ເຊ​ຈື່ຊຽນ ນັກ​ຮ້ອງ​ນ້ອງ​ໃໝ່​ແຜ່ນດິນ​​ໃຫຍ່​ຈີນ

(GMT+08:00) 2009-11-18 17:14:00     cri

ເຊ​ຈີ່​ຊຽນ ນັກ​ຮ້ອງ​ນ້ອງ​ໃໝ່ຂອງວົງ​ການ​ເພງ​ສະ​ໄໝນິຍົມ​ແຜ່ນດິນ​ໃຫຍ່​ຈີນສູ່​ຟັງ.  ປີ2005​,​ເຊ​ຈື່​ຊຽນ​ໄດ້​ພົ້ນ​ເດັ່ນ​ຂຶ້ນ​ຈາກ​ລາຍການປະ​ກວດນັກ​ຮ້ອງທາງ​ໂທລະພາບ,ຕໍ່​ມາ,​ລາວ​ໄດ້​ສ້າງ​ຜົນສຳ​ເລັດ​ດີ​ເດັ່ນ​​ໃນ​ວົງ​ການ​ເພງ​ໂດຍ​ອາ​ໄສ​ອາ​ລະ​ບ້ຳ​ທີ່​ໃສ່​ຊື່ຂອງຕົນ,ມີ​ຍອດ​ຈຳໜ່າຍ​ສູງ​ທັງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຫຼາຍ.ສ່ວນຄວາມ​ສາມາດ​ຂອງ​ເຊຈື່​ຊຽນ​ກໍ່​ໄດ້​ຮັບການ​ຢືນຢັນ​ຈາກຜົນງານ​ເພງ​ທີ່​ລາວ​ແຕ່ງ​ເອງຄື​ເພງ ຫິມະ​ຕົກ​ໃນ​ໃຈ.ຈົນ​ຮອດປັດຈຸບັນ,​ເພງ​ນີ້​ກໍ່ຍັງ​ຢູ່​ໃນ​ອັນ​ດັບ​ສູງ​ຂອງ​ ​ການຈັດ​ອັນດັບ​ເພງ​ດັງຈີນ​ສະ​ໄໝນິຍົມ​ແລະ​ການຈຳໜ່າຍສຽງໂທລະສັບ​ມືຖື.

ເດືອນ​ກໍລະກົດ​ປີ​2007,​ເຊ​ຈື່ຊຽນ​ໄດ້​ອອກ​ອາ​ລະ​ບ້ຳ​ຊຸດ​ທີ​ສອງທີ່​ມີ​ຊື່ວ່າ  ​ເຈົ້າ​ຍັງສະບາຍດີ​ບໍ່? ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ ​ສ​ະ​ເໜ່​ຂອງ​ເຊ​ຈື່ຊຽນໃນ​ການ​ຮ້ອງ​ເພງ​ແລະ​ແຕ່ງ​ເນື້ອ​ຮ້ອງທຳນອງ​ເພງອີກ.

ເພງ​ຊູ​ຣິສ(Zurich)ໃນ​ເມື່ອ​ກ່ອນ ທີ່​ຮ້ອງ​ໂດຍ​ເຊ​ຈື່ຊຽນ. ສຽງ​ເລີ່​ມຕົ້ນ​ຂອງ​ເພງ​ທີ່​ເປັນ​ສຽງ​ແກ​ພື້ນ​ເມືອງສະ​ກອດ​ແລນ​ໄດ້​ນຳພາ​ຜູ່​ຟັງ​​ໄປ​ສູ່​ປະ​ເທດ​ເອີລົບ​ທີ່​ສວຍ​ງາມ.ຈັງຫວະ​ທີ່​ມີ​ເອກະລັກ​ເອີ​ລົບ​ໄດ້​ວາດ​ພາບ​ຄວາມ​ອາ​ໄລ​ອາວ​ອນ​ເຖິງ​ໄລຍະ​ທີ່​ຮຽນ​ຢູ່​ຊູ​ແອັດ​ເມື່ອຫຼາຍ​ປີ​ກ່ອນຂອງ​ເຊ​ຈີ່​ຊຽນ.​ໄປ​ພ້ອມໆ​ກັບ​ດົນຕີ​ທີ່​ອອນຊອນ​ໃຈ,ພວກ​ເຮົາ​ມາ​ພ້ອມ​ກັນກ້າວ​ເຂົ້າ​ສູ່​ຕົວ​ເມືອງທີ່​ງຽບ​ສະຫງົບ,ພ້ອມ​ກັນຫວນ​ຄືນຄວາມ​ຮັກ​ໄວ​ໜຸ່ມ​ທີ່​ໂຣ​ແມນ​ຕິກຕອນ​ຢູ່​ເມືອງຊູຣີສຂອງ​ເຊ​ຈື່​ຊຽນ.
   
ປີ​2006,ອາ​ລະ​ບ້ຳ​ຊຸດ​ທຳ​ອິດ​ຂອງ​ເຊ​ຈື່​ຊຽນຂາຍ​ດີ​ທີ່​ສຸດ,ອັນ​ໄດ້​ເຮັດ​ໃຫ້​ລາວ​ມີ​ຊື່ສຽງ​ຂຶ້ນ​ຢ່າງ​ວ່ອງ​ໄວ.ຄຳ​ເຊີນ​ຖ່າຍ​ທຳ​ສະ​ປັອດ​ໂຄສະນາ​ສິນຄ້າ​ແລະ​ລາງວັນ​ດົນຕີ​ຕ່າງໆ​,ບໍ່​ພຽງ​ແຕ່​ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ແລະ​ຄວາມ​ຫຍຸ້ງ​ນຳວຽກ​ງານຫຼວງ​ຫຼາຍມາ​ໃຫ້​ແກ່​ເຊ​ຈື່​ຊຽນເທົ່າ​ນັ້ນ,​ແຕ່​ມັນ​ຍັງໄດ້​ນຳ​ເອົາ​​ຄວາມ​ກົດ​ດັນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ມາ​ໃຫ້​ແກ່​ລາວ.ຈະ​ແຕ່ງ​ເພງ​ທີ່​ມ່ວນ​ກວ່າ​ເກົ່າ​ແນວ​ໃດ?ຜະລິດ​ອາ​ລະ​ບ້ຳ​ຊຸດ​ທີ​ສອງ​ໃຫ້​ດີ​ແນວ​ໃດ? ນີ້​ໄດ້​ກາຍ​ເປັນ​ບັນຫາ​ໜັກ​ໃຈທີ່​ສຸດສຳ​ລັບ​ເຊ​ຈື່ຊຽນ.​ເຄີຍ​ມີ​ໄລຍະ​ໜຶ່ງ,ພາລະ​ດ້ານ​ຈິດ​ໃຈ​ອັນ​ໜັກໜ່ວງນີ້​ເຮັດ​ໃຫ້​ລາວ​ຈົນ​ກິນ​ບໍ່​ແຊບ​ນອນ​ບໍ່​ຫຼັບ,ບໍ່​ມີສະມາທິ​​ແຕ່ງ​ເນື້ອຮ້ອງ​ ​ທຳນອງ​ເພງ,​ເປັນ​ເວລາ​ດົນ​ສົ​ມຄວນກໍ່​ບໍ່​ສາມາດ​ຜະລິດຜົນງານ​ເພງທີ່​ດີ​ໄດ້.​ເມື່ອຄິດ​ຄັກໆ​ແລ້ວ,​ເຊຈື່​ຊຽນຈິ່ງ​ຕັດສິນ​ໃຈນຳ​ເອົາ​ຜົນງານ​ແລະ​ແຮງ​ກົດ​ດັນ​ວາງ​ໄວ້​ຢູ່​ບ່ອນ​ໜຶ່ງ,​ແລ້ວ​ເລີ່​ມຕົ້ນ​​ແຕ່ຫົວ​ທີ​ຄືນ​ໃໝ່.​ໃນ​ເວລາ​ທີ່​ບໍ່​ຄິດ​ແຕ່​​ແຕ່ງ​ເພງ​ເພື່ອ​ໃຫ້​ດີກ​ວ່າ​ເກົ່ານັ້ນ,​ແຮງ​ບັນດານ​ໃຈ​​ໄດ້ປະກົດຂຶ້ນໃນ​ສະໝອງຢ່າງ​ບໍ່​ຂາດ​ສາຍ,ຜົນງານ​ເພງ​ທີ່​​ເຊ​ຈີ່​ຊຽນ​ແຕ່ງ​ນັ້ນ​ຍິ່ງ​ຕິດ​ແທດ​ຕົວ​ຈິງ​ແລະ​ຊາບຊຶ້ງ​ໃຈ​ກວ່າ​ເກົ່າ.ຕໍ່​ໄປ​ຈະ​ໃຫ້ຟັງ​ເພງ​ທີ່​ເຊຈື່ຊຽນ​ແຕ່ງ​​ເນື້ອຮ້ອງ ທຳນອງ​ເພງ​​ເອງ​ຄື ​ເພງ  ຕັດສິນ​ຄວາມ​ຮັກ .ທຳນອງr&b ທີ່​ສະບາຍ​ອາລົມ​ທັງ​ມີ​ບັນຍາກາດ​ຊຶ້ງໆ​ເສົ້າໆ,​ເນື້ອ​ຮ້ອງ​ທີ່​ງ່າຍໆ​​ໄດ້​ບັນ​ລະ​ຍາຍ​ຄວາມ​ໂດດດ່ຽວ​ປ່ຽວພອຍ​ ພາຍຫຼັງ​​ແຍກ​ທາງ​ກັນ.
​ໃນ​ອາ​ລະ​ບ້ຳເຈົ້າ​ຍັງສະບາຍດີບໍ່? ​ເກືອບໝົດ​ທຸກຜົນງານ​ເພງ​ລ້ວນ​ແຕ່​ແມ່ນ​ເຊ​ຈີ່​ຊຽນ​ເປັນ​ຜູ່​ແຕ່ງ​ເນື້ອຮ້ອງ​ແລະ​ທຳນອງ​ເພງ.​ໃນ​ດ້ານ​ທຳນອງ​ເພງ,ນອກຈາກr&bທີ່ຕົນ​ເອງຖະນັດ​ແລ້ວ,​ເຊ​ຈື່ຊຽນຍັງ​ໄດ້​ທົດ​ລອງ​​​ແນວເພງ​​ແບບສະບາຍ​ອາລົມ​ແລະ​ເພງ​ຮິບ​ຮັອບ,​ໃນ​ດ້ານ​ການ​ຄຸມ​ສຽງ​ຮ້ອງ​​ແລະ​ໃສ່​ອາລົມ,​ເຊ​ຈື່ຊຽນ​ເຮັດ​ໄດ້​ດີ​ຫຼາຍ​ເມື່ອທຽບ​ກັບ​ເມື່ອກ່ອນ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ ທີ່​ແຕ່ງ​ໂດຍ​ເຊ​ຈີ່​ຊຽນຄື​ເພງ​ເຈົ້າ​ຍັງ​ສະບາຍດີ​ບໍ່?.​ໃນ​ເວລາ​ທີ່​ຄວາມ​ຮັກ​ທີ່​ອົບອຸ່ນ​ແລະ​ຈິງ​ໃຈ​ໃກ້​ຈະບິນ​ຈາກໄປ,ຄົນ​ເຮົາ​ມັກ​ສະ​ແດງ​ອຸກ​ອັ່ງ​ຮ້ອນຮົນ​ເຈັບ​ປວດ​ໃຈ.​ແຕ່​ໃນ​ສຽງ​ເພງ​ຂອງ​ເຊ​ຈື່ຊຽນ,ຜູ່​ຟັງ​ຊ້ຳພັດ​ສຳ​ຜັດກັບ​ການ​ຖະໜຸຖະໜອມຄວາມ​ຊົ​ງຈຳທີ່​ດີໆ​ແລະ​ຄວາມ​ອວຍພອນ​ຕໍ່​ທີ່​ຮັກ​ໃນ​ອະດີດ.ອັນ​ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ່​ຮ້ອງ​ມີ​ຄວາມ​ເຂົ້າ​ໃຈ​ອັນ​ເລິກ​ເຊິ່ງຕໍ່​ຄວາມ​ຮັກ.

ຕໍ່​ໄປ​ຈະ​ໃຫ້​ຟັງ​ເພງ ຖິ້ມ​ແພ່ມົນ ​ເພງ​​ໃນ​ອາ​ລະ​ບ້ຳ​ຊຸດ​ໃໝ່​ຂອງ​ເຊຈື່ຊຽນ.​ຖິ້ມ​ແພມົນ ​ແມ່ນ​ເກ​ມ​ເດັກນ້ອຍຊະນິດ​ໜຶ່ງ​ຢູ່​ຈີນ.​ເດັກນ້ອຍຫຼາຍ​ຄົນ​ນັ່ງ​ອ້ອມ​ເປັນ​ວົງ,​ໃຫ້​ຜູ່​ໜຶ່ງ​ແລ່ນ​ອ້ອມ​ວົງ​ແລະຖິ້ມ​​ແພ​ມົນຢູ່ຫຼັງ​ຂອງ​​ຜູ່ຮ່ວມ​ວົງ​ຜູ່​ໃດ​ຜູ່​ໜຶ່ງ.ຜູ່​ທີ່ຮູ້​ຕົວ​ວ່າ​ໄດ້​ຜ້າ​ ກໍ່​ຈະລຸກ​ຂຶ້ນ​​ໄລ່​ຜູ່​ຖິ້ມ​​ແພມົນ,ຖ້າ​ແລ່ນ​ທັນ​ກ່ອນ​​ລາວ​ແລ່ນ​ອ້ອມວົງ​ແລ້ວ​ນັ່ງ​ລົງ​ບ່ອນ​ເກົ່າ,ກໍ​ຖື​ວ່າ​ຊະນະ.​ໃນ​ເວລາຫຼິ້ນ​ເກ​ມນີ້,ພວກ​ເດັກນ້ອຍ​ຍັງ​ຮ້ອງ​ເພງ​ເດັກ​ທີ່​ຊື່ວ່າ ຖິ້ມ​ແພມົນ​ໄປ​ພ້ອມ.ສ່ວນ​ເພງຖິ້ມ​ແພ່ມົນ ​ຂອງ​ເຊ​ຈື່ຊຽນກໍ່​ແມ່ນ​ຮຽບຮຽງດັດ​ແປງ​ມາ​ຈາກ​ເພງ​​ເດັກ​ທີ່​ຄົນ​ຈີນ​​ໃຜໆ​ກໍ່​ຮູ້ຈັກ​ກັນ.ຈັງຫວະ​ທີ່​ອົບອຸ່ນພາ​ໃຫ້​ຄົນ​ຫວນ​ຄືນ​ເຖິງ​ຊີ​ວິດ​ໃນ​​ໄວ​ເດັກ​ທີ່​ສວຍ​ງາມ​.

​ ອີກ​ເພງ​ໜຶ່ງຂອງ​ເຊ​ຈື່ຊຽນຄື ​ເພງຫິມະ​ຕົກ​ອີກ​ແລ້ວ,​ເພງ​ນີ້​ແມ່ນ​ເພງ​ຕໍ່​​ເນື່ອງຂອງ​ເພງຫິມະຕົກ​ໃນ​ໃຈ ​ເພງ​ໃນ​ອາ​ລະ​ບ້ຳ​ຊຸດ​ທຳ​ອິດ​ຂອງ​ເຊ​ຈື່ຊຽນ.ປີ2006,​ເພງ ຫິມະ​ຕົກ​ໃນ​ໃຈໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຈາກ​ແຟນ​ເພງ​ທັງຫຼາຍ,​ແລະ​ຍັງ​ໄດ້​ຮັບ​ລາງວັນ10​ເພງ​ດັງtop10ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ສຸດ​ປະຈຳ​ປີ2006.​ໂດຍ​ອາ​ໄສ ​ເພງ​ນີ້,​ເຊ​ຈີ່​ຊຽນຊິງ​ໄດ້​ລາງວັນ​ນັກ​ຮ້ອງ​ຊາຍ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ສຸດ​ໃນ​ພິທີ​ມອບ​ລາງວັນ​ດົນຕີຫຼາຍໆ​ເທື່ອ​ໃນ​ປີ​ນັ້ນ.ສະ​ນັ້ນ,​ໃນ​ອາ​ລະ​ບ້ຳ​ຊຸດ​ໃໝ່​,​ເຊ​ຈີ່​ຊຽນ​ໄດ້​ແຕ່ງ​ເພງ"ຫິມະ​ຕົກ​ອີກ​ແລ້ວ"​ເພື່ອ​ຕອບ​​ແທນ​ບຸນຄຸນການ​ສະໜັບສະໜູນ​ຂອງ​ແຟນ​ເພງ.ຕອນ​ທີ່​ເພງ​ນີ້​ຫາ​ກໍ່​ປະກົດ​ຢູ່​ເທິງ​ອິນ​ເຕີ​ເນັດ​ເປັນ​ເທື່ອ​ທຳ​ອິດ,ພາຍ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ກໍ່​ຂຶ້ນ​ຄອງ​ອັນ​ດັບ​ທີ​ຫ້າ​ຂອງ​ການຈັດ​10ອັນ​ດັບ​ເພງ​ດັງຈີນ​ສະ​ໄໝນິຍົມ.ອັນ​ໄດ້​ພິ​ສູດ​ອີກ​ເທື່ອ​ໜຶ່ງ​ໃຫ້​ເຫັນຄວາມ​ສາມາດ​ແລະ​ອິດ​ທິພົນ​ຂອງ​ເຊ​ຈື່ຊຽນ​ໃນ​ວົງ​ການ​ເພງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ