ການ​ເດີນທາງ​ດ້ວຍ​ຄວາມ​ຝັນ​ລົມໆ​ແລ້ງໆ

(GMT+08:00) 2009-11-19 11:20:00     cri

ສະບາຍດີ​ທ່ານ​ຜູ້​ຟັງທີ່​ຮັກ​ແພງ, ທຸກໆ​ວັນ​ຈັນ, ​ໄຊຊະນະ​ນຳ​ເອົາ​ລາຍການ​ແຟຊັນສ​ຽງ​ເພງ​ມາ​ພົບ​ກັບ​ທ່ານຕາມ​ເຄີຍ.

​ໃນ​ຕອນ​ເລີ່​ມຕົ້ນ​ລາຍການ​ມື້​ນີ້, ​ໄຊຊະນະ​ຈະ​ຈັດ​ເພງ​ໃໝ່​ເພງ​ໜຶ່ງ​ຂອງ​ຮານ​ເສ ຄື​ເພງ ການ​ເດີນທາງ​ດ້ວຍ​ຄວາມ​ຝັນ​ລົມໆ​ແລ້ງໆ. ​ໃນ​ເພງ​ຮ້ອງ​ວ່າ, ​ດາລາ​ສ່ອງ​ແສງ​ໃສ່​ດວງ​ໃຈ​ທີ່​ເຕັມ​ປ່ຽນ​ດ້ວຍ​ຄວາມຮັກ​ແພງ, ມີ​ຄວາມ​ປາຖະໜາ, ​ເຖິງ​ວ່າ​ປີກ​ອ່ອນ​​ແອ​ແຕ່​ຍັງ​ຕັ້ງ​ໃຈຮ​ຽນບິນ​ຢູ່​ໃນ​ກາງຫາວ, ບໍ່​ວ່າ​ເວລາ​ຟ້າວ​ປານ​ໃດ, ​ໃຝ່​ຝັນ​ວ່າ​ຢູ່​ກາງ​ທ້ອງຟ້າ​ເຕັມ​​ໄປ​ດ້ວຍ​ດອກ​ໄມ້, ​ເຖິງ​ວ່າ​ດອກ​​ໄມ້​ຖືກ​ບາດ​ເຈັບ, ຂ້ອຍ​ຍັງ​ໃຈ​ແຂງ​ຄື​ເກົ່າ. ຢູ່​ຕາມ​ທາງ​ນີ້​ບໍ່​ມີ​ແສງ​ໄຟ, ​ແຕ່​ຂ້ອຍ​ຍັງ​ສາມາດ​ຊອກ​ທິດ​ທີ່​ຖືກຕ້ອງ, ​ແຕ່​ລະບາດ​ກ້າວ​ຈະ​ໄດ້​ບັນທຶກ​ຄວາມ​ຝັນ​ຂອງ​ຂ້ອຍ.

ຖັດ​ມາ​ເຊີນ​ຟັງ​ເພງ ​ແສງ​ຈັນ​ຂອງ​ວາງ​ຊິ່ນ​ລິງ" ຄວາມທຸກ​ຄວາມ​ຮັ່ງ​ບໍ່​ສຳຄັນ​ດອກ, ສິ່ງ​ທີ່​ສົດ​ໃສ​ບໍ່​ຕ້ອງ​ເອົາ​ມາ​​​ໂຊຫຼາຍ, ຄົນ​ຢູ່​ໃນ​ໂລກ​ນີ້​ບໍ່​ຄວນ​ຈຳນົນ​ຕໍ່​ກຳ​ໄລ​ເລັກໆ​ໜ້ອຍໆ,​ແລະ​ຖືກ​ດັນ​ຫາ​ລົບ​ກວນ, ຖ້າ​ບໍ່​ແມ່ນ​ຂອງ​ຂ້ອຍ​ຂ້ອຍ​ກໍ່​ບໍ່​ໄປ​ຍາດ​ດອກ. ​ເພງ ບໍ່​ແມ່ນ​ຂອງ​ຂ້ອຍຂ້ອຍ​ກໍ່​ບໍ່​ເອົາ ທີ່​ຮ້ອງ​ໂດຍ​ລິວ​ເຕີ​ຮວາມີ​ຄວາມ​ໝາຍ​​ເລິກ​ເຊິ່ງ, ​ພົວພັນ​ເຖິງ​ຮູບ​ການ​ດຳລົງ​ຄົງ​ຕົວ​ຢູ່​ໃນ​​ໂລກ, ມາ​ຟັງ​ນຳ​ກັນ​ເລີຍ.

ຕໍ່​ໄປ​ໄຊຊະນະ​ຈະ​ຈັດ​ເພງ ຟັງ​ຫິມະ​ຕົກຂອງ ​ໄອ້​ຕ້າຍ​ສູ່​ທ່ານ​ຟັງ.

ຕໍ່​ມາ​ທ່ານ​ຈະ​ໄດ້​ຟັງ​ເພງນົກ​ອ່ຽນ​ພະ​ເນ​ຈອນ​​ໃນcdຊຸດ​ໃໝ່​ຂອງ​ວົງtwinsສູ່​ຟັງ. ​ໃນ​ເພງ​ຮ້ອງ​ວ່າ, ນົກ​ອ່ຽນ​ພະ​ເນ​ຈອນ, ຍົກ​ປີກ​ບິນ​ຜ່ານ​ບ່ອນ​ທີ່​ເຕັມ​ດ້ວຍ​ນ້ຳຕາ, ຄວາມ​ເວົ້າ​ກ່ອມ​ໃຈ​ໃນ​ຄວາມ​ຊົງ​ຈຳ, ​ຄວາມ​ກ້າຫານຫ່ຽວ​ແຫ້ງ​ແລ້ວ​ຈະ​ໄດ້​ແຕກ​ດອກ​ອີກ, ຊີ້​ທາງ​ໃຫ້​ແກ່​ນົກ​ອ່ຽນ​ພະ​ເນ​ຈອນ, ຄົນ​ທີ່​ມີ​ຄວາມ​ຝັນ​ບໍ່​ມີ​ເວລາ​ໝົດ​ຄວາມ​ຫວັງ. ພວກ​ເຮົາ​ແມ່ນ​ແສງຕາ​ເວັນ, ສ່ອງ​ແສງ​ລັດສະໝີ​ອັນ​ສົດ​ໃສ.

​ໃນ​ຕອນ​ທ້າຍ​ລາຍການ​ມື້​ນີ້, ​ໄຊຊະນະ​ຈະ​ຈັດ​ເພງຄົງ​ຕົວ​ເພື່ອ​​ເຈົ້າ​ ​ໃນcdຊຸດ​ໃໝ່ຂອງ​ວົງ ​ເຟີ່ຍລຸນ​ໄຫ.

ລາຍການ​​ແຟຊັນສ​ຽງ​ເພງ​ມື້​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້, ພົບ​ກັນ​ໃໝ່​ໃນ​ວັນ​ຈັນ​ໜ້າ, ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ