黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາບສະທ້ອນຂອງນາງ ກູ້ໄອ້ຫຼິງ ນັກກິລາຂອງຈີນທີ່ໄດ້ແຊັມແບບອັດສະຈັນໃນແຂ່ງຂັນສະກີເພດຍິງໃນທ່າຟຣີສະຕາຍທີ່ມີຕໍ່ສາຍພົວພັນຈີນ-ອາເມຣິກາ

2022-02-09 16:53:15 cri

ພາບສະທ້ອນຂອງນາງ ກູ້ໄອ້ຫຼິງ ນັກກິລາຂອງຈີນທີ່ໄດ້ແຊັມແບບອັດສະຈັນໃນແຂ່ງຂັນສະກີເພດຍິງໃນທ່າຟຣີສະຕາຍທີ່ມີຕໍ່ສາຍພົວພັນຈີນ-ອາເມຣິກາ_fororder_2022-02-09_164704

 

ວັນທີ 8 ກຸມພານີ້ຕາມເວລາປັກກິ່ງ, ສຳລັບຜູ້ນິຍົມກິລາຂອງສອງປະເທດຈີນແລະອາເມຣິກາແລ້ວລ້ວນແຕ່ແມ່ນຈຸດເວລາທີ່ພິເສດແລະມີຄວາມໝາຍສຸກໃນຕອນທີ່ ນາງ ກູ້ໄອ້ຫຼິງ ນັກກິລາຈີນທີ່ຊື່ອັງກິດວ່າ Eileen Gu ໄດ້ສ້າງປະຫວັດສາດໃນມື້ນັ້ນດ້ວຍການຄວ້າແຊັມແບບອັດສະຈັນໃນການແຂ່ງຂັນສະກີເພດຍິງໃນທ່າຟຣີສະຕາຍ.
 
ໜັງສືພິມ “ນິວຢອກທາມສ໌” ໄດ້ລາຍງານຂ່າວດັ່ງກ່າວພາຍຫຼັງນາງ ກູ້ໄອ້ຫຼິງໄດ້ຫຼຽນຄຳພຽງ 4 ນາທີ. ສະຖານີໂທລະພາບ NBC ຂອງອາເມຣິກາກໍ່ໄດ້ລາຍງານຂ່າວດັ່ງກ່າວທາງສື່ສັງຄົມອອນລາຍ Twitter, ເພື່ອສະແດງຄວາມຮູ້ສຶກດີໃຈຂອງເຂົາເຈົ້າ. ໃນສະພາບການທີ່ຈີນແລະອາເມຣິກາເກີດຄວາມຂັດແຍ້ງກັນ, ຄວາມຂັດແຍ້ງກັນໃນຈຸດເວລາທີ່ນາງ ກູ້ໄອ້ຫຼິງ ໄດ້ຫຼຽນຄຳແມ່ນເໜືອຄວາມຄິດຂອງຄົນທັງຫຼາຍ.
 
ພວກເຮົາຮູ້ດີວ່າ: ປະເທດຕ່າງໆແລະຊົນເຜົ່າຕ່າງໆໃນໂລກຢາກຢູ່ຮ່ວມກັນຢ່າງປອງດອງແລະກົມກຽວນັ້ນເປັນເລື່ອງຍາກທີ່ສຸດ, ແຕ່ຢ່າງໜ້ອຍພວກເຮົາກໍສາມາດຮູ້ໄດ້ວ່າ: ໃນລາຍການກິລານີ້, ຄົນທັງຫຼາຍໃນປະເທດຕ່າງໆກໍສາມາດປະຖິ້ມສິ່ງລົບກວນຕ່າງໆດ້ານການເມືອງແລະໄປຊົມເວລາທີ່ຕື່ນຕາຕື່ນໃຈຍ້ອນມະນຸດເຮົາສາມາດທຳລາຍຂີດຈຳກັດຂອງຕົນ.
 
ນາງ ກູ້ໄອ້ຫຼິງ ເລີ່ມຝຶກຊ້ອມສະກີແປ້ນດ່ຽວຍິງໃນທ່າຟຣີສະຕາຍພຽງແຕ່ 1 ປີກໍສາມາດຊີງໄດ້ຫຼຽນຄຳໃນການແຂ່ງຂັນໃນງານກິລາໂອລິມປິກລະດູໜາວ. ສະນັ້ນຈຶ່ງສາມາດເວົ້າໄດ້ວ່າ: ພອນສະຫວັນເປັນເລື່ອງທີ່ອະທິບາຍໄດ້ຍາກ. ນາງເກັ່ງທີ່ສຸດ! ນີ້ກໍແມ່ນສາເຫດທີ່ສື່ມວນຊົນອາເມຣິກາທີ່ມັກຈັບຈອງກໍໄດ້ຍ້ອງຍໍນາງ ກູ້ໄອ້ຫຼິງແບບເຕັມໃຈແລະເປີດເຜີຍ. ສາມາດເວົ້າໄດ້ວ່າ, ໃນຕົວນາງ ກູ້ໄອ້ຫຼິງ ມີຮອຍປະທັບຂອງທັງສອງສັງຄົມແລະສອງວັດທະນະທຳທັງຈີນແລະອາເມຣິກາ, ເລື່ອງໂຊກດີແລະໜ້າຍົນດີກໍຄື, ນາງ ກູ້ໄອ້ຫຼິງໄດ້ດຶງດູດສິ່ງທີ່ດີທີ່ສຸດຈາກວັດທະນະທຳຂອງທັງສອງປະເທດ.
 
ໃນໄລຍະ 10 ປີຜ່ານມາ, ການພົວພັນລະຫວ່າງຈີນກັບອາເມຣິການັບມື້ນັບຫຍຸ້ງຍາກສັບສົນຂຶ້ນເລື້ອຍໆ, ໂດຍສະເພາະພາຍຫຼັງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາດຳລົງຕຳແໜ່ງເມື່ອປີ 2016, ການພົວພັນລະຫວ່າງຈີນກັບອາເມຣິກາໄດ້ເກີດມີຄວາມຂັດແຍ້ງກັນຢ່າງຫຼວງຫຼາຍ. ແຕ່ວ່າສຳລັບປະຊາຊົນຈີນສ່ວນຫຼາຍ, ບໍ່ມີຄວາມຮູ້ສຶກທາງລົບຕໍ່ປະຊາຊົນອາເມຣິກາທົ່ວໄປ. ປັດຈຸບັນ, ການພົວພັນລະຫວ່າງຈີນກັບອາເມຣິກາໄດ້ຊຸດໂຊມລົງ, ບໍ່ແມ່ນປະເທດຈີນເປັນເຈົ້າການສ້າງເລື່ອງໃດເລື່ອງໜຶ່ງທີ່ທຳລາຍຜົນປະໂຫຍດແກນກາງຂອງອາເມຣິກາດອກ. ອາເມຣິກາສະກັດກັ້ນການພັດທະນາຂອງປະເທດຈີນມີສາເຫດພຽງຢ່າງດຽວນັ້ນກໍຄື: ອາເມຣິກາຄາດຄະເນວ່າການພັດທະນາດ້ານວິທະຍາສາດເຕັກນິກແລະເສດຖະກິດຂອງຈີນຈະນັບມື້ນັບດີຂຶ້ນ, ຈະຂຶ້ນແຊງປະເທດອາເມຣິກາໃນອະນາຄົດແລະເຮັດໃຫ້ອາເມຣິກາກາຍເປັນປະເທດທີ່ຢູ່ອັນດັບສອງຂອງໂລກ.
ທີ່ຈິງແລ້ວ, ໃນໂລກປັດຈຸບັນ, ບໍ່ວ່າບັນຫາການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຫຼືວ່າຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ຫຼືວ່າການແກ້ໄຂບັນຫາຈຸດເຄັ່ງຮ້ອນທີ່ເຮັດໃຫ້ຫຼາຍປະເທດແລະເຂດແຄວ້ນຮູ້ສຶກມີຄວາມກັງວົນນັ້ນ, ຖ້າວ່າປາສະຈາກການປະສານງານລະຫວ່າງຈີນກັບອາເມຣິກາ, ກໍຍາກທີ່ຈະໄດ້ຮັບຜົນທີ່ເຮັດໃຫ້ຄົນທັງຫຼາຍຮູ້ສຶກພໍໃຈຍາກ.
 
ນາງ ກູ້ໄອ້ຫຼິງ ແມ່ນຜູ້ດີເດັ່ນທີ່ເຊື່ອມຊືມວັດທະນະທຳແລະສັງຄົມຂອງທັງສອງປະເທດເຂົ້າກັນ. ປາກົດການ “ນາງ ກູ້ໄອ້ຫຼິງ”, ກໍ່ສາມາດສະທ້ອນໃຫ້ເຫັນພາບອະນາຄົດທີ່ດີງາມທີ່ການຮ່ວມມືລະຫວ່າງຈີນກັບອາເມຣິກາຈະສາມາດສ້າງຜົນປະໂຫຍດໃຫ້ແກ່ສອງປະເທດກໍຄືຂອງໂລກ.
 
ກໍຄືຄວາມເວົ້າຂອງທ່ານສີຈິ້ນຜິງ ປະທານປະເທດຈີນທີ່ກ່າວໃນກອງປະຊຸມປະມຸກລັດຈີນ-ອາເມຣິກາທາງວິດີໂອຄັ້ງຫຼ້າສຸດວ່າ: ການພົວພັນລະຫວ່າງຈີນກັບອາເມຣິກາບໍ່ພຽງແຕ່ສຳຄັນທີ່ສຸດຕໍ່ສອງປະເທດເທົ່ານັ້ນ, ກໍສຳຄັນທີ່ສຸດຕໍ່ທົ່ວໂລກເຊັ່ນກັນ, ການຊຸກຍູ້ການພັດທະນາຂອງທັງສອງປະເທດຈີນແລະອາເມຣິກາ, ການຮັກສາສະພາບແວດລ້ອມກົນທີ່ມີສັນຕິພາບແລະສະຖຽນລະພາບລ້ວນແຕ່ຕ້ອງການການພົວພັນຈີນ-ອາເມຣິກາທີ່ໝັ້ນທ່ຽງ. ແຕ່ຖ້າວ່າອາເມຣິກາຫາກບໍ່ປ່ຽນແປງ, ຍັງຈະຍຶດໝັ້ນໃນລັດທິຝ່າຍດຽວແລະຍຶດໝັ້ນແນວຄິດເກມຜົນລວມເປັນສູນໃນການແຂ່ງຂັນຈົນເທົ່າໃດໆແນ່ນອນ, ອາເມຣິກາຈະຖືກປະຖິ້ມແລະໂດດດ່ຽວຈາກຍຸກສະໄໝ.
 
 

ຄຳ​ເຫັນ

0