ໄຂ ງານ​ວາງ​ສະ​ແດງ​ຈຳ​ຫນ່າຍ​ແລະ​ການ​ລົງ​ທຶນ​ຂອງ​ແມ່​ນ້ຳ​ຂອງ​ປີ 2009

(GMT+08:00) 2009-12-10 11:47:19     cri

ຕາມ​ຂ່າວCRI : ຫນັງສືພິມ​ເອ​​ເລັກ​ໂຕຼນິກຂອງ​ພັກ​ຄອມ​ມູນິດ​ຫວຽດນາມ​ລາຍ​ງານ​ວ່າ, ງານ​ວາງສະ​ແດງຈຳຫນ່າຍ​ແລະ​ການ​ລົງທຶນ​ຂອງ​ແມ່​ນ້ຳຂອງ​ປີ2009ທີ່​ສະມາຄົມ​ພັດທະນາ​ການ​ຮ່ວມ​ມຶ​ດ້ານ​ເສດ​ຖະກິດ​ຂອງ​ຫວຽດນາມ, ລາວ​ແລະ​ກຳປູ​ເຈຍ​​ເປັນ​ຜູ່​ຈັດ​ຂຶ້ນ​ນັ້ນ ​ໄດ້​​ໄຂ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ ​ຢູ່​ສູນ​ການປະ​ຊູ​ມ​ແລະວາງ​ສະ​ແດງຂອງ​​ເຂດ​ຕັ່ນຫມິ້ນ​ນະຄອນໂຮ​ຈິ​ມິນ​ຂອງ​ຫວຽດນາມ.


ວິ​ສາ​ຫະກິດ 200 ​ແຫ່ງ​ທີ່​​ເຂົ້າຮ່ວມ​ງານ​ວາງສະ​ແດງ​ເທື່ອ​ນີ້​​ມາ​ຈາກ​ປະ​ເທດ​ແລະ​ເຂດ​​ແຄວ້ນ​ຕ່າງໆ​ເຊັ່ນ:ຈີນ,ລາວ,ອິນ​ເດຍ, ສິງກະ​ໂປ,​ໄທ,ຍີ່​ປຸ່ນ,ປາ​ກີ​ສະຖານ,ກຳປູ​ເຈຍ,ມຽນມາ,ມະ​ເລ​ເຊຍ​ແລະ​ອື່ນໆ, ມີ​ຫ້ອງວາງສະ​ແດງ​ທັງ​ຫມົດ 300 ຫ້ອງ, ຕົ້ນຕໍ​ແມ່ນ​ເພື່ອ​​ໂ​ຄສະນາ​ເຜີຍ​​ແຜ່​ຜະລິດ​ຕະພັນ​ຕ່າງໆ​ເຊັ່ນ: ຜະລິດ​ຕະພັນ​ກະສິກຳ​ປ່າ​ໄມ້​,ອາຫານ​ທະ​ເລ, ​ແຜ່ນ​ແພ​ແລະ​​ເຄື່ອງນຸ່ງ​ຫົ່ມ ຜະລິດ​ຕະພັນ ​ເກີບ​, ​ເຄື່ອງ​ວິຈິດ​ຕະກຳຫັດຖະກຳ, ​ອຸປະກອນ​ເຄື່ອງ​ໃຊ້ໄຟຟ້າ​, ​ອຸປະກອນ​ການ​ແພດ, ​ ​ເຄື່ອ​ງ​ເສີມ​ຄວາມ​ງາມ​, ​ເຄື່ອງ​ເຄືອບ​​ແລະ​ແກ້ວຄຣິ​ສຕານ​​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ