ໜ່ວຍ​ສາຍ​ລັບ​ເລກ 5

(GMT+08:00) 2009-11-19 11:20:00     cri

ສະບາຍດີ​ທ່ານ​ຜູ້​ຟັງ, ​​ເຖິງ​ເວລາ​ນີ້​ທຸກ​ໆ​ວັນ​ພຸດ, ແສງ​ແກ້ວ​ກໍ່​ໄດ້​ນຳ​ເອົາລາຍການ​ດົນ​ຕີ​ໃນ​ແຜ່ນ​ຟິມມາ​ພົບ​ກັບ​ທ່ານ​ເປັນ​ປະຈຳ. ມື້​ນີ້, ​ແສງ​ແກ້ວ​ຈະ​ເລົ່າ​​ເຖິງ​ລະ​ຄອນໂທລະພາບຫຼາຍ​ເລື່ອງ​ກ່ຽວ​ກັບການ​ຕໍ່ຕ້ານ​ສາຍ​ລັບຂອງ​ຝ່າຍ​ສັດຕູ​ກ່ອນ​ແລະຫຼັງການ​ປົດ​ປ່ອຍປະ​ເທດ​ຈີນ.

ລະຄອນ​ໂທລະພາບ"ໜ່ວຍ​ສາຍ​ລັບ​ເລກ 5 ​ແມ່ນ​ເລື່ອງ​ນັກ​ສືບ​ຕໍ່ຕ້ານ​ຍີ່​ປຸ່ນທີ່​ມີ​​ເລື່ອງ​ຈິງ​ເປັນ​ເບື້ອງຫຼັງ, ​ເຊິ່ງ​ໄດ້​ວາດ​ພາບພາຍຫຼັງ​"​ເຫດການ​ຂົວ​ລູ​ໂກ່​ວ​ເມື່ອ​ປີ 1937 ​, ນາງ​ສະມາຊິກໃຕ້ດິນຂອງ​ພັກ​ກອມມູນິດຈີນກັບຊາວໜຸ່ມຮັກ​ຊາດ 4 ຄົນ​ທີ່ກັບມາຈາກຕ່າງປະເທດ ​ປະກອບ​ເປັນ"​ໜ່ວຍ​ສາຍ​ລັບ​ເລກ 5"ຢ່າງລັບໆ, ​ເພື່ອ​ສູ້​ກັບ​ນັກ​ສືບ​​ຍີ່​ປຸ້ນ ອົງການ​ນັກ​ສືບ​ຂອງ​ກອງ​ບັນຊາ​ການສາລະວັດ​ທະຫານ​ຍີ່​ປຸ່ນ​ແລະ​ອົງການ​ສາຍ​ລັບ​​ຂອງ​ລັດຖະບານ​ຫຸ່ນວ່າງ​ຈິ່ງ​ເວີ້​ຍດ້ວຍສະຕິ​ປັນຍາ​ແລະ​ຄວາມ​ກ້າຫານ. ​ເພງ​ເອກກ່ອນ​ຟ້າ​ສະຫວ່າງ ຍິ່ງ​ໄດ້​ສະ​ແດງ​​ໃຫ້​ເຫັນລູກຫຼານວິລະ​ຊົນ​ທີ່​ມີ​ສະຕິ​ປັນຍາ​ແລະ​ຄວາມ​ກ້າຫານ​​ເຫຼົ່ານີ້​ຢ່າງ​ມີ​ຊີວິດ​ຊີວາ:

​ເນື້ອ​ເພງ​ມີ​ຄວາມ​ໝາຍວ່າ: ທາ​ສີດຳໃສ່​ໜ້າ, ​ເພື່ອບັງ​ພາງ​ຕົວ​ເອງ, ​ໃຫ້​​ແສງໄຟ​ນິອອນ​ກາຍ​ເປັນ​ຊຸດ​ປອມ​ຕົວ​, ກ່ອນ​ຟ້າ​ສະຫວ່າງ, ຂ້ອຍ​ກັ້ນ​ໃຈ, ລີ້​ຢູ່​ໃນ​ຫົວ​ໃຈ​ຂອງ​ສັດຕູ. ສຸດ​ທີ່​ຮັກ, ​ເຈົ້າຢ່າ​ໂສກ​ເສົ້າ​​ເລີຍ, ​ກ່ອນ​ຈະຈາກ​ໄປ​ບໍ່​ມີ​ເວລາ​ສັ່ງ​ລາ, ຂໍ​ໃຫ້​ຄວາມ​ສະຫງົບ​ຂອງ​ບ້ານ​ເມືອງ​ບອກ​ຄວາມ​ແທ້​ຈິງ​ໃຫ້​ເຈົ້າຮູ້. ສຸດ​ທີ່​ຮັກ, ​ເຈົ້າຢ່າ​ໂສກ​ເສົ້າ​ເດີ້, ຂໍ​ຈົ່ງຍິ້ມ​ໃສ່​ແດ່​ເພື່ອ​ເພິ່ມຄວາມກ້າຫານ​ແກ່​ຂ້ອຍ, ຈອບຍິງ​ປືນຈາກ​ດ້ານ​ຫຼັງໃສ່​ບ່ອນ​ທີ່​ຄຽດ​ແຄ້ນ, ​ແສງຕາ​ເວັນ​ຈາກ​ເສັ້ນຂອບ​ຟ້າຈະ​ປຸກ​ຄວາມຝັນ​​ໃຫ້ຕື່ນ.
ທ່ານ​ຜູ້​ຟັງ, ທີ່​ຟັງ​ມານັ້ນ​ແມ່ນ​ເພງ​ທີ່​ມີ​ຊື່ດຽວ​ກັນ​ກັບ​ລະຄອນ​ໂທລະພາບ​ເລື່ອງວິລະ​ຊົນ. ​ພໍ່​ແມ່​ຂອງ​ສອງເອື້ອຍ​ນ້ອງ​​ເຊ້ຍຊີງກັບ​​ເຊ້ຍຢູ​ແມ່ນ​ສະມາຊິກ​ພັກ​ໃຕ້​ດິນ. ​ໃນ​ເວລາ​ສົງຄາມ​ຕໍ່ຕ້ານຍີ່​ປຸ່ນຈະ​​ໄດ້​ຮັບ​ໄຊ​ຊະນະ, ອົງການ​ຂ່າວລັບຂອງ​ພັກ​ກົກ​ມີນຕັງ​ໄດ້​ລັກ​ພາ​ຕົວ​ເຊ້ຍຢູຜູ້​ເປັນ​ນ້ອງ​ໄປ, ​ເຮັດ​ໃຫ້​ສອງເອື້ອຍ​ນ້ອງຕ້ອງ​ພາກ​ຈາກ​ກັນ.

ທ້າຍ​ຊຸມ​ປີ 1950, ​ເຊ້ຍຊີງ​ຖືກໜ່ວຍ​ພັກສົ່ງໄປ​ເຮັດວຽກ​ຢູ່​ຮົງ​ກົງ. ​ໃນ​ເວລາ​ຊົ້ງສຽວ​ທ່າວ ຜົວ​ຂອງ​ນາງ​ຄົບ​ຫາ​ກັບ​ສາຍ​ລັບ​ໄຕ້​ຫວັນນັ້ນ, ​ໄດ້​ຖືກ​ສາຍ​ລັບ​ຕິດຕາມ. ​ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ, ໜ່ວຍພັກຕົກລົງ​ໃຫ້​ນາງ​ເຊ້ຍຊີງ​ກັບຜົວ​​​ເມືອ​​ແຜ່ນດິນ​ໃຫຍ່​ນຳ​ກັນ. ​ແຕ່​ໃນ​ເວລາ​ຜ່ານ​ດ່ານ, ສາຍ​ລັບ​ໄຕ້​ຫວັນ​ທີ່​ປ່ວງ​ບ້າສ້າງ​ຄວາມ​ວຸ້ນວາຍ, ຍິງ​​ໃສ່ຊົ້ງສຽວ​ທ່າວຈົນ​ຕາຍ. ​ເຊ້ຍຊີງ​ເບີ່​ງຜົວ​ເສຍ​ຊີວິດ​ໄປ​ໃນ​ອ້ອມ​ອົກຕົນ​ເອງ, ​ແຕ່​ບໍ່​ສາມາດ​ເຮັດ​ຫຍັງ​ໄດ້.

​ເມື່ອ​ກັບ​​ເມືອ​ຮອດ​ກວາງ​ໂຈ​ວ, ​ເຊ້ຍຊີງ​ຂໍ​​​ໄປເຮັດ​ວຽກ​ຢູ່​ກົມ​ປ້ອງ​ກັນ​ຄວາມ​ສະຫງົບ. ​ຢູ່ໃນ​ໂຮງ​ຮຽນອະນຸບານ​ຂອງ​ລູກ​ສາວ, ນາງ​ໄດ້​ພົບ​ເຫີ​ເມີຍ ຄູ​ສອນ​ລູກ​ສາວ​ທີ່​ຫາ​ກໍ່ສັບຊ້ອນ​ມາ. ​​ໜ້າ​ຕາ​ແລະ​ວາດ​ຍິ້ມ​ຂອງ​ເຫີ​ເມີຍ, ​ເຮັດ​ໃຫ້​ເຊ້ຍຊີງ​ຮູ້ສຶກ​ວ່າ​ນາງ​ອາດ​ຈະ​ແມ່ນ​ເຊ້ຍຢູ ນ້ອງ​ສາວຂອງ​ຕົນ​ທີ່​​ຫາຍສາບ​ສູນ​ໄປຫຼາຍປີ. ​ແຕ່​ຊົ້ງທ່າວ​ ພໍ່​ປູ່​ຂອງ​ນາງທີ່​ເຄີຍ​ເຮັດ​ວຽກ​ກັບ​ພໍ່​ແມ່​ຂອງ​ນາງ​ ພັດບໍ່​ເຫັນ​ດີ​ນຳຄວາມ​ຄິດຂອງ​​ເຊ້ຍຊິງ, ​ເຫັນ​ວ່າ, ​ເຊ້ຍຢູຖືກ​ສາຍ​ລັບ​ພັກ​ກົກ​ມີນຕັງ​ຂ້າ​ຕາຍ​​ດົນ​ແລ້ວ, ​ເຫີ​ເມີຍ​ບໍ່​ອາດ​​ແມ່ນ​ນ້ອງ​ສາວ​ຂອງ​ເຊ້ຍຊີງ. ​ໃນ​ຂະນະ​ນີ້, ຄວາມ​ລັບ​ຂອງ​ລູກ​ສອນ​ໄຟ​ນຳ​ວິຖີ DH ທີ່​ໂຮງງານ 326 ຮັບຜິດຊອບ​ຄົ້ນຄວ້າ​ຜະລິດ​ນັ້ນຖືກນັກ​ສືບ​ໄຕ້​ຫວັນ​ລັກໄປ, ຜູ້ນຳ​ຂອງ​ກົມປ້ອງ​ກັນ​ຄວາມ​ສະຫງົບ​​​ໄດ້​ສັ່ງໃຫ້​ທຳລາຍ​ກໍລະນີ​ນີ້​ຢ່າງ​ວ່ອງ​ໄວ. ພາຍ​ໃຕ້​ການ​ນຳພາ​ຂອງ​ໂຈ່ວຕ້າ​ນຽນ ຫົວໜ້າ​ພະ​ແນ​ກ, ​ເຊ້ຍຊີງ​ໄດ້​ເຂົ້າຮ່ວມ​ການຕໍ່​ສູ້​ກັບນັກ​ສືບ​ສັດຕູ. ຜ່ານ​ການ​ສືບສວນ​ວິ​ເຄາະ​ຢ່າງ​ລະອຽດ​ຮອບ​ຄອບ, ​ເຊ້ຍຊີງ​ກັບ​ສະຫາຍ​ໃນໜ່ວຍ​ງານ​ໄດ້​ຈັບ​ສັດຕູ​ທີ່​ລີ້​​ຊ່ອນ​ໃນ​ທີ່​ສຸດ, ​ແລະ​ຍາດ​​ເອົາ​ເອກະສານ​ລັບ​ຄືນມາ. ​ແຕ່​ບໍ່​ເປັນ​ຈັ່ງ​ບຸນ, ​ເຊ້ຍຊີງ​ປະກົດ​ເຫັນ​ວ່າ, ​ເຫີ​ເມີຍ ໜຶ່ງ​ໃນສາຍ​ລັບສັດຕູ​​ແມ່ນ​ເຊ້ຍຢູ ນ້ອງ​ສາວຄີງໆ​ຂອງ​ຕົນ​ແທ້ໆ. ​ໃນ​ປີນັ້ນ, ​​ເຊ້ຍຢູຖືກອົງການ​ຂ່າວ​ລັບ​ຂອງ​ພັກ​ກົກ​ມີນຕັງ​ລັກ​ພາ​ຕົວ​​ໄປ​ໄຕ້​ຫວັນ, ທັງ​ຖືກ​ຝຶກ​ໃຫ້​​ເປັນ​ສາຍ​ລັບ​ແລ້ວ​ສົ່ງ​ກັບ​ເມື່ອ​ແຜ່ນດິນ​ໃຫຍ່. ​ເຊີນ​ຟັງ​ເພງດອກ​ໄມ້​ຝາ​ແຝດ, ຂັບ​ຮ້ອງ​ໂດຍນາງ​ຈ່ຽງຊ່ານ ນາງ​ເອກ​ທີ່​ສະ​ແດງ​ເປັນ​ເຊ້ຍຊີງ.

ລະຄອນ​ໂທລະພາບ​ເລື່ອງຄຳ​ສາບານ​ທີ່​ມິດ​ງຽບ ​ໄດ້​ເລົ່າ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ລະດູ​ໜາວ​ຂອງ​ຊຸມ​ປີ 1960. ຜູ້​ຊ່ຽວຊານ​​ເຄື່ອງ​ຈັກ​ແມ່​ແຮງ​ກ່ຳ​ປັ່ນທີ່​ອາ​​ໄສ​ຢູ່​ທະວີບ​ເອີ​ລົບ, ຜ່ານ​ຮົງ​ກົງ​ກັບ​ເມື່ອ​ປະ​ເທດ​ເພື່ອ​ຊ່ອຍ​ກອງທັບ​ເຮືອ​ສ້າງ​ກ່ຳ​ປັ່ນ​ດຳ​ນ້ຳ​ແບບ​ໃໝ່, ພັດ​ເກືອບ​ຖືກ​ສາຍ​ລັບ​ໄຕ້​ຫວັນ​ລອບ​ຄາດ​ຕະກຳ. ສະນັ້ນ, ການທົດ​ສອບ​ປັນຍາ​ແລະ​ຄວາມ​ກ້າຫານ​ໄດ້​ດຳ​ເນີນ​ຢູ່​ໃຕ້​ສະພາບ​ທີ່​ຕ່າງ​ຝ່າຍ​ຕ່າງ​ເຮັດ​ໜ້າ​ເສີຍໆ​ຄື​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ.​ ສີ​ຈື​ເຟີ່ງ ຜູ້​ຊ່ຽວຊານ​ຕ້ານ​ນັກ​ສືບ​ຂອງຝ່າຍ​ເຮົາ​ພ້ອມ​ກັນ​ກັບ​ລານ​ເມີຍ​ສີນ ​ແລະ​​ໂລ້​ຈ້າ​ນ ສະມາຊິກ​ໜ່ວຍ​ງານ​ຂອງ​ເພີ່ນ ​ໄດ້​ມ້າງ​ກົນອຸ​ບາຍ​​ແຮ້ວ​ຂອງ​ສັດຕູ​ເທື່ອ​ແລ້ວ​​ເທື່ອ​ອີກ ດ້ວຍຄວາມຫຼັກ​ແຫຼມ​ແລະ​ຄວາມ​ກ້າຫານ​ທີ່​ລື່ນ​ໝູ່. ​ໃຊ້​ຍຸດທະວິທີ​ແລະ​ເລ່ຫຼ່ຽມ​ຕ້ານ​ນັກ​ສືບ​ຕ່າງໆ, ສຸດ​ທ້າຍ​ໄດ້​ຄົ້ນພົບ​ສາຍ​ລັບ​​ໄຕ້​ຫວັນ​ທີ່​ລີ້​ຊ່ອນຢູ່​ພາຍ​ໃນຂອງ​ເຮົາ. ​ເຊີນ​ຟັງ​ເພງ​ wei le shui ​ເພື່ອ​ໃຜ? ​ເພງ​ປະກອບ​ໃນ​ລະຄອນ.

​ເນື້ອ​ເພງ​ມີ​ຢູ່​ວ່າ: ຂ້ອຍ​ຮູ້​ວ່າ​ເຈົ້າ​ແຫງນ​ໜ້າ​ຂຶ້ນ, ​ນ້ຳຕາອັ່ງ​ເບົ້າ, ຂ້ອຍ​ຮູ້​ວ່າ​ຮອຍ​ຍິ້ມ​ຂອງ​ເຈົ້າໝົ່ນ​ໜອງ​ແລ້ວ, ຢູ່​ໃນ​ສາຍ​ລົມ, ສາຍຕາ​ຂອງ​ຂ້ອຍ​ຕິດຕາມ​ເຈົ້າຕະຫຼອດ, ຂ້ອຍ​ບໍ່​ຮູ້​ວ່າ​ເຈົ້າ​ເຮັດ​ແບບ​ນີ້​ເພື່ອ​ໃຜ, ຮູ້​​ແລ້ວວ່າ​ເຈົ້າຈະ​ບໍ່ຫຼຽວກັບ​ຄືນ, ນ້ຳ​ຕາ​ກໍ່​ບໍ່​ຕົກ, ຮູ້​​ແລ້ວວ່າ​ຄວາມ​ເວົ້າຂອງ​ເຈົ້າ​ບໍ່​ມີ​ການກິນ​ແໜງ, ຄວາມ​ຄິດຮອດ​ຂອງ​ຂ້ອຍ​​ບໍ່​ມີ​ວັນຫ່ຽວ​ແຫ້ງຈັກ​ເທື່ອ, ຂ້ອຍ​ບໍ່​ຮູ້​ວ່າ​ເຈົ້າ​​ເຮັດ​ແບບ​ນີ້ເພື່ອ​​ໃຜ, ຊວງ​ເອິກ​ຂອງ​ເຈົ້າບໍ່​ໃຫ້​ຂ້ອຍ​ເອື່ອຍ​ອີງອີກ​ແລ້ວ.

ລະຄອນ​ໂທລະພາບ​ເລື່ອງສຳ​ເນົາ​ດອກ​ເມີຍ ​ແມ່ນ​ຮຽບ​ຮຽງ​ຕາມ​ເລື່ອງພັກ​ດອກ​ເມີຍ ​ເຊິ່ງ​ເປັນ​ນະວະນິຍາຍ​​ໃນ​ຊຸ​ມປີ 1970, ​​ເລົ່າ​ເລື່ອງ​ໃນ​ໄລຍະ​ຫາ​ກໍ່ສ້າງ​ຕັ້ງປະ​ເທດ, ອົງການ​ສາຍ​ລັບ​ພັກ​ກົກ​ມີນຕັງທີ່​ລີ້​ຢູ່​ນະຄອນຈູງ​ກິ່ງ​, ລົງ​ເຟີ​ຍ ພະນັກງານ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ຕີ​ເຂົ້າອົງການ​ດອກ​​ເມີຍ ​ເຊິ່ງ​ເປັນ​ອົງການ​ສາຍ​ລັບຂອງສັດຕູ​​, ທັງ​ຕໍ່​ສູ້​ກັບ​ດອກ​ເມີຍ 5 ດອກ​ທີ່​ເປັນ​ສາຍ​ລັບສັດຕູ​ ​ຊັ້ນຫົວ​ກະທິນັ້ນດ້ວຍ​ສະຕິ​ປັນຍາ​ແລະ​ຄວາມ​ກ້າຫານ. ​ເຊີນ​ຟັງ​ເພງຮັກ​ຂ້ອຍ​ເທື່ອ​ທີ​​ເທົ່າໃດ ​ເພງ​ປະກອບ​ໃນ​ລະຄອນ.

​ເອົາລະ ທ່ານ​ຜູ້​ຟັງ, ລາຍ​ການ​ດົນຕີ​ໃນ​ແຜ່ນ​ຟິມມື້​ນີ້ຂໍ​ຈົບ​ລົງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ