ຈີນ​ແລະ​ອາຊ​ຽນບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ລົງ​ເລິກ​ການ​ຮ່ວມ​ມື​ຮອບດ້ານ

(GMT+08:00) 2009-12-11 14:50:13     cri

ກອງ​ປະຊຸມ​ຜູ່​ນຳ​ຈີນ​ກັບ​ອາຊ​ຽນຫຼື10ບ​ວກ1ຄັ້ງ​ທີ12,ກອງ​ປະຊຸມ​ຜູ່​ນຳ​ອາຊ​ຽນກັບ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ​ຫຼື10ບວກ3​ຄັ້ງ​ທີ12​ໄດ້​ຈັດ​ຂຶ້ນ​ຢູ່​ຫົວ​ຫີນ ​ເມືອງ​ແຄມ​ທະ​ເລ​ຂອງ​ໄທ​ໃນ​ວັນ​ທີ24​ຕຸລາ​ນີ້.ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນ ຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.​​ໃນ​ກອງ​ປະຊຸມ​ຜູ່​ນຳ​ຈີນ​ກັບ​ອາຊ​ຽນ​ເທື່ອ​ນີ້,ສອງ​ຝ່າຍ​ໄດ້​ຫວນ​ຄືນ​ແລະ​ສະຫຼຸບ​ຂະ​ບວນການ​ທີ່​ຮ່ວມ​ກັນ​ຮັບ​ມືກັບ​ການ​ທ້າ​ທາຍ​ຕ່າງໆ​ເຊັ່ນ​ວິ​ກິດ​ການ​ການ​ເງິນ​ສາກົນ​ໃນ1​ປີ​ກວ່າ​ທີ່​ຜ່ານ​ມາ,​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຢ່າງຮອບດ້ານ.

ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ່​ນຳ​ອາຊີ​ຕາ​ເວັນ​ອອກ​ປີ​ນີ້​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ສະພາບ​ການ​ທີ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ຮັກສາ​ທ່າ​ອ່ຽງຂອງການ​ຮ່ວມ​ມື,ຕັ້ງໜ້າ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ສາກົນ.​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ່​ນຳ​ຈີນ​ກັບ​ອາຊ​ຽນຄັ້ງ​ທີ12,ທ່ານ​ນາຍົກ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ໂດຍ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ກາຍ​ອັນ​ຂ້ຽວຂາດ​ທີ່​ມາ​ຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ,ຈີນ​ກັບ​ອາຊ​ຽນຊ່ວຍ​ເຫຼືອ​ກັນ,​ເພີ່ມ​ທະວີ​ການ​ຮ່ວມ​ມື,ຊຸກ​ຍູ້​ການ​ພັດທະນາ​ພ້ອມ​ກັນ​ໃນຂະ​ບວນການ​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ.ປັດ​ຈຸ​ບັນ,ການ​ເງິນ​ຂອງຈີນ​ກັບປະ​ເທດ​ອາຊ​ຽນຮັກສາ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນຖານ,​ເສດຖະກິດ​ປະກົດ​ມີ​ທ່າ​ອ່ຽງດີ​ຂຶ້ນ​ຢ່າງ​ໜັກ​ແໜ້ນ​ໂດຍ​ລວມ,ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ເຕີບ​ໂຕ​ແບບ​ຟື້ນ​ຟູ.


ເຂດ​ການ​ຄ້າ​ເສລີ​ຈີນ-​ອາຊຽນທີ່​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ຈະ​ສ້າງ​ສຳ​ເລັດຢ່າງຮອບດ້ານ​ຕາມ​ເວລາ​ກຳນົດ​ໃນ​ປີ2010. ​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ, ລະຫວ່າງ​ຈີນ ກັບ ອາຊຽນຈະ​ບັນລຸ​ກ​ການ​ຄ້າ​ເສລີ​ໃນ​ຂັ້ນ​ພື້ນຖານ, ພາສີ​ຈະ​ບໍ່​ແມ່ນ​ສິ່ງ​ຂັດ​ຂວາງ​ຕົ້ນຕໍ​ຂອງ​ການ​ຄ້າ​ສອງ​ຕໍ່​ສອງ​ອີກ, ລະດັບ​ເຊື່​ອງ​ໂຍງ​ເສດຖະກິດ​ເຂົ້າກັນ​ຈະ​ກ້າວ​ເຖິງ​ລະດັບ​ສູງ​ສຸດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ນີ້​ກໍ່​ຖືກ​ຖືເປັນຫຼັກ​ໝາຍ​ທາງອັນ​ສຳຄັນ​ອີກ​ອັນ​ໜຶ່ງ​ລ​ໃນ​ປະຫວັດສາດ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ. ກ່ຽວ​ກັບ​​ເລື່ອງ​ນີ້,ທ່ານ​ເວີນ​ເຈຍ​ປາວ​​ໃຫ້​ຂໍ້ສ​ະ​ເໜີ​ວ່າ, ຈີ​ນຍິນ​ດີ​ຈັດ​ເວທີ​ປຶກສາ​ຫາລື​ເຂດ​ການ​ຄ້າ​ເສລີ​ຈີນ-ອາຊ​ຽນ​ໃນ​ປີ2010, ​ແລະພ້ອມ​ກັນ​ກັບ​ອາຊ​ຽນ​ສ້າງ​ເວັບ​ໄຊການ​ຄ້າ​ຂອງ​ເຂດ​ການ​ຄ້າ​ເສລີ,ສ້າງ​ເຂດ​ການ​ຮ່ວມ​ມື​ເສດຖະກິດ​ຢູ່​ປະ​ເທ​ດອາຊ​ຽນ,​​ເປີດ​ກວ້າງ​ການ​ລົງທຶນ​ຕໍ່​ອາຊ​ຽນຂອງ​ຈີນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປົກ​ປັກ​ຮັກສາສິດ​ຊັບ​ສິນ​ທາງ​ປັນຍາ, ລົບ​ລ້າງ​ສິ່ງ​ຂັດ​ຂວາງ​ການ​ຄ້າ​ລັກສະນະ​ເຕັກ​ນິກ, ສ້າງ​ລະບົບ​ກວດກາ​ພະຍາດ​ຕໍ່​ພືດ ​ແລະ ສັດ​ເຂົ້າ​ອອກ​ເມືອງ​ທີ່​ເປັນ​ເອກະ​ພາບ​ກັນ. ທ່ານນາຍົກ​ເວີນ​ເຈຍ​ປາວ​ຍັງ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ເລັ່ງລັດ​ສ້າງ​ພື້ນຖານ​ໂຄງ​ລ່າງ. ທີ່​ເປັນຕາ​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ, ຈີນ​​ໄດ້​ຕົກລົງ​​ເພິ່ມຈຳນວນ​ເງິນ​ກູ້ທີ່​​ໃຫ້​ສິດທິ​ພິ​ເສດ​ໃນ​ເງິນ​ກູ້ສິນ​ເຊື່ອ 15 ຕື້​ໂດ​ລາ​ທີ່​ຈີນ​ຕົກລົງປ່ອຍໃຫ້​ປະ​ເທດ​ອາຊຽນນັ້ນ​ ໄປ​ຮອດ 6 ຕື້ 700 ລ້ານ​ໂດ​ລາ,​ເພື່ອ​ເພິ່ມການ​ສະ​ໜັບສະ​ໜູນ​ຕໍ່ການ​ຮ່ວມ​ມື​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ລະຫວ່າງ​ຈີນ ກັບ ອາຊ​ຽນ.

ຜູ້ນຳ​ປະ​ເທດ​ຕ່າງໆຂອງ​ອາຊຽນ​ເປັນ​ເອກະ​ພາບ​ກັນ​ເຫັນ​ວ່າ, ຈີນ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ສະໜັບສະໜູນ​ແລະ​ຊ່ອຍ​ເຫຼືອ​ປະ​ເທດ​ອາຊຽນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ພ້ອມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ, ​ແມ່ນ​ກຳລັງ​​ແຮງ​ທີ່​ສຳຄັນ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນ​ແລະ​ເສດ​ຖະກິດ​ໃນ​ພາກ​ພື້ນ​ນີ້, ຊຸກ​ຍູ້​ສັນຕິພາບ​ແລະ​ການ​ພັດທະນາ. ຝ່າຍ​ຕ່າງໆ​ຫວັງ​​ໃຫ້​ຮັກສາ​ການ​ສົນ​ທະນາ​ດ້ານ​ການ​ເມືອງ​ກັບ​ຈີນ, ລົງ​​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ; ຖື​ເຂດ​ການ​ຄ້າ​ເສລີ​ອາຊ​ຽນຈີນ​ສ້າງ​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ນັ້ນ​ເປັນ​ໂອກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ໄປມາ​ຫາ​ສູ່​ກັນ​ດ້ານ​ບຸກຄະລາ​ກອນ; ຊູ​ກຍູ້​ການ​​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເງິນ​ການ​ທະນາ​ຄານ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ, ສິ່ງ​ແວດ​ລ້ອມ, ວັດທະ​ນະທຳ​ມະນຸດ​ແລະ​ອື່ນໆ​ໃຫ້​ໄດ້​ໝາກຜົນ​ຕົວ​ຈິງ​ຫຼາຍ​ກວ່າ​ເກົ່າ; ຊຸກ​ຍູ້​ການ​ປະຕິ​ຮູບ​ລະບົບ​ເສດຖະກິດ​ການ​ເງິ​ນສາ​ກົນ, ຮັກສາ​ຜົນ​ປະ​ໂຫຍດ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ