ໄທເປັນ​ອັນ​ດັບ​1​ໃນ​ການ​ຄອງ​ຫລຽນຊີເກມ​ໃນ​ຂະນະ​ນີ້

(GMT+08:00) 2009-12-16 17:36:10     cri

ຕາມ​ຂ່າວ​ສານ​ຊິນ​ຮວາ,ວັນ​ທີ15​ທັນວາ​ນີ້,​ແມ່ນ​ມື້​ທີ່​7ຂອງ​ຊີເກ​ມຄັ້ງ​ທີ25.ມາ​ຮອດ​ເວລາ17​ໂມງ​ຕາມ​ເວລາ​ວຽງ​ຈັນ,​ໄທ​ໄດ້​ຫລຽນ​ຄໍາ45​ຫລຽນ,ຫລຽນ​ເງິນ54​ຫລຽນ,ຫລຽນ​ທອງ60ຫລ​ຽນ,​ເປັນ​ອັນ​ດັບ1​ໃນຕາຕະລາງ​ຄອງຫລຽນ​ໃນ​ຂະນະ​ນີ້.

ໃນ​ມື້​ດຽວ​ກັນ,ນັກ​ກິລາ​ໄທ​ໄດ້​ຫລຽນ​ຄໍາ​3ຫລ​ຽນ​ໃນ​ການ​ແຂງ​ຂັນ​ຢູ້ໂດ​ເພດ​ຍິງ,ມວຍ​​ແລະ​ເຕັ້ນ​ໄກ​ເພດ​ຊາຍ.​ຫວຽດນາມ​ໄດ້ຫລຽນ​ຄໍາ5​ຫລຽນ​ໃນ​ການ​ແຂ່ງ​ຂັນ​ເຕະ​ດອກ​ຂົນ​ໄກ່​ແລະ​ຍິງ​ປືນ,ຂະນະ​ນີ້,​ໄດ້​ຫລຽນຄໍາ40​ຫລຽນ,ຫລຽນ​ເງິນ37ຫລຽນ,ຫລຽນ​ທອງ41ຫລ​ຽນ,​ເປັນ​ອັນ​ດັບ​2,ທີມ​ສິງກະ​ໂປ​ໄດ້​ຫລຽນ​ຄໍາ30​ຫລຽນ,ຫລຽນ​ເງິນ22​ຫລຽນ,ຫລຽນ​ທອງ31ຫລ​ຽນ,​ເປັນອັນ​ດັບ3. 

ສ່ວນນັກ​ກິລາ​ລາວ​ທີ່ເປັນ​ເຈົ້າພາບ​ຊີ​ເກ​ມ,ໄດ້​ຫລຽນ​ຄໍາ5​ຫລຽນ​ຈາກ​ການ​ແຂ່ງຂັນ​ເຕະ​ດອກຂົນ​​ໄກ່​ແລະ​ມວຍ, ໃນ​ຂະນະ​ນີ້,​ໄດ້22​ຫລຽນ​ຄໍາ,12ຫລຽນ​ເງິນ​ແລະ37​ຫລຽນ​ທອງ​ເປັນ​ອັນ​ດັບ7.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ