ຈີນ​ທຳ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຫຼຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ

(GMT+08:00) 2009-12-04 17:25:52     cri
ຕາມ​ຂ່າວCRI:ກອງ​ປະຊຸມ​​ໂກ​ເປັນ​ຮາກ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຈະ​ໄຂ​ຂຶ້ນ​ໃນ​ອາທິດ​ໜ້າ,​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຈະ​ກາຍ​ເປັນ​ຈຸດ​ສຸມຂອງ​ໂລກ​ອີກ.​ຫຼາຍ​ປີ​ມາ​ນີ້,​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ລະ​ດັບ​ສູງ​ຕະ​ຫຼອດ​ມາ,​ໃນ​ຂັ້ນ​ຕອນ​ຕ່າງໆ​ຂອງ​ການ​ພັດ​ທະ​ນາ,​ລັດ​ຖະ​ບານ​ຈີນ​​ໄດ້​ວາງ​​ເປົ້າ​ໝາຍ​ການ​ຫຼຸດ​ການ​ລະ​ບາຍ​ທີ່​ເອົາ​ຈິງ​ເອົາ​ຈັງ​ແລະ​ເປັນ​ໄປ​​ໄດ້,​ແລະ​ວາງ​ແຜນ​ນະ​ໂຍບາຍ​ທີ່​ບັງ​ເກີດ​ຜົນ​ໂດຍ​ອີງ​ຕາມ​ສະ​ພາບ​ຕົວ​ຈິງ​ແຫ່ງ​ຊາດ.

ຫວ່າງ​ມໍ່ໆ​ນີ້,ໜ່ວຍ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ຂອງ​ບໍລິສັດອຸດສາ​ຫະ​ກຳ​ເຄ​ມີ​ຊ່ວງ​ຊື່​​ໃນເມືອງ​ຈ່າງ​ເຈ່ຍ​ກັງ​ແຂວງ​ຈ່ຽງຊູ່​ຂອງ​ຈີນ​ເລີ່​ມໝູນ​ເດີນ.​ທ່ານ​ຢວນ​ຢ້າ​ເຟີ່ຍ,​ຮອງ​ຜູ່​ອຳ​ນວຍ​ການ​ໃຫຍ່​ຂອງ​ບໍ​ລິ​ສັດ​ບອກ​ນັກ​ຂ່າວ​ວ່າ,​ສອງ​ປີ​ມາ​ນີ້,​ບໍ​ລິ​ສັດ​ໄດ້​ລົງ​ທຶນ​600​ລ້ານ​ຢວນ,​ສ້າງ​ລະ​ບົບ​ຮັບ​ເຄື່ອງ​ເສຍ​ເພື່ອ​ໝູນ​ວຽນ​ໃນ​ຕະ​ຫຼອດ​ຂະ​ບວນ​ການ​ຜະ​ລິດ,​ເມື່ອ​ມີ​ລະບົບ​ນີ້​ແລ້ວ,​ໜ່ວຍ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ຂອງ​ບໍ​ລິ​ສັດ​ນີ້​ບໍ່​ຕ້ອງ​ໃຊ້​ພະ​ລັງ​ງານ​ຫຍັງ​ທີ່​ມາ​ຈາກ​ທາງ​ນອກ​,ມີ​ແຕ່​ອາ​ໄສ​ອາຍ​ເສຍ​ທີ່​​ໄດ້​ຮັບ​ຈາກ​ຂະ​ບວນ​ການ​ຜະ​ລິດ,​ເພື່ອ​ນຳ​ໃຊ້​ຄືນ.​ທ່ານ​ກ່າວ​ວ່າ:​"ພວກ​ເຮົາ​ໄດ້​ເກັບ​ເອົາ​ຄວາມ​ຮ້ອນ​ຂອງ​ອາຍ​ເສດ​ເຫລືອ​ໃນ​ກົດຊຸນ​ເຟີຣິກອາ​ຊິດsulfuric acid​ຄືນ,​ເພາະວ່າ​ຄວາມ​ຮ້ອນ​ເຫລົ່າ​ນີ້​ສາມາດ​ຜະລິດ​ໄຟຟ້າ 5 ຫມື່ນກິ​ໂລ​ວັດ​ໂມງ,​ເມື່ອ​ເປັນ​ແນວ​ນັ້ນ​ແລ້ວ, ຄາດ​ວ່າ​ພວກ​ເຮົາ​ຈະ​ມີ​ລາຍ​ໄດ້​ເພີ່ມ 250 ລ້ານ​ຢວນ​ຕໍ່​ປີ.

ທີ່​ຈິງ​ແລ້ວ, ຢູ່​ຈີນ​ຍັງ​ມີ​ວິ​ສາ​ຫະກິດ​ຢ່າງ​ຫລວງ​ຫລາຍ​ທີ່​ເຮັດ​ຄື​ບໍ​ລິ​ສັດ​ອຸດ​ສາ​ຫ​ະກຳ​ເຄມີ​ຊ່ວງ​ຊື່​ທີ່​ຜ່ານ​ການ​ປັບປຸງ​ເຕັກ​ນິກ​ແລ້ວ​ຫລຸດ​ການ​ສິ້ນ​ເປືອງ​ພະ​ລັງ​ງານ​ແລະ​ຫລຸດ​ການ​ລະບາຍ​ມົນ​ລະ​ພິດ.​ໃນ​ເວລາ​ດົນ​ນານ​ມາ​ນີ້, ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກດ​ແລະ​ຫລຸດ​ການ​ລະ​ບາຍ​ອາຍ​ພິດ​ເຮືອນ​ແກ້ວ.​ປີ 2007,​ຈີນ​ໄດ້​ປະ​ກາດ​ແຜນ​ການ​​ແຫ່ງ​ລັດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ໄດ້​ວາງ​ຄາດ​ຫມາຍ​ແຫ່ງ​ລັດ​ທີ່​ມີ​ການ​ຜູກ​ມັດ​ຄື ນັບ​ແຕ່​ປີ​2005​ຮອດ​ປີ 2010,​ຫລຸດ​ປະ​ລິ​ມານ​ສິ້ນ​ເປືອງ​ພະ​ລັງ​ງານ​ຕໍ່​ຫົວ​ຫນ່ວຍ GDP ​ແລະ​ປະ​ລິ​ມານ​ລະ​ບາຍ​ສິ່ງ​ເຊື່ອມ​ພິດ​ສຳ​ຄັນ,​ຍົກ​ອັດ​ຕາ​ປົກ​ຄຸມ​ຂອງ​ປ່າ​ໄມ້​ແລະ​ອື່ນໆ.​ເມື່ອ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ມາເປັນ​ເວລາ​ຫລາຍ​ປີ​ແລ້ວ,​ຮອດ​6​ເດືອນ​ຕົ້ນ​ປີ​ນີ້,​ຈີນ​ໄດ້​ບັນລຸ​ເປົ້າ​ຫມາຍ​ທີ່​ປະ​ລິ​ມານ​ສິ້ນ​ເປືອງ​ພະ​ລັງ​ງານ​ຕໍ່​ຫົວ​ຫນ່ວຍ GDP​ຫລຸດ​ຫນ້ອຍ​ກວ່າ​ປີ 2005 13%,​ສ່ວນ​ເປົ້າ​ຫມາຍ​ທີ່​ຫລຸດ​ລົງ​20%​ໃນ​ປີ 2010​ນັ້ນ​ຄາດ​ວ່າ​ກໍ່​ຈະ​ບັນ​ລຸ​ໄດ້​.ນີ້​ຫມາຍ​ຄວາມ​ວ່າ,​ພາຍ​ໃນ 5 ປີ, ປະ​ລິ​ມານ​ລະ​ບາຍ​ກອກ​ບອນ​ດີ​ອອກ​ຊິດ​ຂອງ​ຈີນ​ຈະ​ຫລຸດ​ຫນ້ອຍ​ລົງ​ຫລາຍ​ກວ່າ 1​ຕື້​500​ລ້ານ​ໂຕນ​.

ໃນ​ເວລາ​ຫຼຸດການ​ສິ້ນ​ເປືອງ​ພະ​ລັງ​ງານ​ຕໍ່​ຫົວ​ຫນ່ວຍ​GDP ​ໃຫ້​ຫນ້ອຍລົງ, ຈີນຍັງ​ຕັ້ງ​ຫນ້າພັດທະນາ​ພະລັງງານ​ຫມູນ​ວຽນ​ທີ່​ລວມ​ທັງ​ພະ​ລັງ​ລົມ,​ພະ​ລັງ​ແສງ​ຕາ​ເວັນ​ແລະ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ນ້ຳ,​ປະ​ຈຸ​ບັນ,​ອັດ​ຕາ​ທີ່​ພະ​ລັງ​ງານ​ຫມູນ​ວຽນ​ຂອງ​ຈີນ​ກວມ​ຍອດ​ພະ​ລັງ​ງານ​ເທື່ອ​ດຽວ​ນັ້ນ​ໄດ້​ຈາກ​7,5%​ໃນ 4 ປີ​ກ່ອນ​ເພີ່ມ​ຂຶ້ນ​ເປັນ​ເກືອບ 9% ​ໃນ​ປະຈຸ​ບັນ.

ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ໂກ​ເປັນ​ຮາກຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ຈະ​​ໄຂ​ຂຶ້ນ​ໃນ​ໄວໆ​ນີ້, ຈີນ​ຍັງ​ໄດ້​ວາງ​ເປົ້າ​ຫມາຍ​ຫລຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ຄື​:​ເມື່ອ​ຮອດ​ປີ 2020,​ຫລຸດ​ການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ຊິດ​ຕໍ່​ຫົວ​ຫນ່ວຍ​GDP​ໃຫ້​ຫນ້ອຍ​ກວ່າ​ປີ​2005 40​-​45%.​ເປົ້າ​ຫມາຍ​ດັ່ງ​ກ່າວ​ກໍ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ໂດຍ​ທົ່ວ​ໄປ​ໃນ​ສາ​ກົນ.​ເຂົາ​ເຈົ້າ​ກໍ່​ເອີ້ນ​ເປົ້າ​ຫມາຍ​ນີ້​ເປັນ​"ສັນ​ຍານ​ທີ່​ດີ​ທີ່​ຈີນ​ສົ່ງ​ໃຫ້​ປະ​ເທດ​ອື່ນໆ,​ນີ້​ຈະ​ຂຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ໂກ​ເປັນ​ຮາກ​ ຈະ​ໄດ້​ກ້າວ​ເຖິງ​ຂັ້ນ​ມີຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​​ໃຫມ່.

ແຕ່​ວ່າ​ໃນ​ຖານະ​ທີ່ເປັນ​ປະ​ເທດ​ພວມ​ພັດທະນາ​ປະ​ເທດ​ໜຶ່ງ, ຈີນ​ໄດ້​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງ​ຫຼວງ​ຫຼາຍ ເຊັ່ນ​ມີ​ປະ​ຊາ​ກອນ​ຫຼາຍ,​ລະ​ດັບ​ເສດ​ຖະ​ກິດ​ພັດ​ທະ​ນາ​ອ່າວ​ຕ່ຳ​​ເປັນ​ຕົ້ນ,​ພ້ອມ​ກັນ​ນັ້ນ, ຈີນ​ພວມ​ຢູ່​​ໄລຍະ​ສຳ​ຄັນ​ແຫ່ງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແລະ​ຕົວ​ເມືອງ,​ສຳ​ລັບ​ຈີນ​ແລ້ວ​ຢາກ​ບັນ​ລຸ​ເປົ້າ​ໝາຍ​ໃໝ່​ດ້ານ​ການ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ​ແມ່ນ​ຍາກ​ຫຼາຍ,​ແຕ່​ຈີນ​ກ່າວ​ວ່າ​ຈະ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.​ທ່ານ​ເຊ້ຍ​ເຈີ້ນ​ຮວາ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ:​"ນີ້​ແມ່ນ​ການ​ກະ​ທຳ​ທີ່​ເປັນ​ເຈົ້າ​ການ​ທີ່​ຈີນ​ປະ​ຕິ​ບັດ​ຕາມ​ສະ​ພາບ​ຕົວ​ຈິງ​ແຫ່ງ​ຊາດ​ຂອງ​ຈີນ, ກໍ​ແມ່ນ​ຄວາມ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​ທີ່​ຈີ​ນ​ເຮັດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ຕັ້ງ​ໜ້າ​ຂອງ​ຈີນ​ໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ​ເຖິງ​ວ່າ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ຈະ​ຕ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ອັນ​ຫຍຸ້ງ​ຍາກ​ລຳ​ບາກ​ກໍ​ຕາມ, ​ແຕ່​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ທີ່​ຈະບັນລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ຢ່າງ​ເດັດ​ຂາດ,​ພວກ​ຂ້າ​ພະ​ເຈົ້າ​ຈະ​ອອກ​ແຮງ​ຢ່າງ​ສຸດ​ຂີດ​ເພື່ອ​ວາງ​ແຜນ​ນະ​ໂຍບາຍ​ແລະ​ມີ​ການ​ກະ​ທຳ​ຕົວ​ຈິງ​ຢ່າງ​ເໝາະ​ສົມ, ​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່ຢຸດ​ຢັ້ງ​ເພື່ອ​ບັນລຸ​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ຊ່ອຍ​ຮັກ​ສາ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ