ຈາກຕະກຽງນ້ອຍໆ ກາຍເປັນດອກໄຟຟ້າທີ່ຮຸ່ງແຈ້ງ, ແຕ່ລະບາດກ້າວຂອງການປ່ຽນແປງກ່ຽວກັບໄຟຟ້າໃນເຂດພູດອຍທີ່ຫ່າງໄກສອກຫລີກ ລ້ວນແຕ່ບໍ່ ສາມາດແຍກອອກຈາກຄວາມພະຍາຍາມອັນແທ້ຈິງຂອງພັກ, ລັດຖະບານ ແລະອໍານາດການປົກຄອງຂັ້ນຕ່າງໆໄດ້. ໃນການສ້າງສັງຄົມທີ່ອິ່ມໜໍາສໍາລານໃຫ້ສໍາເລັດຢ່າງຮອບດານ, ລະບົບໄຟຟ້າທີ່ມີຄຸນນະພາບສູງໃນເຂດຊົນນະບົດ ແມ່ນມີຄວາມສໍາຄັນຫລາຍ, ເຊິ່ງກ່ຽວພັນເຖິງຄວາມຜາສຸກໃນຊີວິດການເປັນຢູ່ຂອງປະຊາຊົນ, ທັງແມ່ນເງື່ອນໄຂອັນຈຳເປັນທີ່ເອື້ອອຳນວຍໃຫ້ແກ່ການສ້າງຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ ແລະ ການພັດທະນາສັງຄົມໃນທ້ອງຖິ່ນອີກດ້ວຍ.
ປີ 2008, ບໍລິສັດໄຟຟ້າແຂວງຢູນນານ ສປ ຈີນ ໄດ້ດໍາເນີນໂຄງການເອົາໄຟຟ້າເຂົ້າເຮືອນໃຫ້ກັບທຸກໆຄອບຄົວຢູ່ຕາແສງຕູລົງຈ່ຽງ, ທ່ານ ໂລຊິ້ວຊ່ານ ເປັນຜູ້ຈັດການກໍ່ສ້າງໂຄງການດັ່ງກ່າວ, ລາວຮູ້ດີວ່າ ຢາກຈະສໍາເລັດໂຄງການນີ້ຕ້ອງມີຄວາມລໍາບາກແທ້ໆ. ເພາະວ່າ ທິດຕາເວັນອອກ ແລະ ຕາເວັນຕົກຂອງຕາແສງຕູລົງຈ່ຽງ ລ້ວນແຕ່ເປັນພູສູງ, ການຂົນສົ່ງວັດສະດຸເຂົ້າຕາແສງນີ້ ມີຄວາມຫຍຸ້ງຍາກຫລາຍແທ້ໆ. ທາງຫລວງໃນຕາແສງນີ້ ລ້ວນແຕ່ເປັນທາງດິນແດງ, ແລ່ນໄດ້ແຕ່ລົດບັນທຸກນ້ອຍທີ່ມີຂະໜາດບໍ່ເກີນ 3 ໂຕນ.
ການກໍ່ສ້າງໂຄງການກໍຍາກເຊັ່ນກັນ. ໃນເວລາສ້າງຕາໜ່າງໄຟຟ້າເຂົ້າບ້ານຊ່ຽວເຈ້ທີ່ຕັ້ງຢູ່ເທິງເຫວແຄມແມ່ນໍ້າຕູລົງທີ່ມີຄວາມສູງ 300 ແມັດ, ເພື່ອຕັ້ງເສົາໄຟຟ້າ ແລະ ຕິດຕັ້ງສາຍໄຟຟ້າ, ພວກກໍາມະກອນຕ້ອງມັດເຊືອກຕິດໂຕທີ່ຍາວຫລາຍຮ້ອຍແມັດ, ແລ້ວຢ່ອນໂຕຈາກເທິງເຫວລົງໄປ, ໃຊ້ເວລາໜຶ່ງຊົ່ວໂມງເຄິ່ງ ຈຶ່ງສາມາດຮອດຕີນເຫວທີ່ຢູ່ແຄມແມ່ນ້ຳໄດ້. ບໍລິເວນນັ້ນບໍ່ມີຂົວຂ້າມແມ່ນໍ້າ, ເຂົາເຈົ້າກໍພາກັນຮຽນຂີ່ສະລິງ. ເພື່ອຂົນສົ່ງເສົາໄຟຟ້າຈໍານວນ 50 ທ່ອນໃຫ້ໄປຮອດຈອມພູ, ກໍາມະກອນກໍ່ສ້າງ 20 ກວ່າຄົນໄດ້ແບກວັດສະດຸນີ້ເປັນເວລາໜຶ່ງເດືອນເຕັມໆ.
ປີ 2011, ໂຄງການຕິດຕັ້ງໄຟຟ້າເຂົ້າເຮືອນຂອງທຸກຄອບຄົວຢູ່ຕາແສງ ຕູລົງຈ່ຽງ ໄດ້ສໍາເລັດດ້ວຍດີ, ທຸກບ້ານໃນຕາແສງແຫ່ງນີ້ ໄດ້ມີໄຟຟ້າໃຊ້, ປະຫວັດສາດທີ່ໄຕ້ຕະກຽງນໍ້າມັນ ກໍໄດ້ສິ້ນສຸດລົງທັນທີ. ທ່ານ ໂລຊິ້ວຊ່ານ ພ້ອມດ້ວຍເພື່ອນຮ່ວມງາມທັງຫລາຍ ຍັງໄດ້ສ້າງຫ້ອງການໄຟຟ້າປະຈຳຕາແສງແຫ່ງນີ້, ເຮັດໃຫ້ປະຊາຊົນໃນເຂດພູດອຍ ສາມາດຊົມໃຊ້ການບໍລິການໄຟຟ້າທີ່ຄືກັນກັບປະຊາຊົນໃນຕົວເມືອງ. ຫລັງຈາກນັ້ນ, ເຂົາເຈົ້າຍັງໄດ້ປັບປຸງ ແລະ ຍົກລະດັບເຂື່ອນໄຟຟ້າ ແລະ ຕາໜ່າງໄຟຟ້າໃນຕາແສງ, ເຮັດໃຫ້ຄຸນນະພາບ ແລະ ການສະໜອງໄຟຟ້າມີຄວາມໝັ້ນທ່ຽງດີກວ່າເກົ່າຫລາຍ. ເດືອນພຶດສະພາ ປີ 2014, ຕາແສງຕູລົງຈ່ຽງ ຍັງໄດ້ສ້າງຕາໜ່າງໄຟຟ້າສະເພາະຕາແສງລະດັບ 20 ກິໂລວັດແຫ່ງທໍາອິດສຳເລັດກ່ອນໝູ່ໃນທົ່ວປະເທດຈີນ. ການຊົມໃຊ້ໄຟຟ້າຂອງປະຊາຊົນໄດ້ມີຄວາມຮັບປະກັນຫຼາຍກວ່າເກົ່າ.
ປີ 2019, ໂຄງການຕາໜ່າງໄຟຟ້າ 35 ກິໂລວັດຂອງຕາແສງຕູລົງຈ່ຽງ ໄດ້ເລີ່ມລົງມືກໍ່ສ້າງ.
ທ່ານ ລານເຊີນຟ່າ ແມ່ນພະນັກງານໄຟຟ້າທີ່ມີອາຍຸເກືອບ 40 ປີ, ລາວໄດ້ເກີດຢູ່ບ້ານທີ່ຫ່າງໄກສອກຫລີກຂອງຕາແສງຢາງກູ, ເມືອງຊາງທີ່ງ, ແຂວງຟູຈ້ຽນ, ເຊິ່ງຫ່າງຈາກເທດສະບານຕາແສງ 90 ກວ່າຫລັກ. ກ່ອນລາວເຂົ້າຮຽນປະຖົມ, ເວລາຮອດຍາມກາງຄືນ, ແຕ່ລະຄອບຄົວມີພຽງແຕ່ດອກໄຟນ້ອຍໆດອກໜຶ່ງ, ແສງໄຟບຶດລະແຈ້ງບຶດລະບໍ່ແຈ້ງ. ໃນຍາມນັ້ນ, ການມີດອກໄຟທີ່ຮຸ່ງແຈ້ງກໍກາຍເປັນຄວາມປາຖະໜາຂອງລາວ.
ໃນປີທີ່ລາວອາຍຸ 6 ປີ, ສາຍໄຟຟ້າໄດ້ເຊື່ອມຕໍ່ໄປຮອດບ້ານລານເຊີນຟ່າໃນທີ່ສຸດ. ມື້ນັ້ນ, ຊາວບ້ານໃຜໆກໍໄປຊ່ວຍວຽກກັນດ້ວຍຄວາມເບີກບານມ່ວນຊື່ນ, ບາງຄົນຊ່ວຍຂົນເຄື່ອງ, ບາງຄົນຊ່ວຍຫາບສາຍໄຟຟ້າ, ໃຜໆກໍຫວັງຢາກໃຫ້ມີໄຟຟ້າໃຊ້ໂດຍໄວ. ໃນຄໍ່າຄືນທຳອິດທີ່ມີໄຟຟ້າໃຊ້, ລາວໄດ້ເຝົ້າເບິ່ງດອກໄຟຈົນ ເຖິງເວລາ 22ໂມງ, ລາວເຫັນວ່າດອກໄຟຍັງຮຸ່ງຢູ່ ຈຶ່ງເຂົ້ານອນແບບສະບາຍໃຈ.
ປະສົບການໃນຍາມນ້ອຍແບບນີ້, ຄ່ອຍໆເຮັດໃຫ້ລາວເກີດມີຄວາມໄຝ່ຝັນກ່ຽວກັບໄຟຟ້າ.
ເດືອນທັນວາປີ 2007, ຜ່ານການຝຶກສີມືແຮງງານເປັນເວລາສອງເດືອນ, ທ່ານ ລານເຊີນຟ່າ ໄດ້ກາຍເປັນຊ່າງໄຟຕິດຕັ້ງກົງເຕີ້ ແລະ ຕໍ່ສາຍໄຟທີ່ເຮັດ ວຽກຢູ່ຫ້ອງການໄຟຟ້າ. ແຕ່ບໍ່ນຶກບໍ່ຝັນວ່າ, ພໍເຮັດວຽກພຽງເດືອນປາຍ, ກໍພົບກັບໄພນໍ້າກ້າມຈາກຄວາມໜາວທີ່ຮ້າຍແຮງໃນຮອບ 50 ປີ. ເມືອງຊາງທິ່ງຕັ້ງຢູ່ເຂດພູດອຍ, ສາຍໄຟຟ້າສ່ວນໃຫຍ່ແມ່ນໄດ້ເນັ່ງຜ່ານປ່າໄມ້ເທິງພູ, ພາຍຫລັງປະສົບກັບໄພຫິມະ ແລະ ນໍ້າກ້າມແລ້ວ, ໄມ້ປ່ອງທີ່ຖືກຫິມະແລະນ້ຳກ້າມທັບຖົມໜາຂຶ້ນຈົນເຮັດໃຫ້ໄມ້ຫັກນັ້ນ ໄດ້ທັບໃສ່ສາຍໄຟຟ້າແລະເສົາໄຟຟ້າ, ເຮັດໃຫ້ສາຍໄຟຟ້າຂາດ ແລະ ເສົາໄຟຟ້າຫັກ, ໃນເວລາບໍ່ເທົ່າໃດມື້, ຕາໜ່າງໄຟຟ້າທົ່ວເມືອງຊາງທີ່ງ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ. ເພື່ອຮັບມືກັບໄພຫິມະ ແລະ ນ້ຳກ້າມຄັ້ງນັ້ນ, ທ່ານ ລານເຊີນຟ່າ ແລະເພື່ອນຮ່ວມງານທັງຫລາຍ ໄດ້ຂຸ້ນຂ້ຽວເຮັດວຽກແຂ່ງກັບເວລາເພື່ອສ້ອມແປງຕາໜ່າງໄຟຟ້າໃຫ້ສຳເລັດ.
ທາງເທິງພູເຕັມໄປດ້ວຍນໍ້າກ້າມ ແລະ ຫິມມະ, ລົດບໍ່ສາມາດແລ່ນຂຶ້ນໄປໄດ້. ວັດສະດຸສຳລັບສ້ອມແປງຕາໜ່າງໄຟຟ້າທັງໝົດ ຕ້ອງອາໄສແຮງຄົນຂົນຂຶ້ນໄປ. ຊາວບ້ານໃຜໆກໍໄດ້ມາຊ່ວຍ. ຜູ້ອາຍຸສູງທີ່ຫາບເຄື່ອງບໍ່ໄຫວ, ກໍແຕ່ງອາຫານໄປ ສົ່ງໃຫ້ຜູ້ຂົນເຄື່ອງ. ເມື່ອຮອດກາງຄືນ, ຊາວບ້ານກໍພາກັນຕົ້ມນໍ້າຮ້ອນໃຫ້ທ່ານລານເຊີນຟ່າ ແລະເພື່ອນຮ່ວມງານຂອງລາວທັງຫລາຍ ເພື່ອອາບນໍ້າ. ກ່ອນມື້ບຸນກຸດຈີນ, ໄຟຟ້າກໍສາມາດສະໜອງໃຫ້ຊາວບ້ານໄດ້ຄືນໃໝ່. ຊາວບ້ານທັງຫຼາຍ ໃຜໆກໍດີໃຈຫຼາຍ ແລະ ຊວນເຂົາເຈົ້າໄປກິນເຂົ້າຮ່ວມພາເພື່ອຕ້ອນຮັບປີໃໝ່ນໍາກັນ. ທ່ານລານເຊີນຟ່າໄດ້ເຂົ້າໃຈເຖິງຄວາມໝາຍພິເສດຂອງບຸນກຸດຈີນປີນັ້ນ, ທັງໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສໍາຄັນໃນການປົກປັກຮັກສາຕາໜ່າງໄຟຟ້າເພື່ອໃຫ້ໄຟຟ້າມີໃຊ້ໄດ້ຢ່າງໝັ້ນທ່ຽງ.
ປີ 2016, ທ່ານລານເຊີນຟ່າທີ່ລາຈາກຕາແສງຢາງກູເປັນເວລາ 9 ປີກໍໄດ້ກັບຄືນບ້ານເກີດ ແລະຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຫ້ອງການໄຟຟ້າຕາແສງຢາງກູ. ຕາແສງຢາງກູມີພູຜາອ້ອມຮອບ, ມີທິວທັດທໍາມະຊາດທີ່ສວຍງາມ, ລາວຄິດວ່າ, ການພັດທະນາຂະແໜງການທ່ອງທ່ຽວແມ່ນເລື່ອງທີ່ຈະເກີດຂຶ້ນບໍ່ໄວກໍຊ້າ. ສະນັ້ນ, ລາວຈຶ່ງຈັດເອົາໂຄງການປັບປຸງຕາໜ່າງໄຟຟ້າຢູ່ຕາແສງຢາງກູໃນລະດັບ 10 ກິໂລວັດເຂົ້າໃນບັນຊີລາຍຊື່ໂຄງການສໍາຮອງ. ກໍເປັນດັ່ງທີ່ລາວຄາດຄະເນໄວ້, ພາຍຫລັງໂຄງການປັບປຸງສໍາເລັດໄດ້ບໍ່ດົນ, ໂຄງການພັດທະນາການທ່ອງທ່ຽວກໍໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.
ປີນີ້ເປັນປີທີ່ທ່ານລານເຊີນຟ່າເຮັດວຽກໄຟຟ້າຄົບຮອບ 15 ປີ. ຄຽງຄູ່ກັບຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງບໍ່ຢຸດຢັ້ງ, ທ່ານລານເຊີນຟ່າໄດ້ເຫັນຊາວບ້ານຜູ້ໄປເຮັດວຽກຢູ່ໃນຕົວເມືອງ ໄດ້ກັບມາບ້ານເກີດເພື່ອປະກອບອາຊີບ ແລະສ້າງທຸລະກິດນັບມື້ນັບ ຫລາຍຂຶ້ນ, ລາວກໍໄດ້ຮ່ວມກັບເພື່ອນຮ່ວມງານສຸມຄວາມພະຍາຍາມມາໂດຍຕະຫລອດ, ເພື່ອປະກອບສ່ວນເຂົ້າໃນການສ້າງຊີວິດການເປັນຢູ່ອັນດີງາມໃຫ້ກັບຊາວບ້ານ.
ຄຳເຫັນ
0