ມະຫາກຳກິລາຊີເກມຄັ້ງທີ25 ໄດ້ໄຂ​ຂຶ້ນຢ່າງ​ຍິ່ງໃຫຍ່​ທີ່ສະ​ຫນາມກິ​ລາ​ແຫ່ງ​ຊາດ​ນະ​ຄອນ​ຫລວງ​ວຽງ​ຈັນ

(GMT+08:00) 2009-12-10 15:21:16     cri

ຕາມຂ່າວສານປະເທດລາວ: ມະຫາກຳຊີເກມ ຄັ້ງທີ 25 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງຍິ່ງໃຫຍ່ ໃນ ຕອນຄໍ່າຂອງວັນທີ 9 ທັນວາ 2009 ທີ່ສະໜາມກິລາແຫ່ງ ຊາດ(ຫລັກ16) ນະຄອນຫລວງ ວຽງຈັນ, ໂດຍການເຂົ້າຮ່ວມ ເປັນກຽດຂອງພະນະທ່ານ ຈູມ ມາລີ ໄຊຍະສອນ ປະທານປະ ເທດ ແຫ່ງ ສປປ ລາວ, ພະນະ ທ່ານ ບົວສອນ ບຸບຜາວັນ ນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເປັນກຽດເຂົ້າຮ່ວມງານ ມະຫາກຳກິລາຊີເກມຄັ້ງນີ້ຍັງ ມີ ສົມເດັດອັກຄະມະຫາເສ ນາບໍດີ ເຕໂຈ ຮຸນແຊນ ນາຍົກ ລັດຖະມົນຕີ ແຫ່ງ ລາຊະອາ ນາຈັກກຳປູເຈຍ, ທ່ານພົນ ເອກ ເທນເຊນ ນາຍົກລັດຖະ ມົນຕີ ແຫ່ງ ສະຫະພາບມຽນ ມາ, ທ່ານອາພິສິດ ເວດຊາ ຊີວະ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກໄທ,ທ່ານ ຫງວຽນເຕິນຢຸງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານສຸລິນ ພິດສຸວັນ ເລຂາທິການໃຫຍ່ອາຊຽນ, ພ້ອມແຂກທັງພາຍໃນ ແລະ ຕ່າງປະເທດ, ມວນຊົນລາວ ແລະ ປະເທດອ້ອມຂ້າງເຂົ້າ ຮ່ວມເຕັມສະໜາມ.

ທ່ານ ສົມສະຫວາດ ເລັ່ງ ສະຫວັດ ຮອງນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ປະ ທານຄະນະກຳມະການຈັດ ມະຫາກຳກິລາຊີເກມ ຄັ້ງທີ 25 ໄດ້ກ່າວໃນພິທີວ່າ: ໃນເດືອນ ມິຖຸນາປີ 1959 ສະຫະພັນກິ ລາຊີເກມ ໄດ້ຮັບການສ້າງຕັ້ງ ຂຶ້ນໂດຍ 6 ປະຊາຊາດໃນອາ ຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ກໍ່ມີປະເທດລາວ. ມາຮອດປີ 2003 ອີງຕາມຄຳສະເໜີຂອງ ກຳມະການໂອລິມປິກແຫ່ງ ຊາດລາວ, ຄະນະມົນຕີຊີເກມ ຈຶ່ງໄດ້ຕົກລົງເຫັນດີໃຫ້ ສປປ ລາວ ເປັນເຈົ້າພາບມະຫາກຳ ຊີເກມ ຄັ້ງທີ 25 ໃນປີ 2009 ເຊິ່ງກໍ່ພໍດີກັບວັນຄົບຮອບ 50 ປີແຫ່ງການສ້າງຕັ້ງສະຫະພັນ ຊີເກມ. ຂ້າພະເຈົ້າຂໍລາຍງານ ວ່າ ຊີເກມຄັ້ງທີ 25 ມີ 25 ປະເພດກິລາ ແລະ ມີນັກກິລາ ຈາກ 11 ປະເທດສະມາຊິກຈຳ ນວນ 3.038 ຄົນເຂົ້າຮ່ວມ. ອັນທີ່ເປັນພິເສດສຳລັບຊີເກມ ຄັ້ງນີ້ແມ່ນພວກເຮົາໄດ້ຮັບ ກຽດຕ້ອນຮັບນາຍົກລັດຖະມົນ ຕີຂອງ 4 ປະເທດເພື່ອນ ບ້ານໃກ້ຄຽງ ແລະ ເລຂາທິ ການໃຫຍ່ອາຊຽນ ເຊິ່ງເປັນ ເຫດການທີ່ບໍ່ເຄີຍມີໃນມະຫາ ກຳກິລາຊີເກມຄັ້ງຜ່ານໆມາ, ສະຫລຸບວ່າມາເຖິງເວລານາທີ ນີ້ ການກະກຽມດ້ານຕ່າງໆ ແມ່ນໄດ້ສຳເລັດເສັດສິ້ນເປັນ ທີ່ຮຽບຮ້ອຍ ແລະ ຮັບປະກັນ ມາດຕະຖານຂອງການຈັດ ແຂ່ງຂັນກິລາຊີເກມທຸກປະ ການ.ຫລັງຈາກນັ້ນ, ພະນະ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ໃຫ້ກຽດກ່າວເປີດ ມະຫາກຳກິລາຊີເກມ ຄັ້ງທີ 25 ຢ່າງເປັນທາງການ.ຫລັງຈາກນັ້ນ, ກໍ່ມີຂະ ບວນສວນສະໜາມຂອງນັກກິ ລາເຂົ້າສູ່ສະໜາມຕາມລຳດັບ ຕົວອັກສອນລາຕິນ ແລະ ປິດ ທ້າຍດ້ວຍຂະບວນກິລາຂອງ ສປປ ລາວເຈົ້າພາບ, ຕິດຕາມ ດ້ວຍການສະແດງ 7 ລາຍ ການ, ມີນັກສະແດງ 8 ພັນ ກ່ວາຄົນທີ່ເຈົ້າພາບນຳສະເໜີ ໃຫ້ແຂກໄດ້ຊົມ ເປັນການປະ ສົມປະສານຢ່າງກົມກຽວລະ ຫວ່າງສິລະປະວັດທະນະທຳ ຄວາມເປັນລາວ ແລະ ວິວັດ ທະນາການຂອງໂລກອ້ອມ ຂ້າງ ເຊິ່ງເລີ່ມຕົ້ນດ້ວຍບົດ ຟ້ອນ ຍິນດີຕ້ອນຮັບກິລາຊີ ເກມ ລວມເອົານັກສະແດງພັນ ກ່ວາຄົນ, ສັນຍາລັກນຳໂຊກ ຊ້າງຈຳປີຈຳປາ ອອກມາທັກ ທາຍມວນຊົນ, ຈາກນັ້ນບັນດາ ນາງສາວໃນຊຸດປະຈຳຊາດ ຂອງແຕ່ລະປະເທດ ກໍ່ອອກມາ ກັບທ່າຟ້ອນຂອງປະເທດນັ້ນໆ ເຊິ່ງສ້າງຄວາມຕື້ນຕັນໃຈໃຫ້ຜູ້ເຂົ້າຮ່ວມໄດ້ເປັນຢ່າງດີ  ສະ ແດງເຖິງຄວາມອຸດົມຮັ່ງມີ ແລະ ທິວທັດທຳມະຊາດອັນ ສວຍສົດງົດງາມຂອງປະເທດ ລາວ ອອນຊອນທົ່ງນາ ສີຄຳ ບົດຟ້ອນນີ້ທົ່ວບໍລິເວນຈະ ເຫລືອງເຫລື້ອມໄປດ້ວຍຮວງ ເຂົ້າທີ່ສຸກເຫລືອງ, ມວນຊົນ ຕ່າງຊາບຊຶ້ງເຖິງຄຸນຄ່າຂອງ ເຂົ້າ ເຊິ່ງເປັນອາຫານຫລໍ່ລ້ຽງ ຊີວິດ ແລະ ເຂົ້າໜຽວ ກໍ່ເປັນ ພືດພັນເຂົ້າທີ່ເປັນເອກະລັກ ປະຈຳຊາດຂອງລາວ, ຈາກທົ່ງ ນາສີຄຳ ທົ່ວສະໜາມກໍ່ແດງ ແຈ້ງດັ່ງສີຄຳ ເມື່ອນັກຟ້ອນຍິງ ໃນຊຸດສີແດງບູຮານລາວ ພ້ອມຖືທຽນໃນດອກບົວຂາວ ອອກມາສະແດງທ່າຟ້ອນອັນ ສະຫງ່າ ແລະ ອອນຊອນ ທັງ ເຮັດເປັນຮູບຕົວໜັງສື ເຊິ່ງເປັນ ສັນຍາລັກຂອງການແຂ່ງຂັນກິ ລາ ພ້ອມຍັງແຝງມາພ້ອມກັບ ອະລິຍະທຳຂອງຄົນລາວທີ່ຮັກ ໄຄ່ໄຝ່ຫາສັນຕິພາບຢູ່ຕາມສິນ ກິນຕາມທຳ ແລະ ປິດທ້າຍ ການຍິງດອກໄມ້ໄຟທີ່ສວຍ ງາມປະທັບໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ