ເສີມ​ສ້າງ​ການ​ຕິດ​ຕໍ່​ພົວ​ພັນ​ກັນ,​ອາ​ຊຽນ​ກ້າວ​ໄປ​ສູ່​ປະ​ຊາ​ຄົມ

(GMT+08:00) 2009-11-18 17:01:32     cri
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 15 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບປະ​ເທດ​ຄູ່​ເຈ​ລະ​ຈາ​ຕ່າງໆ​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຊະ​ອຳ​ແລະ​ເມືອງ​ຫົວ​ຫີນ​ທີ່​ພາກ​ກາງ​ຂອງ​ໄທ​ທີ່​ຫ່າງ​ຈາກ​ນະຄອນຫຼວງ​ບາງກອກປະມານ 200 ກິ​ໂລ​ແມັດ​ແຕ່​ວັນ​ທີ​21​ຫາ​ວັນ​ທີ​25​ຕຸ​ລາ​ນີ້.​ຈຸດ​ສຸມ​ຂອງ​ກອງ​ປະ​ຊຸມ​ເທື່ອ​ນີ້​ແມ່ນຈະ​ສືບ​ຕໍ່ຊຸກຍູ້​ສ້າງ​ປະຊາ​ຄົມ​ອາ​ຊຽນ​ແນວ​ໃດ, ​ແລະ​ເສີມ​ສ້າງ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ,​ຊຸກ​ຍູ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ເທື່ອ​ນີ້​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບປະ​ເທດ​ຄູ່​ເຈລະຈາຕ່າງໆມີ​ຫົວ​ຂໍ້​ວ່າ"​ເສີມ​ສ້າງ​ການ​ຕິດ​ຕໍ່​ພົວພັນກັນ, ມອບ​ສິດ​ອຳນາດ​ໃຫ້​ປະຊາຊົນ", ລວມທັງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ 3 ປະ​ເທດ​ຄູ່​ເຈລະຈາ​ຄື​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ແລະ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນກັບ​ຈີນ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນກັບ​ອິນ​ເດຍ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ເປັນ​ຕົ້ນ. ​ໃນ​ເວລາ​ແນະນຳ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້, ທ່ານ​ວິ​ທະ​ວັດ ສິຣິວິ​ຮົກ, ຫົວໜ້າກົມ​ອາ​ຊຽນກະຊວງ​ການ​ຕ່າງປະ​ເທດ​ໄທ​ກ່າວ​ວ່າ: "ອັນ​ທີ່​ວ່າ"​ຕິດ​ຕໍ່​ພົວພັນ​ກັນ"ລວມທັງ​​ດ້ານວັດຖຸ,ກໍ່​ລມີ​ຄວາມ​ໝາຍ​ທີ່ບໍ່​ແມ່ນ​ວັດຖຸ.ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ,​ພາຍ​ໃຕ້​ສະ​ພາບ​ການ​​ໂລກາ​ພິ​ວັດ,​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ​ຈໍ​ລະ​ຈອນ ຢ່າງ​ເສ​ລີ,​ພ້ອມ​ດ້ວຍ​ທຶນ,​ຄວາມ​ຮູ້,​ຂໍ້​ມູນ​ຂ່າວ​ສານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ກໍ່​ຈໍລະ​ຈອນ​ຢ່າງ​ເສລີ.ຜູ່​ນຳ​ອາ​ຊຽນ​ກັບ​ຜູ້​ນຳ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຈະ​ຮ່ວມ​ກັນ​ຫາ​ລື​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ​​ໃນ​ປີ​2015​ຕາມ​ເວລາ​ກຳ​ນົດ.​ປະ​ຈຸ​ບັນ​ນີ້,​ເຫຼືອ​ແຕ່6ປີ​ແລ້ວ.​"​ຕິດ​ຕໍ່​ພົວ​ພັນ"​ແມ່ນປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ6ປີ​ຂ້າງ​ໜ້າ."

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ15ຈະ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ23​ຕຸລານີ້.ຮອດ​ເວລາ​ນັ້ນ,"ຄະນະ​ກຳມະການ​ສິດ​ທິ​ມະ​ນຸດ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ຊຽນ"​ເຊິ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ສິດ​ທິ​ມະ​ນຸດ​​ອົງ​ການ​ທຳ​ອິດ​ຂອງ​ອາ​ຊຽນ​ກໍ່​ຈະ​ຈັດ​ພິທີ​ຂຶ້ນຮັບ​ຕຳ​ແໜ່​ງ​ໃນ​ມື້​ດຽວ​ກັນ,​ຜູ້​ນຳ​ຂອງ​10​ປະ​ເທດ​ອາ​ຊຽນ​ລ້ວນ​ແຕ່​ຈະ​ເຂົ້າ​ຮ່ວມ.​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ດັ່ງ ກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,​ອາ​ຊຽນ​ໄດ້​ຢ່ວງ​ບາດ​ກ້າວ​ໜຶ່ງ​ໃນ​ການ​ເຜີຍ​ແຜ່​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ.​ທ່ານ​ວິ​ທະ​ວັດ ສິ​ຣິ​ວິ​ຮົກ,​ຫົວ​ໜ້າ​ກົມ​ອາ​ຊຽນ​ກະ​ຊວງ​ການ​ຕ່າງ ປະ​ເທດ​ໄທ​ກ່າວ​ວ່າ,ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສິດ​ທິ​ມະ​ນຸດ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ອາ​ຊຽນ.

ທ່ານ​ກ່າວ​ວ່າ:"ນັບ​ແຕ່​ປີ​ກາຍນີ້​ເປັນ​ຕົ້ນ​ມາ, ຫນ່ວຍ​ງານ​ສິດທິ​ມະນຸ​ດ​ໄດ້ຈັດ​ກອງ​ປະ​ຊູ​ມ15 ​ເທື່ອ​, "​ກົດລະບຽບ​ອົງການ​ສິດ​ທິມະນຸດ​ຂອງອາ​ຊຽນ "ຫຼືTOR ​ໄດ້ຮັບ​​ອະນຸມັດໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດອາ​ຊຽນ​ເທື່ອ​ແລ້ວ​ນີ້ທີ່​ຈັດ​ຂຶ້ນ​ຢູ່​ພູ​ເກັດຂອງ​ໄທ, ສ່ວນ​ໃນ​ກອງ​ປະຊຸ​ມ​​ເທື່ອ​ນີ້ ,ຜູ່​ນຳ​ຂອງ​ປະ​ເທດ​ຕ່າງໆ​ຈະ​ເປັນສັກຂີ​ພິຍານ​ຂອງການຈັດ​ຕັ້ງ​ຄະນະ​ກຳມະການ​ສິດທິ​ມະນຸດ. ນີ້​ແມ່ນ​ມາດ​ຕະການ​ສຳຄັນ ​ທີ່​ອາ​ຊຽນສ້າງຕັ້ງປະຊາ​ຄົມທີ່​ຖື​ຄົນ​ເປັນ​ກົກ."

ໂດຍ​ອີງຕາມ​​ແຜນການ​ພັດທະນາ​ໃນອະນາຄົດ​ຂອງ​ປະຊາ​ຄົມ​ອາ​ຊຽນທີ່​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ,ນາຍົກລັດຖະມົນຕີ​ໄທວາງອອກ, ປະ​ຊາ​ຄົມ​ອາ​ຊຽນ ຄວນ​ແມ່ນ​"ປະຊາ​ຄົມປະ​ຕິ​ບັດ​ງານ", "ປະຊາ​ຄົມທີ່​ຕິດ​ຕໍ່​ພົວພັນ​ກັຣ​"ແລະ​"ປະຊາ​ຄົມ​ປະຊາຊົນ". ວັນ​ທີ 23 ຕຸລາ​ນີ້, ຜູ່​ນຳ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ ຈະພົບ​ປະ​ກັບ​ບັນດາຜູ່​ຕາງຫນ້າ​ຂອງ​ກອງ​ປະຊຸມ​ລະຫວ່າງ​ລັດຖະສະພາ, ອົງການ​ຈັດ​ຕັ້ງຊາວຫນຸ່ມ​ແລະອົງການ​ຈັດ​ຕັ້ງ​ມະຫາຊົນຂອງ​ອາ​ຊຽນຢ່າງບໍ່​ເປັນ​ທາງ​ກາ​ນ, ນີ້​ແມ່ນການສະ​ແດງຕົວ​ຈິງ​ທີ່ອາຊຽນ​ສົ່ງ​ເສີມ​​ປະຊາຊົນ​ເຂົ້າ​ຮ່ວມ​ການ​ສ້າງຕັ້ງ​ປະຊາ​ຄົມ.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ