ຄວາ​ມຊົງ​ຈຳ​ຂອງ​ວົງBEYOND

(GMT+08:00) 2009-11-18 14:20:41     cri

1.ມະຫາ​ສະໝຸດ​ແລະ​ທ້ອງ​​ຟ້າ​ປອດ​​ໂປ່​ງ
​ເມື່ອ​ໄດ້​ຟັງເພງ​ມະຫາ​ສະໝຸດ​ແລະ​ທ້ອງ​ຟ້າ​ປອດ​ໂປ່​ງທີ່ຮ້ອງ​ໂດຍ​ວົງ​ດົນ​ຕີBEYOND,ກໍ່ຍິນ​ດີ​ຕ້ອນຮັບ​ທ່ານ​​ເຂົ້າສູ່​ລາຍການ​​ເພງ​ດັງ​ໃນອະດີດ.

ມີ​​ເພື່ອນຜູ້​ໜຶ່ງ​ເວົ້າວ່າ,​ໃນ​ເວລາຫາກຟັງ​ເພງ​ມະຫາ​ສະໝຸດ​​ແລະ​ທ້ອງ​ຟ້າ​ປອດ​​ໂປ່​ງ,ຍັງບໍ່​ສາມາດ​ເຂົ້າ​ໃຈຄຳ​ທີ່​ວ່າ​ຄວາມຫງົາ​​ແບບ​ສະຫງ່າ​,​ເລີຍ​ເອົາ​ຖິ້ມ​ໄວ້ບ່ອນໜຶ່ງ​ບໍ່​ຢາກ​ຟັງ.ໝູ່​​ເວົ້າວ່າ,​​ໃນ​ເວລາ​ຮຽນ​ຊັ້ນມັດທະ​ຍົມ​ຕົ້ນ ບໍ່​ມີ​ເລື່ອງ​ຫວ່ງ​ໃຍ​ຫຍັງ​ໝົດ​ນຳເລື່ອງ​ທີ່​ເກີດ​ຂຶ້ນ​ຢູ່​ອ້ອມ​ຂ້າງ,ຕໍ່​ວົງBEYONDກໍ່​ແຮງ​ບໍ່​ຮູ້​ຫຍັງ​ເລີຍ,​​ແຕ່ເມື່ອ​ຮອດ​ເວລາ​​ທີ່ສາມາດເຂົ້າ​ໃຈ​​ແລ້ວນັ້ນ,ຈຶ່ງຮູ້ສຶກ​ວ່າ​ມີ​ຄວາມ​ເສົ້າໝອງ​ໃຈ​ຢ່າງ​ໜຶ່ງ​ຊາບ​ຊຶມ​ເຂົ້າ​ຈົນ​ຮອດ​ກະດູກ.

ຫວນ​ຄຶດ​ເຖິງ​ຮວາງ​​ເຈ່ຍ​ຈູ່ ​ນັກ​ຮ້ອງ​ນຳຂອງວົງBEYOND​ໃນ​ປີນັ້ນ,ຮ້ອງ​ດ້ວຍ​ສຽງ​ທີ່​ເສົ້າໆ​ວ່າ ຂໍ​ອະ​ໄພ​ທີ່ຂ້ອຍມັກເຮັດ​ຕາມ​ລຳ​ພັງ​ໃຈ​,​ແຕ່​ເວລາ​ລາວ​ໄດ້​ເຖິງ​ແກ່​ກຳ​ນັ້ນ ລາວ​ພຽງ​ແຕ່31ປີ​ເທົ່າ​ນັ້ນ,​​ເປັນຕາເສຍດາຍ​​ແທ້ໆ.

​   ມີ​ເທື່ອ​ໜຶ່ງ​​ ບັງ​ເອີນມີ​ໂອກາດ,​ໄດ້​ເຫັນ​VCDຄອນ​ເສີດ​ຂອງວົງBEYOND​​ທີ່​ສະ​ແດງໃນ​ປີ1991,ກໍ່​ແມ່ນຮວາງ​​ເຈ່ຍ​ຈູ່​ເປັນ​ຜູ້ຮ້ອງ​ເພງ "​ໃຜຈະ​ເປັນ​ໝູ່​ຂ້ອຍ​ອອກ​ໄປ​ຫາ​ກິນ​ຢູ່​ຖິ່ນ​ອື່ນ​"​ເພງ​ນີ້,​ໃນ​ເວລາ​​ນັ້ນ ລາວ​ກົ້ມໜ້າ​ດີດ​ກີ​ຕາ,​ບໍ່​ເຫັນ​ແສງຕາຂອງລາວ,ທຳນອງ​​ເຍືອກ​ເຢັນ,​ຄົນ​ຢູ່​ອ້ອມຂ້າງ​ລາວຫຼາຍ​ປານ​ນັ້ນ,​ແຕ່​ລາວ​ພັດ​​ໂດດດ່ຽວຫຼາຍ.​ຕໍ່​ມາ,​ໃນ​ປີ1993 ລາວ​ໄດ້​ສະ​ແດງ​ຢູ່​ຮົງ​ກົງໂດຍ​ບໍ່​ສຽບ​ໄຟຟ້າ,ລາວ​ບອກ​ໃຫ້​ຜູ້​ຟັງ​ມິດ​ງຽບ,​ແລະ​ລາວກໍ່​ດີດກີ​ຕາ​ສີ​ດຳ​ຂອງ​ລາວ​ແບບ​​ເກົ່າ.​ສຽງ​ດົນ​ຕີ​ດັງ​ມາ​ແຕ່​ໄກ​ຮອດ​ໃກ້,ລາວ​ເຮັດ​ໜ້າ​ນິ້ງ​ເສີຍ​, ທ່ານ​ຄິດ​ວ່າ ດົນຕີ​ຕອນ​ນັ້ນ​ເປັນ​ແນວ​ໃດ?

2.ຮັກ​ເຈົ້າຈື່​ໄດ້​ວ່າ,​ມິ​ວຊິກ​ວີ​ດີ​ໂອຂອງ​ເພງ​ຮັກ​ເຈົ້າ,ຮວາງ​ເຈ່ຍ​ຈູ່ຍ່າງ​ລົງ​ມາ​ຈາກຂັ້ນ​ໄດ​ເທື່ອ​ລະກ້າວ,ຖ້າ​​ເຫັນ​ຄົນ​ທີ່​ລາວ​ມັກ​ຍ່າງ​ໄປ​ທາງ​ອື່ນ,​ສາຍຕາ​ແບບ​,ແນ່ນອນບໍ່​​ແມ່ນ​ສະ​ແດງ​​ເອົາ,​​ແລະ​ບໍ່​ເຄີຍ​ເຫັນ​ໃນ​ມິ​ວຊິກ​ວີ​ດີ​ໂອ​ຂອງ​ເພງ​ອື່ນ​ຈັກ​ເທື່ອ.​ເວລາ​ນັ້ນ,ຮວງ​ເຈ່ຍ​ຈູ່ກຳລັງ​ຄິດ​ຫຍັງ​ຢູ່?ຕອນ​ນັ້ນ ລາວ​ຍັງ​ໜຸ່ມ​ປານ​ນັ້ນ ຍັງ​ຄື​ເດັກນ້ອຍ​ຢູ່,ຕາ​ກໍ່​ໃສ,​ແມ່ນ​ນ້ຳ​ຕາລາ​ວຫວະ?

 ​​ເມື່ອ​ຂ້ອຍ​​ເປີດ​ເບິ່ງປະຫວັດສາດ​ຂອງBEYONDນັ້ນ,ຂ້ອຍ​ໄດ້​ສັງ​ເກດ​ວ່າ​​ໄດ້​ພົບຮວາງ​ເຈ່ຍ​ຈູ່ຢູ່​ໃນ​ວົງ​ການບັນ​ເທີ​ງແມ່ນ​ເລື່ອງ​ອັດສະຈັນ,ວົງBEYONDທີ່​ລາວ​ຕັ້ງຂຶ້ນ​ກໍ່​ແມ່ນ​ເລື່ອງ​ອັດສະ​ຈັນຄື​ກັນ.

3.​ຍຸກ​ສະ​ໄໝ​ທີ່​ຮຸ່ງ​​ເຮືອງ

ການ​ສ້າງຄຸນສົມບັດ​ຂອງຄົນ​ຜູ້​ໜຶ່ງ​ແມ່ນ​ມີ​ສ່ວນກ່ຽວ​ພັນ​ກັບຄວາມ​ສາມາດ​ການ​​ຄວບຄຸມ​ຕົນ​ເອງ​ ​ແລະ​ສະພາບ​​ແວດລ້ອມ​ສັງຄົມ​ແ​ລະ​ຄອບຄົວ​.ຮວາງ​​ເຈ່ຍ​ຈູ່​ເກີດ​ຢູ່​ຮົງ​ກົງ​ໃນ​ຊຸມ​ປີ1960ຫາ1970,ນັ້ນ​ແມ່ນ​ຍຸກ​ສະ​ໄໝທີ່​ສັງຄົມ​ມີ​ຮີດຄອງທີ່​ດີ, ​ ມີ​ຫຼາຍ​ຄົນ​ບຸກບືນ​ສູ້ຊົນ​ຢ່າງ​ລຳ​ບາກ​ໃນ​ສະ​ໄໝ​ນັ້ນ,ຄອບ​ຄົວ​ຂອງ​ລາວ​ບໍ່​ຮັ່ງ,​ແຕ່​ເປັນ​ຄອບຄົວ​ທີ່ມີ​ຄວາມສຸກ​ແລະອົບ​ອຸ່ນ,ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້​ລາວ​ມີ​ນິດ​ໄສ​ທີ່​ດີ.

    ການ​ນຸ່ງ​ຖື​ຂອງ​ຮວາງ​ເຈ່ຍ​ຈູ່ບໍ່ຫຼູຫຼາຈັກ​ໜ້ອຍ,​ແລະບໍ່​ຂີ້​ອວດ​ຂີ້​ອົ່ງ​ຄື​ດາລາ​ໃຫຍ່​ອື່ນໆ,ລາວ​ນຳພາວົງBEYOND​ກໍ່​ເປັນແບບ​ມະຫາຊົນ,ທຳ​ມະ​ຊາດ​ແລະ​ທັງ​ປະຢັດ.

ຫຼາຍ​ຄົນ​ເວົ້າວ່າ ຄົນ​​ເຮັດ​ວຽກ​ດົນຕີມີ​ຈິນຕະນາການ​ທີ່​ອ່າວ​ຕ່າງ​ກັບ​ຄົນ​ທົ່ວ​​ໄປ,​ແຕ່​ລາວ​ບໍ່​​ແມ່ນ,ລາວພັດ​ເປັນ​ຄົນ​ຊື່​ແລະທຸ່ນ​ທ່ຽງ​,​ແກ້​ໄຂ​ບັນຫາ​ດ້ວຍຄວາມ​ມີ​ສະຕິ​ສຳປະຊັນ​ຍະ,ບໍ່ຮ້ອນຮົນ​ກະລົກກະລົນ.​ເບິ່ງ​ກະ​​ແຊັດ​ວິ​ດີ​ໂອ​ໃນ​ປີນັ້ນ,ຮວາງ​ເຈ່ຍ​ຈູ່​​ເວົ້າຫຍັງ​ກໍ່​ເວົ້າດ້ວຍ​ທ່າ​ທີ​ທຸ່ນ​ທ່ຽງ,​ເວົ້າຫຍັງ​ກໍ່​ບໍ່​ຂຶງ​ຂັງ​ມັງ​ມໍ,​ແລະສຽງ​ເວົ້າກໍ່ມ່ວນ​,ບາງ​ເທື່ອ​ກໍ່​​ໄຮ້​ດຽງສາ​ຄື​ເດັກນ້ອຍ,ບໍ່​ຂີ້​ອວດ​ ແຕ່ມີ​ຄວາມ​ໝັ້ນໜຽວ​​ບໍ່​ຫວັ່ນ​ໄຫວຄອນ​ແຄນ.ຄວາມ​​ໃຈ​ຮ້າຍຂອງ​ລາວ​ສ່ວນ​ຫຼາຍມີ​ແຕ່​ຢູ່​ໃນ​ສາຍ​ຕາ​ຫຼື​ໃນຄອນ​ເສີດຂອງ​ລາວ,​ບາງທີ​ແມ່ນ​ຮ້າຍ​ໃນ​ໃຈ.

4.ຮັກ​ເຈົ້າ​ແທ້

ທ່ານ​ຜູ້ຟັງ,ລາຍ​ການ​ເພງ​ດັງ​ໃນ​ອະດີດ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນcri​ສຳ​ລັບ​ມື້​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້.ຫວັງ​ວ່າ​ທ່ານ​ຄົງ​ຕິດຕາມ​ລາຍການຂອງ​ພວກ​ເຮົາ​ເລື້ອຍໆ​ໃນ​ທຸກ​ໆວັນ​ອັງຄານ​.​ຖ້າ​ທ່ານ​ຢາກ​ຕິດ​ຕໍ່​ກັບ​ພ​ວກ​ເຮົາ.ທີ່ຢູ່​ຕູ້​ໄປສະນີ​ແມ່ນ lao service ,CRI-13. China radio International p.o.BOX:4216,Beijing.  China 100040. ​ເບີ​ໂທ008610 68892192 ຫຼື​ຂໍ້ຄວາມ​ສັ້ນກໍ່​ແມ່ນ2430000,ຢ່າ​ລືມ​ຕິດ​ຕໍ່​ກັບ​ພວກ​ເຮົາ​ເດີ້.ຄືນ​ນີ້​ຂໍ​ໃຫ້​ທ່ານ​ຈົ່ງ​ນອນ​ຫຼັບ​ຝັນ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ