吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ດີຂຶ້ນກວ່າເກົ່າ

2022-02-09 16:49:02 cri

ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ດີຂຶ້ນກວ່າເກົ່າ

    ຫວ່າງມໍ່ໆມານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສອັນສຳຄັນກ່ຽວກັບວຽກງານກະສິກຳ ກະສິກອນ ແລະ ຊົນນະບົດ, ໂດຍກ່າວເນັ້ນໜັກວ່າ: ປະຖົມປັດໄຈຂອງການພັດທະນາຊົນນະບັດໃຫ້ຈະເລີນນັ້ນ ແມ່ນການປັບປຸງໝາກຜົນດ້ານການລຶບລ້າງຄວາມທຸກຍາກໃຫ້ມີຄວາມໝັ້ນຄົງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວນັ້ນ ດີຂຶ້ນກວ່າເກົ່າ. ຕ້ອງສືບຕໍ່ຊຸກຍູ້ວຽກງານນີ້ໃຫ້ເຊື່ອໂຍງກັບຍຸດທະສາດ “ພັດທະນາຊົນນະບົດໃຫ້ຈະເລີນ”, ຮັບປະກັນບໍ່ໃຫ້ເກີດກໍລະນີທີ່ກັບຄືນສູ່ສະພາບການທຸກຍາກເປັນຈຳນວນຫຼວງຫຼາຍ, ປົກປັກຮັກສາ ແລະປັບປຸງຜົນງານອັນຍິ່ງໃຫຍ່ດ້ານການລຶບລ້າງຄວາມທຸກຍາກຢ່າງແທ້ຈິງ.

    ປີ 2021, ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆ ໄດ້ເຕົ້າໂຮມກຳລັງແຮງ ແລະ ສືບຕໍ່ບຸກບືນສູ້ຊົນຢ່າງຕໍ່ເນື່ອງ. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ມາຮອດທ້າຍເດືອນທັນວາ 2021, ປະຊາຊົນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ໄດ້ປະກອບອາຊີບມີເຖິງ 31 ລ້ານກວ່າຄົນ, ຄາດວ່າລາຍຮັບສຸດທິທີ່ສະເລ່ຍຕໍ່ຄົນຕໍ່ປີຂອງປະຊາຊົນທີ່ໄດ້ຫຼຸດພົ້ນອອກຈາກຄວາມ ທຸກຍາກແລ້ວ ຈະບັນລຸຫຼາຍກວ່າ 1,25 ໝື່ນຢວນ (12.500 ຢວນ), ເພີ່ມຂຶ້ນ 16,5% ຂຶ້ນໄປເມື່ອທຽບກັບປີ 2020. ເບິ່ງໂດຍລວມແລ້ວເຫັນວ່າ, ປີ 2021, ຈີນສາມາດຮັກສາເສັ້ນເພດານຕ່ຳສຸດໄດ້ ຄື ບໍ່ໃຫ້ກັບຄືສູ່ຄວາມທຸກຍາກ ຈຳນວນຫຼວງຫຼາຍຈຶ່ງເຮັດໃຫ້ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານນັ້ນ ມີການເລີ່ມຕົ້ນອັນດີງາມ.

 

ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ດີຂຶ້ນກວ່າເກົ່າ

    ມາດຕະການທີ່ແຫ່ງຕ່າງໆນຳໃຊ້ນັ້ນສະຫຼຸບແລ້ວມີ 3 ຂໍ້.

    ຂໍ້ທີ1: ເຈາະຈົງການຕິດຕາມກວດກາ, ໃຫ້ການຊ່ວຍເຫຼືອຢ່າງເຕັມທີ່ 

    ຫຼັງຈາກສຳເລັດເປົ້າໝາຍການລຶບລ້າງຄວາມທຸກຍາກແລ້ວ, ສູນກາງຈີນໄດ້ກຳນົດເວລາ 5 ປີເປັນໄລຍະຂ້າມຜ່ານ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອແກ່ເຂດ ແລະ ປະຊາຊົນທີ່ໄດ້ລຶບລ້າງຄວາທຸກຍາກແລ້ວ. ປີ 2021, ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆ ໄດ້ສືບຕໍ່ປະຕິບັດມາດຕະການ 4 ຢ່າງ” ຄືເກົ່າ ເຊັ່ນ:  ຫຼັງຈາກລຶບລ້າງຄວາມທຸກຍາກແລ້ວ ກໍຍັງມີໜ້າທີ່ຮັບຜິດຊອບຄືເກົ່າຍັງປະຕິບັດນະໂຍບາຍຄືເກົ່າຍັງດຳເນີນການສະໜັບສະໜູນຄືເກົ່າ ແລະ ຍັງດຳເນີນການຕິດຕາມຄຸ້ມຄອງຄືເກົ່າ. ຮັບປະກັນໃຫ້ວຽກງານ ແລະ ນະໂຍບາຍມີຄວາມຕໍ່ເນື່ອງ.

    ຕົ້ນປີກາຍນີ້, ທ່ານ ລູ້ຊື້ຊ່ວນ ຊາວບ້ານຂອງຕາແສງຽວຈ້ຽນເມືອງລົງອ່ານເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ເປັນພະຍາດໜັກ, ຄ່າປິ່ນປົວເຮັດໃຫ້ຄອບຄົວຕົກເຂົ້າສູ່ສະພາບຫຍຸ້ງຍາກ ແຕ່ມາດຕະການຕ່າງໆ ເຊັ່ນ: ສົ່ງຄ່າປິ່ນປົວຄືນ, ໃຫ້ເງິນອຸດໜູນ ແລະອື່ນໆ ໄດ້ແກ້ໄຂຄວາມຫຍຸ້ງຍາກຂອງຄອບຄົວລາວຢ່າງທັນການ. ລາວເອງໄດ້ໃຊ້ຈ່າຍບໍ່ຮອດ 3 ໝື່ນຢວນ, ກອງທຶນປ້ອງກັນບໍ່ໃຫ້ກັບຄືສູ່ຄວາມທຸກຍາກ ໄດ້ໃຫ້ເງິນອຸດໜູນ 1,48 ໝື່ນຢວນ (14.800 ຢວນ).  ເຊິ່ງກອງທຶນດັ່ງກ່າວ ແມ່ນສ້າງຂຶ້ນໂດຍນະຄອນນານນີງເຂດກວາງຊີ ເພື່ອຕິດຕາມກວດກາ ແລະໃຫ້ການຊ່ວຍເຫຼືອທີ່ຖືກຕ້ອງຕາມເປົ້າໝາຍໃຫ້ແກ່ 4 ກຸ່ມຄົນທີ່ມີຄວາມສ່ຽງກັບຄືນສູ່ຄວາມທຸກຍາກ ເຊັ່ນ: ຜູ້ອາດກັບຄືນສູ່ຄວາມທຸກຍາກຍ້ອນເຈັບເປັນ, ການຮ່ຳຮຽນ, ໄພພິບັດ ແລະອຸປະຕິເຫດ.

    ນັບແຕ່ປີກາຍນີ້ເປັນຕົ້ນມາ, ເຂດຕ່າງໆທີ່ໄດ້ລຶບລ້າງຄວາມທຸກຍາກ ແລ້ວ ໄດ້ເຈາະຈົງເພີ່ມທະວີການຕິດຕາມກວດກາ ແລະ ໃຫ້ການຊ່ວຍເຫຼືອຄອບຄົວທີ່ບໍ່ມີຄວາມໝັ້ນທ່ຽງໃນການຫຼຸດພົ້ນອອກຈາກຄວາມທຸກຍາກ, ຄອບຄົວທີ່ກັບຄືນສູ່ຄວາມທຸກຍາກໄດ້ງ່າຍ ແລະຄອບຄົວທີ່ພົບພໍ້ຄວາມຫຍຸ້ງຍາກ ຢ່າງໜັກໜ່ວງແບບກະທັນຫັນ. ປີນີ້, ຈີນຈະສືບຕໍ່ເພີ່ມທະວີການສະໜັບສະໜູນດ້ານນະໂຍບາຍຈັດຕັ້ງປະຕິບັດນະໂຍບາຍທີ່ໄດ້ວາງອອກແລ້ວນັ້ນໃຫ້ດີຢູ່ໃນ 160 ເມືອງຈຸດສຸມແຫ່ງຊາດທີ່ລັດຈະຊ່ວຍເຫຼືອພັດທະນາຊົນນະບົດ ໃຫ້ຈະເລີນ ເພື່ອແກ້ຈຸດອ່ອນ ແລະ ຊຸກຍູ້ການພັດທະນາ.

    ຂໍ້ທີ 2: ເສີມສ້າງອຸດສາຫະກຳ, ຊຸກຍູ້ການປະກອບອາຊີບ

     ແນວໃດກໍຢ່າ, ສິ່ງສຳຄັນທີ່ສຸດແມ່ນເຮັດໃຫ້ຊາວກະສິກອນມີລາຍຮັບ ເພີ່ມຂຶ້ນ ສະນັ້ນ ຈຶ່ງຈຳເປັນຕ້ອງກຳແໜ້ນ 2 ຢ່າງໃຫ້ດີ ຄື ເສີມສ້າງອຸດສາຫະກຳ ແລະ ຊຸກຍູ້ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ເຂດລຶບລ້າງຄວາມທຸກຍາກຍົກສູງຂະໜາດ ແລະ ຄຸນນະພາບຂອງອຸດສາຫະກຳ, ພັດທະນາເສດຖະກິດຂັ້ນເມືອງໃຫ້ເຂັ້ມແຂງ, ເພີ່ມພະລັງແຮງເຂົ້າໃນການສ້າງວຽກເຮັດງານທຳ ແລະເພີ່ມລາຍຮັບໃຫ້ແກ່ປະຊາຊົນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລ້ວ.

    ທ້າວ ຊ້າຍວ້ານຽງ ເປັນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກຂອງບ້ານຫຼຽງເຮີ, ເມືອງຊາວທ່ຽນນະຄອນກວາງຢວນແຂວງເສສວນ, ຜັກທີ່ລາວປູກຢູ່ເທິງພູສູງຫັ້ນນັບມື້ນັບງາມກວ່າເກົ່າ. ຊ້າຍວ້ານຽງ ເວົ້າຢ່າງຕື້ຕັນໃຈວ່າ: ຫຼັງຈາກທາງບ້ານໄດ້ຕິດຕັ້ງອຸປະກອນສະສົມເຄື່ອງ ແລະສ້າງລາງຂົນສົ່ງແລ້ວ, ຜັກທີ່ຂ້າພະເຈົ້າປູກນັ້ນສາມາດຂົນສົ່ງດ້ວຍລາງ, ໃຊ້ເວລພຽງ 2 ນາທີເທົ່ານັ້ນ, ຜັກກໍສາມາດເລື່ອນຕາມລາງຈາກຈອມພູທີ່ສູງ 300 ກວ່າແມັດຮອດຕີນພູໄດ້. ພື້ນຖານດ້ານອຸດສາຫະກຳມີຄວາມໜາແໜ້ນແລ້ວ, ຊີວິດການເປັນຢູ່ກໍນັບມື້ນັບດີຂຶ້ນໄປພ້ອມ.

    ທ້ອງຖິ່ນຕ່າງໆໄດ້ເພີ່ມທະວີການຊີ້ນຳນຳພາ, ເພີ່ມການລົງທຶນໃຫ້ຫຼາຍ ກວ່າເກົ່າ, ເລັ່ງລັດການແກ້ຈຸດອ່ອນຕ່າງໆ ເຊັ່ນ ເຕັກນິກ, ອຸປະກອນ, ການຈຳໜ່າຍ ແລະອື່ນໆຊຸກຍູ້ໃຫ້ອຸດສາຫະກຳລຶບລ້າງຄວາມທຸກຍາກນັ້ນ ຍົກລະດັບຂຶ້ນຕື່ມ. ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ເງິນເດືອນຂອງປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ໄດ້ກວມ 60% ຂຶ້ນໄປຂອງລາຍຮັບທັງໝົດ, ສະນັ້ນ, ການຮັບປະກັນການປະກອບອາຊີບ ຈຶ່ງມີຄວາມສຳຄັນ ຫຼາຍຕໍ່ການປັບປຸງຜົນງານດ້ານການລຶບລ້າງຄວາມທຸກຍາໃຫ້ມີຄວາມໝັ້ນຄົງ. 

    ປີນີ້, ຈີນຈະເພີ່ມທະວີການປະສານສົມທົບດ້ານແຮງງານລະຫວ່າງພາກຕາເວັນອອກ ແລະພາກຕາເວັນຕົກ, ຜ່ານຮູບແບບຕ່າງໆ ເຊັ່ນ: ເສີມຂະຫຍາຍໂຮງງານທີ່ໃຫ້ການສະໜັບສະໜູນແກ່ປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ແລະເພີ່ມວຽກເຮັດງານທຳໃນຕຳແໜ່ງສາທາລະນະປະໂຫຍດ, ເພື່ອຊຸກຍູ້ໃຫ້ປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ສາມາດປະກອບອາຊີບຢູ່ບ້ານ ຫຼືບ່ອນໃກ້ກັບບ້ານ, ທັງຮັບປະກັນໃຫ້ຈຳນວນແຮງງານທີ່ໄປເຮັດວຽກຢູ່ໃນຕົວເມືອງຫຼາຍກວ່າ 30 ລ້ານຄົນ.

ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ດີຂຶ້ນກວ່າເກົ່າ

    ຂໍ້ທີ 3: ວາງນະໂຍບາຍໃຫ້ດີ, ໃຫ້ການບໍລິການທີ່ມີຄຸນນະພາບສູງ

    ວັນທີ 24 ທັນວາ 2021, ໃນງານຕະຫຼາດນັດຜະລິດຕະພັນກະສິກຳສາກົນຈີນ, ນົມສົ້ມຂອງເມືອງກົ້ງເຮີແຂວງຊີ່ ໄດ້ຮັບຄວາມນິຍົມຫຼາຍ, ໂດຍໄດ້ເຊັນສັນຍາຈັດຊື້ຫຼາຍສະບັບຢູ່ໜ້າງານ.

    ເມືອງກົ້ງເຮີ ເປັນເມືອງຈຸດສຸມ ທີ່ລັດຈະເຈາະຈົງຊ່ວຍເຫຼືອພັດທະນາ ຊົນນະບົດໃຫ້ຈະເລີນ. ໂດຍອາໄສການປຸງແຕ່ງລະອຽດ ແລະ ການຂົນສົ່ງແບບແຊ່ເຢັນ, ນົມສົ້ມດັ່ງກ່າວໄດ້ຈາກແຫຼ່ງຜະລິດໄປຮອດຕູ້ຈຳໜ່າຍຢ່າງ ວ່ອງໄວ, ໄດ້ເດີຕາມເສັ້ນທາງພັດທະນາໃນຄຸນນະພາບສູງ ແລະຫັນເປັນຍີ່ຫໍ້ທີ່ມີຊື່ສຽງ. ຫຼັງຈາກນົມສົ້ມດັ່ງກ່າວເລີ່ມຈຳໜ່າຍ, ຂາຍດີສົມຄວນມາໂດຍຕະຫຼອດ.

    ເມືອງຈຸດສຸມທີ່ລັດຊ່ວຍເຫຼືອພັດທະນາຊົນນະບົດໃຫ້ຈະເລີນ 160 ແຫ່ງສ່ວນໃຫຍ່ແມ່ນແຈກຢາຍຢູ່ພາກຕາເວັນຕົກສຽງໃຕ້ ແລະພາກຕາເວັນຕົກສຽງເໜືອຂອງຈີນ, ໃນນັ້ນ, ສ່ວນໃຫຍ່ແມ່ນເຂດທຸກຍາກທີ່ສຸດໃນເມື່ອກ່ອນ. ແຫ່ງຕ່າງໆ ກໍໄດ້ຕັ້ງໜ້ານຳໃຊ້ນະໂຍບາຍຂອງຊາດໃຫ້ດີ, ຊັກຊວນຊັບພະຍາກອນທາງສັງຄົມ ແລະພະລັງແຮງຝ່າຍຕ່າງໆ ເພື່ອສືບຕໍ່ສະໜັບສະໜູນການພັດທະນາຢ່າງຮອບດ້ານຂອງເມືອງຈຸດສຸມເຫຼົ່ານີ້

    ສຳລັບປີ 2022 ນີ້, ທ້ອງຖິ່ນຕ່າງໆຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍທີ່ວາງໄວ້ນັ້ນໃຫ້ດີ, ວາງແຜນການເພື່ອໃຫ້ການຊ່ວຍເຫຼືອດ້ານການສຶກສາ ແລະການແພດ. ໂດຍຜ່ານຮູບແບບທີ່ປະສານສົມທົບລະຫວ່າງພາກຕາເວັນອອກ ແລະພາກຕາເວັນຕົກ, ໃຫ້ກາຊ່ວຍເຫຼືອແບບຈັບຄູ່ກັນ, ສົ່ງພະນັກງານເຂົ້າປະຈຳຢູ່ບ້ານຊົນນະບົດ, ວິສາຫະກິດຕ່າງໆຊ່ວຍເຫຼືພັດທະນາບ້ານຕ່າງໆໃນຊົນນະບົດເປັນຕົ້ນ, ນຳພາເງິນທຶນ ແລະຊັບພະຍາກອນຕ່າງໆສຸມໃສ່ເມືອງຈຸດສຸມ ທີ່ລັດຊ່ວຍເຫຼືອພັດທະນາຊົນນະບົດໃຫ້ຈະເລີນ.

    ໃນປີ 2022 ນີ້, ທ້ອງຖິ່ນຕ່າງໆ ແລະ ພາກສ່ວນຕ່າງໆຈະພາກັນຮ່ວມຈິດຮ່ວມໃຈ ແລະເຕົ້າໂຮມກຳລັງ, ສືບຕໍ່ປັບປຸງຜົນງານດ້ານການລຶບລ້າງຄວາມທຸກຍາກໃຫ້ມີຄວາມໝັ້ນຄົງ, ພະຍາຍາມເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວນັ້ນ ດີຂຶ້ນກວ່າເກົ່າ.

ຄຳ​ເຫັນ

0