໂຍບາຍໃຫ້ສົມບູນຂຶ້ນ, ເຮັດໃຫ້ທາງຫລວງຂອງຊົນນະບົດໄດ້ຮັບການກໍ່ສ້າງຂຶ້ນ ຄຸ້ມຄອງຮັກສາ ແລະ ດຳເນີນທຸລະກິດເປັນຢ່າງດີ. ຫລັງຈາກໄດ້ແກ້ໄຂຂໍ້ຈຳກັດດ້ານຄົມມະນາຄົມທີ່ກະທົບຕໍ່ການພັດທະນາຂອງຊົນນະບົດ, ສ້າງເງື່ອນໄຂທີ່ດີໃຫ້ແກ່ຊາວກະສິກອນ,ໃນທີ່ສຸດປະຊາຊົນກໍບັນລຸຄວາມໄຝ່ຝັນໃນການສ້າງຄວາມອິ່ມໜຳສຳລານໄດ້ໂດຍໄວ.
ຄຳເຫັນ
0