ເພງ​ຕາມ​ຄຳ​ຂໍ

(GMT+08:00) 2009-11-18 14:20:41     cri

ຊ: ສະບາຍດີ ມິດ​ລາຍການ​ທີ່​ຮັກ​ແພງ!

ຂ: ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ!

ຊ: ວັນ​ເສົາ​ສຸດ​ທ້າຍ​ແລະ​ມື້​ສຸດ​ທ້າຍ​ຂອງ​ເດືອນ​ພຶດສະພາ​ນີ້ ໜຸ່ມ​ໃຫຍ່​ອາລົມ​ດີ​ກັບ​ໄຊຊະນະ ກໍ​ນຳ​ເອົາ​ລາຍການ​ເພງ​ຕາມ​ຄຳ​ຂໍ​ກັບ​ມາ​ພົບ​ກັບ​ທ່ານ​ອີກ​ຕາມ​ເຄີຍ ຫຼັງຈາກ​ຄືນ​ວັນ​ເສົາ​ແລ້ວ​ນີ້​ບໍ່​ໄດ້​ພົບ​ກັນ.

ຂ: ​ເຈົ້າ ​ເພາະວ່າ​ວັນ​ເສົາ​ແລ້ວ​ນີ້​ເປັນ​ລາຍການ​ພິ​ເສດ​ກ່ຽວ​ກັບ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວີ້​ນຊ່ວນ,​ແຂວງ​ເສ​ສວນ​ຂອງ​ຈີນ. ພວກ​ເຮົາ​ຢາກ​ສ່ອງ​ແສງ​ໃຫ້​ມິດ​ລາຍການ​ຮູ້​ວ່າ ສະພາບ​ການ​ກູ້​ໄພ​ມີ​ເລື່ອງ​ລາວ​ຕ່າງໆ​ທີ່​ສະ​ເທືອ​ນ​ໃຈ,ສະທ້ອນ​ໃຈ,ຕື້ນ​ຕັນ​ໃຈ​ແລະ​ປະ​ທັບ​ໃຈ​ແນວ​ໃດ​ແດ່, ວັນ​ເສົາ​ແລ້ວ​ນີ້ ກໍ​ເລີຍ​ເຮັດ​ເປັນ​ລາຍການ​ພິ​ເສດ.

ຊ: ​ເຈົ້າ, ນັບ​ແຕ່​ເຫດການ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ໃນ​ຮອບ 32 ປີ​ເກີດ​ຂຶ້ນ​ໃນ​ວັນ​ທີ 12 ​ເດືອນ​ນີ້, ລາຍການ​ຕ່າງໆ​ຂອງ CRI ທັງ​ລະບົບ AM​ແລະ FM ກໍ​ມີ​ການ​ສັບ​ຊ້ອນ​ໃໝ່​ຈຳນວນ​ໜຶ່ງ​ເພື່ອ​ໃຫ້​ເຂົ້າກັບ​ບັນຍາກາດ​ທີ່​ທົ່ວ​ປະ​ເທດ​ຈີນ​ພວມ​ທຸກ​ໂສກ​ແລະ​ສະ​ແດງ​ຄວາມ​ເສົ້າ​ເສຍ​ໃຈ​ຕໍ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ.

ຂ: ​ເຈົ້າ, ດຽວ​ນີ້ ສະພາບ​ການ​ກູ້​ໄພ​ຊ່ອຍ​ເຫຼືອປະຊາຊົນ ກໍ​ເຮັດ​ໄປ​ໄດ້ຫຼາຍ​ແລະ​ມີ​ປະສິດທິພາບ​ສູງຫຼາຍ, ລາຍການ​ຕ່າງໆ​ຂອງ CRI ກໍ​ເລີ່​ມ​ເຂົ້າສູ່​ສະພາບ​ປົກກະຕິ, ​ແຕ່​ວ່າ ການ​ລາຍ​ງານ​ກ່ຽວ​ກັບ​ການ​ກູ້​ໄພ​ດ້ານ​ຕ່າງໆ​ກໍ​ຈະ​ສືບ​ຕໍ່​ໄປ​ເປັນ​ໄລຍະ​ໄລຍະ. ລາຍການ​ພວກ​ເຮົາ​ຄືນ​ນີ້ ກໍ​ຍັງ​ຈະ​ນຳ​​ເອົາ​ບາງ​ເລື່ອງ​ທີ່​ໜ້າ​ຕື້ນ​ຕັນ​ໃຈ​ຂອງ​ຄວາມ​ມີ​ນ້ຳ​ໃຈ​ຂອງ​ຄົນ​ຈີນ​ທີ່​ຊ່ອຍ​ເຫຼືອກັນ​ໃນ​ຍາມ​ອັດຕະຄັດ​ຂັດ​ສົນ​ມາ​ເວົ້າສູ່​ຟັງ ​ແລະ​ເລື່ອງ​ອື່ນໆ​ອີກ​ທີ່​ໜ້າ​ສົນ​ໃຈ​ສະຫຼັບສັບ​ປ່ຽນ​ກັນ​ໄປ​ກັບ​ການ​ຕອບ​ກຳລັງ​ແຮງ​ໃຈ​ຈາກ​ມິດ​ລາຍການ​ແລະ​ຈັດ​ເພງ​ໃຫ້​ພ້ອມ ຖືກ​ໃຈ​ແດ່​ບໍ່​ຖືກ​ໃຈ​ແດ່ ກໍ​ອົດສາ​ຟັງ​ໄປ​ກ່ອນ​ສຳລັບ​ຄືນ​ວັນ​ເສົາ​ນີ້.

ຊ: ມາ​ເລີ່​ມຕົ້ນລາຍການ​ຄືນ​ນີ້​ດ້ວຍ​ເພງ​ຈີນ​ທີ່​ມີ​ຊື່ວ່າ::  (​ເພງ)

ຂ: ຂໍ​ຂອບ​ໃຈ​ມິດ​ລາຍການ​ລາວ​ທີ່ຢູ່ນະຄອນຫຼວງວຽງ​ຈັນ​ກໍ​ຄື​ແຂວງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ທີ່​ເປັນ​ກຳລັງ​ໃຈ​ໃຫ້​ຜູ້​ຈັດ​ລາຍການ​ຕ່າງໆ​ຂອງ CRI . ຢາກ​ມີ​ຄຳ​ເຫັນ​ແນວ​ໃດ? ຢາກ​ຟັງ​ເພງ​ຫຍັງ? ຮ໋ວມກັບ​ໃຜ? ສົ່ງ​ຂໍ້ຄວາມ​ສັ້ນ​ໄປ​ຫາ​ພວກ​ເຮົາ​ໄດ້​ທີ່​ໝາຍ​ເລກ 2430000.

ຊ: ​ເຈົ້າ ນັບ​ແຕ່​ເຫດການ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນຈົນ​ມາ​ຮອດ​ມື້​ນີ້ ກໍ​ມີ​ມິດ​ລາຍການ​ລາວຫຼາຍສິບ​ທ່ານ​ສົ່ງ​ຂໍ້ຄວາມ​ສັ້ນ​ໄປ​ຫາ​ພວກ​ເຮົາ​ເພື່ອ​ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ແລະ​ເປັນ​ກຳລັງ​ໃຈ​ໃຫ້​ປະຊາຊົນ​ຈີນ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ​ແລະ​ທັງ​ຊົມ​ເຊີຍ​ການ​ເຮັດ​ວຽກ​ກູ້​ໄພ​ຂອງ​ຜູ້ນຳ​ພັກ​ລັດ​ແລະ​ເຈົ້າໜ້າ​ທີ່​ກູ້​ໄພ​ພາກສ່ວນ​ຕ່າງໆ​ຂອງ​ຈີນ​ທີ່​ມີ​ຄວາມ​ສະ​ດຸ້ງ​ໄວຫຼາຍ​ໃນ​ການ​ຊ່ອຍ​ເຫຼືອປະຊາຊົນ. ພວກ​ເຮົາ​ກໍ​ນຳ​ເອົາ​ຄຳ​ເຫັນ​ຂອງ​ມິດ​ລາຍການ​ລາວ​ບາງ​ທ່ານ​ມາ​ອ່ານ​ສູ່​ຟັງ….(​ເພງ)

ຊ: ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ! ​ໄລ່​ມາ​ຮອດ​ມື້​ນີ້ ​ເຫດການ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ຢູ່​ແຂວງ​ເສ​ສວນ​ຂອງ​ຈີນ​ກໍ​ຜ່ານ​ໄປ 20 ມື້​ພໍດີ​ເລີຍ, ​ແຕ່​ວ່າການ​ກູ້​ໄພ​ກໍ​ຍັງ​ສືບ​ຕໍ່​ໄປ ​ໂດຍ​ສະ​ເພາະ​ແມ່ນ​ເນັ້ນ​ໃສ່​ການ​ປິ່ນປົວ​ຜູ້​​ໄດ້​ຮັບ​ບາດ​ເຈັບ,ຍົກຍ້າຍ​ຈັດ​ສັນ​ບ່ອນຢູ່​ຊົ່ວຄາວ​ໃຫ້​ຜູ້​ປະສົບ​ໄພ,​ໃຫ້​ຄວາມ​ອົບ​ອຸ່ນ​ດ້ານ​ຈິດ​ໃຈ,​ເລີ່​ມທຳ​ຄວາມ​ສະອາດ​ຊຳລະ​ສະ​ສາງ​ເຂດ​ປະສົບ​ໄພ,ທັງ​ປ້ອງ​ກັນ​ບໍ່​ໃຫ້​ມີ​ພະຍາດ​ລະບາດ​ທັງ​ຄົນ​ແລະ​ສັດ​ແລະ​ວຽກ​ອື່ນ​ໆ.

ຂ: ການ​ກູ້​ໄພ​ເທື່ອ​ນີ້ ຜູ້ນຳ​ພັກ​ລັດ​ກໍ​ເອົາ​ໃຈ​ໃສ່​ສຸດ​ຂີດ,ທັງ​ເບີກ​ຈ່າຍ​ງົບ​ສຸກ​ເສີນ​ໄປ​ແລ້ວ 19 ຕື້​ກວ່າ​ຢວນດທັງ​ປ່ຽນ​ກັນ​ລົງ​ໄປ​ບັນຊາ​ຊີ້​ນຳ​ການ​ກູ້​ໄພ​ຊ່ອຍ​ເຫຼືອປະຊາຊົນ​ດ້ວຍ​ຕົນ​ເອງ; ນີ້​ກໍ​ຄື​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ແທ້ຈິງ​ຂອງ​ພັກ ລັດຖະບານ​ຈີນ ຈົນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ໄປ​ທົ່ວ​ໂລກ​ວ່າ,ການ​ຊ່ອຍ​ເຫຼືອປະຊາຊົນ​ເທື່ອ​ນີ້ ການ​ນຳ​ຂອງ​ຈີນ​ສະ​ດຸ້ງ​ໄວຫຼາຍ​ແບບ​ທີ່ຫຼາຍປະ​ເທດ​ກໍ​ຄົງ​ຈະ​ເຮັດ​ໄດ້​ຍາກ.

ຊ: ​ເຈົ້າ, ອັນ​ນີ້​ກໍ​ຄື​ຄວາມ​ເຂັ້ມ​ແຂງ​​ແລະ​ຄວາມ​ພ້ອມ​ຂອງ​ຈີນ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ແບບ​ກະທັນຫັນ. ​ເຫດການ​ເກີດ​ແຜ່ນດິນ​ໄຫວ​ເທື່ອ​ນີ້ ກໍ​ເປັນ​ການ​ພິສູດ​ໃຫ້​ເຫັນ​ຈິດ​ໃຈ​ຊາດ,ສະຕິຊາດ​ຂອງ​ປະຊາຊົນ​ຈີນ​ທີ່​ມີ​ສູງຫຼາຍອີກ​ເທື່ອ​ໜຶ່ງ. ພາຍຫຼັງ​ເຫດການ​ເກີດ​ຂຶ້ນ ທຸກ​ຄົນ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ ທັງ​ບໍລິຈາກ​ເງິນ, ​ເຄື່ອງ​ຂອງ, ​ເລືອດຫຼືອາສາ​ສະໝັກ ​ໄປ​ຊ່ວຍ​ຢ່າງ​ລົ້ນຫຼາຍ, ສາງ​ເກັບ​ເລືອດ(ທະນາຄານ​ເລືອດ)ກໍ​ຈົນ​ເຕັມ, ຖື​ວ່າການ​ສະໜອງ​ເລືອດ​ໃຫ້​ຄົນ​ເຈັບ​ຢູ່​ບ່ອນ​ປະສົບ​ໄພ ບໍ່ມີ​ບັນຫາ​ເລີຍ.

ຂ: CRI ​ເຮົາ​ກໍ​ບໍລິຈາກ​ເງິນ 6 ລ້ານ​ຢວນພຸ້ນ​ໄດ໋​ໄຊຊະນະ, ອັນ​ນີ້​ແມ່ນ​ເງິນ​ລວມຂອງ CRI , ​ແຕ່​ວ່າ​ເງິນ​ບໍລິຈາກ​ຂອງ​ສ່ວນ​ຕົວ ​ໄລ່​ມາ​ຮອດ​ຕອນ​ເຊົ້າວານ​ນີ້ ຂຶ້ນຮອດ 5 ​ແສນ 7 ໝື່ນ​ກວ່າ​ຢວນ​ແລ້ວ​ໄດ໋, ​ແລະ​ກໍ​ຍັງ​ມີ​ຜູ້​ສືບ​ຕໍ່​ບໍລິຈາກ​ຕໍ່​ໄປ ຫຼືບໍລິຈາກ​ຕື່ມ​ອີກ​ກໍ​ຍັງ​ມີ​ຢູ່.

ຊ: ​ເວົ້າ​ເຖິງ​ເລື່ອງ​ການ​ບໍລິຈາກ​ເງິນ​ແລ້ວ ​ໄຊຊະນະ​ອ່ານ​ພໍ້​ຂ່າວ​ໜຶ່ງ, ອ່ານ​ແລ້ວ​ກໍ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ໃນ​ນ້ຳ​ໃຈ​ຂອງ​ຄົນ​ຈີນຫຼາຍ. ຟັງ​ເພງ​ແລ້ວ​ຈະ​ເວົ້າສູ່​ຟັງ. (​ເພງ)

ຂ: 2 ​ເພງ​ຈາກ​ລາຍການ​ຜ່ານ​ໄປ. ຂອບ​ໃຈ​ມິດ​ລາຍການ​ລາວ​ທຸກ​ທ່ານ​ທີ່​ສົ່ງ​ຂໍ້ຄວາມ​ສັ້ນ​ໄປ​ໃຫ້​ກຳລັງ​ໃຈ​ແກ່​ປະຊາຊົນ​ຈີນ​ທີ່​ພວມ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢູ່​ແຂວງ​ເສ​ສວນ, ​ເມື່ອ​ກີ້​ນີ້ ​ໄຊຊະ​ນະ​ວ່າ​ຈະ​ເວົ້າ​ເລື່ອງ​ການ​ບໍລິຈາກ​ເງິນ​ທີ່​ໜ້າ​ສະ​ເທືອ​ນ​ໃຈ​ໃຫ້​ຟັງ​ຊັ້ນຫວະ​?

ຊ: ​ເຈົ້າ, ​ເວົ້າ​ເຖິງ​ການ​ບໍລິຈາກ​ເງິນ​ກໍ​ຄື​​ເຄື່ອງ​ຂອງ​ຂອງ​ຄົນ​ຈີນ ​ໄລ່​ມາ​ຮອດ​ເຊົ້າວານ​ນີ້ ມີ 16 ຕື້​ກວ່າ​ຢວນ​ແລ້ວ​ໄດ໋ໜຸ່ມ​ໃຫຍ່. ​ເລື່ອງ​ທີ່​ໄຊຊະນະ​ຢາກ​ເວົ້າສູ່​ຟັງ​ທີ່​ອ່ານ​ພໍ້​ໃນ​ຂ່າວສານ​ຊິນ​ຮວາ ກໍ​ແມ່ນ​ມີ​ຄົນ​ຂໍທານ​ຜູ້​ໜຶ່ງ ອາຍຸ 60 ກວ່າ​ປີ ​ເຮືອນ​ຢູ່​ກໍ​ບໍ່​ມີ, ລາວ​ຊື່ວ່າ xu chao ລາວ​ທ່ຽວ​ຂໍທານ​ຢູ່​ເມືອງ​ນານ​ກິ່ງ​ແຂວງ​ຈ່ຽງຊູ່. ​ໃນ​ຕອນ​ເຊົ້າວັນ​ເສົາ​ທີ 17 ຜ່ານ​ມາ​ນີ້ ລາວ​ເອົາ​ເງິນ​ໄປ​ບໍລິຈາກ​ຢູ່​ສູນ​ຮັບ​ບໍລິຈາກ 5 ຢວນ ​ແລ້ວ​ກໍ​ໄປ​ຂໍທານ​ຕໍ່, ​ແລ້ວ​ກໍ​ເອົາ​ມາ​ບໍລິຈາກ​ອີກ. ​ໃນ​ຕອນ​ບ່າຍ​ເພີ່ມ​ຂຶ້ນ​ເປັນ 100 ຢວນ. ສື່​ມວນ​ຊົນ​ທ້ອງ​ຖິ່ນ​ຮູ້​ຂ່າວ ກໍ​ລາຍ​ງານ​ຂ່າວ​ນີ້, ປະຊາຊົນ​ທົ່ວ​ໄປ​ກໍ​ຮູ້ສຶກ​ກະ​ຕຸ້ນ​ໃຈ​ຕໍ່​ການ​ກະທຳ​ຂອງ​ລາວຫຼາຍ, ຫຼາຍຄົນ​ກໍ​ໄປ​ພົບ​ລາວ​ຢູ່​ແຄມ​ຖະໜົນ ຍ້ອງຍໍ​ການ​ມີ​ນ້ຳ​ໃຈ​ຂອງ​ລາວ. ລາວ​ເວົ້າວ່າ"ຂ້ອຍ​ທຸກ​ຍາກ​ຊ່ຳນີ້ ​ແຕ່​ຜູ້​ປະສົບ​ໄພ​ຢູ່​ເສ​ສວນ​ຍັງ​ທຸກ​ຍາກ​ກວ່າ​ຂ້ອຍ​ອີກ, ຂ້ອຍ​ຈຶ່ງ​ຢາກ​ຊ່ອຍ​ຕາມ​ຄວາມ​ສາມາດ​ທີ່​ຂ້ອຍ​ມີ", ສຸດ​ທ້າຍ ມື້ນັ້ນ ລາວ​ກໍ​ທ່ຽວ​ໄປ​ຂໍທານ​ມາ​ບໍລິຈາກ​ໄດ້​ຕັ້ງວ່າ 340 ຢວນພຸ້ນ​ໄດ໋ ​ໄລ່​ເປັນ​ເງິນ​ກີບ​ກໍ​ປະມານ 4 ​ແສນ​ກີບ​ນີ້​ລະ.

ຂ: ອື່! ຟັງ​ແລ້ວ ​ເຖິງ​ວ່າ​ມັນ​ເປັນ​ເງິນ​ບໍ່ຫຼາຍປານ​ໃດ​ສຳລັບ​ຄົນ​ທົ່ວ​ໄປ, ​ແຕ່​ສຳລັບ​ຄົນ​ຂໍທານ​ແລ້ວ ມັນ​ບໍ່​ແມ່ນ​ເລື່ອງ​ທຳ​ມະ​ດາ​ເລີຍ​ໄດ໋​ໄຊຊະນະ​! ຄົນ​ອື່ນໆ​ກໍ​ຍັງ​ຊື້​ງ​ໃນ​ນ້ຳ​ໃຈ​ຂອງ​ລາວ​ເນາະ.
ຊ: ​ເຈົ້າ,ມີ​ອີກ​ຜູ້​ໜຶ່ງ​ໄດ໋ໜຸ່ມ​ໃຫຍ່​ທີ່​ໄຊຊະນະ​ຢາກ​ເວົ້າສູ່​ຟັງ!

ຂ: ​ເປັນ​ຄົນ​ຂໍທານ​ຫວະ?

ຊ: ບໍ່​ແມ່ນ, ​ເປັນ​ຄົນ​ນັ່ງ​ຜັດ​ເກີບ​ຢູ່​ແຄມ​ທາງ.

ຂ: ​ເລື່ອງ​ເປັນ​ແນວ​ໃດ​ເວົ້າສູ່​ຟັງ​ເບິ່ງ?

ຊ: ຜູ້​ນີ້​ແມ່ນ​ຜູ້ຍິງ​ໄວ​ກາງຄົນ​ນີ້​ລະ, ອາ​ຊີບ​ລາວ​ແມ່ນ​ນັ່ງ​ຜັດ​ເກີບ​ໃຫ້​ຄົນ​ຢູ່​ແຄມ​ຖະໜົນ​ຂອງ​ເມືອງ​ຊ່ວງ​ເຟີ​ງຂອງ​ແຂວງ​ຫູ​ນານ. ​ໃນ​ວັນ​ຈັນ​ແລ້ວ​ນີ້ ລາວ​ບໍລິຈາກ​ລາຍ​ໄດ້​ທີ່​ລາວ​ຫາ​ໄດ້​ໝົດ​ມື້ນັ້ນ 182 ຢວນ. ​ເຈົ້າໜ້າ​ທີ່​ຮັບ​ບໍລິຈາກ​ຂອງ​ເມືອງ​ບອກ​ວ່າ,"ຂ້ອຍ​ເຫັນ​ຜູ້​ຍິງ​ຄົນ​ນີ້​ມາ​ປ່ອນ​ເງິນ​ເຂົ້າຕູ້​ບໍລິຈາກ​ຢ່າງ​ຕ່ຳ​ບໍ່ຫຼຸດ 10 ​ເທື່ອ​ໃນ​ມື້ນັ້ນ"

ຂ: ລາວ​ຜັດ​ເກີບ​ໃຫ້​ຄົນ​ຄູ່​ໜຶ່ງ​ໄດ້​ຈັກ​ຢວນ​ໄຊຊະນະ?

ຊ: ​ໄດ້ 1 ຫຼືວ່າ 2 ຢວນ​ເທົ່າ​ນັ້ນນ່າໜຸ່ມ​ໃຫຍ່.

ຂ: ປັດ​ໂທ! ​ເຊື່ອ​ລາວ​ຊິ​ໄດ້​ເງິນ​ຮອດ 182  ຢວນ ລາວ​ກໍ​ຕ້ອງ​ເຮັດ​ວຽກ​ໜັກ​ແທ້ໆ​ແລ້ວ​ໃນ​ມື້ນັ້ນ ຈຶ່ງ​ຈະ​ໄດ້​ເງິນ​ຊ່ຳນີ້.

ຊ: ​ແມ່ນ​ແນວ​ນັ້ນ​ແລ້ວ; ​ເຈົ້າໜ້າ​ທີ່​ສັງ​ເກດ​ເຫັນ​ວ່າ​ຕັ້ງ​ແຕ່​ເຊົ້າລາວ​ທຽວ​ມາ​ລຽນ​ແຖວ​ເພື່ອ​ບໍລິຈາກ​ເງິນ​ເທື່ອ​ລະ 20 ຢວນ, ​ແລ້ວ​ກໍ​ໄປ​ຜັດ​ເກີບ​ຕໍ່, ​ໄດ້​ເງິນ​ແລ້ວ ກໍ​ມາ​ລຽນ​ແຖວ, ​ເຮັດ​ແນວ​ນີ້​ຈົນ​ຮອດ​ຄ່ຳ.

ຂ: ອື່,ຊື້​ງ​ໃນ​ນ້ຳ​ໃຈ​ຂອງ​ລາວ​ອີ່ຫຼີ. ນີ້​ລະ ຍາມ​ຍາກ​ຍາມ​ອັດຕະຄັດ​ຂັດ​ສົນ ພີ່ນ້ອງ​ຮ່ວມ​ຊາດ​ບໍ່​ເຄີຍ​ປະຖິ້ມກັນ, ​ເຖິງ​ຕົນ​ເອງ​ຈະ​ທຸກ​ຍາກ ​ແຕ່​ກໍ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ຕາມ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊ່ອຍ​ເຫຼືອພີ່ນ້ອງ​ຮ່ວມ​ຊາດ​ດຽວ​ກັນ.

ມີ​ເລື່ອງ​ຫຍັງ​ທີ່​ໜ້າ​ປະ​ທັບ​ໃຈ​ອີກ​ບໍ່​ໄຊຊະນະ?

ຊ: ຍັງ​ອີກ​ເລື່ອງ​ໜຶ່ງ,ຟັງ​ເພງ​ແລ້ວ​ຈະ​ເວົ້າສູ່​ຟັງ. (​ເພງ)

ຂ: ຢ່າ​ລືມ​ທ່ານ​ຜູ້​ຟັງ! ຢາກ​ຟັງ​ເພງ​ໃດ? ຈາກ​ລາຍການ​ໃດ? ຮ່ວມ​ກັບ​ໃຜ? ມີ​ຄຳ​ເຫັນ​ແນວ​ໃດ​ຕໍ່​ລາຍການ​ພວກ​ເຮົາ ຫຼືຢາກ​ສົ່ງ​ກຳລັງ​ໃຈ​ໄປ​ເຖິງ​ປະຊາຊົນ​ທີ່​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢູ່​ເສ​ສວນ,ທ່ານ​ສາມາດ​ສົ່ງ​ຂໍ້ຄວາມ​ສັ້ນຜ່ານ​ມື​ຖື​ໝາຍ​ເລກ 2430000 ຫຼື ອີ​ເມ​ວກໍ​ແມ່ນ: laocri@yahoo.com.cn

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ