ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຄັ້ງ​ທີ 25 ​ໄຂ​ຂຶ້ນຢູ່​ວຽງ​ຈັນ​ຢ່າງ​ຄຶກຄື້ນ

(GMT+08:00) 2009-12-10 16:48:38     cri


ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ວັນ​ທີ 9 ທັນວາ​ນີ້, ມະ ຫາ​ກຳ​ກິລາອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຫຼື​ຊີ​ເກ​ມຄັ້ງ​ທີ25​ໄດ້​ຈັດ​ພິທີ​ໄຂ​ງານ​ຢ່າງ​ໃຫຍ່​ໂຕມະ​ໂຫລານ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ​, ຄະນະ​ຜູ້​ແທນ​ແລະ​ນັກ​ກິລາ​ທີ່​ມາ​ຈາກ 11 ປະ​ເທດ​ອາຊີ​ອາຄະ​ເນ​ໄດ້​ເຂົ້າ​ຮ່ວມ​ງານ​ກິລາ​ເທື່ອ​ນີ້, ​ແລະ​ຈະ​ແຂ່ງຂັນ​ໃນ​ທັງ​ໝົດ 28 ປະ​ເທດ​ກິລາ. ຕໍ່​ໄປ​​ເຊິ່ງຟັງ​ລາຍ​ງານ​ຂອງ​ນັກ​ຂ່າວCRI:

ຊີ​ເກ​ມຄັ້ງ​ທີ 25 ​ ​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ​ແຕ່​ວັນ​ທີ 9 ຫາ​ວັນ​ທີ 18 ທັນວາ​ນີ້​, ນີ້​ກໍ​ແມ່ນ​ລາວ​ເປັນ​ເຈົ້າພາບ​ຊີ​ເກ​ມ​ເປັນ​ຄັ້ງ​ທຳ​ອິດ. ​ເວລາ 18 ​ໂມງ​ວັນ​ທີ 9 ທັນວາ​ນີ້​ຕາມ​ເວລາ, ພິທີ​ໄຂ​ງານຊີ​ເກ​ມ​ໄດ້​​​ເລີ່​ມ​ຂຶ້ນ​ຢູ່​ສະໜາມກິລາ​ແຫ່ງ​ຊາດ​​ຢ່າງ​ຄຶກຄື້ນ. ທ່ານ​ຈູ​ມມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ, ທ່ານຫງວຽນ​ເຕີນ​ຢຸງ, ນາຍົກ​ລັດຖະມົນຕີ​ຫວຽດນາມ, ທ່ານ​ຮຸນ​ແຊນ, ນາຍົກກຳປູ​ເຈຍ, ທ່ານ​ເທັນ​ເຊ​ນ, ນາຍົກມຽນມາ​ແລະ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ນາຍົກ​ໄທ​​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​. ​ໃນ​ພິທີດັ່ງກ່າວ, ນັກ​ກິລາ​ແລະ​ຄະນະ​ນຳ 5000 ກວ່າ​ຄົນທີ​ມາ​ຈາກ​ໄທ, ຟີ​ລິບ​ປີນ, ມາ​ເລ​ເຊຍ, ລາວ, ຫວຽດນາມ, ມຽນມາ, ສີ​ງກະ​ໂປ, ກຳປູ​ເຈຍ, ອິນ​ໂດ​ເນ​​ເຊຍ, ບຼູ​ໄນ​ແລະຕີ​ມໍ​ເລັສ​ເຕ​ໄດ້​ເດີນ​ຂະ​ບວນ​ເຂົ້າ​ສູ່​ສະໜາມ.

ທ່ານ​ສົມ​ສະຫວາດ ​ເລັ່ງສະ​ວັດ, ຮອງ​ນາຍົກລັດຖະມົນຕີລາວທັງ​ປະທານ​ຄະນະ​ກຳມະການ​ຈັດ​ຕັ້ງ​ຊີ​ເກ​ມຄັ້ງ​ນີ້​ໄດ້​ຂຶ້ນ​ກ່າວ​ລາຍ​ງານວ່າ, ປະ​ເທດລາວ​ຮູ້ສຶກ​ມີ​ກຽດ​ຫຼາຍ​ທີ່​ໄດ້​ຮັບ​ສິດ​ຈັດ​ມະຫາ​ກຳກິລາ​ເທື່ອ​ນີ້, ​ແລະ​ຂອບ​ໃຈ​ນຳ​ລັດຖະບານປະ​ເທດ​ຕ່າງໆ​ທີ່​​ໃຫ້​ການ​ຊ່ອຍ​ເຫຼືອຢ່າງ​ບໍລິສຸດ​ໃຈ​ໃຫ້​ລາວ​ໃນ​ວຽກ​ງານ​ກະກຽມ​ແລະ​ນັກ​ກິລາ​ຂອງ​ປະ​ເທດ​ຕ່າງໆ​ທີ່​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ. ທ່ານ​ກ່າວ​ວ່າ, ລາວ​ຈະ​ພະຍາຍາມ​​ສຸດ​ຂີດ​ເພື່ອ​ຈັດ​ງານ​ກິລາ​ເທື່ອ​ນີ້​ຢ່າງ​ສຳ​ເລັດ​ຜົນດ້ວຍ​ດີ, ທ່ານ​ກ່າວ​ວ່າ:

"ອັນ​ນີ້​ນັບ​ວ່າ​ເປັນຄວາມ​ພາກ​ພູມ​ໃຈ​ອັນ​ສູງ​ສົ່ງ​ແລະ​ເປັນຄວາມ​​ເອກ​ອ້າງ​ທະ​ນົງ​ໃຈ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ລາວ​ທັງ​ຊາດທີ່​ໄດ້​ຮັບ​ກຽດ​ແລະ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນດາ​ສະມາຊິກ​ສະຫະພັນ​ຊີ​ເກ​ມ.ລັດຖະບານ​ແຫ່ງ​ສປປລາວ​ໄດ້​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ຈັດ​ງານ​ມະຫະກຳ​ກິລາ​ຊີ​ເກ​ມຄັ້ງ​ທີ 25 ຂຶ້ນ​ໂດຍ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນຂອງ​ຄະນະ​ກຳມະການ​ກິລາ​ແຫ່ງ​ຊາດ​ແລະ​ສະຫະພັນ​ກິລາ​ປະ​ເພດ​ຕ່າງໆ,ດຳ​ເນີນ​ການ​ກະກຽມ​ຢ່າງຮອບດ້ານ,ນັບ​ທັ​ດ້ານ​ພື້ນຖານ​ໂຄງ​ລ່າງສຳລັບ​ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງໆ​,ແລະ​ການ​ພັດທະນາ​ຊັບພະຍາກອນ​ມະນຸດທາງ​ດ້ານ​ກິລາ.ພວກ​ເຮົາ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ​ທີ່​ເຫັນ​ວ່າ,ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ, ປະຊາຊົນ​ທຸກ​ເຜົ່າ,ທຸກ​ຊັ້ນ​ຄົນ, ທຸກ​ພາກສ່ວນ​ເສດຖະກິດ​ແລະ​ທຸ​ກກຳລັງທັງ ພາກ​ລັດ​ແລະ​ເອກະ​ຊົນ​ໃນ​ທົ່ວ​ປະ​ເທດ,ສຸມ​ສະຕິ​ປັນຍາ​ແລະ​ກຳລັງວັງຊາ​ເຂົ້າ​ໃນ​ການ​ກະກຽມ​ດ້ານ​ຕ່າງໆ, ​ເພື່ອ​ສຳ​ເລັດ​ງານ​ມະຫະກຳ​ຄັ້ງ​ນີ້,​ເຊິ່ງນັບ​ມາ​ເປັນ​ພາລະ​ກຳ​ປະຫວັດສາດ​ອັນ​ຫນຶ່ງ​ຂອງ​ຊາດ​ລາວ​ເຮົາ."

​ໃນ​ທ່າມກາງ​ສຽງ​ໄຊ​ໂຍ​ໂຮ​ຮ້ອງ​ໃນ​ສະຫນາມ​ກິລາ, ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະ​ທານ​ປະ​ເທດ​ລາວ​ໄດ້​ປະກາດ​​ເປີດ​ງານ​ຊີ​ເກ​ມຢ່າງ​ເປັນ​ທາງ​ການ, ນັກ​ກິລາ​ຂອງ​ປະ​ເທດ​ຕ່າງໆ,​ແລະ​ປະຊາຊົນ​ລາວ​ໄດ້​ສະ​ເຫລີ​ມສະ ຫລອງ​ການ​ເປີດ​ງານ​ມະຫະກຳຮ່ວມ​ຂອງ​ປະຊາຊົນ​ອາຊີ​ຕ​າ​ເວັນ​ອອກສຽງ​ໃຕ້​ໃນ​ທ່າມກາງ​ບັນຍາກາດ​ມ່ວນ​ຊື່ນ.

"ໃນ​ນາມ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ,ຂ້າພະ​ເຈົ້າຂໍ​ປະກາດ​ເປີດ​ງານ​ມະຫະກຳ​ກິລາ​ຊີ​ເກ​ມຄັ້ງ​ທີ 25 ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເວລາ​ນີ້​​ເປັນ​ຕົ້ນ​ໄປ."

​ໃນ​ງານ​ກິລາ​ຊີ​ເກ​ມຄັ້ງ​ນີ້,ນອກຈາກ​ມີ​ການ​ແຂ່ງຂັນ​ກິລາ​ປະ​ເພດຂອງ​ໂອ​ລິ​ມປິກ​​ແລ້ວ, ຍັງ​ຈັດ​ໃຫ້​ມີ​ກັງ​ຟູ​ມາ​ເລ​ເຊຍ,ມວຍ​ໄທ​ແລະ​ການ​ເຕະ​ກະຕໍ້​ທີ່​​ເປັນ​ກິລາ​ດັ້ງ​ເດີມ​ທີ່​ມີ​ສີສັນ​ຊົນ​ເຜົ່າ​​ໃນ​ອາຄະ​ເນ,ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈຸດ​ພິ​ເສດ​ດ້ານ​ກິລາ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ອາຄະ​ເນ.ການຈັດ​ງານ​ກິລາ​ຊີ​ເກ​ມບໍ່​ພຽງ​ແຕ່​ມີ​ບົດບາດ​ຊຸກ​ຍູ້​ໃຫ້ກິລາ​ຂອງ​ພາກ​ພື້ນ​ນີ້​ຂະຫຍາຍຕົວ​ຢ່າງ​ຕັ້ງຫນ້າ, ຍັງ​ສາມາດ​ສັບ​ຊ້ອນ​ແລະ​ຍົກລະດັບ​ຄວາມ​ສາມາດ​ດ້ານ​ກິລາ​​​ໃຫ້​ສູງ​ຂຶ້ນ, ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ແລະ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ອາຄະ​ເນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ