覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມື່ອທຽບໃສ່ເລື່ອງຊິງໄດ້ຫຼຽນຄຳ ສິ່ງທີ່ທ່ານສີຈິ້ນຜິງສົນໃຈຫຼາຍກວ່ານັ້ນແມ່ນຫຍັງ?

2022-02-17 14:57:51 cri


 

ເມື່ອທຽບໃສ່ເລື່ອງຊິງໄດ້ຫຼຽນຄຳ ສິ່ງທີ່ທ່ານສີຈິ້ນຜິງສົນໃຈຫຼາຍກວ່ານັ້ນແມ່ນຫຍັງ?_fororder_会见巴赫1

 

ວັນທີ 25 ມັງກອນປີ2022ນີ້,  ທ່ານສີຈິ້ນຜິງໄດ້ພົບປະກັບທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນຢູ່ນະຄອນຫຼວງປັກກິ່ງ.

 

   ປັດຈຸບັນ, ງານກິລາໂອລິມປິກລະດູໜາວປັກກິ່ງກຳລັງຈັດຂຶ້ນຢ່າງຄຶກຄື້ນ, ປະຊາຊົນທົ່ວປະເທດຈີນໄດ້ພາກັນຊົມການແຂ່ງຂັນຢ່າງເປັນຂະບວນຟົດຟື້ນ. ໃນເວລາພົບປະກັບທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນກ່ອນພິທີເປີດງານກິລາໂອລິມປິກລະດູໜາວປັກກິ່ງຈະຈັດຂຶ້ນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວວ່າ: “ຂ້າພະເຈົ້າບໍ່ໄດ້ສົນໃຈວ່າ ເທື່ອນີ້ ນັກກິລາຈີນ ຈະຊິງໄດ້ຫຼຽນຄຳຈັກຫຼຽນ, ສິ່ງທີ່ຂ້າພະເຈົ້າຍິ່ງສົນໃຈກວ່ານັ້ນແມ່ນ ງານຄັ້ງນີ້ຈະ ເພີ່ມພະລັງແຮງຂັບເຄື່ືອນແລະພະລັງຊີວິດຊີວາໃຫ້ແກ່ພວກເຮົາໃນຕໍ່ໜ້າ.”

 

   ແມ່ນແທ້, ເມື່ອທຽບໃສ່ປະເທດທີ່ເຂັ້ມແຂງດັ້ງເດີມໃນດ້ານກິລາຫິມະແລະນ້ຳ ກ້ອນແລ້ວ, ກິລາຫິມະແລະນ້ຳກ້ອນຢູ່ຈີນແມ່ນພັດທະນາອ່າວຊ້າ, ການເຜີຍແຜ່ ໃຫ້ທົ່ວເຖິງແມ່ນຍັງຢູ່ໃນລະດັບຕ່ຳ, ພື້ນຖານການມີສ່ວນຮ່ວມຂອງປະຊາຊົນຍັງອ່ອນ. ໃນປະຫວັດສາດງານກິລາໂອລິມປິກ, ຄົນຈີນເຂົ້າຮ່ວມງານກິລາໂອລິມ ປິກລະດູໜາວເປັນຄັ້ງທຳອິດແມ່ນງານກິລາໂອລິມປິກລະດູໜາວຄັ້ງທີ 13 ເມື່ອ ປີ1980. ຫຼັງຈາກນັ້ນ 22 ປີ, ນັກກິລາຈີນຈິ່ງຊິງໄດ້ຫຼຽນຄຳຫຼຽນທຳອິດໃນ ງານກິລາໂອລິມປິກລະດູໜາວຄັ້ງທີ 19. ປີ 2015, ໃນເວລາທີ່ປັກກິ່ງປະສົບ ຜົນສຳເລັດໃນການຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວ2022, ໃນການແຂ່ງຂັນກິລາໂອລິມປິກລະດູໜາວລວມທັງໝົດ 109 ລາຍການນ້ອຍນັ້ນ, ຍັງມີປະມານ 1/3 ແມ່ນບໍ່ມີນັກກິລາຈີນເຂົ້າຮ່ວມ. ແຕ່ວ່າໃນງານກິລາໂອລິມປິກລະດູ ໜາວປັກກິ່ງຄັ້ງນີ້, ຄະນະນັກກິລາທີມຊາດຈີນໄດ້ສິດເຂົ້າຮ່ວມການແຂ່ງຂັນກິລາ 104 ລາຍການນ້ອຍລວມທັງໝົດ 194 ໂຄຕາ, ໃນນັ້ນ, ມີ 35 ລາຍການນ້ອຍແມ່ນມີນັກກິລາຈີນເຂົ້າຮ່ວມເປັນຄັ້ງທຳອິດ ເຊິ່ງນີ້ແມ່ນມີຄວາມ ໝາຍສຳຄັນທີ່ບໍ່ໜ້ອຍກວ່າການຊິງໄດ້ຫຼຽນລາງວັນໃນການແຂ່ງຂັນ.

 

ໃນໄລຍະນີ້, ພວກເຮົາໄດ້ຕິດຕາມການແຂ່ງຂັນກິລາໂອລິມປິກລະດູ ໜາວມາໂດຍຕະຫຼອດ, ນອກຈາກການແຂ່ງຂັນຢ່າງດຸເດືອດເພື່ອຊິງເອົາຫຼຽນ ຄຳຫຼຽນເງິນແລະຫຼຽນທອງແລ້ວ, ນັກກິລາຫຼາຍໆຄົນທີ່ສູ້ຊົນດ້ວຍຄວາມພະຍາຍາມຢ່າງສຸດຂີດ ກໍເຮັດໃຫ້ຄົນເຮົາຮູ້ສຶກປະທັບໃຈຫຼາຍເຊັ່ນກັນ.
 

ເມື່ອທຽບໃສ່ເລື່ອງຊິງໄດ້ຫຼຽນຄຳ ສິ່ງທີ່ທ່ານສີຈິ້ນຜິງສົນໃຈຫຼາຍກວ່ານັ້ນແມ່ນຫຍັງ?_fororder_徐铭甫在2月7日比赛中1
 

ທ້າວ ສວີມິງຝູໃນການແຂ່ງຂັນສະກີພູເຂົາດາວຮີວ(downhill)ທີ່ຈັດຂຶ້ນໃນວັນທີ 7 ກຸມພາປີ2022ນີ້.

 

ຕົວຢ່າງ: ໃນການແຂ່ງຂັນສະກີພູເຂົາດາວຮີວ(downhill), ທ້າວ ສວີມິງຝູ ນັກກິລາຈີນໄດ້ສະກີຜ່ານເສັ້ນໄຊດ້ວຍຜົນງານເປັນທີ 36 ໂດຍສາມາດ ສຳເລັັັັດການແຂ່ງຂັນໄດ້ຢ່າງສະດວກ. ເຖິງວ່າຜົນງານນີ້ບໍ່ສົມເປັນຜົນງານດີເດັ່ນ ກໍຕາມ, ແຕ່ມັນໄດ້ເຮັດໃຫ້ປຶ້ມບັນທຶກຜົນງານການແຂ່ງຂັນລາຍການນີ້ປາກົດມີ ຊື່ຄົນຈີນເປັນຄັ້ງທຳອິດ. ຄືດັ່ງທີ່ເພື່ອນມິດອິນເຕີເນັດໄດ້ເວົ້າວ່າ: “ການມີສ່ວນ ຮ່ວມຄືການເລີ່ມຕົ້ນທີ່ດີທີ່ສຸດ.”

 

ບໍ່ວ່າເວົ້າສຳລັບປະເທດຊາດຫຼືນັກກິລາ, ການທ້າທາຍແລະບຸກທະລຸຂີດ ຄວາມສາມາດຂອງຕົນເອງແມ່ນມີຄວາມໝາຍສຳຄັນຫຼາຍຍິ່ງກວ່າເລື່ອງຊະນະ ແລະເລື່ອງເສຍ. ວັນທີ 7 ກຸມພາປີ2014, ໃນເວລາຢ້ຽມຢາມແລະຢື້ຢາມຖາມຂ່າວ ຄະນະນັກກິລາທີມຊາດຈີນທີ່ເຂົ້າຮ່ວມງານກິລາໂອລິມປິກລະດູໜາວຄັ້ງທີ 22 ຢູ່ນະຄອນໂຊຊີ ປະເທດຣັດເຊຍ, ທ່ານສີຈິ້ນຜິງ ປະທານປະເທດຈີນເຄີຍໄດ້ ກ່າວວ່າ: “ໃນການແຂ່ງຂັນສຳຄັນ,ສິ່ງທີ່ໜ້າຕື້ນຕັນໃຈທີ່ສຸດຄົງຈະບໍ່ແມ່ນການ ຊິງໄດ້ຫຼຽນຄຳ, ແຕ່ແມ່ນການສະແດງໃຫ້ເຫັນນ້ຳໃຈໂອລິມປິກ, ນີ້ກໍແມ່ນ ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງບໍ່ລົດລະທີ່ຄົນຈີນມັກເວົ້າກັນ.”

 

ທຸກມື້ນີ້, ຢູ່ພາຍໃນປະເທດຈີນ, ຜູ້ຊົມກຳລັງເບິ່ງການແຂ່ງຂັນດ້ວຍ ສະພາບຈິດໃຈທີ່ມີສະຕິແລະຖືເປັນເລື່ອງທຳມະດາຫຼາຍຂຶ້ນ ຄື ຮ້ອງໂຮຊົມເຊີຍ ໃຫ້ນັກກິລາບັນດາປະເທດໂດຍຖືການຊື່ນຊົມການແຂ່ງຂັນເປັນສິ່ງສຳຄັນ, ເຖິງວ່ານັກກິລາປະເທດຕົນບໍ່ໄດ້ຫຼຽນຄຳກໍຕາມ, ຂໍພຽງແຕ່ວ່າໄດ້ສູ້ຊົນຈົນ ສຸດຄວາມສາມາດແລ້ວ, ຜູ້ຊົມກໍຈະຕົບມືຊົມເຊີຍແລະສະແດງຄວາມເຄົາລົບນັບ ຖືເຊັ່ນກັນ.

 

ຕົວຢ່າງ: ໃນການແຂ່ງຂັນເຕັກນິກສະໂນໂບດີງ(Snowboarding) ສະໜາມຮູບໂຕ U ເພດຊາຍຮອບຄັດເລືອກເພື່ອເຂົ້າຮອບຊີງຊະນະເລີດທີ່ຈັດຂຶ້ນໃນບໍ່ເທົ່າໃດມື້ກ່ອນ, ທ້າວ ກ່າວຫົງໂປ ນັກກິລາຈີນຈຳຕ້ອງດຳເນີນການແຂ່ງຂັນດ້ວຍທ່າທີ່ມີລະດັບ ຄວາມຍາກຕ່ຳຍ້ອນລາວບາດເຈັບໃນໂຕ. ເພື່ອນມິດອິນເຕີເນັດທັງຫຼາຍພາກັນ ໃຫ້ກຳລັງໃຈດ້ວຍຄວາມອົບອຸ່ນວ່າ: “ເຈົ້າແມ່ນແຊ໊ມປຽນໃນໃຈຂອງພວກເຮົາ”, “ໄວໜຸ່ມຜູ້ອາດຫານ ຈັ່ງແມ່ນເກັ່ງຫຼາຍ!”. ເວລາຫຼາຍປີຜ່ານໄປແລ້ວ, ຄວາມ ເຂົ້າໃຈຂອງຄົນຈີນທີ່ມີຕໍ່ກິລາກຳລັງຄ່ອຍໆປາສະຈາກຄວາມຄິດທີ່ “ຖືຫຼຽນ ຄຳເປັນສິ່ງສຳຄັນທີ່ສຸດ”, ຄົນນັບມື້ນັບຫຼາຍໄດ້ເຂົ້າໃຈນ້ຳໃຈໂອລິມປິກແລະຊົມ ໃຊ້ຄວາມມ່ວນຊື່ນຈາກງານມະຫາກຳກິລາໂອລິມປິກ.
 

ເມື່ອທຽບໃສ່ເລື່ອງຊິງໄດ້ຫຼຽນຄຳ ສິ່ງທີ່ທ່ານສີຈິ້ນຜິງສົນໃຈຫຼາຍກວ່ານັ້ນແມ່ນຫຍັງ?_fororder_高弘博比赛后露出微笑2月9日
 

ໃນການແຂ່ງຂັນເຕັກນິກສະໂນໂບດີງ(Snowboarding) ສະໜາມຮູບໂຕ Uເພດຊາຍຮອບຄັດເລືອກເພື່ອເຂົ້າຮອບຊີງຊະນະເລີດທີ່ຈັດຂຶ້ນໃນວັນທີ 9 ກຸມພີປີ2022ນີ້, ທ້າວ ກ່າວຫົງໂປໄດ້ຍີ້ມຂຶ້ນຫຼັງສຳເລັດການແຂ່ງຂັນ.

 

ຄວາມຈິງແລ້ວ, ຄວາມໝາຍຂອງງານກິລາໂອລິມປິກບໍ່ໄດ້ຈຳກັດພຽງແຕ່ຢູ່ໃນ ການແຂ່ງຂັນໃນໄລຍະຈັດງານກິລາໂອລິມປິກເທົ່ານັ້ນ.

 

ງານກິລາໂອລິມປິກລະດູໜາວໄດ້ບັນລຸເປົ້າໝາຍທີ່ “ນຳພາປະຊາຊົນ 300 ລ້ານຄົນເຂົ້າຮ່ວມກິລາຫິມະແລະນ້ຳກ້ອນ”. ອີງຕາມສະຖິຕິ, ນັບແຕ່ປັກກິ່ງປະສົບ ຜົນສຳເລັດໃນການຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວເປັນ ຕົ້ນມາ, ຈຳນວນປະຊາຊົນຈີນທີ່ໄດ້ເຂົ້າຮ່ວມກິລາຫິມະແລະນ້ຳກ້ອນໄດ້ບັນລຸເຖິງ 346.000.000 ຄົນ. ໃນໄລຍະພັກບຸນກຸດຈີນປີ2022ນີ້, ຈຳນວນປີ້ເຂົ້າສະ ໜາມສະກີຢູ່ນະຄອນຫຼວງປັກກິ່ງມີຫຼາຍກວ່າ2ເທົ່າຂອງຈຳນວນປີ້ໃນໄລຍະດຽວກັນຍາມບຸນກຸດຈີນປີ2019. ສະໜາມສະເກັດ,ສະໜາມສະກີຢູ່ແຫ່ງຕ່າງໆ ໃນທົ່ວປະເທດຈີນແມ່ນມີຄົນເຂົ້າໄປໃຊ້ບໍລິການເຕັມສະໜາມ.  ກິລາຫິມະແລະນ້ຳກ້ອນ ຢູ່ຈີນກຳລັງໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນ.

 

ວັນທີ 25 ມັງກອນປີ2022ນີ້, ໃນເວລາພົບປະກັບທ່ານໂທມັສ ບັກສ ປະທານຄະນະກຳມະການໂອລິມປິກສາກົນ, ທ່ານສີຈິ້ນຜິງໄດ້ກ່າວວ່າ: “ຕອນ ທີ່ີຂໍຮ້ອງສິດເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວ, ຂ້າພະເຈົ້າກໍໄດ້ ສະເໜີແລ້ວວ່າ: ຈຸດປະສົງສຳຄັນທີ່ສຸດທີ່ຈີນຈັດງານກິລາໂອລິມປິກຄັ້ງນີ້ແມ່ນ ເພື່ອນຳພາປະຊາຊົນ 300 ລ້ານຄົນເຂົ້າຮ່ວມກິລາຫິມະແລະນ້ຳກ້ອນ.” ທ່ານ ບັກສຕອບຄືນວ່າ: “ຈີນໄດ້ບັນລຸເປົ້າໝາຍທີ່ນຳພາປະຊາຊົນຫຼາຍກວ່າ 300 ລ້ານຄົນເຂົ້າ ຮ່ວມກິລາຫິມະແລະນ້ຳກ້ອນ, ນີ້ແມ່ນຜົນສຳເລັດອັນຍິ່ງໃຫຍ່ທີ່ບໍ່ເຄີຍເຫັນມາ ກ່ອນ, ເຊິ່ງຈະກາຍເປັນການປະກອບສ່ວນອັນສຳຄັນທີ່ງານກິລາໂອລິມປິກລະດູ ໜາວຄັ້ງນີ້ໄດ້ສ້າງຂຶ້ນເພື່ອປະຊາຊົນຈີນແລະຂະບວນການໂອລິມປິກສາກົນ.”

 

 ການຈັດງານກິລາໂອລິມປິກລະດູໜາວບໍ່ແມ່ນວຽກງານລັກສະນະ “ການຊື້ ຂາຍເທື່ອດຽວ”, ບໍ່ຄວນຈັດງານແລ້ວແລ້ວກໍມິດໄປເລີຍ. ອີງຕາມຕົວເລກສະຖິຕິ ສະແດງໃຫ້ເຫັນວ່າ: ນັບແຕ່ປີ2015ຮອດປີ2020, ຍອດມູນຄ່າອຸດສາຫະກຳຫິມະ ແລະນ້ຳກ້ອນຂອງຈີນໄດ້ເພີ່ມຂຶ້ນຈາກ 270 ຕື້ຢວນສະກຸນເງິນຈີນເປັນ 600 ຕື້ຢວນ. ເມື່ອຮອດປີ2025, ຄາດວ່າ ຕົວເລກນີ້ຈະລື່ນກາຍ 1.000 ຕື້ຢວນ. ຕົວຢ່າງ: ຢູ່ເມືອງສົງຫຼີແຂວງເຫີເປີີຍຜ່ານມາເມື່ອຮອດລະດູໜາວແມ່ນແຕ່ການ ເດີນທາງກໍຫຍຸ້ງຍາກຫຼາຍ, ແຕ່ປັດຈຸບັນ, ເມືອງນີ້ໄດ້ສ້າງສະໜາມສະກີຂະ ໜາດໃຫຍ່ 7 ແຫ່ງ, ເສດຖະກິດຫິມະແລະນ້ຳກ້ອນໄດ້ເຮັດໃຫ້ປະຊາຊົນທ້ອງ ຖິ່ນນັບມື້ນັບຫຼາຍເຮັດອາຊີບກ່ຽວກັບຫິມະແລະນ້ຳກ້ອນ, ເປັນການເປີດຊ່ອງ ທາງໃໝ່ແຫ່ງການເພີ່ມລາຍໄດ້ແລະສ້າງຄວາມຮັ່ງມີຂຶ້ນ.

 

ທ່ານຄຣິສຕົຟ ດູບີ ເຈົ້າໜ້າທີ່ຄະນະກຳມະການໂອລິມປິກສາກົນທີ່ໄດ້ ເປັນສັກຂີພິຍານໃຫ້ກັບວຽກງານກະກຽມແລະຈັດງານກິລາໂອລິມປິກລະດູໜາວປັກກິ່ງເຫັນວ່າ: ປະສິດທິຜົນຂອງງານກິລາໂອລິມປິກແມ່ນສາມາດປະກອບສ່ວນ ເຂົ້າໃນການພັດທະນາຕົວເມືອງທີ່ຈັດງານໄດ້ໃນເວລາ 20 ປີຫືຼຫຼາຍກວ່ານັ້ນອີກ. ທ່ານກ່າວວ່າ: “ປັກກິ່ງເຮັດໄດ້ແລ້ວ.”

 

ຄຳ​ເຫັນ

0