何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮູບແຕ້ມ “ຟູ້ຊຸ່ນຊ່ານຈູ່” ແບບຍຸກປັດຈຸບັນກຳລັງປາກົດຜົນເປັນຈິງ

2022-03-10 22:39:40 CRI

ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ກອງ​ປ​ະ​ຊຸ​ມ​ສະ​ພາປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຫຼື​ກອງ​ປະ​ຊຸມ​ສອງ​ສະ​ພາ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໃນ​ຖາ​ນະ​ເປັນ​ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ​ການ​ພິ​ຈາ​ລະ​ນາຂອງ​ຄະ​ນະ​ຜູ້​ແທນ​ເຂດ​ມົງ​ໂກ​ໃນທີ່​ເຂົ້​າ​ຮ່ວມ​ກອງ​ປະ​ຊຸມ, ​ທ່ານ​ກ່າວ​ວ່າ: ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ປະ​ເທດ​ຈີນ​ຕ້ອງ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ກັນຢ່າງ​ແໜ້ນ​ແຟ້ນ​ຄືກັບ​ແກ່ນ​ໝາກ​ພິ​ລາ​ຈັບ​ກັນ​ຢ່າງ​ແໜ້ນ​ໜາ, ເພື່ອ​ຮ່ວມ​ກັນ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ.

 

 ຄຳ​ປຽບ​ທຽບ​ກ່​ຽວ​ກັບ​ແກ່ນ​ໝາກ​ພິ​ລາ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢ່າງ​ມີ​ຊີ​ວິດ​ຊີ​ວາ. ໃນ​ກອງ​ປະ​ຊຸ​ມ​ສອງ​ສະ​ພາ​ແຫ່ງ​ຊາດ​​ແຕ່​ລະ​ປີ, ທ່ານ​ສີ​ຈິ້ນ​ຜິງ​ລ້ວນ​ແຕ່​ໄດ້​ເຂົ້າ​ຮ່ວມ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ຂອງ​ປະ​ເທດ​ຊາດກັບ​ຄະ​ນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສອງ​ສະ​ພາ​, ເຊິ່ງ​ໃນເວ​ລາ​ແລກ​ປ່ຽນຄວາມເຫັນ​ປຶກ​ສາ​ຫາ​ລື​ກັນ​ນັ້ນ, ​ທ່ານ​ກໍ​ໄດ້​ນຳ​ໃຊ້​ຄຳ​ປຽບ​ທຽບ​ທີ່​ມີ​ຊີ​ວິດ​ຊີ​ວາຫຼາຍ​ປະ​ໂຫຍກເພື່ອ​ບັນ​ຍາຍ​ທັດ​ສະ​ນະ​ຂອງ​ຕົນ. ໃນ​ນີ້, ທ່ານ​ເຄີຍ​ໄດ້​ຍົກ​ເອົາ​ຮູບ​ແຕ້ມ​ສະ​ໄໝ​​ບູ​ຮານທີ່​ມີ​ຊື່​ສຽງ​ຂອງ​ຈີນມາ​ວາດ​ພາບກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ​ງາມ​ຂອງ​ຈີນ​ໃນ​ຍຸກ​ໃໝ່.

 

ຄຳ​ເຫັນ

0