ຄຳ​ສາບ​ດອກ​ໄມ້​ຄຳ

(GMT+08:00) 2009-11-19 11:20:00     cri

ສະບາຍດີ​ທ່ານ​ຜູ້​ຟັງ, ​ພໍ​ເຖີງ​ເວລາ​ນີ້​ພົບ​ກັນ​ເປັນ​ປະຈຳ​ກັບແສງ​ແກ້ວໃນ​ລາຍການ​ດົນຕີ​ໃນ​ແຜ່ນ​ຟິມທາງCRI, ຫວ່າງ​ມໍ່ໆ​ນີ້, ຮູບ​ເງົາ​ເລື່ອງ"" Curse of the Golden Flower ຫຼື​ແປ​ເປັນ​ພາສາ​ລາວ​ວ່າ:ຄຳ​ສາບ​ດອກ​ໄມ້​ຄຳ" ທີ່ທ່ານ​ຈ່າງ​ອີ້​ໂມ​ວ ຜູ້​ກຳກັບ​ການສະ​ແດງ​ທີ່​ມີ​ຊື່ສຽງ​ຂອງ​ຈີນ​ກຳກັບ​ການສະ​ແດງ ​ແລະມີ​ດາລາຮູບ​ເງົາດັງຫຼາຍຄົນ​ເຊັ່ນ​ໂຈ​ວ​ເຢີ້ນ​ຟ່າ ​ໂຈ​ວ​ເຈະ​ລູນ ​ແລະ​ກົງ​ລີ້​ເຂົ້າຮ່ວມ​ການສະ​ແດງ​ນັ້ນ​ໄດ້​ສາຍ​ຢູ່​ທົ່ວ​ປະ​ເທດ​ຈີນ​ຢ່າງ​ຟົດ​ຟື້ນ. ດຽວ​ນີ້, ຮູບ​ເງົາ​​ເລື່ອງນີ້​ຂາຍ​ປີ້​ຢູ່​ທົ່ວ​ປະ​ເທດ​ຈີນ​ໄດ້ຫຼາຍກວ່າ 300 ລ້ານ​ຢວນ​ແລ້ວ, ​ສູງ​ກວ່າ​ຮູບ​ເງົາອາ​ເມ​ລິ​ກາ​(​​​ເລື່ອງ​ໄທ​ທາ​ນິກ)​ໃນຫຼາຍປີ​ກ່ອນ​ແລະຮູບ​ເງົາ​ເລື່ອງ(ອິ່ງສົງ)​ແປ​ວ່າ​ວິລະ​ຊົນ ຂອງຈີນ​ທີ່​​ເຫີ່​ກັນ​ເບິ່ງ​ໃນ​ທົ່ວ​ໂລກ​ໃນ 2 ປີ​ກ່ອນອີກ.
ກໍ່​ບໍ່​ແນ່​ໃຈ, ຄື​ກັນ​ວ່າ​ແມ່ນ​ຮູບ​ເງົາ​ເຮັດ​ໃຫ້​ເພງ​ດັງຫຼື​ເພງ​ເຮັດ​ໃຫ້​ຮູບ​ເງົາ​ມີ​ສີສັນ​ຂຶ້ນ​ຕື່ມ​ກັນ​ແທ້, ​ເພາະວ່າ​ດຽວ​ນີ້, ​ເພງ"ຊຸດ​ເກາະ​ຄຳ"ທີ່​​ຮ້ອງ​ໂດຍ​ໂຈ​ວ​ເຈະ​ລູນນັ້ນ​ໄດ້​ຂຶ້ນ​ສູ່​ລຳດັບ​​​ແຖວ​ໜ້າ​ຂອງເພງ​ຈີນ​ຊົ່ວ​ໄລຍະ​ໜຶ່ງ. ​ສະນັ້ນ, ທຳ​ອິດ​ໃນ​ລາຍການ​ມື້​ນີ້, ​ແສງ​ແກ້ວ​ຈະ​ເປີດ​ເພງ​ນີ້​ໃຫ້​ທ່ານ​ຟັງ.

ຮູບ​ເງົາ​ເລື່ອງ""ຄຳ​ສາບ​ດອກ​ໄມ້​ຄຳ"​ໄດ້​ສະທ້ອນ​ໃຫ້​ເຫັນ​ການຍາດຊິງອຳນາດລະຫວ່າງ​ຄົນ​ໃນ​ພະ​ລາຊະ​ວັງ​ໃນ​ສະ​ໄໝ​ບູຮານ​ຈີນ. ​ກະສັດ ມະ​ເຫ​ສີ ​ເຈົ້າຊາຍ ​ແລະ​​ເສນາ​ບໍດີລ້ວນ​ແຕ່ປັກ​ປ້ຳກັນ, ​ເພື່ອ​ໃຫ້​ໄດ້ອຳນາດສູງ​ສຸດ, ຈົນບໍ່ສົນ​ໃຈ​ນຳ​ການ​ເສຍ​ຄວາມ​ຮັກ​ແລະ​ຄວາມຜູກ​ພັນ​ທາງ​ສາຍ​ເລືອດ. ການ​ປະດັບ​ປະດາ​​​ແລະ​​ເຄື່ອງ​ນຸ່ງໃນຮູບ​ເງົາກໍສວຍ​ງາມ​​ເປັນພິ​ເສດ, ຖືກ​​ເລືອກສົ່ງ​ເຂົ້າຮ່ວມປະ​ກວດ​ການ​ອອກ​ແບບ​​ເຄື່ອງ​ນຸ່ງດີ​ເດັ່ນກ​ວ່າ​ໝູ່​ຂອງ​ໂອສກາ, ​ເຖິງ​ວ່າ​ບໍ່​ໄດ້​ຮັບ​ລາງວັນ​ນີ້, ​ແຕ່​ກໍ​ໄດ້​ຝາກ​ພາບ​ປະ​ທັບ​ໃຈ​ທີ່​ເລິກ​ເຊິ່ງ​ໄວ້​​ໃຫ້​ຜູ້​ຊົມ. ໜັງສືພິມ Chicago Tribune ຂອງອາ​ເມ​ລິ​ກາ​ກໍ​ໄດ້​ຍ້ອງ​ຍໍ​ວ່າ: ຟິມຮູບ​ເງົາ​ເລື່ອງ​ນີ້​ໃກ້​ກັບລະດັບ​ຄວາມ​ງາມ​ວິທະຍາທີ່​ສຸດ.

ນອກ​ນີ້, ສື່​ມວນ​ຊົນ​ປະ​ເທດ​ອື່ນ​ໆກໍ​ໄດ້​ຕີ​ລາຄາດີຫຼາຍຕໍ່​ເລື່ອງ​ນີ້. ໜັງສືພິມ​ວໍຊິງ​ຕັນພົສ​ເຫັນ​ວ່າ, ຮູບ​ເງົາ​ນີ້​ໄດ້​ເຮັດ​ໃຫ້​ຮູບ​ເງົາ​ກັ່ງ​ຟູ​ມີ​ລົດ​ຊາດ​ໃໝ່. ໜັງສືພິມ ​los angeles times ຂຽນ​ວ່າ, ນີ້​ແມ່ນບົດ​ກະວີປະຫວັດສາດທີ່​​ເໜືອ​ທຳ​ມະ​ດາ. ວາລະສານ​ທາມ​ສ໌ທີ່​ພິມ​ຈຳໜ່າຍ​ໃນ​ທ້າຍ​ປີ 2006 ​ໄດ້​ຈັດ​ເອົາ​ຟິມນີ້​ເປັນ "ຮູບ​ເງົາ​ດີ​ເດັ່ນ 10 ​​ເລື່ອງ​ໃນ​ປີ 2006".

​ໂຈ​ວ​ເຈະ​ລູນທີ່​ໄດ້​ສະ​ແດງ​ເປັນ​ເຈົ້າຊາຍ​ຜູ້​ທີ​ສອງ​ໃນ​ຟິມ ບໍ່​ຕ້ອງ​ສົງ​ໃສ​ວ່າ​​ໄດ້​ຮັບ​ຄວາມ​ນິຍົມຫຼາຍກວ່າ​ໝູ່. ຄຽງ​ຄູ່​ກັບ​ຮູບ​ເງົາ​ນີ້​ນຳ​ອອກ​ສາຍ​ຢູ່​ແຫ່ງຕ່າງໆ​ຂອງ​ຈີນ, ​ເພງ​ແທ່ນ​​ດອກ​​ເບັນຈະ​ມາດ ​ເພງ​ປະກອບ​ໃນ​ຟິມກໍ​ໄດ້​ດັງ​ຂື້ນ​ຕາມຖະໜົນ​ນ້ອຍ​ໃຫຍ່​ຂອງ​ຈີນ. ​ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ກໍ​ແມ່ນ​ເພງທີ່​ລາວຂັບ​ຮ້ອງ. ​ເສຍດາຍທີ່​​​ແສງ​ແກ້ວ​ບໍ່​ສາມາດ​ເລົ່າ​ຄວາມ​​ໂລດ​ໂຜນ​ໃນ​ຮູບ​ເງົາ​ເລື່ອງ​ນີ້​​ໄດ້​ໝົດ​ໂດຍ​ຜ່ານ​ຄື້ນວິທະຍຸ, ​ແຕ່​ທ່ານ​ກໍ່​ອາດ​ຈະ​ພໍ​ສຳນຶກ​ພາບ​ຈາກ​ສຽງ​ເພງ​ນີ້.

ອາດ​ຈະ​ແມ່ນ​ຍ້ອນ​ມີ​ຄວາມອາ​ໄລ​ອາວ​ອນ​ເລື່ອງ​ອະດີດ, ຫວ່າງ​ມໍ່ໆ​ນີ້, ສະຖານ​ນີ​ໂທລະພາບ​ແຫ່ງ​ຕ່າງໆ​ຂອງ​ຈີນ​ກໍ​ມັກ​ສາຍລະຄອນ​ເລື່ອງກ່ຽວ​ກັບ​ປະຫວັດສາດ​. ລະຄອນ​​ໂທລະພາບ"" ​ໄດ້​ວາດ​ພາບ​​ໃນ​ສສະ​ໄໝ​ບູຮານ​ຂອງ​ຈີນ, ລີ​ຊື້​ມິ​ງ ​​ເຈົ້າຊີວິດ​ທີ່​​ສະຫຼາດອົງອາດ​ແລະ​ເສນາ​ບໍດີ​ຂອງ​​ເພີ່ນ​ປົກຄອງ​ປະ​ເທດ. ຄ.ສ. 626, ລີ​ຊື້​ມີ​ງຂຶ້ນ​​ເປັນ​ເຈົ້າຊີວິດ​ລາຊະວົງ​ຖາງ, ​ໃນ​ປະຫວັດສາດ​ເອີ້ນ​ວ່າ ຖາງ​ທ້າຍ​ຈົ່ງ. ​ເພິ່ນ​ຂຶ້ນ​ຄອງ​ອຳນາດ​ບໍ່​ດົນ, ຜູ້ນຳຊົນ​ເຜົ່າ​ທາງ​ພາກ​ເໜືອ​ຊື່​ເຈ​ລີ້​ໄດ້​ນຳ​ພາ​ທະຫານ​ມ້າ 2 ​ແສນ​ຄົນ​ປິດ​ອ້ອມ​ເມືອງ​ສາງ​ອານ ນະຄອນຫຼວງ, ​ເຮັດ​ໃຫ້​ລາຊະ​ວົງ​ຖາງ​ຕົກ​ຢູ່​ໃນ​ຄວາມ​ອັນຕະລາຍ​ທີ່​ສຸດ. ລີ​ຊື້​ມິງພິຈາລະນາ​ສະພາບ​ຕົວ​ຈິງ, ​ແລະຕົກລົງ​ເອົາ​ຄວາມ​ຖອຍຫຼັງ​ເພື່ອ​ກ້າວໜ້າ, ​ເລີຍ​ອົດທົນ​ຕໍ່​​ຄວາມອັບ​ປະ​ຍົດດ້ວຍ​ກັນ, ​ເຊັນສັນຍາ​ສະຫງົບ​ເສິກກັບຝ່າຍ​ກົງກັນຂ້າມ, ອັນ​ໄດ້​ເຮັດ​ໃຫ້​ມີເວລາ​ອັນ​ລ້ຳ​ຄ່າ​ເພື່ອ​ສະ​ສົມ​ກຳລັງ​ແລະ​ສວຍ​ໂອກາດ​ຕໍ່ສູ້​ຄືນ. ຜ່ານ​ການ​ອົດທົນ​ທໍລະມານ​ໃຈ​ແລະ​ການກະກຽມ​ມາຫຼາຍປີ, ​ໃນສຸດ​ທ້າຍ, ລີຊື້​ມິ​ງ​ໄດ້​ຊະນະ​​ເຈ​ລີ ທີ່​ເປັນ​ຝ່າຍ​ຮຸກ​ຮານ, ​ເຮັດ​ໃຫ້ສາມາດ​ລົບ​ລ້າງ​ຄວາມ​ອັບ​ປະ​ຍົດ​ ​ແລະບັນລຸການ​ໂຮມ​ປະ​ເທດ​ເຂົ້າ​ເປັນ​​ເອກະ​ພາບ​ກັນ. ພາຍຫຼັງ​​ໄດ້​ຮັບ​ໄຊ​ຊະນະ​ໃນ​​ສົງຄາມ​ແລ້ວ, ລີ​ຊື້​ມິ​ງ​ໄດ້​ກຳ​ໂອກາດ ອອກ​ແຮງ​ເຜີຍ​ແຜ່​ນະ​ໂຍບາຍ​ປອງ​ດອງ​ຊາດ​ທີ່​ວ່າ"​ເຜົ່າ​ອື່ນ​ກັບ​ເຜົ່າ​ຮ້ານ​ເປັນ​ຄອບຄົວ​ດຽວ", ອັນ​ໄດ້​ຜ່ອນ​ຄາຍ​ຄວາມ​ຂັດ​ແຍ່ງ​ກັນ​ລະຫວ່າງ​ຊົນ​ເຜົ່າ​ຕ່າງໆ​ທີ່​ມັກກໍ່​ສົງຄາມ​ທີ່ຍາວ​ນານ, ​ໄດ້​​ເປີດ​​ໃບໜ້າ​ໃໝ່​ແຫ່ງ​ການປອງ​ດອງຊົນ​ເຜົ່າ​ຈີນ, ບັນດາຊົນ​ເຜົ່າ​​ທົ່ງ​ຫຍ້າ​ຍິນ​ຍອມ​ເຄົາລົບ​ລີ​ຊື້​ມິ​ງ​ເປັນ"tian ke han" ​ແປ​ວ່າ​ພະມະຫາ​ກະສັດ. ສ່ວນ​ເພງ​ ​ເພງສັນ​ລະ​​ເສີນສະ​ໄໝ​ເຈີ່ນກ່ວນ ສະຫງ່າ, ​ໄດ້​ສະ​ທ້ອນ​ໂສມ​ໜ້າ​ຂອງ​ມະຫາ​ກະສັດ​ລີ​ຊື້​ມິ​ງຢ່າງ​ມີ​ຊີວິດ​ຊີວາ. ​ເຊີນ​ຟັງ​​​ເພງນຳ​ກັນ​ເລີຍ.

ລະຄອນ​ໂທລະພາບ​ເລື່ອງ​ເຈົ້າຊີວິດ​ຮັ້ນ ກໍ​ແມ່ນ​ລະຄອນ​​ເລື່ອງ​ກ່ຽວ​ກັບປະຫວັດສາດ, ​ໄດ້​ວາດ​ພາບຣັ້ນອູຕີ້ ມະຫາ​ກະສັດ​ອີກອົງໜຶ່ງ​ທີ່​ຊົງ​ອິດ​ທິພົນ​ສຳຄັນ​ໃນ​ປະຫວັດສາດ​ຈີນ. ​ເຈົ້າຊີວິດ​ຮັ້ນອູ​ຕີ້ຊື່ລີ​ວ​ເຊີ້, ​ໃນ​ເວລາ​ເປັນອົງຊາຍ, ​ໄດ້​ຄົບ​ຫາ​ສາມັນ​ຊົນຫຼາຍຄົນ​ເຊັ່ນ​ວ່າ​ຈ່າງ​ທ່າ​ງ ຮ້ວນຟູ ລີ​ລິງ ​​ແລະໂກ່​ເຊີ້​ເຢິນ​, ຊາວ​ໜູ່ມດັ່ງກ່າວ​ນີ້​ຖື​ຕົນ​ເອງ​ເປັນ"ກຸ່ມ​ເຈົ້າຟ້າ​ຊາຍ", ມີ​ຄວາມ​ຝັນຮ່ວມ​ກັນ​​​ເພື່ອ​ສ້າງ​ຄຸນ​ງາມ​ຄວາມ​ດີ​ໃຫ້​ແກ່​ຊາດ. ​ແຕ່​ພະ​ລາຊະ​ຊົນ​ມະນີຂອງ​ລິວ​ເຊີ້ຕະກຸນ​ເຕົ້າພັດ​ຢາກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຄອບຄົວ​ພິ່ນ້ອງ​ທີ່​ມີນາ​ມສະ​ກຸນ​ເຕົ້າ, ​​ໄດ້​ຊອກ​ທຸກ​ວິທີ​ປັດ​ເຂ່ຍ​ອົງ​ຊາຍ​ລີ​ວຊີ້, ​​ແລ້ວໃຫ້​ສົມເດັດ​ລຽງ​ວາງ ລູກ​ຊາຍ​ຫຼ້າ​ຂອງ​ຕົນ​ເຂົ້າ​ແທນ​ທີ່. ​ເຊີນ​ຟັງ​ເພງເຝົ້າ​ເມືອງ​ຍາກ​ກວ່າ​ສ້າງ​ເມືອງ.
ຄວາມ​ອັນຕະລາຍ​ນັບ​ມື້​ນັບຫຼາຍ, ຄ່ອຍໆ​ຫຍັບ​ໃກ້​ເຂົ້າລິວ​ເຊີ້​ພ້ອມ​ໝູ່​ເພື່ອນ. ລິວ​ເຊີ້​ຕົກ​ຢູ່​ໃນ​ສະພາບ​ອັນຕະລາຍ ​ແຕ່​ຕົນ​ເອງ​​ບໍ່​ຮູ້ຈັກ, ຍັງ​ຈົມ​ຢູ່​ໃນການສະ​ແຫວງຫາ​ຄວາມ​ຮັກ.​ ​ໂຊກ​ດີ​ທີ່​ໄດ້​ມີ​ຕົ່ງ​ຝ່າ​ງ​ໂຊ້ ຄົນ​ອັດສະຈັນ​ທີ່​ລິວ​ເຊີ້​ຮູ້ຈັກ​​ແບບ​ບັງ​ເອີນ ມາ​​ແນະນຳ​​ແນວທາງຫຼາຍ​ເທື່ອ, ​ແລະ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າພົ້ນຈາກ​ຄວາມ​ອັນຕະລາຍຫຼາຍ​ເທື່ອ​​. ສຸດ​ທ້າຍ​ເຮັດ​ໃຫ້​ລິວ​ເຊີ້​ນຳ​ໜ້າ​ກ້າວ​ໜຶ່ງ, ​ແລະ​ໄດ້​ຂຶ້ນຄອງ​ບັນ​ເລັງ​ຮວງ​ເຕ.

ຮັ້ນອູ​ຕີ້​ລີ​ວ​ເຊີ້​ຂຶ້ນ​ຄອງ​ອຳນາດ​ໃນ​ໄວ​ໜຸ່ມ, ອາ​ໄສ​ຕົ່ງ​ຝ່າ​ງ​ໂຊ້​ແລະ​"ກຸ່ມ​ອົງ​ຊາຍ" ກຳຈັດ​ກຳລັງມີດ​ໃນພະ​ລາຊະ​ວັງ​ຄືພະ​ລາຊະ​ຊົນນີ​ຕະກຸນເຕົ້າ. ຮັ້ນອູ​ຕີ້​ພະຍາຍາມ, ລົບ​ລ້າງ​ຄວາມ​ວຸ້ນວາຍ​ຢູ່​ພາຍ​ໃນ, ​ເອົາ​ຊະນະ​​ຊົນ​ເຜົ່າຊົງ​ນູຢູ່​ພາກ​ເໜືອ, ​ເຮັດ​ໃຫ້ປະຫວັດສາດ​ລາຊະວົງ​ຮັ້ນທີ່​ອາ​ໄສ​ການ​ສົ່ງ​ເຈົ້າຍິງ​ໄປ​ແຕ່ງງານ​ກັບ​ກະສັດ​ທົ່ງ​ຫຍ້າ​ເພື່ອຮັກສາ​ສັນຕິພາບ​​​​ແບບອັບ​ປະ​ຍົດ​ທີ່​ຍືດ​ເຍືອມາເປັນ​ເວລາ 70ປີນັ້ນ​ໄດ້ສິ້ນ​ສຸດລົງ, ​ເຮັດ​ໃຫ້​​ລາຊະວົງ​ຮັ້ນ​ເຂົ້າສູ່​ໄລຍະ​ທີ່ມັ່ງ​ຄັ່ງ​ເຂັ້ມ​ແຂງ​ທີ່​ສຸດ.

ທ່ານ​ຜູ້​ຟັງ, ​ມາ​ຮອດ​ນີ້, ລາຍການ​ດົນຕີ​ໃນ​ແຜ່ນ​ຟິມຄືນນີ້ກໍ​ໃກ້​ຈະ​ຮອດ​ເວລາ​​ຈາກ​ທ່ານ​ໄປ​ອີກແລ້ວ, ຄືນ​ວັນ​ພຸດ​ໜ້າ​ໃນ​ເວລາ​ 21  ​ໂມງ 10 ນາທີ, ​ແສງ​ແກ້ວ​ຈະ​ກັບ​ຄືນ​ມາ​ພົບ​ກັບ​ທ່ານ​ອີກ​ທີ່ ​CRI FM93 Mhz ​ແຫ່ງ​ນີ້. ຄືນ​ນີ້, ​ແສງ​ແກ້ວ​ຂໍ​ລາ​ທ່ານ​ໄປ​ພ້ອມ​ກັບ​ເພງ ຄວາມ​ຝັນ​ບໍ່​ຢາກ​ຕື່ນ ​ຂໍ​ຄວາມສຸກ​ໂຊກ​ດີ​ຈົ່ງ​ມີ​ແຕ່​ທຸກ​ທ່ານ, ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ